Jump to content

ໄອວ໌

ຈາກ ວິກິພີເດຍ
ໄອວ໌
ແມ່ແບບ:Minx200px
ໄອວ໌ ໃນປີ 2022
ຂໍ້ມູນພູມຫຼັງ
ຕົ້ນກຳເນີດໂຊລ, ເກົາຫຼີໃຕ້
ປະເພດເຄປັອບ, ແດນຊ໌-ປັອບ
ປີປະຕິບັດວຽກ2021 – ປະຈຸບັນ
ຄ່າຍStarship Entertainment
ເວັບໄຊive-official.com
ສະມາຊິກຢູຈິນ
ກາອຶລ
ເຣ
ວອນຢອງ
ລິຊ
ລີຊໍ

ໄອວ໌ (ເກົາຫຼີ: 아이브; ອັງກິດ: IVE) ແມ່ນກຸ່ມນັກຮ້ອງຍິງຈາກປະເທດເກົາຫຼີໃຕ້ ສັງກັດຄ້າຍ Starship Entertainment. ກຸ່ມປະກອບດ້ວຍສະມາຊິກ 6 ຄົນຄື ຊື່ວົງ "IVE" ຫຍໍ້ມາຈາກ "I HAVE" ເຊິ່ງສື່ເຖິງຄວາມໝັ້ນໃຈໃນການສະແດງສິ່ງທີ່ພວກເຂົາມີໃຫ້ຜູ້ຊົມເຫັນຢ່າງສົມບູນແບບ.

ປະຫວັດ

[ດັດແກ້]

ກ່ອນເປີດໂຕ ແລະ ການເຂົ້າສູ່ວົງການ

[ດັດແກ້]

ກ່ອນການເປີດໂຕຢ່າງເປັນທາງການ, ສະມາຊິກສອງຄົນຄື ຢູຈິນ ແລະ ວອນຢອງ ເຄີຍເຂົ້າຮ່ວມການແຂ່ງຂັນໃນລາຍການ Produce 48 ໃນປີ 2018 ແລະ ໄດ້ເປີດໂຕເປັນສະມາຊິກຂອງວົງ IZ*ONE ເຊິ່ງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈົນໝົດສັນຍາໃນປີ 2021. ສະມາຊິກຄົນອື່ນໆ ໄດ້ຜ່ານການຄັດເລືອກແລະຝຶກຊ້ອມພາຍໃຕ້ລະບົບຂອງ Starship Entertainment.

2021–2022: ການເປີດໂຕດ້ວຍ "Eleven" ແລະ ຄວາມສຳເລັດຂອງ "Love Dive"

[ດັດແກ້]

ໄອວ໌ ເປີດໂຕໃນວັນທີ 1 ທັນວາ 2021 ດ້ວຍຊິງເກິລອັນລະບັ້ມ Eleven. ເພງນີ້ໄດ້ຮັບກະແສຕອບຮັບທີ່ດີເກີນຄາດ ແລະ ສາມາດຄວ້າລາງວັນໃນລາຍການເພງໄດ້ໄວທີ່ສຸດ.[1] ໃນເດືອນເມສາ 2022, ວົງໄດ້ປ່ອຍເພງ "Love Dive" ເຊິ່ງກາຍເປັນເພງຮິດລະດັບປະກົດການ ສາມາດກວາດລາງວັນ "ເພງແຫ່ງປີ" (Song of the Year) ຈາກງານລາງວັນໃຫຍ່ເຊັ່ນ MAMA Awards ແລະ Melon Music Awards.

2023–ປະຈຸບັນ: ອັນລະບັ້ມເຕັມຊຸດທຳອິດ

[ດັດແກ້]

ໃນປີ 2023, ໄອວ໌ ໄດ້ປ່ອຍອັນລະບັ້ມເຕັມຊຸດທຳອິດ I've IVE ໂດຍມີເພງ "I Am" ແລະ "Kitsch" ທີ່ຂຶ້ນອັນດັບ 1 ໃນຊາດເພງເກົາຫຼີທຸກຊາດ (Perfect All-Kill).[2]

ສະມາຊິກ

[ດັດແກ້]
ຊື່ໃນວົງການຊື່ຈິງວັນເດືອນປີເກີດສັນຊາດການສຶກສາ/ໝາຍເຫດ
ຢູຈິນ (Yujin)ອັນ ຢູຈິນ1 ກັນຍາ 2003ເກົາຫຼີໃຕ້ ເກົາຫຼີຈົບຈາກໂຮງຮຽນສິລະປະການແດງໂຊລ (SOPA)
ອະດີດສະມາຊິກ IZ*ONE
ກາອຶລ (Gaeul)ຄິມ ກາອຶລ24 ກັນຍາ 2002ເກົາຫຼີໃຕ້ ເກົາຫຼີມະຫາວິທະຍາໄລດົງດຸກ (ກຳລັງສຶກສາ)
ເຣ (Rei)ນາໂອິ ເຣ3 ກຸມພາ 2004ຍີ່ປຸ່ນ ຍີ່ປຸ່ນຈົບຈາກໂຮງຮຽນສິລະປະການແດງໂຊລ (SOPA)
ວອນຢອງ (Wonyoung)ຈາງ ວອນຢອງ31 ສິງຫາ 2004ເກົາຫຼີໃຕ້ ເກົາຫຼີຈົບຈາກໂຮງຮຽນສິລະປະການແດງໂຊລ (SOPA)
ອະດີດສະມາຊິກ IZ*ONE
ລິຊ (Liz)ຄິມ ຈີວອນ21 ພະຈິກ 2004ເກົາຫຼີໃຕ້ ເກົາຫຼີຈົບຈາກໂຮງຮຽນມັດທະຍົມຊອງດັມ
ລີຊໍ (Leeseo)ລີ ຮຍອນຊໍ21 ກຸມພາ 2007ເກົາຫຼີໃຕ້ ເກົາຫຼີໂຮງຮຽນສິລະປະຮັນລິມ (ກຳລັງສຶກສາ)

ຜົນງານເພງ

[ດັດແກ້]

ອັນລະບັ້ມເຕັມ

[ດັດແກ້]
ອັນລະບັ້ມເຕັມ
ຊື່ອັນລະບັ້ມ ປີອອກຈຳໜ່າຍ
I've IVE 2023

ອີພີ

[ດັດແກ້]
ອີພີ (EP)
ຊື່ອັນລະບັ້ມ ປີອອກຈຳໜ່າຍ
I've Mine 2023
Ive Switch 2024

ອ້າງອິງ

[ດັດແກ້]
  1. "IVE Takes 1st-Ever Win On "Show Champion" With "ELEVEN"". Soompi. 2021-12-08. ຄົ້ນຫາເມື່ອ 2024-01-20.[dead link]
  2. "IVE drop tracklist for first full-length album 'I've IVE'". NME. ຄົ້ນຫາເມື່ອ 2024-01-20.

ແຫຼ່ງຂໍ້ມູນອື່ນ

[ດັດແກ້]