ໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນ້ໍາທາ

ຈາກ ວິກິພີເດຍ

ໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນ້ຳທາ (Integrated Technical & Vocational school)[ດັດແກ້]

ໂຮງຮຽນ​ເຕັກນິກ-ວິຊາ​ຊີບ​ແບບ​ປະສົມ ​ແຂວງ​ຫຼວງ​ນ້ຳ​ທາ​ໄດ້​ສ້າງ​ຕັ້ງ​ຂື້ນ​ຕາມ​ຂໍ້​ຕົກລົງ ຂອງ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ເລກ​ທີ່ 1100/ສສອສ,ລົງ​ວັນ​ທີ 14/06/2006. ສະຖານ​ທີ່​ຕັ້ງ​ຢູ່​ບ້ານ​ໂພນ​ໄຊ​ສະຫວ່າງ ​ເມືອງ​ຫຼວງ​ນ້ຳ​ທາ ​ແຂວງ​ຫຼວງ​ນ້ຳ​ທາ ​ເຊິ່ງມີ​ເນື້ອ​ທີ່​ປູກ​ສ້າງ​ທັງ​ໝົດ 3,4 ​ເຮັກຕາ. ​​ໂຮງຮຽນ​ດັ່ງກ່າວ​ນີ້​ໄດ້​ດຳ​ເນີນ​ເປີດ​ການ​ຮຽນ-ການ​ສອນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 15 ພະຈິກ 2006.

ໃນສົກຮຽນ 2018- 2019 ໄດ້ຈັດຕັ້ງປະຕິບັດການສອນ- ການຮຽນ ໃນ 3 ລະບົບຮຽນ ເຊັ່ນ 9+3, 12+2 ແລະ 12+2+1.5.6, ມີ 6 ສາຂາວິຊາຮຽນເຊັ່ນ; ປູກຝັງ- ວິທະຍາສາດດິນ, ລ້ຽງສັດ- ການປະມົງ, ກໍ່ສ້າງ- ເຄຫາສະຖານ, ປຸ່ງແຕ່ງອາຫານ- ການບໍລິການ, ຕິດຕັ້ງ ແລະ ສ້ອມແປງໄຟຟ້າ ແລະ ສ້ອມແປງກົນຈັກທົ່ວໄປ ແລະ ມີພະນັກງານທັງໝົດ 79 ຄົນ, 23 ຄົນ ແລະ ນັກຮຽນ- ນັກສຶກສາ 778 ຄົນ, ຍີງ 327 ຄົນ. ນອກຈາກການຈັດຕັ້ງປະຕິບັດການສອນ- ການຮຽນໃນ 3 ລະບົບປົກະຕິ, ໂຮງຮຽນຍັງໄດ້ເປີດການສອນ- ການຮຽນນອກລະບົບ (ການຝຶກອົບຮົມໄລຍະສັ້ນ, ຫຼັກສູດວິຊາຊີບລະດັບ 1 (C1) ໃຫ້ແກ່ກຸ່ມຄົນດ້ອຍໂອກາດ ໃນເຂດຫ່າງໄກສອກຫຼີກ, ໂດຍສະເພາະ ເພດຍີງ, ໄດ້ຂົ້າຮຽນຫຼັກສູດອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ. ໂຮງຮຽນເຕັກນິກ- ວິຊາຊີບແບບປະສົມ ແຂວງ ຫຼວງນ້ຳທາ ໄດ້ສືບຕໍ່ປະຕິບັດການສອນ- ການຮຽນ ຕາມແຜນຍຸດທະສາດການພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບ 2006- 2020, ແຜນແມ່ບົດອາຊີວະສຶກສາ 2008- 2015, ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ເພື່ອພັດທະນາສີມືແຮງງານຂັ້ນພື້ນຖານໃຫ້ແກ່ການສ້າງເສດຖະກິດຄອບຄົວໃຫ້ດີຂີ້ນ.