Jump to content

ອັກສອນລາວ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ໂຕອັກສອນລາວ)
ອັກສອນລາວ
ຊະນິດອັກສອນສະຫຼະປະກອບ
ພາສາເວົ້າລາວ, ອີສານ, ໄທ ແລະອື່ນໆ
ຊ່ວງຍຸກປ. 1350 – ປັດຈຸບັນ
ລະບົບແມ່
ລະບົບອ້າຍນ້ອງໄທ
ຊ່ວງຢູນິໂຄ້ດU+0E80–U+0EFF
ISO 15924Laoo
ບົດຄວາມນີ້ມີສັນຍາລັກສັກທະສາດສັກທະອັກສອນສາກົນ ຫາກບໍ່ມີການສະໜັບສະໜູນເຣັນເດີທີ່ເໝາະສົມ ທ່ານອາດເຫັນເຄື່ອງໝາຍຄຳຖາມ ກ່ອງ ຫຼື ສັນຍະລັກອື່ນແທນລັກສະນະຢູນິໂຄ້ດ
ຈາລຶກຢູ່ຖໍ້ານາງອັນ ເມືອງຈອມເພັດ ແຂວງຫຼວງພະບາງ

ອັກສອນລາວ (ຄຳເຄົ້າ: ອັກສຣລາວ[1]) ເປັນອັກສອນທີ່ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລັດຖະການຂອງປະເທດລາວໃນປັດຈຸບັນ ມີພະຍັນຊະນະ 33 ຕົວ ສະຫຼະ 18 ຮູບ ປະກອບກັນເປັນ ສະຫຼະ 28 ຕົວ ວັນນະຍຸດ 4 ຮູບ ແລະເຄື່ອງໝາຍອື່ນ ໆ ອີກຈຳນວນໜຶ່ງ ພະຍັນຊະນະລາວຈະຮຽງຕົວຕາມລວງນອນ ຈາກຊ້າຍໄປຂວາ ສ່ວນສະຫຼະຈະຢູ່ໜ້າ ເທິງ ລຸ່ມ ແລະຫຼັງພະຍັນຊະນະປະກອບຄຳແລ້ວແຕ່ຊະນິດຂອງສະຫຼະ

ອັກສອນລາວບໍ່ມີການແຍກອັກສອນຕົວໃຫຍ່ຫຼືອັກສອນຕົວນ້ອຍຄືອັກສອນລະຕິນ ແລະບໍ່ມີການຍະຫວ່າງລະຫວ່າງຄຳ ເມື່ອຈົບໜຶ່ງປະໂຫຍກຈະລົງທ້າຍດ້ວຍການຍະຫວ່າງ ພ້ອມກັບມີເຄື່ອງໝາຍວັກຕອນຈຳນວນໜຶ່ງ

ພາສາລາວມີຕົວເລກເປັນຂອງຕົວເອງ ແຕ່ນິຍົມໃຊ້ເລກອາຣະບິກເປັນສ່ວນໃຫຍ່ໃນຊີວິດປະຈຳວັນ

ປະຫວັດແລະວິວັດທະນາການ

[ດັດແກ້]

ປະມານ ພ.ສ. 400 ບັນພະບູລຸດຂອງຄົນລາວໄດ້ອົບພະຍົບລົງມາຈາກຈີນຕອນໃຕ້ແລະມາຕັ້ງຖິ່ນຖານໃນດິນແດນລາວປັດຈຸບັນ ເຊິ່ງເປັນບ່ອນທີ່ມີຄົນມອນອາໄສຢູ່ກ່ອນແລ້ວ ເຊິ່ງກໍາລັງເປັນຊາດທີ່ຈະເລີນຮຸ່ງເຮືອງໃນສະໄໝນັ້ນ ທໍາອິດກໍຄົງໃຊ້ຕົວອັກສອນມອນມາເປັນແບບ ຕໍ່ມາປະມານ ພ.ສ. 1500 ເມື່ອຂອມຂະຫຍາຍອໍານາດເຂົ້າມາໃນດິນແດນຂອງຄົນລາວເຊິ່ງຕັ້ງຢູ່ບໍລິເວນແມ່ນໍ້າຂອງຈົນມາເຖິງເມືອງຊາຍຟອງ (ເມືອງຫາດຊາຍຟອງໃນປັດຈຸບັນ) ຈາກນັ້ນກໍມີການດັດແປງອັກສອນເລື້ອຍມາ ໂດຍປາກົດອັກສອນທີ່ເລີ່ມມີຄວາມໃກ້ຄຽງກັບອັກສອນປັດຈຸບັນທີ່ເກົ່າແກ່ທີ່ສຸດແມ່ນຈາຣຶກຖໍ້ານາງອັນ ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງຢູ່ໃນຍຸກດຽວກັນກັບລັດຊະການຂອງພະເຈົ້າຟ້າງຸ່ມ

ໃນແຕ່ກ່ອນ, ອັກສອນທີ່ໃຊ້ໃນລາວແມ່ນມີຫຼັກ ໆ ຢູ່ ໒ ແບບ ດັ່ງນີ້

໑. ອັກສອນທໍາ ຫຼື ໂຕທຳລາວ ເປັນອັກສອນທີ່ນຳໃຊ້ໃນການຂຽນຄໍາພີທາງພຸດທະສາສະໜາໃນສະໄໝກ່ອນ ສາມາດຂຽນຄໍາທີ່ມາຈາກພາສາບາລີ-ສັນສະກິດ ໄດ້ຄົບຖ້ວນແລະໃຊ້ໃນການຂຽນພາສາລາວກໍໄດ້ ແຕ່ບໍ່ນິຍົມໃຊ້ ໃນປັດຈຸບັນ ຍັງມີໃຊ້ຢູ່ຕາມອົງກອນທາງພຸດທະສາສະໜາຂອງລາວ ອັກສອນທໍາຂອງລາວມີຄວາມຄ້າຍຄືກັບອັກສອນທໍາຂອງສິບສອງພັນນາ ລ້ານນາ ຊຽງຕຸງ ໂດຍມີຈຸດທີ່ຂຽນຕ່າງກັນແລະຂຽນຄືກັນ

໒. ອັກສອນລາວເດີມ ເປັນອັກສອນທີ່ເກີດລຸນອັກສອນທໍາແລະມີການນໍາໃຊ້ມາຈົນເຖິງປັດຈຸບັນ ໂດຍມີການປ່ຽນແປງອັກຂະຫຼະວິທີຫຼາຍຄັ້ງ

ວິວັດທະນາການອັກສອນລາວ

ພະຍັນຊະນະ

[ດັດແກ້]

ພະຍັນຊະນະລາວປັດຈຸບັນ

[ດັດແກ້]

ພະຍັນຊະນະລາວໃນປັດຈຸບັນມີ 33 ຕົວ ໂດຍແບ່ງເປັນ

໑. ພະຍັນຊະນະເຄົ້າ 27 ຕົວ ແບ່ງເປັນ 3 ໝວດຄື ອັກສອນສູງ 6 ຕົວ ອັກສອນກາງ 8 ຕົວແລະອັກສອນຕໍ່າ 13 ຕົວ

໒. ພະຍັນຊະນະປະສົມ 6 ຕົວ

ພະຍັນຊະນະເຄົ້າ
ອັກສອນກາງອັກສອນສູງອັກສອນຕ່ຳ
ກ ໄກ່
[k]
ຂ ໄຂ່
[kʰ]
ຄ ຄວາຍ
[kʰ]
ງ ງົວ
[ŋ]
ຈ ຈອກ
[t͡ɕ]
ສ ເສືອ
[s]
ຊ ຊ້າງ
[s]
ຍ ຍຸງ
[ɲ]
ດ ເດັກ
[d]
ຕ ຕາ
[t]
ຖ ຖົງ
[tʰ]
ທ ທຸງ
[tʰ]
ນ ນົກ
[n]
ບ ແບ້
[b]
ປ ປາ
[p]
ຜ ເຜິ້ງ
[pʰ]
ຝ ຝົນ
[f]
ພ ພູ
[pʰ]
ຟ ໄຟ
[f]
ມ ແມວ
[m]
ຢ ຢາ
[j]
ຣ ຣາດາ
[r]
ລ ລີງ
[l]
ວ ວີ
[w]
ອ ໂອ
[ʔ]
ຫ ຫ່ານ
[h]
ຮ ເຮືອນ
[h]
ພະຍັນຊະນະປະສົມ
ອັກສອນສູງ
ຫງ
[ŋ]
ຫຍ
[ɲ]
ຫນ
[n]
ຫມ
[m]
ຫລ
[l]
ຫວ
[w]
ໜໝຫຼ

ພະຍັນຊະນະລາວທີ່ຄວນໃຊ້ຄືນ

[ດັດແກ້]
ຕົວອັກສອນລາວບູຮານ

ນອກຈາກທີ່ກ່າວມານັ້ນ ຍັງມີພະຍັນຊະນະອີກ 14 ໂຕທີ່ໃຊ້ໃນການຂຽນຄໍາທີ່ມາຈາກພາສາປາລີ-ພາສາສັນສະກິດ ເຊິ່ງມີຄວາມໃກ້ຄຽງກັບພະຍັນຊະນະໄທແລະຮຽກຮ້ອງຕ້ອງການໃຫ້ໃຊ້ຂຽນພາສາທາງລັດຖະການໃນປັດຈຸບັນ [2]

ພະຍັນຊນະລາວທີ່ຄວນໃຊ້ຄືນ
ຕົວລາວຕົວໄທຕົວລາວຕົວໄທ
ຆ
[kʰ]
ฆຒ
[tʰ]
ฒ
ຉ
[s]
ฉຓ
[n]
ณ
ຌ
[s]
ฌຘ
[tʰ]
ธ
ຎ
[ɲ]
ญຠ
[pʰ]
ภ
ຏ
[d]/[t]
ฏຨ
[s]
ศ
ຐ
[tʰ]
ฐຩ
[s]
ษ
ຑ
[tʰ]/[d]
ฑຬ
[l]
ฬ

ສະຫຼະ

[ດັດແກ້]

ສະຫຼະລາວໃນປັດຈຸບັນມີ 28 ຕົວແບ່ງເປັນ

ສະຫຼະແບ່ງຕາມລັກສະນະການປະກອບ

[ດັດແກ້]

໑. ສະຫຼະເຄົ້າ 18 ຕົວ

໒. ສະຫຼະປະສົມ 6 ຕົວ

໓. ສະຫຼະພິເສດ 4 ຕົວ

ສະຫຼະແບ່ງຕາມລັກສະນະການປະກອບ
ສະຫຼະເຄົ້າສະຫຼະປະສົມສະຫຼະພິເສດ
ບໍ່ມີຕົວສະກົດມີຕົວສະກົດIPAບໍ່ມີຕົວສະກົດມີຕົວສະກົດIPAບໍ່ມີຕົວສະກົດມີຕົວສະກົດIPA
-ະ-ັ-[a]ເ-ັຍ ມາຈາກ -ິ + -ະ-ັຽ-[ia]ໃ- ມາຈາກ -ະ + ຍ[aj]
-າ-າ-[aː]ເ-ຍ ມາຈາກ -ີ + -າ-ຽ-[iːa]ໄ- ມາຈາກ -ະ + ຍ[aj]
-ິ-ິ-[i]ເ-ຶອ ມາຈາກ -ຸ + -ະເ-ຶອ-[ɯa]-ຳ ມາຈາກ -ະ + ມ[am]
-ີ-ີ-[iː]ເ-ືອ ມາຈາກ -ູ + -າເ-ືອ-[ɯːa]ເ-ົາ ມາຈາກ -ະ + ວ[aw]
-ຶ-ຶ-[ɯ]-ົວະ ມາຈາກ -ຶ + -ະ-ັວ-[ua]
-ື-ື-[ɯː]-ົວ ມາຈາກ -ື + -າ-ວ-[uːa]
-ຸ-ຸ-[u]
-ູ-ູ-[uː]
ເ-ະເ-ັ-[e]
ເ-ເ--[eː]
ແ-ະແ-ັ-[ɛ]
ແ-ແ--[ɛː]
ໂ-ະ-ົ-[3], ໂ-ັ-[4][o]
ໂ-ໂ--[oː]
ເ-າະ-ັອ-[ɔ]
-ໍ-ອ-[ɔː]
ເ-ິເ-ິ-[ɤ]
ເ-ີເ-ີ-[ɤː]

ສະຫຼະແບ່ງຕາມລັກສະນະການອອກສຽງ

[ດັດແກ້]

໑. ສະຫຼະສຽງສັ້ນ 16 ຕົວ

໒. ສະຫຼະສຽງຍາວ 14 ຕົວ

ສະຫຼະແບ່ງຕາມລັກສະນະການອອກສຽງ
ສະຫຼະສຽງສັ້ນສະຫຼະສຽງຍາວ
ບໍ່ມີຕົວສະກົດມີຕົວສະກົດIPAບໍ່ມີຕົວສະກົດມີຕົວສະກົດIPA
-ະ-ັ-[a]-າ-າ-[aː]
-ິ-ິ-[i]-ີ-ີ-[iː]
-ຶ-ຶ-[ɯ]-ື-ື-[ɯː]
-ຸ-ຸ-[u]-ູ-ູ-[uː]
ເ-ະເ-ັ-[e]ເ-ເ--[eː]
ແ-ະແ-ັ-[ɛ]ແ-ແ--[ɛː]
ໂ-ະ-ົ-[5], ໂ-ັ-[6][o]ໂ-ໂ--[oː]
ເ-າະ-ັອ-[ɔ]-ໍ-ອ-[ɔː]
ເ-ິເ-ິ-[ɤ]ເ-ີເ-ີ-[ɤː]
ເ-ັຍ-ັຽ-[ia]ເ-ຍ-ຽ-[iːa]
ເ-ຶອເ-ຶອ-[ɯa]ເ-ືອເ-ືອ-[ɯːa]
-ົວະ-ັວ-[ua]-ົວ-ວ-[uːa]
ໃ-[aj]
ໄ-[aj]
-ຳ[am]
ເ-ົາ[aw]

ວັນນະຍຸດ

[ດັດແກ້]

ວັນນະຍຸດລາວມີ 4 ຮູບ 5 ສຽງ ດັ່ງນີ້

ຮູບວັນນະຍຸດ

[ດັດແກ້]

ວັນນະຍຸດໃນພາສາລາວມີ 4 ຮູບ ດັ່ງນີ້

ໄມ້ເອກ (-່), ໄມ້ໂທ (-້), ໄມ້ຕີ (-໊) ແລະ ໄມ້ຈັດຕະວາ (-໋)

ຢ່າງໃດກໍຕາມ ໃນອະດີດ ມີວັນນະຍຸດຢູ່ພຽງ 2 ຮູບ ຄື ໄມ້ເອກ (-່) ແລະ ໄມ້ໂທ (-້)[7]

ສຽງວັນນະຍຸດ

[ດັດແກ້]

ສຽງວັນນະຍຸດລາວຕາມລະດັບມາດຕະຖານມີ 5 ສຽງ ດັ່ງນີ້

  • ສຽງສາມັນ ແບ່ງເປັນ 2 ສຽງຄື ສຽງສາມັນສູງ (ສຽງສູງສະເໝີ) ແລະ ສຽງສາມັນຕໍ່າ (ສຽງຕໍ່າສະເໝີ)
  • ສຽງເອກ (ສຽງກາງສະເໝີ)
  • ສຽງໂທ (ສຽງສູງຕົກ)
  • ສຽງຕີ (ສຽງກາງຕົກ)
  • ສຽງຈັດຕະວາ (ສຽງຕໍ່າຂຶ້ນສູງ)

ການຜັນສຽງວັນນະຍຸດ

[ດັດແກ້]

ໂດຍທົ່ວໄປ ພາສາລາວແຕ່ລະພະຍາງຈະຜັນວັນນະຍຸດໄດ້ 5 ສຽງ ໂດຍການຜັນສຽງວັນນະຍຸດຕ້ອງພິຈາລະນາລັກສະນະ 3 ຢ່າງຄື ຕົວແກນ (ອັກສອນສູງ ອັກສອນກາງ ອັກສອນຕໍ່າ) ພະຍາງ (ພະຍາງເປັນ ພະຍາງຕາຍ) ແລະ ສຽງສະຫຼະ (ສຽງສັ້ນ ສຽງຍາວ)

ຕົວແກນ-ພະຍາງ-ສຽງສະຫຼະສຽງສາມັນສຽງເອກສຽງໂທສຽງຕີສຽງຈັດຕະວາພື້ນສຽງ
ອັກສອນກາງ ພະຍາງເປັນ ສຽງຍາວກາກ່າກ້າກ໊າກ໋າສຽງສາມັນ
ອັກສອນກາງ ພະຍາງເປັນ ສຽງສັ້ນກັນກັ່ນກັ້ນກັ໊ນກັ໋ນສຽງສາມັນ
ອັກສອນກາງ ພະຍາງຕາຍ ສຽງສັ້ນກະກ໊ະກ້ະ-ກ໋ະສຽງສາມັນ
ອັກສອນກາງ ພະຍາງຕາຍ ສຽງຍາວ-ກ໊າດກ້າດກາດກ໋າດສຽງຕີ
ອັກສອນສູງ ພະຍາງເປັນ ສຽງຍາວ-ຂ່າ-ຂ້າຂາສຽງຈັດຕະວາ
ອັກສອນສູງ ພະຍາງເປັນ ສຽງສັ້ນ-ຂັ່ນ-ຂັ້ນຂັນສຽງຈັດຕະວາ
ອັກສອນສູງ ພະຍາງຕາຍ ສຽງສັ້ນຂະ----ສຽງສາມັນ
ອັກສອນສູງ ພະຍາງຕາຍ ສຽງຍາວ---ຂາດ-ສຽງຕີ
ອັກສອນຕໍ່າ ພະຍາງເປັນ ສຽງຍາວຄາຄ່າຄ້າ--ສຽງສາມັນ
ອັກສອນຕໍ່າ ພະຍາງເປັນ ສຽງສັ້ນຄັນຄັ່ນຄັ້ນ--ສຽງສາມັນ
ອັກສອນຕໍ່າ ພະຍາງຕາຍ ສຽງສັ້ນ-ຄະ---ສຽງເອກ
ອັກສອນຕໍ່າ ພະຍາງຕາຍ ສຽງຍາວ--ຄາດ-ຄ໋າດສຽງໂທ

ພະຍາງເປັນຂອງອັກສອນກາງແລະອັກສອນຕໍ່າ ບໍ່ວ່າຈະເປັນສະຫຼະສຽງສັ້ນຫຼືສະຫຼະສຽງຍາວກໍຜັນວັນຍຸດແບບດຽວກັນແລະມີພື້ນສຽງຄືກັນ ລວມທັງພະຍາງເປັນຂອງອັກສອນສູງ ບໍ່ວ່າຈະເປັນສະຫຼະສຽງສັ້ນຫຼືສະຫຼະສຽງຍາວກໍຜັນວັນຍຸດແບບດຽວກັນແລະມີພື້ນສຽງຄືກັນ ແຕ່ມີຜັນໄດ້ໜ້ອຍກວ່າ 2 ສຽງ

ຕົວເລກ

[ດັດແກ້]

ຕົວເລກທີ່ເປັນອັກສອນລາວເອີ້ນວ່າ ເລກລາວ ມີລັກສະນະດັ່ງນີ້

ຕົວເລກລາວ ຕົວເລກອາຣະບິກ ຄຳອ່ານ
໐ 0 ສູນ
໑ 1 ໜຶ່ງ
໒ 2 ສອງ
​໓ 3 ສາມ
໔ 4 ສີ່
໕ 5 ຫ້າ
໖ 6 ຫົກ
໗ 7 ເຈັດ
໘ 8 ແປດ
໙ 9 ເກົ້າ

ວິທີການບອກຈໍານວນແລະນັບເລກໃຊ້ລະບົບດຽວກັບເລກຮິນດູ-ອາຣະບິກອື່ນ ໆ

ເຄື່ອງໝາຍວັກຕອນ

[ດັດແກ້]

ເບິ່ງໄດ້ທີ່ບົດຄວາມ ເຄື່ອງໝາຍວັກ


ອ້າງອີງ

[ດັດແກ້]
  1. ↑ ສິລາ ວີຣະວົງສ໌, ມະຫາ. (1935). ໄວຍາກຣນ໌ລາວ (໑) ອັກຂຣະວິທີ. ໂຮງພິມພ໌ເອກສ໌ແຕຼມໂອຣຽງ.
  2. ↑ Rajan, V., Mitchell, B., Jansche, M., Brawer, S. (2017). L2/17-106 "Proposal to Encode Lao Characters for Pali".
  3. ↑ ເມື່ອ ກ ດ ບ ງ ມ ນ ສະກົດ
  4. ↑ ເມື່ອ ຍ ວ ສະກົດ
  5. ↑ ເມື່ອ ກ ດ ບ ງ ມ ນ ສະກົດ
  6. ↑ ເມື່ອ ຍ ວ ສະກົດ
  7. ↑ ສິລາ ວີຣະວົງສ໌, ມະຫາ. (1935). ໄວຍາກຣນ໌ລາວ (໑) ອັກຂຣະວິທີ. ໂຮງພິມພ໌ເອກສ໌ແຕຼມໂອຣຽງ.
  • ສິລາ ວີຣະວົງສ໌, ມະຫາ. (1935). ໄວຍາກຣນ໌ລາວ (໑) ອັກຂຣະວິທີ. ໂຮງພິມພ໌ເອກສ໌ແຕຼມໂອຣຽງ.
  • ພູມີ ວົງວິຈິດ. (1967). ໄວຍາກອນລາວ. ພິມເທື່ອທີ 1. ພະແນກສຶກສາສູນກາງ.
  • ຄນະກັມມະການວັນນະຄະດີ. (1968). ໄວຍາກອນລາວ ພາກ ໑ ອັກຂຣະວິທີ. ພິມເທື່ອທີ 6. ວຽງຈັນທນ໌:ຄນະກັມມະການວັນນະຄະດີ.
  • ສິລາ ວີຣະວົງສ໌, ມະຫາ. (1962). ຫລັກພາສາລາວ. ພິມເທື່ອທີ 1.
  • ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສສກ). (2021). ໄວຍາກອນລາວປັດຈຸບັນ ພາກອັກຂະຫຼະວິທີ. ວຽງຈັນ:ໂຮງພິມລາວຢູນິພຣິນ ຈຳກັດ