ໜິວໄຫຼ
| ໜິວໄຫຼ | |
|---|---|
ໂປສເຕີຮູບເງົາ | |
| ຈີນດັ້ງເດີມ | 牛來 |
| ຈີນປະຍຸກ | 牛来 |
| Hanyu Pinyin | Niú Lái |
| ກຳກັບ | ຊິນ ຢວີເໝີງ |
| ຂຽນບົດ | ຊຸນ ລີ້ຟາງ |
| ອຳນວຍການສ້າງ | ຊິນ ຢວີເໝີງ ຊຸນ ລີ້ຟາງ |
| ນັກສະແດງນຳ | ຊິນ ຢວີເໝີງ ຊຸນ ລີ້ຟາງ |
| ກຳກັບພາບ | ຊິນ ຢວີເໝີງ |
| ຕັດຕໍ່ | ຊິນ ຢວີເໝີງ |
| ດົນຕີປະກອບ | ຊຸນ ລີ້ຟາງ |
| ແອນິເມຕີ | ຊິນ ຢວີເໝີງ |
| ບໍລິສັດຜູ້ສ້າງ | ສື່ຮູບເງົາ ແລະ ໂທລະພາບວັດທະນະທຳຕ້າຫຼຽນຈິ່ງ-ຢວຽນ |
| ຈຳໜ່າຍ/ເຜີຍແຜ່ | ທຽນຈິນຢາມາຊາກິຟິມ |
| ວັນສາຍ | 5 ສິງຫາ ຄ.ສ. 2026 |
| ຄວາມຍາວ | 86 ນາທີ |
| ປະເທດ | ຈີນ |
| ພາສາ | ຈີນກາງ |
| ລາຍໄດ້ | 51.63 ລ້ານຢວນ |
ໜິວໄຫຼ (ຈີນ: 牛来; ພິນອິນ: Niú Lái) ເປັນຮູບເງົາແອນິເມຊັນຈີນເມື່ອປີ ຄ.ສ 2026 ກຳກັບໂດຍ ຊິນ ຢວີເໝີງ ແລະ ຂຽນບົດໂດຍ ຊຸນ ລີ້ຟາງ. ຮູບເງົາຜະລິດໂດຍບໍລິສັດ ສື່ຮູບເງົາ ແລະ ໂທລະພາບວັດທະນະທຳຕ້າຫຼຽນຈິ່ງ-ຢວຽນ ຈຳກັດ ຊຶ່ງເດີມເປັນບໍລິສັດມັນທະນະສິລະປະ ແລະ ການຕົກແຕ່ງພາຍໃນ. ຮູບເງົາຈັດຈຳໜ່າຍໂດຍບໍລິສັດ ທຽນຈິນຢາມາຊາກິຟິມ ຈຳກັດ.
ແມ່ນວ່າລາຍໄດ້ຈາກການສາຍຮູບເງົາໃນໄລຍະທຳອິດ ຈະຍັງບໍ່ດີປານໃດ ໂດຍເຮັດລາຍໄດ້ບໍ່ເທົ່າໃດພັນຢວນ ແຕ່ຮູບເງົາພັດມີຊື່ສຽງຂຶ້ນມາກະທັນຫັນຈາກການເປັນແອນິເມຊັນຄຸນນະພາບຕໍ່າ ຄຳລໍ້ລຽນທີ່ຮູບເງົາໄດ້ຮັບພັດເຮັດໃຫ້ຮູບເງົາກາຍເປັນປາກົດການໄວຣັລໃນສື່ສັງຄົມຈີນ ສົ່ງຜົນເຮັດໃຫ້ຮູບເງົາກາຍເປັນຜົນງາກພິກຄວາມຄາດໝາຍທີ່ເຮັດລາຍໄດ້ຫຼາຍລ້ານຢວນໃນບັອກອັອຟຟິດ.
ການສ້າງ
[ດັດແກ້]ໜິວໄຫຼ ກຳກັບໂດຍ ຊິນ ຢວີເໝີງ (ຈີນ: 信雨萌) ແລະ ຂຽນບົດໂດຍ ຊຸນ ລີ້ຟາງ (ຈີນ: 孙丽芳) ເປັນກຸ່ມຜູ້ສ້າງສອງແມ່ລູກ ທັງສອງເປັນສະມາຊິກກຸ່ມ ແລະ ຜູ້ພາກສຽງພຽງສອງຄົນໃນການເຮັດແອນິເມຊັນ[1][2] ໜິວໄຫຼ ເປັນຮູບເງົາເລື່ອງທຳອິດທີ່ຊິນ ຢວີເໝີງ ຮ່ວມສ້າງ ແລະ ຊຸນ ລີ້ຟາງຮຽນຮູ້ການຂຽນບົດດ້ວຍຕົນເອງ.[3] ທັງສອງໃຊ້ເວລາປະມານ 3 ຫາ 4 ເດືອນໃນການພັດທະນາຕົວລະຄອນ.[4]ຊຸນ ລີ້ຟາງຂຽນດົນຕີປະກອບ ແລະ ຮ້ອງເພງປະກອບຮູບເງົາ.[5][4]
ຊິນ ຢວີເໝີງ ເປັນຜູ້ແທນທາງກົດໝາຍຂອງບໍລິສັດ ສື່ຮູບເງົາ ແລະ ໂທລະພາບວັດທະນະທຳຕ້າຫຼຽນຈິ່ງ-ຢວຽນ ຈຳກັດ (大连璟园文化影视传媒有限公司 ຕ້າຫຼຽນຈິ່ຝ-ຢວຽນເຫວີນຮວາຫຍິງຊືສວານເໝີຍໂຢວຊຽນກົງຊື) ສ່ວນຊຸນ ລີ້ຟາງເປັນເຈົ້າໜ້າທີ່ການເງິນຂອງບໍລິສັດດຽວກັນ.[2][6] ບໍລິສັດນີ້ກໍ່ຕັ້ງໃນປີ ຄ.ສ. 2016 ໃນຊື່ບໍລິສັດ ວິສະວະກຳຕົກແຕ່ງຕ້າຫຼຽນຈິ່ງ-ຢວຽນ ຈຳກັດ (大连璟园装饰工程有限公司 ຕ້າຫຼຽນຈິ່ງ-ຢວຽນຈວາງຊືກົງເສີງໂຢ້ວຊຽນກົງຊື) ມຸ່ງເນັ້ນໃນດ້ານການມັນທະນະສິລະປະ ແລະ ການຕົກແຕ່ງພາຍໃນກ່ອນຈະປ່ຽນການຈົດທະບຽນທຸລະກິດເປັນບໍລິສັດຜະລິດສື່ໃນເດືອນກໍລະກົດປີ ຄ.ສ. 2021.[7]
ຊິນ ຢວີເໝີງ ເລີ່ມຄວາມຄິດການສ້າງຮູບເງົາ ໜິວໄຫຼ ເມື່ອປີ ຄ.ສ 2021 ແລະ ເລືອກທີ່ຈະໃຫ້ຮູບເງົາມີເນື້ອເລື່ອງກ່ຽວກັບງົວ ເນື່ອງຈາກພໍ່ຂອງ ຊິນ ຢວີເໝີງ ເກີດໃນປີສະລູ ແລະ ປີ 2021 ກໍເປັນປີສະລູເຊັ່ນກັນ.[4] ການຜະລິດຮູບເງົາໃຊ້ເວລາ 5 ປີ[8] ແລະ ມີທຶນສ້າງບໍ່ເທົ່າໃດພັນຢວນ[9] ຊິນ ຢວີເໝີງ ແລະ ຊຸນ ລີ້ຟາງຊື້ຮາດແວມືສອງທາງອອນລາຍ ເນື່ອງຈາກຮາດແວໃໝ່ມີລາຄາແພງເກີນໄປ[4][3] ສະເກັດອັບຊຶ່ງເປັນໂປຣແກຣມສ້າງແບບຈຳລອງທາງສະຖາປັດຕະຍະກຳ ຖືກນຳມາໃຊ້ໃນການສ້າງແອນິເມຊັນແທນທີ່ຈະໃຊ້ຊອບແວແອນິເມຊັນສະເພາະທາງ.[10]
ການສາຍ
[ດັດແກ້]ສຳນັກບໍລິຫານຮູບເງົາແຫ່ງປະເທດຈີນອອກໃບອະນຸຍາດສາຍຮູບເງົາສາທາລະນະສຳລັບຮູບເງົາ ໜິວໄຫຼ ເມື່ອວັນທີ 25 ສິງຫາ ຄ.ສ. 2569[11] ບໍ່ມີການລົນນະລົງປະຊາສຳພັນໃດໆສຳລັບຮູບເງົາ ໜິວໄຫຼ ລວມເຖິງບໍ່ມີຮູບເງົາຕົວຢ່າງ ຫຼື ການຖະແຫຼງຂ່າວໃດໆໂຄສະນາດຽວຂອງຮູບເງົາມີພຽງໂປສເຕີຮູບເງົາໜຶ່ງແຜ່ນໃຊ້ພາບແຕ້ມມຶກແບບດັ້ງເດີມ[12] ພະນັກງານໂຮງຮູບເງົາບໍ່ມີໂປສເຕີປະຊາສຳພັນຕາມຄວນ ແລະ ພະນັກງານບາງຄົນຕ້ອງແຕ້ມໃບໂປສເຕີຮູບເງົາດ້ວຍຕົນເອງ.[13]
ບໍລິສັດ ທຽນຈິນຢາມາຊາກິຟິມ ຈຳກັດ[14] ຊຶ່ງເປັນຜູ້ຈັດຈຳໜ່າຍຮູບເງົາ ໄດ້ຮັບຄຳແນະນຳບໍ່ໃຫ້ປ່ອຍສາຍຮູບເງົາ ໜິວໄຫຼ ເນື່ອງຈາກມີຄຸນນະພາບຕໍ່າ ແຕ່ບໍລິສັດເລືອກທີ່ຈະປ່ອຍສາຍເນື່ອງຈາກບໍລິສັດບໍລິຫານໂດຍໝູ່ຂອງ ຊິນ ຢວີເໝີງ.[15] ຮູບເງົາອອກສາຍໃນໂຮງຮູບເງົາ 245 ແຫ່ງ[6] ໃນວັນທີ 5 ສິງຫາ ຄ.ສ 2026[16] ກ່ອນຈະຫຼຸດເຫຼືອພຽງ 4 ແຫ່ງໃນວັນທີ 14 ສິງຫາ[6] ຈຳນວນຮອບສາຍຕໍ່ມື້ເພີ່ມຂຶ້ນຈາກ 21 ຮອບໃນວັນທີ 14 ສິງຫາ ເປັນ 359 ຮອບໃນວັນທີ 15 ສິງຫາ.[11]
ຜົນຕອບຮັບ
[ດັດແກ້]ບັອກອັອຟຟິດ
[ດັດແກ້]ໜິວໄຫຼ ເຮັດລາຍໄດ້ 7,169 ຢວນ (ແມ່ແບບ:To USD/data/2021 ໂດລາສະຫະລັດ) ຈາກຜູ້ຊົມ 236 ຄົນໃນໄລຍະ 9 ມື້ທຳອິດການສາຍ[12] ແຕ່ຫຼັງຈາກຮູບເງົາຖືກລໍ້ລຽນຢ່າງໜັກໃນສື່ສັງຄົມ ຮູບເງົາກໍເຮັດລາຍໄດ້ຫຼາຍກວ່າ 100,000 ຢວນ ຈາກການຈຳໜ່າຍບັດຊົມຮູບເງົາລ່ວງໜ້າ ລວມເຖິງ 46,000 ຢວນ ເມື່ອວັນທີ 15 ສິງຫາ[1][16] ສົ່ງຜົນເຮັດໃຫ້ຮູບເງົາເຮັດລາຍໄດ້ກະທັນຫັນຫຼາຍລ້ານຢວນໃນບັອກອັອຟຟິດໃນມື້ຖັດມາ[5][17] ຮູບເງົາເຮັດລາຍໄດ້ລວມ 51.63 ລ້ານຢວນ (ແມ່ແບບ:To USD/data/2,021 ໂດລາສະຫະລັດ) ໃນບັອກອັອຟຟິດ.[18] ຮູບເງົາຕິດອັນດັບຮູບເງົາແອນິເມຊັນໃນປະເທດຈີນທີ່ເຮັດລາຍໄດ້ສູງສຸດ 10 ອັນດັບທຳອິດໃນປີ 2026[8] ແລະ ເປັນໜຶ່ງໃນຮູບເງົາທີ່ໄດ້ຜົນຕອບແທນຈາກການລົງທຶນສູງທີ່ສຸດ[9][19] ບໍລິສັດ ສື່ວັດທະນະທຳ ທຽນຈິນເມົາຢຽນເວີຍຢິງ ຈຳກັດ (天津猫眼微影文化传媒有限公司 ທຽນຈິນເມົາຢຽນເວີຍຢິງເຫວິນຮວາສວານເໝີຍໂຢ້ວຊຽນກົງຊື) ຊຶ່ງເປັນບໍລິສັດຈຳໜ່າຍບັດຊົມຮູບເງົາ ປະມານການວ່າຮູບເງົາ ໜິວໄຫຼ ຈະເຮັດເງິນໄດ້ 133–135 ລ້ານຢວນ.[14]
ຄຳວິຈານ
[ດັດແກ້]ເອຟທີວີນິວຕັ້ງຂໍ້ສັງເກດວ່າຜູ້ຊົມຈຳນວນຫຼາຍພົບຄວາມແຕກຕ່າງກັນຢ່າງຮຸນແຮງລະຫວ່າງພາບແຕ້ມມຶກທີ່ໃຊ້ໃນໂປສເຕີຮູບເງົາກັບພາບທີ່ສ້າງໂດຍຄອມພິວເຕີຄຸນນະພາບຕໍ່າທີ່ໃຊ້ໃນຮູບເງົາ[12]
ໜິວໄຫຼ ໄດ້ຮັບການລະບຸວ່າເປັນຮູບເງົາເກີນວິໄສ[20][21] ບີບີຊີຕັ້ງຂໍ້ສັງເກດວ່າຜູ້ໃຊ້ສື່ສັງຄົມມັກແອນິເມຊັນຄຸນນະພາບຕໍ່າສ້າງໂດຍມະນຸດຫຼາຍກວ່າສິລະປະປັນຍາປະດິດ.[13] ໂຈວ ເຊີງວາຍ (周圣崴) ຜູ້ກຳກັບສິລະປະແອນິເມຊັນປຽບທຽບຄວາມນິຍົມຂອງ ໜິວໄຫຼ ກັບຮູບເງົາ ເດິຣັອກກີເຮີເຣີພິກເຈີໂຊ (ຄ.ສ. 1975) ແລະ ເດິ ຣູມ (ຄ.ສ. 2003)[22] ໄຣອັນ ຣາ (Ryan Ra) ນັກວິຈານຮູບເງົາຂຽນວ່າການອອກແບບຕົວລະຄອນ ແລະ ແອນິເມຊັນທີ່ບໍ່ເປັນໄປຕາມແບບແຜນເອີ້ນສຽງມ່ວນຫົວຈາກຜູ້ຊົມ[23]
ລີລີ ກົວ (Lily Kuo) ຂຽນໃນໜັງສືພິມເດິນິວຢອກທາມ ວ່າເນື້ອເລື່ອງຂອງຮູບເງົານັ້ນຊວນສັບສົນມຶນງົງ ແລະ ແອນິເມຊັນກໍທຽບໄດ້ກັບງານນຳສະເໜີຈາກໂປຣແກຣມໄມໂຄຣຊອບ ພາວເວີພອຍ[24] ເອັດ ພາວເວີ (Ed Power) ຂຽນໃນໜັງສືພິມ ເດີເດລີເທລິກຣາຟ ປຽບທຽບແອນິເມຊັນຂອງຮູບເງົາ ໜິວໄຫຼ ກັບມິວສິກວິດີໂອຂອງເພງ "ມັນນີຟໍນັອດທິງ" (Money for Nothing) ໂດຍວົງດຣາຍສະເຕຣດສ໌[10] ເຢັນນີ ຊຶນຄາ (Jenni Zylka) ນັກວິຈານຮູບເງົາວິຈານວ່າບົດສົນທະນາໃນຮູບເງົາລົມໄປເລື້ອຍ ສຽງພາກບໍ່ກົງກັບການເໜັງປາກຂອງຕົວລະຄອນ ແລະ ປຽບທຽບຕົວແບບຂອງງົວກັບ ເທເລທັບບີ້ສ໌[25]
ໜັງສືພິມ ຊິນຈິງເປົ້າ (新京报) ວິຈານ ໜິວໄຫຼ ວ່າຫຼຸດລະດັບຄວາມຄາດຫວັງຕໍ່ຮູບເງົາທີ່ສ້າງອອກມາບໍ່ດີ ແລະ ຮຽກຮ້ອງໃຫ້ໂຮງຮູບເງົາຢຸດການສາຍຮູບເງົາເລື່ອງນີ້[13] ຊຸຍ ຈິ່ງຊວຽນ (崔景宣) ຜູ້ກຳກັບຂອງຮູບເງົາເລື່ອງ ສວຽນເສີງຈຸຍຈວີ (全城追缉; ຄ.ສ. 2026) ກ່າວວ່າ ໜິວໄຫຼ ນັ້ນ "ຈີກຜ້າປິດຂອງລັບຜືນສຸດທ້າຍຂອງວົງການຮູບເງົາຈີນໄປແລ້ວ"[25]
ອ້າງອີງ
[ດັດແກ້]- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 3 4 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 3 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ໜິວໄຫຼ ທີ່ໂຕ້ວປານ (ໃນພາສາChinese)
- ໜິວໄຫຼ ທີ່ອິນເຕີເນັດມູວີເດຕາເບສ
- Articles containing Chinese-language text
- ບົດຄວາມທີ່ມີຂໍ້ຄວາມພາສາຈີນ
- Pages with script errors
- Pages with non-numeric formatnum arguments
- ບົດຄວາມທີ່ມີແຫຼ່ງທີ່ມາພາສາChinese (zh)
- IMDb ID ຄືກັບໃນວິກິດາຕ້າ
- ຮູບເງົາຈີນທີ່ອອກສາຍໃນປີ ຄ.ສ. 2026
- ຮູບເງົາເປີດຕົວຜູ້ກຳກັບໃນປີ ຄ.ສ. 2026
- ຮູບເງົາຄອມພິວເຕີແອນິເມຊັນຈີນ
- ຮູບເງົານອກກະແສ
- ຮູບເງົາພາສາຈີນກາງ
- ຮູບເງົາກ່ຽວກັບຄວາມຝັນ
- ອິນເຕີເນັດມີມໃນປີ ຄ.ສ. 2026
- ຮູບເງົາແອນິເມຊັນກ່ຽວກັບງົວ
- ຮູບເງົາແອນິເມຊັນກ່ຽວກັບສັດເວົ້າໄດ້
- ຮູບເງົາທີ່ອອກສາຍໃນປີ ຄ.ສ. 2026