ໝາກເຫັບ

ໝາກເຫັບ ແມ່ນກ້ອນນ້ຳກ້ອນທີ່ຕົກລົງມາຈາກທ້ອງຟ້າພ້ອມກັບພາຍຸຝົນຟ້າຄະນອງ[1] ມີຮູບຊົງກົມ ຫຼື ບໍ່ສະໝ່ຳສະເໝີກັນ ແລະ ມີຂະໜາດແຕກຕ່າງກັນ ຕັ້ງແຕ່ນ້ອຍຄືເມັດຖົ່ວ ໄປຈົນຮອດໃຫຍ່ຄືລູກກ໋ອຟ[2] ແຕ່ລະກ້ອນເອີ້ນວ່າໝາກເຫັບ ຫຼື ລູກເຫັບ. ໝາກເຫັບໂດຍທົ່ວໄປແມ່ນຈະຕົກໃນພື້ນທີ່ທີ່ມີສະພາບອາກາດໜາວ, ໃນຂະນະທີ່ການເຕີບໂຕຂອງລູກເຫັບຈະຖືກຂັດຂວາງຢ່າງຫຼວງຫຼາຍໃນຊ່ວງທີ່ອຸນຫະພູມຜິວດິນຕໍ່າ.
ໝາກເຫັບເກີດຂຶ້ນໃນເມກຝົນຟ້າຄະນອງຂະໜາດໃຫຍ່ ທີ່ເອີ້ນວ່າ "Cumulonimbus"[3] ເຊິ່ງສູງຫຼາຍຈົນເຖິງຊັ້ນທີ່ອຸນຫະພູມຕໍ່າກວ່າ 0°C ພາຍໃນເມກນີ້ ມີກະແສລົມທີ່ພັດຂຶ້ນດ້ານເທິງຢ່າງແຮງ ເຊິ່ງຈະດູດເອົາເມັດນ້ຳຂຶ້ນໄປສູງ ເມື່ອເມັດນ້ຳຖືກພັດຂຶ້ນໄປໃນຊັ້ນທີ່ໜາວຫຼາຍ ມັນຈະແຂງຕົວກາຍເປັນກ້ອນນ້ຳກ້ອນຂະໜາດນ້ອຍ ກ້ອນນ້ຳກ້ອນນ້ອຍນີ້ຈະຖືກພັດຂຶ້ນ-ລົງ ຊໍ້າແລ້ວຊໍ້າອີກ ແຕ່ລະຮອບທີ່ຜ່ານໄປ ນ້ຳກ້ອນໃໝ່ຈະຫຸ້ມສະສົມຢູ່ຂ້າງນອກ ເຮັດໃຫ້ໝາກເຫັບໃຫຍ່ຂຶ້ນເລື້ອຍໆ ຄືກັບການໂຕ້ຂອງຫົວຜັກທຽມ ເມື່ອໝາກເຫັບໜັກພໍ ທີ່ກະແສລົມພັດຂຶ້ນດ້ານເທິງບໍ່ສາມາດຍົກໄວ້ໄດ້ອີກຕໍ່ໄປ ມັນຈະຕົກລົງມາເຖິງພື້ນດິນ
ອ້າງອິງ
[ດັດແກ້]- ↑ "hail". nationalgeographic.org (ພາສາອັງກິດ). National Geographic Society. 21 January 2011. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 22 February 2021. ຄົ້ນຫາເມື່ອ 14 January 2021.
- ↑ "hailstone". Merriam-Webster. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 2013-01-16. ຄົ້ນຫາເມື່ອ 2013-01-23.
- ↑ "Hail". Glossary of Meteorology. American Meteorological Society. 2009. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2010-07-25. ຄົ້ນຫາເມື່ອ 2009-07-15.