ໄນກີ້ (ບໍລິສັດ)
ໂລໂກ້ສະວູດຖືກໃຊ້ຕັ້ງແຕ່ປີ 1995 | |
ສຳນັກງານໃຫຍ່ຕັ້ງຢູ່ ບີເວີຕັນ, ລັດອໍຣິກອນ, ສະຫະລັດອາເມຣິກາ | |
| ປະເພດ | ມະຫາຊົນ (NYSE: NKE) |
|---|---|
| ISIN | US6541061031 |
| ອຸດສາຫະກຳ | ເສື້ອຜ້າ, ເຄື່ອງປະດັບ, ອຸປະກອນກິລາ |
| ກໍ່ຕັ້ງ | 25 ມັງກອນ 1964 |
| ຜູ້ກໍ່ຕັ້ງ | ບິລ ໂບເວີແມນ ຟິລ ໄນທ໌ |
| ສຳນັກງານໃຫຍ່ | ເທສະມົນທົນວໍຊິງຕັນ, ລັດອໍຣິກອນ, ສະຫະລັດອາເມຣິກາ |
ພື້ນທີໃຫ້ບໍລິການ | ທົ່ວໂລກ |
ບຸກຄະລາກອນຫຼັກ | ຟິລ ໄນທ໌ (ປະທານກິດຕິຄຸນ) ມາກ ພາເກີ (ປະທານ, CEO) |
| ຜະລິດຕະພັນ | ເສື້ອຜ້າ ແລະ ເກີບກິລາ ອຸປະກອນກິລາ |
| ລາຍໄດ້ | |
ລາຍໄດ້ຈາກການດຳເນີນງານ | |
ລາຍໄດ້ສຸດທິ | |
| ສິນຊັບ | |
| ສ່ວນຂອງຜູ້ຖືຮຸ້ນ | |
ພະນັກງານ | 77,800 ຄົນ (2025) |
| ເວັບໄຊ | nike |
| ໝາຍເຫດ / ອ້າງອີງ [1] | |
ໄນກີ້ (ອັງກິດ: Nike) ເປັນບໍລິສັດຜະລິດເຄື່ອງກິລາ ຢ່າງເກີບ, ອຸປະກອນກິລາ, ເສື້ອຜ້າເຄື່ອງແຕ່ງກາຍ. ມີບໍລິສັດແມ່ຢູ່ທີ່ສະຫະລັດອາເມຣິກາ ກໍ່ຕັ້ງໂດຍ ບິລ ໂບເວີແມນ ແລະ ຟິລ ໄນທ໌.
ປະຫວັດ
[ດັດແກ້]ໃນປີ 1948 ບິລ ໂບເວີແມນ ເຊິ່ງເປັນໂຄດໃຫ້ກັບມະຫາວິທະຍາໄລອໍຣິກອນ ມີຜົນງານຢ່າງໃນການແຂ່ງຂັນ NCAA outdoor championships ໃນປີ 1962, 1964, 1965 ແລະ 1970 ລາວຍັງເຮັດໃຫ້ທີມຊາດອາເມຣິກາສາມາດພິຊິດເຖິງ 6 ຫຼຽນທອງ ໃນໂອລິກປິກ ແລະ ຟິລ ໄນທ໌ ໄດ້ຮູ້ຈັກກັບ ໂບເວີແມນ ໃນຂະນະທີ່ເຂົາເປັນນັກແລ່ນໃຫ້ກັບມະຫາວິທະຍາໄລອໍຣິກອນ ຊຶ່ງທັງຄູ່ຕ້ອງການເກີບຄຸນນະພາບດີທີ່ມີຄວາມເບົາ ແລະ ທົນທານ ສຳລັບການແຂ່ງຂັນ. ຈົນໃນປີ 1962 ໄນທ໌ໄດ້ເຮັດການຄົ້ນຄວ້າຂໍ້ມູນ ແລະ ພົບວ່າກິລາຈາກປະເທດຍີ່ປຸ່ນມີຄຸນນະພາບດີ ແລະ ມີລາຄາຖືກກວ່າສິນຄ້າກິລາຈາກປະເທດເຢຍລະມັນຊຶ່ງເປັນຜູ້ນຳຕະຫຼາດໃນອາເມຣິກາຢູ່ຂະນະນັ້ນ ແລະ ຫຼັງຈາກທີ່ໄນທ໌ຮຽນຈົບດ້ານ MBA ຈຶ່ງໄດ້ອອກເດີນທາງໄປທົ່ວໂລກ ແລະ ໄປທີ່ປະເທດຍີ່ປຸ່ນຊຶ່ງລາວໄດ້ມີໂອກາດພົບກັບ Onitsuka Tiger Company ໂຮງງານຜະລິດເກີບກິລາຂອງຍີ່ປຸ່ນ ແລະ ຊັກຊວນໃຫ້ Tiger ຂະຫຍາຍຕະຫຼາດເຂົ້າມາໃນອາເມຣິກາ.
ໄນທ໌ໃສ່ຊື່ສິນຄ້າວ່າ “Blue Ribbon Sports” ຫຼື BRS ຊຶ່ງເປັນຊື່ເກົ່າຂອງໄນກີ້ ແລະ ໄດ້ກໍ່ຕັ້ງບໍລິສັດຮ່ວມກັບໂບເວີແມນທີ່ຊື່ BRS Inc. ຂຶ້ນ ໂດຍ ໄນທ໌ ມີໜ້າທີ່ດູແລຮັບຜິດຊອບທາງດ້ານການເງິນ ແລະ ການຕະຫຼາດ ສ່ວນໂບເວີແມນ ດູແລທາງດ້ານການພັດທະນາອອກແບບເກີບກິລາ.
ຕໍ່ມາໃນປີ 1970 ໂບເວີແມນທົດລອງເຮັດພື້ນເກີບຢາງຈາກເຄື່ອງອົບເຂົ້າໜົມວາບເຟີນ (Waffle) ຂອງພັນລະນາລາວ ຊຶ່ງນຳໄປສູ່ການປ່ຽນແປງສຳລັບເກີບກິລາ ທີ່ພື້ນເກີບເປັນແບບທີ່ເຫັນໃນທຸກມື້ນີ້. ຖັດມາໃນປີ 1971 ໂບເວີແມນ ຈັດຕັ້ງບໍລິສັດຂຶ້ນໃໝ່ທີ່ມີຊື່ວ່າ Nike Inc. ໃນປີຖັດມາ BRS Inc. ແລະ Onitsuka Tiger ໄດ້ແຍກບໍລິສັດອອກຈາກກັນອັນເນື່ອງມາຈາກຄວາມຂັດແຍ້ງກັນທາງທຸລະກິດ, ໃນປີນີ້ເອງໄດ້ອອກແບຣນໄນກີ້ເພື່ອເຈາະກຸ່ມນັກກິລາກີທາໃນໂອລິມປິກ. ຕໍ່ມາໃນປີ 1981 BRS Inc. ແລະ Nike Inc. ໄດ້ລວມບໍລິສັດເຂົ້າດ້ວຍກັນ.
ໃນປີ 1984 ໄມເຄິນ ຈໍແດນ ນັກບານບ້ວງຊື່ດັງໄດ້ມາຮ່ວມວຽກກັບໄນກີ້ ຊຶ່ງເຮັດໃຫ້ແບຣນປະສົບຄວາມສຳເລັດທາງດ້ານການຕະຫຼາດ ໂດຍມີຜະລິດຕະພັນ ທີ່ໃຊ້ຊື່ແບຣນເປັນຊື່ "Jordan" ແລະ ໃນປີ 1997 ສິນຄ້າປະເພດເສື້ອຜ້າເຄື່ອງແຕ່ງກາຍຂອງ “M.J.” ແຕກລາຍອອກໄປດ້ວຍໃຊ້ຊື່ "12-Star products" (ໃນປີນັ້ນໄມເຄິນ ຈໍແດນໄດ້ຮັບເປັນຜູ້ຫຼິ້ນ All-Star Game ເຖິງ 12 ຄັ້ງ) ແລະ ໄນກີ້ ຍັງປະສົບຄວາມສຳເລັດກັບແຄມເປນ ໂຄສະນາຊຸດ “Just Do It” ອີກດ້ວຍ.
ປັດຈຸບັນ Nike Inc. ມີພະນັກງານ 77,800 ຄົນທົ່ວໂລກ ມີສຳນັກງານໃຫຍ່ຢູ່ 2 ແຫ່ງ ແມ່ນທີ່ເມືອງອໍຣິກອນ, ປະເທດສະຫະລັດອາເມຣິກາ ແລະ ປະເທດໂຮນລັງ ກິລາສຳຄັນທີ່ໄນກີ້ໄດ້ໃຫ້ການສະໜັບສະໜູນແມ່ນ ບານບ້ວງ, ບານສົ່ງ ອາເມຣິກາບານເຕະ, ເທັນນິດ, ບານເຕະ ແລະ ອື່ນໆ.[2]
ແຄມເປນ ໂຄສະນາ
[ດັດແກ້]ໄນກີ້ເລີ່ມເຮັດໂຄສະນາທາງສື່ໂທລະພາບເປັນຄັ້ງທຳອີດໃນເດືອນຕຸລາປີ ຄ.ສ 1982 ສຳລັບການອອກອາກາດໃນການຖ່າຍທອດສົດການແຂ່ງຂັນນິວຢອກມາຣາທອນ ສ້າງໂດຍບໍລິສັດ Wieden+Kennedy ໂດຍຄຳຂວັນທີ່ວ່າ Just do it ຊຶ່ງໄດ້ຮັບການຍ້ອງຍໍຈາກ ແອດເວີໄທຊິງ ເອຈ ວ່າເປັນໜຶ່ງໃນຫ້າສະໂລແກນແຫ່ງສະຕະວັດທີ 20.
ການໃຊ້ນັກກິລາໃນການເປັນ Brand Endorser ທາງໄນກີ້ເລີ່ມໃຊ້ຕັ້ງແຕ່ປີ 1978 ໂດຍເປັນສະປອນເຊີໃຫ້ກັບໃຫ້ກັບນັກເທັນນິດຊາວຣູມານີຊື່ IIie Nastase ຊຶ່ງຖືວ່າປະສົບຄວາມສຳເລັດຢ່າງໄວວາ ແລະ ນັກກິລາທີ່ປະສົບຄວາມສຳເລັດທີ່ສຸດແມ່ນ ນັກບານບ້ວງຊາວອາເມຣິກາ ໄມເຄິນ ຈໍແດນ ຊຶ່ງໄນກີ້ເປັນສະປອນເຊີຕັ້ງແຕ່ປີ 1984 ແລະ ຜະລິດຕະພັນສຳລັບກິລາບານບ້ວງລາຍຈໍແດນ ຍັງເຮັດລາຍໄດ້ໃນໄນກີ້ມະຫາສານ.
ສຳລັບແຄມເປນການຕະຫຼາດຕ່າງໆຂອງ ໄນກີ້ ໄດ້ຮັບການຈັດສະແດງໃນພິພິທະພັນສະມິດໂຊນຽນ[3]
ປັດຈຸບັນ ໄນກີ້ ໄດ້ເຂົ້າສູ່ຕະຫຼາດກອຟ ໂດຍໃຊ້ Tiger Woods ເປັນ Brand Ambassadors.
ອ້າງອີງ
[ດັດແກ້]ແຫຼ່ງຂໍ້ມູນອື່ນ
[ດັດແກ້]- Pages with non-numeric formatnum arguments
- Pages with script errors
- ໜ້າທີ່ໃຊ້ກ່ອງຂໍ້ມູນບໍລິສັດທີ່ມີພາລາມິເຕີທີ່ບໍ່ຮູ້ຈັກ
- Webarchive template wayback links
- ກາສິນຄ້າອຸປະກອນກິລາ
- ກາສິນຄ້າເກີບ
- ບໍລິສັດຂອງອາເມຣິກາ
- ບໍລິສັດອາເມຣິກາທີ່ກໍ່ຕັ້ງໃນປີ ຄ.ສ 1964
- ບໍລິສັດນານາຊາດທີ່ມີສຳນັກງານໃຫຍ່ຢູ່ທີ່ສະຫະລັດຶາເມຣິກາ
- ການສະເໜີຂາຍຫຸ້ນຄັ້ງທຳອິດໃຫ້ແກ່ສາທາລະນະຊົນໃນຄຣິດທົດສະວັດ 1980
- ບໍລິສັດເກີບຂອງສະຫະລັດ
- ກາສິນຄ້າເກີບກິລາ