Jump to content

ມິສແກຣນອິນເຕີເນຊັນແນລ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Miss Grand International)
ມິສແກຣນອິນເຕີເນຊັນແນລ
ຊື່ຫຍໍ້MGI
ຄຳຂວັນStop the War and Violence
(ຍຸຕິສົງຄາມແລະຄວາມຮຸນແຮງ)
ກໍ່ຕັ້ງ6 ພະຈິກ 2013; 12 ປີກ່ອນ (2013-11-06)
ຜູ້ກໍ່ຕັ້ງປະເທດໄທ ນະວັດ ອິສະລະໄກສີນ
ກໍ່ຕັ້ງປະເທດໄທ ບາງກອກ, ປະເທດໄທ
ປະເພດການປະກວດນາງງາມລະດັບນານາຊາດ
ວັດຖຸປະສົງການບັນເທີງ
ສຳນັກງານໃຫຍ່ປະເທດໄທ ບາງກອກ, ປະເທດໄທ
ພື້ນທີ່ໃຫ້ບໍລິການ
ທົ່ວໂລກ
ສະມາຂິກ
ຫຼາຍກວ່າ 90 ປະເທດແລະດິນແດນ
ພາສາທາງການ
ພາສາອັງກິດ
ເຈົ້າຂອງບໍລິສັດ ມິສແກຣນອິນເຕີເນຊັນແນລ ຈຳກັດ (ມະຫາຊົນ)
ປະທານ
ປະເທດໄທ ນະວັດ ອິສະລະໄກສີນ
ຮອງປະທານ
ປະເທດໄທ ເທເລຊ່າ ໄຊວິສຸດ
ມິສແກຣນອິນເຕີເນຊັນແນລ
ປະເທດຟິລິບປິນ ເອັມມາ ທິກເລົາ
ງົບປະມານ
21.45 ລ້ານໂດລາສະຫະລັດ (ໃນ ປີ 2020)[1]
ເວັບໄຊmissgrandinternational.com

ມິສແກຣນອິນເຕີເນຊັນແນລ (ອັງກິດ: Miss Grand International) ຫຼື ມິສແກຣນ (ອັງກິດ: Miss Grand) ເປັນການປະກວດນາງງາມລະດັບນານາຊາດທີ່ຈັດຂຶ້ນເພື່ອສົ່ງເສີມການຍຸຕິສົງຄາມແລະຄວາມຮຸນແຮງ ພາຍໃຕ້ການດຳເນີນງານຂອງບໍລິສັດ ມິສແກຣນ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) (ອັງກິດ : Miss Grand International Public Company Limited) ໂດຍສຳນັກງານໃຫຍ່ຕັ້ງຢູ່ໃນປະເທດໄທ ເຊິ່ງ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ປີ 2013 ແລະມີນະວັດ ອິສະລະໄກສີນ ເປັນ​ປະ​ທານ​ການປະກວດ​​ ກັບເທເລຊ່າ ໄຊວິສຸດ ເປັນ​ຮອງ​ປະ​ທານ​ການ​ປະກວດ

ປະຫວັດ

[ດັດແກ້]

ມິສແກຣນອິນເຕີເນຊັນແນລເປັນການປະກວດນາງງາມລະດັບສາກົນສ້າງຕັ້ງໂດຍນະວັດ ອິສະລະໄກສີນ[2] ການ​ປະ​ກວດ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ໃນ​ປີ 2013 ທີ່​ຈັງຫວັດນົນທະບຸລີ, ປະເທດໄທ ໃນເວລານັ້ນມີ 71 ປະເທດແລະດິນແດນເຂົ້າຮ່ວມການປະກວດ ເຊິ່ງມິສແກຣນອິນເຕີເນຊັນແນລຄົນທໍາອິດທີ່ໄດ້ມຸງກຸດຄືເຍເນລິ ຊາປາໂຣ ຈາກປວຍໂຕຣີໂກ[3] ໃນປີ 2016 ເປັນການປະກວດຄັ້ງທຳອິດທີ່ຈັດຂຶ້ນຢູ່ນອກປະເທດໄທແລະທະວີບອາຊີ ໂດຍໄດ້ຈັດຂຶ້ນທີ່ ລາສເວກັສ, ເນວາດາ, ສະຫະລັດອາເມລິກາ ໃນວັນທີ 25 ຕຸລາ[4]

ຕັ້ງແຕ່ສ້າງຕັ້ງອົງກອນມາໄດ້ມີເຫດການທີ່ມິສແກຣນອິນເຕີເນຊັນແນລບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງຄົບຖ້ວນ ຈຶ່ງເຮັດໃຫ້ອົງກອນໄດ້ຕັດສິນໃຈໃຫ້ຮອງຊະນະເລີດອັນດັບ 1 ປະຕິບັດໜ້າທີ່ແທນພຽງ 1 ຄັ້ງ ຫຼັງຈາກທີ່ແຄລ ເອລິຊາເບດ ພາກເກີ ຈາກປະເທດອົດສະຕຣາລີ ໄດ້ຄວ້າມົງກຸດມິສແກຣນອິນເຕີເນຊັນແນລ 2015 ໃນວັນທີ 1 ເມສາ 2016 ແທນອາເນຍ ກາເຊຍ ຈາກສາທາລະນະລັດໂດມິນີກັນ ເຊິ່ງເປັນຜູ້​ທີ່​ໄດ້​ຮັບ​ຕໍາ​ແຫນ່ງ​ໃນ​ອະ​ດີດ​[5][6][2]

ຈາກຜູ້ເຂົ້າແຂ່ງຂັນປະມານ 80 ກວ່າປະເທດແລະດິນແດນ[7] ເຮັດໃຫ້ມິສແກຣນອິນເຕີເນຊັນແນລເປັນຫນຶ່ງໃນການປະກວດນາງງາມທີ່ຖືກຍອມຮັບຫຼາຍທີ່ສຸດໂດຍສະເພາະໃນອາເມລິກາລາຕິນແລະຕາເວັນອອກໄກ[8]

ມຸງກຸດ ແລະ ລາງວັນຂອງມິສແກຣນອິນເຕີເນຊັນແນລ

[ດັດແກ້]

ຕາມທຳນຽມຂອງການປະກວດນີ້ ມຸງກຸດຂອງຜູ້ດຳລົງຕຳແໜ່ງ ເຊິ່ງຮູ້ຈັກກັນໃນຊື່ Golden Crown (ມຸງກຸດທອງຄຳ) ມີກຳນົດທີ່ຈະປ່ຽນໃໝ່ໃນທຸກໆ 3 ປີ, ທຸກໆເວີຣ໌ຊັນຂອງ Golden Crown ເຮັດດ້ວຍທອງຄຳ ແລະ ທອງເຫຼືອງເພື່ອຄວາມແຂງແຮງຂອງໂຄງສ້າງ ໃນຂະນະທີ່ດ້ານນອກປະດັບດ້ວຍເພັດ ແລະ ມໍລະກົດ. ເວີຣ໌ຊັນທຳອິດອອກແບບໂດຍບໍລິສັດອອກແບບອັນຍະມະນີຂອງໄທ God Diamond ນຳໂດຍ ຊະວະລິດ ຊົມເມືອງ, ແລະ ຖືກໃຊ້ສຳລັບການປະກວດ 3 ຄັ້ງທຳອິດ. ມຸງກຸດທີ່ໃຊ້ໃນປີ 2016 – 2018 (ເວີຣ໌ຊັນທີ 2) ແລະ ປີ 2019 – 2024 (ເວີຣ໌ຊັນທີ 3 ແລະ 4) ອອກແບບໂດຍບໍລິສັດທີ່ບໍ່ໄດ້ເປີດເຜີຍຊື່ ແລະ ຈອດຈ໌ ວິດເທວສ໌ (George Wittels) ຕາມລຳດັບ. ຫຼັງຈາກສົ່ງມອບມຸງກຸດໃຫ້ຜູ້ສືບຕຳແໜ່ງແລ້ວ ຜູ້ດຳລົງຕຳແໜ່ງກ່ອນໜ້ານັ້ນຈະໄດ້ຮັບມຸງກຸດຕຽຣາຈຳລອງ ເຊິ່ງມັກຈະຜະລິດໂດຍນັກອອກແບບຄົນດຽວກັນກັບມຸງກຸດຈິງ.

ໃນປີ 2014 ອົງກອນໄດ້ມອບເງິນສົດ 40,000 ໂດລາສະຫະລັດ ໃຫ້ຜູ້ຊະນະສຳລັບການປະຕິບັດໜ້າທີ່ເປັນໂຄສົກຂອງອົງກອນໃນແຄມເປນເປັນເວລາ 1 ປີ, ເງິນລາງວັນໄດ້ເພີ່ມຂຶ້ນຈາກ 30,000 ໂດລາສະຫະລັດ ໃນປີ 2013; ເຖິງຢ່າງໃດກໍຕາມ ສື່ມວນຊົນຫວຽດນາມບາງແຫ່ງໄດ້ລາຍງານວ່າ ຫງວຽນ ທຸກ ທຸຍ ທຽນ ໄດ້ຮັບເງິນ 60,000 ໂດລາສະຫະລັດ ຈາກການຊະນະການປະກວດໃນປີ 2021. ໃນປີ 2023 ຜູ້ຊະນະ ລູເຊຍນາ ຟຸສເຕີຣ໌ ໄດ້ຮັບລາຍງານວ່າໄດ້ຮັບເງິນລາງວັນສົດລວມ 120,000 ໂດລາສະຫະລັດ ໂດຍແບ່ງຈ່າຍເປັນງວດປະຈຳເດືອນ ເດືອນລະ 10,000 ໂດລາສະຫະລັດ.

ນອກຈາກນີ້ ຜູ້ໄດ້ຮັບຕຳແໜ່ງຮອງຊະນະເລີດທັງ 4 ຄົນຂອງແຕ່ລະປີ ກໍໄດ້ຮັບເງິນລາງວັນສົດເຊັ່ນກັນ ໂດຍ ABS-CBN ໄດ້ລາຍງານວ່າ ຊາມານທາ ເບີຣ໌ນາດໂອ ຈາກຟິລິບປິນ ໄດ້ຮັບເງິນສົດ 6,000 ໂດລາສະຫະລັດ ຫຼັງຈາກໄດ້ຮັບຕຳແໜ່ງຮອງຊະນະເລີດອັນດັບ 1 ໃນການປະກວດ ມິສແກຣນອິນເຕີຣ໌ເນຊັນແນລ 2020 ຢູ່ ບາງກອກ, ໄທ, ວາຣ໌ຕິກາ ຊິງເກ໌ ຈາກອິນເດຍ ໄດ້ຮັບເງິນສົດ 4,000 ໂດລາສະຫະລັດ ສຳລັບການຄວ້າຕຳແໜ່ງຮອງຊະນະເລີດອັນດັບ 2 ໃນການປະກວດປີ 2015, ແລະ 3,000 ກັບ 2,000 ໂດລາສະຫະລັດ ສຳລັບຮອງຊະນະເລີດອັນດັບ 3 ແລະ ອັນດັບ 4 ຕາມລຳດັບ. ນອກຈາກຜູ້ເຂົ້າຮອບສຸດທ້າຍແລ້ວ ຜູ້ຊະນະເລີດລາງວັນພິເສດແຕ່ລະລາງວັນກໍໄດ້ຮັບເງິນລາງວັນປະມານ 1,000 – 3,000 ໂດລາສະຫະລັດ ຕາມຂໍ້ມູນການປະກວດປີ 2013 ຫາ 2015.

ແກເລີຣີມຸງກຸດມິສແກຣນອິນເຕີຣ໌ເນຊັນແນລ

ຜູ້ທີ່ໄດ້ຮັບຕຳແໜ່ງລ່າສຸດ

[ດັດແກ້]
ຄັ້ງທີ ປີ ຜູ້ຊະນະ ຮອງຊະນະເລີດ ສະຖານທີ່ ວັນທີ ຜູ້ເຂົ້າແຂ່ງຂັນ
ຮອງອັນດັບ 1 ຮອງອັນດັບ 2 ຮອງອັນດັບ 3 ຮອງອັນດັບ 4
1 2013 ເຍເນລິ ຊາປາໂຣ
 ປະເທດປວຍໂຕຣິໂກ
ແຊນເທວ ມາຣ໌ຕິເໜດ
 ສາທາລະນະລັດໂດມິນິກັນ
ເດນິຊາ ພາຊີເຊຍ
 ປະເທດສະໂລວາກີ
ແອນນາເລຍ ຟອບສ໌
 ປະເທດຟິລິບປິນ
ເຄນລີ້ ຫຼຸຍສ໌ ແມັກໄກວ
 ປະເທດອົດສະຕະຣາລີ
ນົນທະບຸລີ, ໄທ ພະຈິກ 19 71
2 2014 ລີ ກາເຊຍ
 ປະເທດກູບາ
ໄຮວັອດທ໌ ມາໂມ
(ຖືກຖອດຖອນຕຳແໜ່ງ)[9]
 ປະເທດເອທິໂອປີ
ແຄັດທ໌ລິນ ໂຄຮຸດ
 ປະເທດການາດາ
ຣີເນລ້າ ທອມສັນ
 ປະເທດອົດສະຕະຣາລີ
ໂມນິກ້າ ຄາສຕາໂນ້
 ປະເທດໂຄລັມເບຍ
ບາງກອກ, ໄທ ຕຸລາ 7 85
3 2015 ອາເນຍ ກາເຊຍ
(ຖືກຖອດຖອນຕຳແໜ່ງ)
 ສາທາລະນະລັດໂດມິນິກັນ
ແຄລ ເອລິຊາເບດ ພາກເກີ
(ເລື່ອນຕຳແໜ່ງ)
 ປະເທດອົດສະຕະຣາລີ
ວາທິກ້າ ຊິງ
 ປະເທດອິນເດຍ
ພາລູນ ຊ້າ
 ປະເທດຟິລິບປິນ
ລັດຕິກອນ ຂຸນໂສມ
 ປະເທດໄທ
ບາງກອກ, ໄທ ຕຸລາ 25 77
ແຄລ ເອລິຊາເບດ ພາກເກີ
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດອົດສະຕະຣາລີ
ເມສາ 1, 2016
4 2016 ອາຣິສກາ ປູຕຣີ ເປີຕີວີ
 ປະເທດອິນໂດເນເຊຍ
ນິໂຄ ຄໍໂດເວສ
 ປະເທດຟິລິບປິນ
ສຸພາພອນ ມະລິຊ້ອນ
 ປະເທດໄທ
ເມດິສັນ ແອນເດີສັນ
 ປະເທດປວຍໂຕຣິໂກ
ມິເຊວ ເລອອນ
 ສະຫະລັດອາເມລິກາ
ລາສເວກັສ, ສະຫະລັດອາເມລິກາ ຕຸລາ 25 74
5 2017 ມາເຣຍ ໂຮເຊ ໂລລາ
 ປະເທດເປຣູ
ຕູເລຍ ອາເລມັນ
 ປະເທດເວເນຊູເອລາ
ອິລິຊາເບດ ເຄຣນຊີ
 ປະເທດຟິລິບປິນ
ເບຣນດ້າ ຈິເມເນສ
 ປະເທດປວຍໂຕຣິໂກ
ນິໂຄລ້າ ອູລິໂລວ້າ
 ປະເທດເຊັກກີ
ຟູ​ກວກ, ຫວຽດນາມ ຕຸລາ 25 77
6 2018 ຄລາຣາ ໂຊຊາ
 ປະເທດປຣາກວາຍ
ມີນາກສີ ໂຊທາລີ
 ປະເທດອິນເດຍ
ນາເດຍ ພູໂວໂກ
 ປະເທດອິນໂດເນເຊຍ
ນິໂຄ ໂຄລອນ
 ປະເທດປວຍໂຕຣິໂກ
ຮະລຸນະ ໂອະດະ
 ປະເທດຍີ່ປຸ່ນ
ຢ່າງກຸ້ງ, ມຽນມາ ຕຸລາ 25 75
7 2019 ບາເລນຕິນາ ຟິເກຣາ
 ປະເທດເວເນຊູເອລາ
ມາຣີຍາ ມາໂລ
 ປະເທດເມັກຊິໂກ
ອາລະຍະ ສຸພະເລິກ
 ປະເທດໄທ
ຄາຣ໌ເມນ ເດຣຢ໌ຕັນ
 ປະເທດປານາມາ
ມາຣີໂຈຣີ ມາຣ໌ເຊລລີ
 ປະເທດບຣາຊິນ
ກາຣາກັສ, ເວເນຊຸເອລາ ຕຸລາ 25 60
8 2020 ອາເບນາ ອັປເປຍ
 ສະຫະລັດອາເມລິກາ
ຊາແມນຕາ ເບີນາໂດ
 ປະເທດຟິລິບປິນ
ອີບານາ ແບຕເຊເລີ
 ປະເທດກົວເຕມາລາ
ອໍລາ ຄາລິສມາ
 ປະເທດອິນໂດເນເຊຍ
ລາລາ ແກຈິສ
 ປະເທດບຣາຊິນ
ບາງກອກ, ໄທ ມີ​ນາ 27, 2021 63
9 2021 ຫງວຽນ ທຸກ ທຸຍ ຕຽນ
 ປະເທດຫວຽດນາມ
ອັນເດຣຍ ອາເກເລຣາ
 ປະເທດເອກວາດໍ
ລໍເຣນາ ໂຣດຣິເກສ
 ປະເທດບຣາຊິນ
ວີເວຍນີ ດິແອຊ ອາໂຣໂຍ
 ປະເທດປວຍໂຕຣິໂກ
ເຈຍນາ ວານ ດາມ
 ປະເທດແອຟຣິກາໃຕ້
ທັນວາ 24 59
10 2022 ອິຊາເບລາ ເມນິນ
 ປະເທດບຣາຊິນ
ອິງຟ້າ ວາຣາຫະ
 ປະເທດໄທ
ອັນດີນາ ຈູລີ
 ປະເທດອິນໂດເນເຊຍ
ລູຍເຊດ ມາເຕຣານ
 ປະເທດເວເນຊູເອລາ
ມາຣີອານາ ເບສໂຄວາ
 ປະເທດເຊັກກີ
ຈາກາຕາ, ອິນໂດເນເຊຍ ຕຸລາ 25 68
11 2023 ລູເຊຍນາ ຟຸສເຕ
 ປະເທດເປຣູ
ນີ ນີ ລິນ ເອນ
 ປະເທດມຽນມາ
ມາຣີອາ ອາເລຮັນດຣາ ໂລເປຊ
 ປະເທດໂຄລັມເບຍ
ສະເຕຟານີ ມິແຣນດາ
 ສະຫະລັດອາເມລິກາ
ເລ ຫວ່າງ ເຟືອງ
 ປະເທດຫວຽດນາມ
ນະຄອນໂຮ່ຈີມິນ, ຫວຽດນາມ ຕຸລາ 25 69
12 2024 ເຣເຊລ ຄຸບຕະ
(ຖືກຖອດຖອນຕຳແໜ່ງ)
 ປະເທດອິນເດຍ
ຊີເຈ ໂອເປຍຊາ
(ເລື່ອນຕຳແໜ່ງແທນ)
 ປະເທດຟິລິບປິນ
ແທັດ ຊູ ຍຽນ[10]
(ຖືກຖອດຖອນຕຳແໜ່ງ)
 ປະເທດມຽນມາ
ຊາຟີຕູ ຄາເບັງເກເລ[11]
(ສະຫຼະຕຳແໜ່ງ)
 ປະເທດຝຣັ່ງ
ທາລິຕາ ຮາຣ໌ດມັນ
(ເລື່ອນຕຳແໜ່ງ)
 ປະເທດບຣາຊິນ
ບາງກອກ, ໄທ ຕຸລາ 25 68
ຊີເຈ ໂອເປຍຊາ
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດຟິລິບປິນ
ທາລິຕາ ຮາຣ໌ດມັນ
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດບຣາຊິນ
ວິຣັນຍາ ເບີຣີ
(ເຂົ້າດຳລົງຕຳແໜ່ງແທນ)
 ສະຫະລາຊະອານາຈັກ
ຊູຊານາ ເມດີນາ
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດແອສະປາຍ
ມາເຣຍ ເຟລິກສ໌
(ເຂົ້າດຳລົງຕຳແໜ່ງແທນ)
 ສາທາລະນະລັດໂດມິນິກັນ
ມິຖຸນາ 3, 2025
13 2025 ເອັມມາ ທິກເລົາ
 ປະເທດຟິລິບປິນ
ສະຣັນຣັດ ເຜືອກພິພັດ
 ປະເທດໄທ
ອາອີຕານາ ຮິເມເນຊ
 ປະເທດແອສະປາຍ
ເຟດ ມາເຣຍ ພໍເຕີ
 ປະເທດການາ
ນາຣິມານ ບັດຕິກາ
 ປະເທດເວເນຊູເອລາ
ຕຸລາ 18 77
14 2026 Jihan Dimack
 ປະເທດຕັງຊານີ
Shyare Andrade
 ປະເທດເອກວາດໍ
Beau Megan Goos
 ປະເທດໂຮນລັງ
Ximena Carrillo
 ປະເທດກົວເຕມາລາ
Emoura Phạm
 ປະເທດຫວຽດນາມ
ຕຸລາ 10 77
ຮອງອັນດັບ 5[12]
ຄັ້ງທີ ປີ ຮອງຊະນະເລີດ ສະຖານທີ່ ວັນທີ ຜູ້ເຂົ້າແຂ່ງຂັນ
ຮອງອັນດັບ 5 ຮອງອັນດັບ 5 ຮອງອັນດັບ 5 ຮອງອັນດັບ 5 ຮອງອັນດັບ 5 ຮອງອັນດັບ 5
10 2022 ພິດ ໂວເທ ສຣາໂວດີ
(ຖືກຖອດຖອນຕຳແໜ່ງ)
 ປະເທດກຳປູເຈຍ
ພຣິສຊິລາ ລອນໂດໂຍ
 ປະເທດໂຄລັມເບຍ
ຢຸຟນາ ຣີນິຊຕາ ກູກູລ[12]
(ຖືກຖອດຖອນຕຳແໜ່ງ)
 ປະເທດມໍຣິເຊຍ
ອອກຊານາ ຣິເບຣາ
 ປະເທດປວຍໂຕຣິໂກ
ອີຣິສເລ ຮິເມເນຊ
 ປະເທດແອສະປາຍ
ບໍ່ມີຜູ້ໄດ້ຮັບຕຳແໜ່ງ ຈາກາຕາ, ອິນໂດເນເຊຍ ຕຸລາ 25 68
ໂຣເບີຕາ ຕາມອນໂດງ[12]
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດຟິລິບປິນ
ຕຸລາ 30
11 2023 ອູເຈເນຍ ດອສ ຊານໂຕສ ດາສ ເນເວສ
 ປະເທດອັງໂກລາ
ເອັສກາຣ໌ຊີ ມາຣ໌ເຕ
 ສາທາລະນະລັດໂດມິນິກັນ
ຣິຕັສຊະຍາ ເວລເກຣດ
 ປະເທດອິນໂດເນເຊຍ
ເມລິສຊາ ບອດເຕມາ
 ປະເທດໂຮນລັງ
ທະວີພອນ ພຣິ້ງຈຳຣັດ
 ປະເທດໄທ
ບໍ່ມີຜູ້ໄດ້ຮັບຕຳແໜ່ງ ນະຄອນໂຮ່ຈີມິນ, ຫວຽດນາມ ຕຸລາ 25 69
12 2024 ມາເຣຍ ເຟລິກສ໌
(ເລື່ອນຕຳແໜ່ງ)
 ສາທາລະນະລັດໂດມິນິກັນ
ຊູຊານາ ເມດີນາ
(ເລື່ອນຕຳແໜ່ງ)
 ປະເທດແອສະປາຍ
ໂນວາ ລີຢານາ
 ປະເທດອິນໂດເນເຊຍ
ວິຣັນຍາ ເບີຣີ
(ເລື່ອນຕຳແໜ່ງ)
 ສະຫະລາຊະອານາຈັກ
ອາຣ໌ເລັດ ຣູເຮລ
ທຸງຂອງປະເທດເປຣູ ເປຣູ
ບໍ່ມີຜູ້ໄດ້ຮັບຕຳແໜ່ງ ບາງກອກ, ໄທ ຕຸລາ 25 68
ມາຣີອາ ອັງເຮລິກາ ບາເລໂຣ
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດໂຄລັມເບຍ
ອາຣ໌ກິຊາ ອັລເບີດ
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດກູຣາເຊົາ
ມາລິຊາ ລິນ
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດມາເລເຊຍ
ຕຸລາ 17, 2025
13 2025 ລໍຣາ ຣາມອສ
 ປະເທດໂຄລັມເບຍ
ມາຣ໌ເກຕາ ມໍຣ໌ວິກໂຄວາ
 ປະເທດເຊັກກີ
ອານາ ໂຊເຟຍ ເລນເດິລ
 ປະເທດກົວເຕມາລາ
ມອນເຊີຣັດ ວິຍາລວາ
 ປະເທດເມັກຊິໂກ
ເບຍທຣິຊ ອາເລັກ ອັກຢູ
 ປະເທດຕັງຊານີ
ບໍ່ມີຜູ້ໄດ້ຮັບຕຳແໜ່ງ ຕຸລາ 18 77
14 2026 Marlène Kouassi
 ປະເທດກົດດີວົວ
Alyanni Gómez
 ປະເທດກູບາ
Pety Juárez
 ປະເທດເມັກຊິໂກ
Vicky Carbonell
 ປະເທດປວຍໂຕຣິໂກ
Patthama Jitsawat
 ປະເທດໄທ
Lady Di Mosquera
 ປະເທດເວເນຊູເອລາ
ຕຸລາ 10 77

ແກເລີຣີຜູ້ຊະນະ

[ດັດແກ້]

ຕົວແທນປະເທດລາວ

[ດັດແກ້]
ປີ ຜູ້ດຳລົງຕຳແໜ່ງ ແຂວງ ຕຳແໜ່ງ ຕຳແໜ່ງໃນການປະກວດ ລາງວັນພິເສດ ອ້າງອີງ
2025 ສິຣິໂສພາ ພິມມະໄກສອນ ຈຳປາສັກ ມີສແກຣນລາວ 2025 ເຂົ້າຮອບ 22 ຄົນສຸດທ້າຍ
1 ລາງວັນພິເສດ
    • 15 ຄົນສຸດທ້າຍ – ຄວາມສາມາດພິເສດ
2024 ສຸກສະຫວັນ ວົງຊົມພູ ຈຳປາສັກ ມີສແກຣນລາວ 2024 ບໍ່ຜ່ານເຂົ້າຮອບ
2023 ເພັດມະນີ ພິລາກອນ ນະຄອນຫຼວງວຽງຈັນ ມີສແກຣນລາວ 2023 ເຂົ້າຮອບ 20 ຄົນສຸດທ້າຍ
1 ລາງວັນພິເສດ
    • 18 ຄົນສຸດທ້າຍ – ສຽງດີເດັ່ນ
2022 ພຸດສະຫວັນ ວົງຄຳຊາວ ວຽງຈັນ ມີສແກຣນລາວ 2022 ບໍ່ຜ່ານເຂົ້າຮອບ
2 ລາງວັນພິເສດ
    • 10 ຄົນສຸດທ້າຍ – ມິສປ໊ອບປູລາໂຫວດ
    • 20 ຄົນສຸດທ້າຍ – ຊຸດປະຈຳຊາດດີເດັ່ນ
2021 ດາວມີໄຊ ພະຈັນສິດທິ ສະຫວັນນະເຂດ ມີສແກຣນລາວ 2021 ບໍ່ຜ່ານເຂົ້າຮອບ
2020 ພັດທະນາ ຄິດາພອນ ວຽງຈັນ ຮອງອັນດັບ 1 - ມີສແກຣນລາວ 2019 ບໍ່ຜ່ານເຂົ້າຮອບ
2019 ມະໄລລັກ ພະຈັນ ຈຳປາສັກ ມີສແກຣນລາວ 2019 ບໍ່ໄດ້ເຂົ້າຮ່ວມການປະກວດ
2018 ນົບພະລັດ ສີໄກພັກ ວຽງຈັນ ມີສແກຣນລາວ 2018 ບໍ່ຜ່ານເຂົ້າຮອບ
1 ລາງວັນພິເສດ
    • 12 ຄົນສຸດທ້າຍ – ຊຸດປະຈຳຊາດດີເດັ່ນ
2017 ຈິນນາລີ ນໍລະສິງ ວຽງຈັນ ມີສແກຣນລາວ 2017 ເຂົ້າຮອບ 20 ຄົນສຸດທ້າຍ
3 ລາງວັນພິເສດ
    • 3 ຄົນສຸດທ້າຍ – ໂຊວ໌ໂອເພນນິ່ງແດນສ໌
    • 10 ຄົນສຸດທ້າຍ – ຊຸດປະຈຳຊາດດີເດັ່ນ
    • 10 ຄົນສຸດທ້າຍ – ຊຸດລອຍນ້ຳດີເດັ່ຮ
2013 ຄຣິສຕີນ້າ ລາຊະສິມມາ ນະຄອນຫຼວງວຽງຈັນ ນາງສາວລາວ 2012 ບໍ່ໄດ້ເຂົ້າຮ່ວມການປະກວດ [13][14]

ເພີ່ມເຕີມ

[ດັດແກ້]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. 1 2 3 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  13. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  14. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ແຫຼ່ງຂໍ້ມູນອື່ນ

[ດັດແກ້]
Commons:Category
Commons:Category