RDA Lao
- ຄວາມເປັນມາຂອງ RDA

RDA Lao ແມ່ນອົງການຈັດຕັ້ງທາງສັງຄົມໃນ ສ.ປປ ລາວ RDA ຫຼື ສູນພັດທະນາຊົນນະບົດ ແມ່ນຫ້ອງການເອກະຊົນທີ່ຈົດທະບຽນ ແລະ ເສຍອາກອນຕາມກົດໝາຍ ໂດຍແມ່ນຄົນລາວເປັນຜູ້ດຳເນີນທຸລະກິດບົນພື້ນຖານຫລັກການທີ່ບໍ່ຫວັງຜົນກໍາໄລ. ສູນພັດທະນາຊົນນະບົດໄດ້ສ້າງຕັ້ງຂຶ້ນແຕ່ປີ 2009 ໂດຍມີ ສູນອົບຮົມຮ່ວມພັດທະນາ (PADETC) ທີ່ຮູ້ຈັກກັນດີບາງຄັ້ງໃນຊື່ ໂຄງການ ປາແດກ ຂອງ ທ່ານ ສົມບັດ ສົມພອນ ເປັນຜູ້ຊີ້ນໍາ ໃນຊື່ຂອງ ສວນໄມ້ລາວ ທີ່ໄດ້ສຸມໃສ່ວຽກພັດທະນາໄວໜຸ່ມ ແລະ ລະບົບນິເວດແບບເສື່ອມສານກັບການສຶກສາ ແລະ ການພັດທະນາຊຸມຊົນ. ສວນໄມ້ລາວ ເຊິ່ງຕໍ່ມາໄດ້ປ່ຽນຊື່ເປັນ ສູນພັດທະນາຊົນນະບົດ ຫຼື RDA ໃນປີ 2015. ສູນພັດທະນາຊົນນະບົດ ໄດ້ສືບຕໍ່ຢ່າງຕໍ່ເນື່ອງໃນການພັດທະນາ ແລະ ການມີສ່ວນຮ່ວມໃນຫຼາຍໂຄງການທີ່ກ່ຽວກັບວຽກ ສຸຂານາໄມ, ໂພຊະນາການ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງຄວາມອາດສາມາດໃຫ້ໄວໜຸ່ມ ທັ່ງນີ້ ສູນພັດທະນາຊົນນະບົດຍັງມີປະສົມການ ແລະ ເຂື່ອຂ່າຍທີ່ຫຼາກຫຼາຍ ແລະ ຍັງໄດ້ຮ່ວມງານກັບບັນດາໄວໜຸ່ມ, ຊຸມຊົນ, ອົງການຈັດຕັ້ງທ້ອງຖີ່ນ ໃນການສົ່ງເສີມການພັດທະນາຊຸມຊົນແບບຍືນຍົງໃນ ສປປ ລາວ.
- ວິໄສທັດ
ເປັນຕົ້ນແບບທີ່ສ້າງແຮງຈູງໃຈ ແລະເສີມສ້າງຄວາມອາດສາມາດດ້ານການພັດທະນາຕົວເອງ ແລະ ຊຸມຊົນແບບຮອບດ້ານ. ໂດຍການມີສ່ວນຮ່ວມຂອງຊຸມຊົນ.
- ພາລະກິດ
ອຳນວຍຄວາມສະດວກໃນການເສີມສ້າງຄວາມສາມາດແບບບູລະນາການ ແລະ ຮັບປະກັນຄຸນນະພາບດ້ານສິ່ງແວດລ້ອມ, ໂພຊະນາການ, ພັດທະນາໄວໜຸ່ມ ແລະ ການຮຽນຮູ້ຊຸມຊົນເພື່ອຄວາມຢູ່ດີມີສຸກຂອງຄົນລາວ.
- ຄຸນຄ່າ
ສູນພັດທະນາຊົນນະບົດ ໃຫ້ຄຸນຄ່າກັບການພັດທະນາຕົນເອງດ້ວຍການສ້າງແຮງຈູງໃຈໂດຍເຫັນເຖິງທ່າແຮງ ແລະ ເຂົ້າໃຈບັນຫາທີ່ແທ້ຈິງຈາກການສະໜັບສະໜູນຂອງຄົນອ້ອມຂ້າງ ແລະ ບັນດາກັນລະຍານະມິດ ເພື່ອກ້າວໄປເຖິງການກຸ້ມຕົນເອງ, ຊຸມຊົນ ແລະ ສັງຄົມ.
- ຄວາມເຊື່ອ

ສູນພັດທະນາຊົນນະບົດ ເຊື່ອວ່າ ທຸກຄົນມີພາວະຜູ້ນໍາໃນຕົນເອງທີ່ສາມາດສ້າງການປ່ຽນແປງໄດ້ຕະຫຼອດເວລາ ຖ້າຫາກວ່າພວກເຂົາໄດ້ແລກປ່ຽນສົນທະນາໃນບັນຍາກາດຂອງການຮຽນຮູ້ທີ່ແທ້ຈິງ ເຊິ່ງຈະພາໃຫ້ເກີດຄວາມກ້າໃນການຕັດສີນໃຈລົງມືເຮັດ ແລະ ແລກປ່ຽນກັບຄົນອື່ນຕໍ່ໆໄປ.
===ການຮ່ວມມື===
[ດັດແກ້]
