Jump to content

ສະຖານີໂທລະພາບແຫ່ງຊາດລາວ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ໂທລະພາບແຫ່ງຊາດລາວ)
ໂທລະພາບແຫ່ງຊາດລາວ
Lao National Television
ເລິ່ມອອກອາກາດວັນທີ່ 1 ເດືອນ ທັນວາ ປີ ຄ.ສ. 1983
ເຄືອຂ່າຍສະຖານີໂທລະພາບ/ສະຖານີວິທະຍຸ
ເຈົ້າຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ບຸກຄະລາກອນຫຼັກທ່ານ ພູມີ ເພັງສະຫວັດ
ຄຳຂວັນໂທລະພາບແຫ່ງຊາດລາວ ແຫຼ່ງຄວາມຮູ້ຂ່າວສານ ສາລະບັນເທີງສຳລັບທ່ານ
ປະເທດປະເທດລາວ ລາວ
ພາສາຝຣັ່ງ ພາສາຝຣັ່ງ

ປະເທດລາວ ພາສາລາວ

ສະຫະລາຊະອານາຈັກ ພາສາອັງກິດ

ຫວຽດນາມ ພາສາຫວຽດນາມ

ພາສາກຶມມຸ

ພາສາມົ້ງ
ສຳນັກງານໃຫຍ່ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ຊື່ເດີມໂທລະພາບແຫ່ງຊາດລາວ (ສທລ)
ເວັບໄຊຕ໌www.lntv.gov.la

ປະຫວັດໂດຍຫຍໍ້

ໂທລະພາບແຫ່ງຊາດລາວ (ທຊລ) ແມ່ນສະຖານີໂທລະພາບແຫ່ງຊາດຂອງ ລາວ ແຫ່ງທຳອິດ ແລະເປັນສື່ໂທລະພາບຫຼັກຂອງປະເທດ. ສະຖານີຜະລິດ ແລະ ເຜີຍແຜ່ລາຍການຂ່າວ, ສາລະຄະດີ, ການສຶກສາ, ຄວາມບັນເທີງ ແລະ ລາຍການອື່ນໆ. ເບິ່ງປະຫວັດເພີ່ມເຕີມ


ຂໍ້ມູນການແຜ່ພາບ
ຊື່ ຕົວຫຍໍ້ ພື້ນທີ່
ໂທລະພາບແຫ່ງຊາດລາວ ທຊລ / LNTV

ປະເທດລາວ ປະເທດລາວ (ທົ່ວປະເທດ)

ໄທ ປະເທດໄທ (ບາງແຫ່ງທີ່ຕິດຊາຍແດນລາວ)

ປະຫວັດ

[ດັດແກ້]

ຍຸກ ກໍ່ຕັ້ງສະຖານີ

[ດັດແກ້]

ໂທລະພາບແຫ່ງຊາດລາວ ຫຼື ທຊລ ໃນອະດີດໃຊ້ຊື່ຫຍໍ້ວ່າ ສທລ ແລະໃຊ້ຊື່ວ່າ ໂທລະພາບແຫ່ງລັດ ໃນຍຸກກໍ່ຕັ້ງສະຖານີແລະເຄີຍເປັນສ່ວນໜຶ່ງຂອງ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໃນໄລຍະເລີ່ມຕົ້ນກໍ່ຕັ້ງ.

ສະຖານີກໍ່ຕັ້ງຂຶ້ນໃນວັນທີ່ 1 ເດືອນ ກັນຍາ ປີ ຄ.ສ. 1979 ໂດຍມີ ທ່ານ ໄກສອນ ພົມວິຫານ ເປັນປະທານໃນພິທີເປີດສະຖານີໂດຍໃຊ້ຊື່ວ່າ ໂທລະພາບແຫ່ງລັດ.

ຍຸກ 1979–1982

[ດັດແກ້]

ໃນຊ່ວງປີ ຄ.ສ. 1979–1982 ສທລ ອອກອາກາດໃນວັນຈັນ–ວັນສຸກ ແລະມີຕາຕະລາງອອກອາກາດແບບແຍກພາກໃນວັນເສົາ–ວັນອາທິດ ແລະວັນພັກລັດຖະການ.

ວັນອອກອາກາດ ເວລາ
ວັນຈັນ–ວັນສຸກ 18:30–00:00
ວັນເສົາ–ວັນອາທິດ ແລະ ວັນພັກ 06:00–13:30 ແລະ 16:30–00:00

ຍຸກ 1982–1986

[ດັດແກ້]

ໃນຊ່ວງປີ ຄ.ສ. 1982–1986 ໄດ້ຂະຫຍາຍເວລາອອກອາກາດເປັນພາກແລງ 17:00–00:00 ແລະໃນວັນເສົາ–ວັນອາທິດ ແລະ ວັນພັກ ອອກອາກາດ 2 ພາກ ຄື 06:00–14:00 ແລະ 17:00–00:00.

ຍຸກ 1986–1990

[ດັດແກ້]

ໃນຊ່ວງປີ ຄ.ສ. 1986–1990 ສທລ ຂະຫຍາຍເວລາອອກອາກາດເປັນ 16:00–00:00 ແລະມີການອອກອາກາດພາກດຽວ 05:45–00:00.

ຍຸກ 1990–1992

[ດັດແກ້]

ໃນຊ່ວງປີ ຄ.ສ. 1990–1992 ໄດ້ຂະຫຍາຍເວລາອອກອາກາດໃນວັນຈັນ–ວັນສຸກ ເປັນ 14:00–00:00 ຫຼືປະມານ 10 ຊົ່ວໂມງຕໍ່ມື້ ແລະ ມີການປ່ຽນຊື່ຈາກ ໂທລະພາບແຫ່ງລັດ (ທລລ) ເປັນ ໂທລະພາບແຫ່ງຊາດລາວ (ສທລ) ໃນປີ ຄ.ສ. 1992.

ການຂະຫຍາຍເວລາໃນປີ 1992

[ດັດແກ້]
ໄລຍະ ເວລາອອກອາກາດ ໄລຍະເວລາ
ລະດູຮ້ອນ ປີ ຄ.ສ. 1992 12:00–00:00 12 ຊົ່ວໂມງ
ລະດູຮ້ອນ–ເດືອນ ກັນຍາ ປີ ຄ.ສ. 1992 11:00–00:00 13 ຊົ່ວໂມງ
ລະດູໜາວ ປີ ຄ.ສ. 1992–1993 09:00–00:00 15 ຊົ່ວໂມງ

ຍຸກ 1993–1997

[ດັດແກ້]

ໃນຊ່ວງປີ ຄ.ສ. 1993–1994 ສທລ ໄດ້ຂະຫຍາຍການອອກອາກາດເປັນ 06:00–00:00 ຂອງທຸກວັນ ຫຼື 18 ຊົ່ວໂມງຕໍ່ມື້.

ໃນຊ່ວງປີ ຄ.ສ. 1994–2000 ເວລາອອກອາກາດຂະຫຍາຍເປັນ 05:30–00:00 ຫຼື 18 ຊົ່ວໂມງ 30 ນາທີຕໍ່ມື້.

ໃນປີ ຄ.ສ. 1997 ສະຖານີໄດ້ມີການອອກອາກາດຕະຫຼອດ 24 ຊົ່ວໂມງ ໃນ ນະຄອນຫຼວງວຽງຈັນ ທາງຊ່ອງ 8.

ການຂະຫຍາຍໃນປີ 1993

[ດັດແກ້]

ໃນປີ ຄ.ສ. 1993 ສທລ ໄດ້ຮັບທຶນຈາກອົງການສື່ສານມວນຊົນແຫ່ງປະເທດ ໄທ ເພື່ອຈັດຕັ້ງສະຖານີໂທລະພາບໃນບັນດາແຂວງ. ພ້ອມກັນນັ້ນ ໄດ້ປ່ຽນເລກຊ່ອງຈາກຊ່ອງ 8 ເປັນຊ່ອງ 9 ແລະເປີດສະຖານີ ສທລ3 ເພີ່ມອີກໜຶ່ງສະຖານີ.

ຍຸກ 2000–2009

[ດັດແກ້]

ໃນຊ່ວງປີ ຄ.ສ. 2000–2005 ສທລ ອອກອາກາດປະມານ 21 ຊົ່ວໂມງຕໍ່ມື້ ຕັ້ງແຕ່ 05:00–02:00.

ໃນຊ່ວງປີ ຄ.ສ. 2005–2008 ອອກອາກາດປະມານ 20 ຊົ່ວໂມງ 30 ນາທີ ຕັ້ງແຕ່ 04:30–01:00.

ໃນລະດູຮ້ອນປີ ຄ.ສ. 2008–2009 ໄດ້ຂະຫຍາຍເວລາເປັນປະມານ 21 ຊົ່ວໂມງ 30 ນາທີ ຕັ້ງແຕ່ 03:30–01:00.

ໃນປີ ຄ.ສ. 2009 ສະຖານີໄດ້ປ່ຽນຊື່ຫຍໍ້ຈາກ ສທລ ເປັນ ທຊລ.

ການພັດທະນາແລະໜ້າທີ່

[ດັດແກ້]

ດິຈິຕອນ

[ດັດແກ້]

ພັດທະນາສູ່ລະບົບດິຈິຕອນ

ໃນປີ ຄ.ສ. 2023 ໂທລະພາບແຫ່ງຊາດລາວໄດ້ປັບປຸງໂຄງສ້າງອົງການ ໂດຍມີຄະນະອຳນວຍການໃຫຍ່ 5 ທ່ານ, 13 ພະແນກ ແລະ ພະນັກງານລັດຖະກອນ 228 ຄົນ.

ລະບົບການອອກອາກາດພາກພື້ນດິນໄດ້ປ່ຽນຈາກລະບົບອານາລັອກ ເປັນລະບົບດິຈິຕອນ ແລະ ມີການເຜີຍແຜ່ຂ່າວ ແລະ ລາຍການຜ່ານສື່ອອນລາຍ.

ໜ້າທີ່

[ດັດແກ້]

ໜ້າທີ່ສະຖານີໂທລະພາບ

ສະຖານີໂທລະພາບແຫ່ງຊາດລາວ (ທຊລ) ມີພາລະບົດບາດຫຼັກໃນການເຜີຍແຜ່ຂ່າວສານ, ນະໂຍບາຍ ແລະຂໍ້ມູນຂ່າວສານຈາກພາກລັດໄປສູ່ປະຊາຊົນ ພ້ອມທັງຜະລິດລາຍການ ດ້ານຂ່າວ, ການສຶກສາ, ສາລະຄະດີ ແລະຄວາມບັນເທີງ.

ອຳນວຍການ

[ດັດແກ້]

ໂຄງຮ່າງການຈັດຕັ້ງ ຄະນະອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດລາວ ພາຍໃນ ປີ ຄ.ສ. 2026

Organizational Structure of the Directorate General of the Lao National Television Station (2026)

ສະຖານີໃນສັງກັດ

[ດັດແກ້]

ສະຖານີສ່ວນກາງ

[ດັດແກ້]
ສະຖານີ ລະບົບ ເນື້ອຫາຫຼັກ
ທຊລ1 VHF ຊ່ອງ 9 ຂ່າວ, ສາລະຄະດີ, ລາຍການຂອງລັດ ແລະ ບັນເທີງ
ທຊລ3 UHF ຊ່ອງ 33 ບັນເທີງ, ເພງ ແລະ ຮູບເງົາ
ສທລ5

(ປີ ຄ.ສ. 1998 - 2006)

VHF ຊ່ອງ 7 ກິລາ ແລະ ລາຍການຕ່າງປະເທດ

ສະຖານີໂທລະພາບສ່ວນທ້ອງຖິ່ນ

[ດັດແກ້]

ສະຖານີໂທລະພາບທ້ອງຖິ່ນໃນແຕ່ລະແຂວງໃນປະເທດລາວ ມີ 15 ແຂວງ (ບໍ່ລວມນະຄອນຫຼວງວຽງຈັນ)

ແຂວງ ຊ່ອງ
ແຂວງອັດຕະປື7
ແຂວງຫຼວງພະບາງ6
ແຂວງບໍ່ແກ້ວ5
ແຂວງອຸດົມໄຊ8
ແຂວງບໍລິຄຳໄຊ8
ແຂວງຜົ້ງສາລີ7
ແຂວງຈຳປາສັກ11
ແຂວງສາລະວັນ5
ແຂວງຫົວພັນ8
ແຂວງສະຫວັນນະເຂດ12
ແຂວງຄຳມ່ວນ6
ແຂວງໄຊຍະບູລີ8
ແຂວງຫຼວງນໍ້າທາ9
ແຂວງຊຽງຂວາງ8
ແຂວງເຊກອງ9

ລາຍການທີ່ມີຊື່ສຽງ

[ດັດແກ້]

ລາຍການຂ່າວ

[ດັດແກ້]

ໃນອະດີດລາຍການຂ່າວອອກອາກາດໃນ 5 ພາກ ໄດ້ແກ່ ພາກເຊົ້າ, ພາກ 10 ໂມງ, ພາກທ່ຽງ, ພາກແລງ ແລະ ພາກເດິກ.

ນອກຈາກລາຍການຂ່າວໃນພາສາລາວ ທຊລ ຍັງມີລາຍການຂ່າວໃນ ພາສາມົ້ງ, ພາສາກຶມມຸ, ພາສາອັງກິດ, ພາສາຝຣັ່ງ ແລະ ພາສາຫວຽດນາມ.

ລາຍການທົ່ວໄປ

[ດັດແກ້]
ລາຍການ ປະເພດກ່ຽວກັບ
ເພງຍາມບ່າຍ ລາຍການເພງລາວສະໄໝ
ຊ່ອງ 3 ຍາມແລງ ລາຍການເພງລາວສະໄໝ
7 ວັນຫັນສາ ລາຍການເພງລາວສະໄໝ
ສານຝັນໃຫ້ເປັນດາວ ລາຍການປະກວດຮ້ອງເພງ
ດາວດວງນ້ອຍ ລາຍການສຳລັບເດັກ
ເມດຕາທຳ ລາຍການໂທລະພາບ
ສະເໜ່ເພງລາວ ລາຍການເພງ
ຊິງກັບຊອງ ລາຍການບັນເທີງ
ຊຸບຊິບແຊບ ລາຍການບັນເທີງ

ພິທີກອນ

[ດັດແກ້]
ພິທີກອນ ລາຍການ
ກອງຄຳ ດວງແກ້ວ ຂ່າວເຊົ້າ ອາລຸນວັນໃໝ່
ອາໂນມາ ລັດທິດາ ລາຍການຂ່າວ
ຄຳຫຼ້າ ຂັນທະວົງ ລາຍການຂ່າວ
ຈັນທະສອນ ທະວີໄຊ ລາຍການຂ່າວ, 30 ນາທີ ທີວີລາວ
ສຸນິຕ້າ ພິມມະສອນ ລາຍການຂ່າວ, 30 ນາທີ ທີວີລາວ
ວາດສະໜາ ໄຊອຸດົມ ເພງຍາມບ່າຍ
ອານຸລັກ ວີລະວົງ ຊ່ອງ 3 ຍາມແລງ
ສຸດາລັດ ຄຸນມາລາ 7 ວັນຫັນສາ
ແບນເນີຂອງສະຖານີໂທລະພາບແຫ່ງຊາດລາວ
ຫໍສົ່ງສັນຍານຂອງສະຖານີໂທລະພາບແຫ່ງຊາດລາວ

ລວມຊື່ສະຖານີ ແຕ່ລະປີ ຄ.ສ.

ປີ ຄ.ສ. 1983 - 1992 : ໂທລະພາບແຫ່ງລັດ

ປີ ຄ.ສ. 1992 - 2009 : ໂທລະພາບແຫ່ງຊາດລາວ (ສທລ)

ປີ ຄ.ສ. 2009 - ປັດຈຸບັນ : ໂທລະພາບແຫ່ງຊາດລາວ (ທຊລ)

ເບິ່ງເພີ່ມເຕີມ

[ດັດແກ້]

ແຫຼ່ງຂໍ້ມູນ

[ດັດແກ້]