ໂຢຊິບ ບຣອຊ ຕິໂຕ
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ໂຢຊິບ ບຣອຊ ຕິໂຕ | |
---|---|
Јосип Броз Тито | |
![]() ຮູບພາບຖ່າຍທາງການ 1962 | |
ປະທານາທິບໍດີແຫ່ງຢູໂກສະລາວີ ຄົນທຳອິດ | |
ດຳລົງຕຳແໜ່ງ 14 ມັງກອນ 1953 – 4 ພຶດສະພາ 1980 | |
ນາຍົກລັດຖະມົນຕີ | ລາວເອງ (1953–63) Petar Stambolić (1963–67) Mika Špiljak (1967–69) Mitja Ribičič (1969–71) Džemal Bijedić (1971–77) Veselin Đuranović (1977–80) |
Vice President | |
ກ່ອນໜ້າ | Ivan Ribar[a] |
ຖັດໄປ | Lazar Koliševski[b] |
ນາຍົກລັດຖະະມົນຕີຢູໂກສະລາວີ | |
ດຳລົງຕຳແໜ່ງ 29 ພະຈິກ 1945 – 29 ມິຖຸນາ 1963 | |
ປະທານປະເທດ | Ivan Ribar ລາວເອງ (from 1953) |
ກ່ອນໜ້າ | Ivan Šubašić |
ຖັດໄປ | Petar Stambolić |
ຂະບວນການບໍ່ຝັກໃຝ່ຝ່າຍໂດ ເລຂາທິການຄົນທຳອິດ | |
ດຳລົງຕຳແໜ່ງ 1 ກັນຍາ 1961 – 5 ຕຸລາ 1964 | |
ກ່ອນໜ້າ | ອົງການຈັດຕັ້ງ |
ຖັດໄປ | Gamal Abdel Nasser |
ເລຂາທິການສັນນິບາດກອມມູນິດແຫ່ງກອມມູນິດແຫ່ງຢູໂກສະລາວີ | |
ດຳລົງຕຳແໜ່ງ 5 ມັງກອນ 1939 – 4 ພຶດສະພາ 1980 | |
ກ່ອນໜ້າ | Milan Gorkić[c] |
ຖັດໄປ | Stevan Doronjski[d] |
ຂໍ້ມູນສ່ວນບຸກຄົນ | |
ເກີດ | ໂຢຊິບ 7 ພຶດສະພາ ຄ.ສ. 1892 ຄຸມໂຣເວກ, ໂອຕຣິດ-ຮົງກາຣີ |
ເສຍຊີວິດ | 4 ພຶດສະພາ ຄ.ສ. 1980 (87 ປີ) Ljubljana, Yugoslavia |
ທີ່ໄວ້ສົບ | House of Flowers, ເບລເກຣດ, ເຊີບີ 44°47′12″N 20°27′06″E / 44.78667°N 20.45167°E |
ພັກການເມືອງ | ສັນນິບາດກອມມູນິດແຫ່ງກອມມູນິດແຫ່ງຢູໂກສະລາວີ (ເຂົ້າຮ່ວມເມື່ອ 1920) |
ຄູ່ອາໄສ | Davorjanka Paunović (1943–1946) |
ຄູ່ສົມລົດ |
|
ບຸດ | 5ຄົນ |
ລາງວັນ | ອິດສະຣິຍະພອນນານາຊາດ 98 ອັນ ແລະ ຢູໂກສະລາວີ 21 ອັນ |
ລາຍເຊັນ | ![]() |
ຍົດທີ່ໄດ້ຮັບການແຕ່ງຕັ້ງ | |
ຮັບໃຊ້ | |
ສັງກັດ | ກອງທັບໂອຕຣິດ-ຮົງກາຣີ ກອງທັບປະຊາຊົນຢູໂກສະລາວີ |
ປະຈຳການ | 1913–1915 1941–1980 |
ຍົດ | ຈອມພົນ |
ບັງຄັບບັນຊາ | ຂະບວນການປາຕິຊານຊາວເຊີບ ກອງທັບປະຊາຊົນຢູໂກສະລາວີ (ຜູ້ບັນຊາທະຫານສູງສຸດ) |
ຜ່ານສຶກ | ສົງຄາມໂລກຄັ້ງທີໜຶ່ງ ສົງຄາມກາງເມືອງຣັສເຊຍ ສົງຄາມໂລກຄັ້ງທີສອງ |
ສະມາຊິກສູນກາງພັກ
| |
ໂຢຊິບ ບຣອຊ ຕິໂຕ (Јосип Броз Тито) ແມ່ນນັກປະຕິວັດຄ່າຍກອມມູນິດແລະອະດີດຜູ້ນຳແຫ່ງສາທາລະນະລັດສະຫະພັນສັງຄົມນິຍົມຂອງຢູໂກສະລາເວຍ ດຳລົງຕຳແໜ່ງຕັ້ງແຕ່ ຄ.ສ. 1943 ຮອດ ຄ.ສ. 1980 ລາວໄດ້ຮັບການຍກຍ່ອງວ່າແມ່ນ ຜະເດັດການຜູ້ມີເມດຕາ ເພິ່ນນຳພາຢູໂກສະລາວີອອກຈາກອິດທິພົນຈາກສະຫະພາບໂຊວຽດແລະຮ່ວມມືກັບໂລກຕະເວັນຕກ ແລະຈັດຕັ້ງຂະບວນການບໍ່ຝັກໃຝ່ຝ່າຍໃດເພື່ອຖ່ວງດຸນອຳນາດລະຫວ່າງສະຫະລັດອາເມລິກາແລະສະຫະພາບໂຊວຽດ ອຸດົມການທາງດ້ານການເມືອງແລະນະໂຍບາຍຂອງລາວທີ່ປະກາດໃຊ້ໂດຍຕົວຕິໂຕ ແມ່ນຮຽກວ່າ "ລັກທິຕິໂຕ".
ຊີວິດຊ່ວງຕົ້ນ
[ດັດແກ້]ຕິໂຕເກີດໃນເມືອງຄຸມໂຣເວດ ເຊິ່ງຕອນນັ້ນຍັງເປັນສ່ວນໜຶ່ງຂອງໂອຕຣິດ-ຮົງກະຣີ, ໂດຍທີ່ຜູ້ເປັນພໍ່ເປັນຄົນກຣົວຊີ ແລະ ຜູ້ເປັນແມ່ເປັນຄົນສະໂລວາກີ ໃນປີ 1910 ລາວໄດ້ເຂົ້າຮ່ວມສະຫະພາບຊາວແຮງງານແລະພັກສັງຄົມນິຍົມ-ປະຊາທິປະໄຕກຣົວຊີ ແລະ ສະລາໂວນີ. ໃນປີ1913, ລາວໄດ້ເຂົ້າຮ່ວມກອງທັບໂອຕຣິດ-ຮົງກາຣີ ແລະ ຖືກຈຳກຸມຍ້ອນການທີ່ລາວໄດ້ເຂົ້າຮ່ວມໃນຂະບວນການການໂຄສະນາຕໍ່ຕ້ານສົງຄາມໃນເວລາຕໍ່. ໃນຊ່ວງສົງຄາມໂລກຄັ້ງທີໜຶ່ງ, ລາວໄດ້ຮັບຄວາມບາດເຈັບ, ຈິ່ງຖືກຈັບ ແລະ ຈຳຄຸກໂດຍທະຫານຣັດເຊຍ ຫຼັງຈາກໄດ້ຮັບການປ່ອຍໂຕ, ຕິໂຕໄດ້ເຂົ້າຮ່ວມໃນເຫດການຕ່າງໆຂອງການປະຕິວັດຣັດເຊຍໃນປີ1917