ຊູໂທເປຍ 2
| ຊູໂທເປຍ 2 | |
|---|---|
ໂປສເຕີຮູບເງົາ | |
| ກຳກັບ |
|
| ຂຽນບົດ | ເຈເຣັດ ບຸຊ |
| ອຳນວຍການສ້າງ |
|
| ນັກສະແດງນຳ |
|
| ບໍລິສັດຜູ້ສ້າງ | |
| ຈຳໜ່າຍ/ເຜີຍແຜ່ | ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີສ໌[lower-alpha 1] |
| ວັນສາຍ |
|
| ປະເທດ | ສະຫະລັດອາເມຣິກາ |
| ພາສາ | ອັງກິດ |
| ກ່ອນໜ້ານີ້ | ຊູໂທເປຍ |
ຊູໂທເປຍ 2 (ອັງກິດ: Zootopia 2) ເປັນຮູບເງົາແອນິເມຊັນອາເມຣິກາແນວຕະຫຼົກ, ຕໍ່ສູ້ ແລະ ໝູ່ຕຳຫຼວດ ທີ່ມີກຳນົດອອກສາຍໃນອະນາຄົດ. ຜະລິດໂດຍວໍລ ດິສນີ ແອນິເມຊັນ ສະຕູດິໂອສ໌ ແລະ ອອກສາຍໂດຍ ວໍລ ດິສນີ ພິກເຈີສ໌ ກຳກັບ ແລະ ຂຽນບົດໂດຍ ເຈເຣັດ ບຸຊ ແລະ ອຳນວຍການສ້າງໂດຍ ອີເວດ ເມີຣິໂນ ແລະ ເຈນນິເຟີ ລີ ໂດຍເປັນພາກຕໍ່ຂອງ ຊູໂທເປຍ (2016) ແລະ ເປັນພາກທີ 2 ຂອງແຟຣນໄຊສ໌ ຊູໂທເປຍ. ນຳສະແດງໂດຍ ຈິນນິເຟີ ກູດວິນ ແລະ ເຈສັນ ເບດແມນ ເຊິ່ງກັບມາຮັບບົດ ຈູດີ ຮັອບສ໌ ແລະ ນິກ ໄວລ໌ດ ຈາກພາກທຳອິດຮ່ວມກັບ ກວັນ ເກ ຮູຍ.
ຜູ້ກຳກັບ ໄບຣອນ ຮາວເວີດ ແລະ ຣິຊ ມົວ ເວົ້າກັນກ່ຽວກັບພາກຕໍ່ທີ່ເປັນໄປໄດ້ຂອງຊູໂທເປຍ ໃນເດືອນມິຖຸນາ ປີ ຄ.ສ 2016. ໃນເດືອນກຸມພາ ປີ ຄ.ສ 2023 ບັອບ ໄອເກີ ປະທານເຈົ້າໜ້າທີ່ບໍລິຫານຂອງ ດິສນີ ປະກາດວ່າພາກຕໍ່ຢູ່ລະຫວ່າງການພັດທະນາ ໂດຍມີການເປີດເຜີຍຊື່ ແລະ ມື້ວາງຈຳໜ່າຍໃນປີຖັດໄປ ເຈເຣັດ ບຸຊ ໄດ້ຮັບການເປີດເຜີຍວ່າຈະຂຽນບົດ ແລະ ກຳກັບໃນເດືອນກໍລະກົດ ປີ ຄ.ສ 2024
ຊູໂທເປຍ 2 ມີກຳນົດອອກສາຍໃນສະຫະລັດອາເມຣິກາ ໃນວັນທີ 26 ພະຈິກ 2025, ສ່ວນປະເທດລາວກຳນົດອອກສາຍ ໃນວັນທີ 27 ພະຈິກ 2025
ອ້າງອີງ
[ດັດແກ້]
Cite error: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found