Jump to content

ແມນຮັນອິນເຕີເນຊັນແນລ

ຈາກ ວິກິພີເດຍ
ແມນຮັນອິນເຕີເນຊັນເນິນ
ປະເພດການປະກວດຊາຍງາມລະດັບສາກົນ
ສຳນັກງານໃຫຍ່ໂກລດໂຄສຕ໌, ອົດສະຕຣາລີ
ຈັດປະກວດຄັ້ງທຳອິດ1993; 33 ປີທີ່ແລ້ວ (1993)
ຈັດປະກວດລ່າສຸດ2025
ປະທານ
Rosko Dickinson
ພາສາອັງກິດ
ເວັບໄຊທ໌manhunt.international

ແມນຮັນອິນເຕີເນຊັນເນິນ (ອັງກິດ: Manhunt International) ແມ່ນການປະກວດຊາຍງາມລະດັບສາກົນ ເພື່ອຄົ້ນຫາ ຊູເປີໂມເດລຊາຍ ຄົນຕໍ່ໄປ ກໍ່ຕັ້ງຂຶ້ນໃນປີ 1993. ຈຸດເລີ່ມຕົ້ນຂອງການປະກວດສາມາດຍ້ອນກັບໄປໄດ້ກ່ອນໜ້ານັ້ນສອງສາມປີ ໂດຍມີການຈັດການປະກວດລະດັບຊາດຮອບຄັດເລືອກຂຶ້ນທີ່ປະເທດສິງກະໂປ. ການປະກວດນີ້ລິເລີ່ມໂດຍ ເມໂທຣມີເດຍ ສິງກະໂປ ແລະ ໂປຣຄອນ ເລເຊີ ອິນເຕີເນຊັນເນິນ ຊຶ່ງໄດ້ຮ່ວມເປັນຮຸ້ນສ່ວນກັນໃນປີ 1993.

ຜູ້ດໍາລົງຕໍາແໜ່ງຄົນປັດຈຸບັນແມ່ນ ແມນຮັນອິນເຕີເນຊັນເນິນ 2025 ໄດ້ແກ່ Adonis Renaud ຈາກປະເທດຝຣັ່ງ ຊຶ່ງໄດ້ຮັບການສວມມົງກຸດທີ່ປະເທດໄທ ເມື່ອວັນທີ 10 ມີຖຸນາ 2025.[1]

ປະຫວັດ

[ດັດແກ້]

ແມນຮັນ ອິນເຕີເນຊັນເນິນ ໄດ້ຮັບການຍອມຮັບວ່າແມ່ນໜຶ່ງໃນການປະກວດແລະການແຂ່ງຂັນລະດັບນານາຊາດທຳອິດສຳລັບຜູ້ຊາຍ. ອົງກອນແມນຮັນ ອິນເຕີເນຊັນເນິນ ຈັດຕັ້ງຂຶ້ນໃນປີ 1993 ຜ່ານຄວາມຮ່ວມມືລະຫວ່າງ Rosko Dickinson ຈາກອົດສະຕຣາລີ ແລະ Alex Liu ຈາກສິງກະໂປ ໂດຍມີວັດຖຸປະສົງເພື່ອສະເໜີເວທີໃຫ້ຜູ້ຊາຍໄດ້ສະແດງຄວາມສາມາດແລະທັກສະຂອງຕົນເອງ.[2]

ການປະກວດ ແມນຮັນ ອິນເຕີເນຊັນເນິນ ຮອບຕັດສິນລະດັບໂລກຄັ້ງທຳອິດຈັດຂຶ້ນທີ່ປະເທດອົດສະຕຣາລີໃນປີ 1993 ໂດຍມີຜູ້ເຂົ້າແຂ່ງຂັນ 25 ຄົນ ແລະຜູ້ຊະນະຕຳແໜ່ງແມ່ນ Thomas Sasse ຈາກປະເທດເຢຍຣະມັນ. ງານດັ່ງກ່າວຍັງຄົງຈັດຂຶ້ນທີ່ໂກລດໂຄສຕ໌ ປະເທດອົດສະຕຣາລີ ຊຶ່ງ Nikos Papadakis ຈາກປະເທດກຣີກ ເປັນຜູ້ຊະນະໃນປີ 1994. Rosko Dickinson ແລະ Alex Liu ເລີ່ມເປັນເຈົ້າຂອງຮ່ວມແລະບໍລິຫານຈັດການ ແມນຮັນ ອິນເຕີເນຊັນເນິນ ໃນປີ 1993 ຊຶ່ງເປັນຄວາມຮ່ວມມືທີ່ດຳເນີນມາຈົນກະທັ້ງ Liu ເສຍຊີວິດໃນເດືອນມັງກອນ 2018.[3]

ແມນຮັນ ອິນເຕີເນຊັນເນິນ ແມ່ນການແຂ່ງຂັນນາຍແບບຊາຍທີ່ມີວັດຖຸປະສົງເພື່ອສະແດງຄວາມສາມາດພາຍໃນອຸດສາຫະກຳແຟຊັນ. ກິດຈະກຳປະກອບດ້ວຍການເຮັດກິດຈະກຳກາງແຈ້ງ ການນຳສະເໜີຕໍ່ສາທາລະນະຊົນ ແລະການສະແດງຄວາມສາມາດ. ຜູ້ເຂົ້າແຂ່ງຂັນຈະໄດ້ຮັບການປະເມິນຈາກຫຼັກເກນຕ່າງໆ ພວມທັງການເດີນແບບ ບຸກຄະລິກກະພາບທີ່ຖ່າຍຮູບຂຶ້ນ ບຸກຄະລິກກະພາບ ແລະຮູບຮ່າງ. ການແຂ່ງຂັນຍັງມຸ່ງຫວັງທີ່ຈະແນະນຳນາຍແບບໜ້າໃໝ່ເຂົ້າສູ່ອຸດສາຫະກຳນາຍແບບແລະແຟຊັນ ແລະສົ່ງເສີມໃຫ້ຜູ້ເຂົ້າແຂ່ງຂັນເຮັດໜ້າທີ່ເປັນແບບຢ່າງທີ່ດີໃຫ້ກັບຄົນຮຸ່ນໃໝ່.[ຕ້ອງການອ້າງອີງ]

ແມນຮັນ ອິນເຕີເນຊັນເນິນ ແມ່ນໜຶ່ງໃນການປະກວດນາຍແບບຊາຍລະດັບນານາຊາດທີ່ດຳເນີນມາຢ່າງຍາວນານທີ່ສຸດ. ແມ່ນການແຂ່ງຂັນລະດັບໂລກທີ່ຄົ້ນຫານາຍແບບຊາຍທີ່ມີຄວາມສາມາດ. ການປະກວດມີຈຳນວນຜູ້ເຂົ້າແຂ່ງຂັນສູງສຸດໃນປີ 2006 ແລະ 2012 ຊຶ່ງຈັດຂຶ້ນທີ່ປະເທດຈີນແລະປະເທດໄທຕາມລຳດັບ.[ຕ້ອງການອ້າງອີງ]

ຫຼາຍປະເທດເຄີຍເປັນເຈົ້າພາບຈັດການປະກວດຮອບຕັດສິນລະດັບໂລກ ໄດ້ແກ່ ອົດສະຕຣາລີ (1993, 1994, 1998, 2018), ສິງກະໂປ (1995, 1997, 2000), ຟີລິບປິນ (1999, 2020, 2022), ຈີນ (2001, 2002, 2006, 2016), ເກົາຫຼີ (2005, 2007, 2008, 2011), ໄຕ້ຫວັນ (2010), ແລະ ໄທ (2012, 2017, 2024, 2025).

ເກນຄຸນສົມບັດ

[ດັດແກ້]
ເພດ ຊາຍ
ຂອບເຂດອາຍຸ 18 ຫາ 32 ປີ
ສະຖານະພາບການແຕ່ງງານ ແຕ່ງງານແລ້ວ ຫຼື ໂສດ
ຄວາມສູງ ຢ່າງໜ້ອຍ 1.75 ແມັດ / 5'9"
ທັກສະ ມີທັກສະການສື່ສານທີ່ໂດດເດັ່ນ, ມີປະສົບການດ້ານການຖ່າຍແບບ
ຄຸນລັກສະນະເພີ່ມເຕີມ ຖ່າຍຮູບຂຶ້ນ, ຮູບຮ່າງດີ, ມີບຸກຄະລິກກະພາບທີ່ດີ

ການປະກວດ

[ດັດແກ້]

ການປະກວດ ແມນຮັນ ແບ່ງອອກເປັນສອງຮອບ: ຮອບເກັບຄະແນນ (Preliminary) ແລະຮອບຕັດສິນ (Final). ໃນຊ່ວງຮອບເກັບຄະແນນ ຜູ້ເຂົ້າແຂ່ງຂັນຈະໄດ້ຮັບການຕັດສິນໃນຊຸດແຟຊັນຊັ້ນສູງ (Haute Couture), ຊຸດລອຍນ້ຳ ແລະຊຸດລາຕຣີສາກົນ. ຜູ້ເຂົ້າແຂ່ງຂັນທີ່ໄດ້ຄະແນນສູງສຸດຈະໄດ້ຮັບການປະກາດຊື່ເປັນຜູ້ເຂົ້າຮອບສຸດທ້າຍ ຊຶ່ງຄະນະກຳມະການຈະຕັດສິນຜູ້ຊະນະແລະຮອງຊະນະເລີດຈາກຜູ້ເຂົ້າຮອບເຫຼົ່ານີ້.[ຕ້ອງການອ້າງອີງ]

ໃນຮອບຕັດສິນ ມີການມອບລາງວັນອື່ນໆ ເພີ່ມເຕີມຈາກຕຳແໜ່ງສູງສຸດຂອງ ແມນຮັນ ອິນເຕີເນຊັນເນິນ ໄດ້ແກ່ ເດີນແບບຍອດຢ້ຽມ (Best Runway Model), ຂວັນໃຈຊ່າງພາບ (Mister Photogenic), ມິດຕະພາບຍອດຢ້ຽມ (Mister Friendship), ບຸກຄະລິກກະພາບຍອດຢ້ຽມ (Mister Personality), ຮູບຮ່າງຍອດຢ້ຽມ (Mister Physique) ແລະຂວັນໃຈມະຫາຊົນ (Mister Popularity - ໂຫວດໂດຍສາທາລະນະຊົນຜ່ານສື່ໂຊເຊຽລ). ຕັ້ງແຕ່ການປະກວດປີ 2005 ແມນຮັນ ອິນເຕີເນຊັນເນິນ ຍັງໄດ້ມອບລາງວັນທະວີບ 5 ລາງວັນໃຫ້ກັບຜູ້ແທນທີ່ດີທີ່ສຸດຂອງແຕ່ລະທະວີບ. ໃນການປະກວດປີ 2007 ມີການປະກາດວ່າຜູ້ຊະນະຂວັນໃຈມະຫາຊົນຈະຜ່ານເຂົ້າຮອບຕັດສິນໂດຍອັດຕະໂນມັດ ແລະໃນປີ 2022 ໄດ້ມີການເປີດຕົວໝວດໝູ່ໃຫມ່ຊື່ Digital Challenge (Video) ໂດຍມີ 3 ສ່ວນ ໄດ້ແກ່ Runway Challenge, Swimwear/Physique ແລະ Casting Challenge ຊຶ່ງຜູ້ຊະນະຮວມຂອງໝວດໝູ່ນີ້ຈະຜ່ານເຂົ້າຮອບ 20 ຄົນສຸດທ້າຍໂດຍກົງ.[ຕ້ອງການອ້າງອີງ]

ວາລະຄົບຮອບ 30 ປີ

ໃນວາລະນີ້ ຜູ້ເຂົ້າຮອບ 10 ຄົນສຸດທ້າຍທັງໝົດໄດ້ຮັບລາງວັນໃນຖານະຮອງຊະນະເລີດ.[ຕ້ອງການອ້າງອີງ]

ຜູ້ທີ່ໄດ້ຮັບຕຳແໜ່ງ

[ດັດແກ້]
ຄັ້ງທີ ປີ ຜູ້ຊະນະ ຮອງຊະນະເລີດ ສະຖານທີ່ ວັນທີ ຜູ້ເຂົ້າແຂ່ງຂັນ ອ້າງອີງ
ຮອງອັນດັບ 1 ຮອງອັນດັບ 2 ຮອງອັນດັບ 3 ຮອງອັນດັບ 4
1 1993 Thomas Sasse
ທຸງຂອງປະເທດເຢຍລະມັນ ເຢຍລະມັນ
Berke Hürcan
 ປະເທດຕູຣາເຄຍ
Raffaele Memoli
  ປະເທດສະວິດ
Aaron Small
 ປະເທດຟີລິບປິນ
Michel Boeuf
 ນິວແຄລິໂດເນຍ
ໂກລດໂຄສຕ໌, ອົດສະຕຣາລີ 30 ພະຈິກ 24
2 1994 Nikos Papadakis
 ປະເທດເກຣັກ
Trent Garfthon
ທຸງຂອງປະເທດອົດສະຕຣາລີ ອົດສະຕຣາລີ
Richard Planks
 ສະຫະລັດອາເມຣິກາ
Benedict Goh Wei Cheh
 ປະເທດສິງກະໂປ
Rajat Bedi
ທຸງຂອງອິນເດຍ ອິນເດຍ
00 ພະຈິກ 24
3 1995 Albe Geldenhuys
 ປະເທດແອຟຣິກາໃຕ້
Dino Morea
ທຸງຂອງອິນເດຍ ອິນເດຍ
David Arnold
 ສະຫະລັດອາເມຣິກາ
Javier Rodriguez
 ປະເທດປວຍໂຕຣີໂກ
Rinat Khismatouli
 ປະເທດຄາຊັກສະຖານ
ເກາະເຊັນໂຕຊາ, ສິງກະໂປ 24 ພະຈິກ 35
1996 ບໍ່ໄດ້ຈັດການປະກວດ
4 1997 Jason Erceg
ທຸງຂອງປະເທດນູແວນເຊລັງ ນູແວນເຊລັງ
Sandro Finocchio Speranza
ທຸງຂອງປະເທດເວເນຊູເອລາ ເວເນຊູເອລາ
Vincent Pinto
 ປະເທດຟີລິບປິນ
Jonathan Rojas Ortega
 ປະເທດປວຍໂຕຣີໂກ
Zulfi Syed Ahmad
ທຸງຂອງອິນເດຍ ອິນເດຍ
ສິງກະໂປ 24 ພຶດສະພາ 38
5 1998 Peter Eriksen
ທຸງຂອງປະເທດຊູແອດ ຊູແອດ
Tamme Boh Tjarks
ທຸງຂອງປະເທດເຢຍລະມັນ ເຢຍລະມັນ
Robert Korceki
 ສະຫະລັດອາເມຣິກາ
Philip Lee
 ປະເທດສິງກະໂປ
Rets Renemaris
 ປະເທດແລດໂຕນີ
ໂກລດໂຄສຕ໌, ອົດສະຕຣາລີ 3 ພຶດສະພາ 34
6 1999 Juan Ernesto Calzadilla Regalado
ທຸງຂອງປະເທດເວເນຊູເອລາ ເວເນຊູເອລາ
John Abraham
ທຸງຂອງອິນເດຍ ອິນເດຍ
Peter Kerby
ທຸງຂອງປະເທດດານມາກ ດານມາກ
Kirk Hedley
 ປະເທດຈາໄມກາ
Llewellyn Cordier
 ປະເທດແອຟຣິກາໃຕ້
ມະນີລາ, ຟີລິບປິນ 29 ພຶດສະພາ 43
7 2000 Brett Wilson
ທຸງຂອງປະເທດອົດສະຕຣາລີ ອົດສະຕຣາລີ
David Zepeda Quintero
ທຸງຂອງປະເທດເມັກຊິໂກ ເມັກຊິກ
Brandon Choo
 ປະເທດສິງກະໂປ
José Gabriel Madonía Panepinto
ທຸງຂອງປະເທດເວເນຊູເອລາ ເວເນຊູເອລາ
Geraldino Nicolina
 ກູຣາເຊົາ
ສິງກະໂປ 29 ກັນຍາ 33
8 2001 Rajeev Singh
ທຸງຂອງອິນເດຍ ອິນເດຍ
Leo Zhang Wei Biao
 ປະເທດຈີນ
Luis Antonio Nery Gómez
ທຸງຂອງປະເທດເວເນຊູເອລາ ເວເນຊູເອລາ
Adnan Taletovic
 ປະເທດກຣົວຊີ
Kenneth Bryan
 ໝູ່ເກາະໄກມານ
ເບິ່ງຈິງ, ຈີນ 12 ພະຈິກ 43 [4]
9 2002 Fabrice Bertrand Wattez
ທຸງຂອງປະເທດຝຣັ່ງ ຝຣັ່ງ
Bart Deschuymer
ທຸງຂອງປະເທດແບນຊິກ ແບນຊິກ
Murat Erbaytan
 ປະເທດຕູຣາເຄຍ
Adrian Medina Scull
 ປະເທດກູບາ
Daniel Leonard Navarrete Muktans
ທຸງຂອງປະເທດເວເນຊູເອລາ ເວເນຊູເອລາ
ຊຽງໄຮ້, ຈີນ 9 ພະຈິກ 47
2003 - 2004 ບໍ່ໄດ້ຈັດການປະກວດ
10 2005 Tolgahan Sayışman
 ປະເທດຕູຣາເຄຍ
Agris Blaubuks
 ປະເທດແລດໂຕນີ
Henry Romero
 ກູຣາເຊົາ
Chen ZeYu
 ປະເທດຈີນ
Romeo Quiñones
 ປະເທດປວຍໂຕຣີໂກ
ປູຊານ, ເກົາຫຼີ 8 ກັນຍາ 42
11 2006 Jaime Augusto Mayol
 ສະຫະລັດອາເມຣິກາ
Fabien Hauquier
ທຸງຂອງປະເທດແບນຊິກ ແບນຊິກ
Zhao Zheng
 ປະເທດຈີນ
Gökhan Keser
 ປະເທດຕູຣາເຄຍ
Jose Mendez
ທຸງຂອງປະເທດແອັດສະປາຍ ແອັດສະປາຍ
ຈິນຈຽງ, ຈີນ 19 ເມສາ 53
12 2007 Jeffrey Zheng Yu Guang
 ປະເທດຈີນ
Jason Charles Millot
ທຸງຂອງປະເທດການາດາ ການາດາ
Ioannis Athitakis
 ປະເທດເກຣັກ
Craig Barnett
ທຸງຂອງປະເທດອົດສະຕຣາລີ ອົດສະຕຣາລີ
Abhimanyu Jain
ທຸງຂອງອິນເດຍ ອິນເດຍ
ຄັງວອນ, ເກົາຫຼີ 12 ກຸມພາ 48
13 2008 Abdelmoumen El Maghraouy
 ປະເທດໂມຣົກໂກ
Egill Arnljots
ທຸງຂອງປະເທດຊູແອດ ຊູແອດ
Cesar Vegas
 ປະເທດຄອສຕາລີກາ
Lee Jae-Hwan
 ປະເທດເກົາຫຼີໃຕ້
Claudio Furtado
 ປະເທດອັງໂກລາ
ໂຊນ, ເກົາຫຼີ 2 ມີຖຸນາ 47
2009 ບໍ່ໄດ້ຈັດການປະກວດ
14 2010 Peter Meňky
 ປະເທດສະໂລວາກີ
Bogdan Brasoveanu
 ຍິບຣອລຕາ
Marlon de Gregori
ທຸງຂອງປະເທດບຣາຊິນ ບຣາຊິນ
Daniel Guerra
 ສະຫະລັດອາເມຣິກາ
Jerry Chang
ທຸງຂອງປະເທດໄຕ້ຫວັນ ໄຕ້ຫວັນ
ໄຕ້ຈຸງ, ໄຕ້ຫວັນ 20 ພະຈິກ 50
15 2011 John Chen Jiang Feng
 ປະເທດຈີນ
Nelson Omar Sterling
 ສາທາລະນະລັດໂດມິນິກັນ
Gianni Sinnesael
ທຸງຂອງປະເທດແບນຊິກ ແບນຊິກ
Truong Nam Thanh
ທຸງຂອງປະເທດຫວຽດນາມ ຫວຽດນາມ
Martin Smahel
 ປະເທດສະໂລວາກີ
ໂຊນ, ເກົາຫຼີ 10 ຕຸລາ 48
16 2012 June Macasaet
 ປະເທດຟີລິບປິນ
Bo Peter Jonsson
ທຸງຂອງປະເທດຊູແອດ ຊູແອດ
Martin Wang
ທຸງຂອງມາເກົາ ມາເກົາ
Jimmy Perez Rivera
 ປະເທດປວຍໂຕຣີໂກ
Jason Chee
 ປະເທດສິງກະໂປ
ບາງກອກ, ໄທ 9 ພະຈິກ 53
2013 - 2015 ບໍ່ໄດ້ຈັດການປະກວດ
17 2016 Patrik Sjöö
ທຸງຂອງປະເທດຊູແອດ ຊູແອດ
Ba Te Er
ທຸງຂອງຮົງກົງ ຮົງກົງ
Christopher Bramell
 ປະເທດອັງກິດ
Maurício Eusébio
 ປະເທດອັງໂກລາ
Ramon Pissaia
ທຸງຂອງປະເທດບຣາຊິນ ບຣາຊິນ
ເຊີນເຈິ້ນ, ຈີນ 29 ຕຸລາ 43
18 2017 Trương Ngọc Tình
ທຸງຂອງປະເທດຫວຽດນາມ ຫວຽດນາມ
Kongnat Choeisuwan
 ປະເທດໄທ
Gaetan Osman
 ປະເທດລີບັງ
Mohamed Wazeem
 ປະເທດສີລັງກາ
Andry Permadi
 ປະເທດອິນໂດເນເຊຍ
ບາງກອກ, ໄທ 27 ພະຈິກ 37 [5]
19 2018 Vicent Llorach González
ທຸງຂອງປະເທດແອັດສະປາຍ ແອັດສະປາຍ
Dale Maher
ທຸງຂອງປະເທດອົດສະຕຣາລີ ອົດສະຕຣາລີ
Luca Derin
ທຸງຂອງປະເທດໂຮນລັງ ໂຮນລັງ
Jeffrey Langan
 ປະເທດຟີລິບປິນ
Mai Tuan Anh
ທຸງຂອງປະເທດຫວຽດນາມ ຫວຽດນາມ
ໂກລດໂຄສຕ໌, ອົດສະຕຣາລີ 2 ທັນວາ 28 [6]
2019 ບໍ່ໄດ້ຈັດການປະກວດ
20 2020 Paul Luzineau
ທຸງຂອງປະເທດໂຮນລັງ ໂຮນລັງ
Nikos Antonopoulos
 ປະເທດເກຣັກ
Matheus Cruz Giora
ທຸງຂອງປະເທດບຣາຊິນ ບຣາຊິນ
Yeray Hidalgo Hernández
ທຸງຂອງປະເທດແອັດສະປາຍ ແອັດສະປາຍ
Mayur Gangwani
ທຸງຂອງອິນເດຍ ອິນເດຍ
ມະນີລາ, ຟີລິບປິນ 22 ກຸມພາ 36 [7]
2021 ບໍ່ໄດ້ຈັດການປະກວດ ເນື່ອງຈາກການລະບາດຂອງ ໂຄວິດ-19
21 2022 Lochlan Carey
ທຸງຂອງປະເທດອົດສະຕຣາລີ ອົດສະຕຣາລີ
Joshua Raphael De Sequera
 ປະເທດຟີລິບປິນ
Elijah Van Zanten
 ສະຫະລັດອາເມຣິກາ
Trần Mạnh Kiên
ທຸງຂອງປະເທດຫວຽດນາມ ຫວຽດນາມ
Cas Hagman
ທຸງຂອງປະເທດໂຮນລັງ ໂຮນລັງ
ມະນີລາ, ຟີລິບປິນ 1 ຕຸລາ 33
2023 ບໍ່ໄດ້ຈັດການປະກວດ
22 2024 Kevin Aphisittinun Len Dasom
 ປະເທດໄທ
Lucas Schlachter
ທຸງຂອງປະເທດຝຣັ່ງ ຝຣັ່ງ
Kenneth Stromsnes
 ປະເທດຟີລິບປິນ
Víctor Michele Battista Infante
ທຸງຂອງປະເທດເວເນຊູເອລາ ເວເນຊູເອລາ
Vincenzo Melisi
 ປະເທດອີຕາລີ
ອະຍຸທະຢາ, ໄທ 26 ພຶດສະພາ 37 [8]
23 2025 Adonis Renaud
ທຸງຂອງປະເທດຝຣັ່ງ ຝຣັ່ງ
Piyumal Sithum
 ປະເທດສີລັງກາ
Rhyeme Wright
 ປະເທດຈາໄມກາ
Jordan San Juan
 ປະເທດຟີລິບປິນ
Vu Linh Nguyen
ທຸງຂອງປະເທດຫວຽດນາມ ຫວຽດນາມ
ບາງກອກ, ໄທ 10 ມີຖຸນາ 37
ຮອງຊະນະເລີດອັນດັບ 5 ຫາ 9

ຕັ້ງແຕ່ປີ 2024 ການປະກວດແມນຮັນ ອິນເຕີເນຊັນເນິນ ໄດ້ມີການມອບຕຳແໜ່ງຮອງຊະນະເລີດອັນດັບ 5 ຫາ 9 ໃຫ້ກັບຜູ້ເຂົ້າຮອບ 10 ຄົນສຸດທ້າຍ. ຕາຕະລາງນີ້ສະແດງລາຍຊື່ຜູ້ໄດ້ຮັບຕຳແໜ່ງຮອງຊະນະເລີດອັນດັບ 5 ຫາ 9 ໃນແຕ່ລະປີ.

ຄັ້ງທີ ປີ ຮອງຊະນະເລີດ ສະຖານທີ່ ວັນທີ ຜູ້ເຂົ້າແຂ່ງຂັນ ອ້າງອີງ
ຮອງອັນດັບ 5 ຮອງອັນດັບ 6 ຮອງອັນດັບ 7 ຮອງອັນດັບ 8 ຮອງອັນດັບ 9
22 2024 Daniel Lorente
ທຸງຂອງປະເທດແອັດສະປາຍ ແອັດສະປາຍ
Matt Dixon
ທຸງຂອງປະເທດການາດາ ການາດາ
Marcel Riera
  ປະເທດສະວິດ
Ruan Mendes
ທຸງຂອງປະເທດບຣາຊິນ ບຣາຊິນ
Luke Van
 ປະເທດແອຟຣິກາໃຕ້
ອະຍຸທະຢາ, ໄທ 26 ພຶດສະພາ 37 [8]
23 2025 José Carlos Novelo
 ປະເທດເມັກຊິໂກ
Özkan Görmez
 ປະເທດຕູຣາເຄຍ
Yu Gan
 ປະເທດມຽນມາ
Somto Nnoruga
 ປະເທດໄນຈີເຣຍ
Kamonpop Kaewdiao
 ປະເທດໄທ
ບາງກອກ, ໄທ 10 ມີຖຸນາ 37

ແກເລີຣີຜູ້ຊະນະ

[ດັດແກ້]

ຕົວແທນປະເທດລາວ

[ດັດແກ້]
ປີ ຜູ້ດຳລົງຕຳແໜ່ງ / ຕົວແທນ ແຂວງ ຜົນງານລະດັບຊາດ ການປະກວດລະດັບນານາຊາດ
ຕຳແໜ່ງໃນການປະກວດ ລາງວັນພິເສດ
2017 ຈັນທະຈອນ ວິໄລສານ ນະຄອນຫຼວງວຽງຈັນ ໄດ້ຮັບການແຕ່ງຕັ້ງ ບໍ່ໄດ້ເຂົ້າຮອບ
2 ລາງວັນພິເສດ
    • ໂຄສະນາດີເດັ່ນ
    • ຜູ້ທີ່ມີສະເໜ່ທີ່ສຸດ

ເພີ່ມເຕີມ

[ດັດແກ້]

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).ແມ່ແບບ:Cbignore
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ແຫຼ່ງຂໍ້ມູນອື່ນ

[ດັດແກ້]