ສັດທະອັກສອນສາກົນ
ຮູບຮ່າງການສະແດງຜົນ
(ປ່ຽນເສັ້ນທາງມາຈາກ IPA)
ສຳລັບຄວາມໝາຍອື່ນ ເບິ່ງທີ່ IPA (ແກ້ຄວາມຜິດປົກກະຕິ)
| ສັດທະອັກສອນສາກົນ | |
|---|---|
"IPA" in IPA ([aɪ pʰiː eɪ]) | |
| ຊະນິດ | ບາງສ່ວນເປັນລັກສະນະສະເພາະອັກສອນ |
| ພາສາເວົ້າ | ໃຊ້ເປັນສັກທະສາດ ແລະ ໜ່ວຍສຽງຂອງແຕ່ລະພາສາ |
| ຊ່ວງຍຸກ | ຕັ້ງແຕ່ປີ 1888 |
| ລະບົບແມ່ | |
| ISO 15924 | Latn |

ສັດທະອັກສອນສາກົນ (ອັງກິດ: International Phonetic Alphabet) ຫຼື ໄອພີເອ(IPA) ແມ່ນສັດທະອັກສອນຊຸດໜື່ງທີ່ພັດທະນາໂດຍສະມາຄົມສັດທະສາດສາກົນ ໂດຍໃຫ້ເປັນເຄື່ອງໝາຍມາດຕະຖານເພື່ອການແທນສຽງເວົ້າໃນທຸກພາສາ ນັກພາສາສາດໃຊ້ສັດທະອັກສອນສາກົນເພື່ອແທນໜ່ວຍສຽງຕ່າງໆ ທີ່ມະນຸດສາມາດອອກສຽງໄດ້ ໂດຍແທນແຕ່ລະໜ່ວຍສຽງດ້ວຍເຄື່ອງໝາຍສະເພາະທີ່ບໍ່ຄືກັນ ເຄື່ອງໝາຍທີ່ມາໃຊ້ ຫຼື ດັດແປງມາຈາກ ອັກສອນລາແຕັງ ບາງໂຕມາຈາກ ອັກສອນເກຣັກ ແລະ ບາງໂຕຄຶດຂຶ້ນໃໝ່ໂດຍບໍ່ຄືກັບພາສາໃດເລີຍ