Jump to content

ຈິນຕະນິຍາຍ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ແຟນຕາຊີ)

ຈິນຕະນິຍາຍ ຫຼື ແຟນຕາຊີ (ອັງກິດ: fantasy) ແມ່ນງານວັນນະສິນປະເພດໜຶ່ງມີເຄົ້າໂຄງ ຫຼື ເນື້ອຫາກ່ຽວຂ້ອງກັບເວດມົນ ແລະ ເລື່ອງເໜືອຈິງ ມັກມີຄວາມກ່ຽວຂ້ອງກັບເຫດການໃນຍຸກກາງຂອງເອີຣົບ ຫຼື ມີລັກສະນະທີ່ສະແດງເຖິງຍຸກດຽວກັນນັ້ນເຊັ່ນ: ສະຖາປັດຕະຍະກຳ, ສິ່ງກໍ່ສ້າງ, ການນຸ່ງຖື ຫຼື ເຕັກໂນໂລຊີ. ໂລກແຫ່ງຈິນຕະນິຍາຍມັກຍອມຮັບສະພາວະເໜືອຈິງ ຫຼື ເວດມົນຕ່າງໆເໝືອນກັບວ່າເປັນເລື່ອງປົກກະຕິ ຄວາມແຕກຕ່າງລະຫວ່າງຈິນຕະນິຍາຍກັບນິຍາຍວິທະຍາສາດ ຫຼື ນິຍາຍສະຫຍອງຂວັນ ຄືລັກສະນະຂອງເຕັກໂນໂລຊີ ແລະ ວິທີການນຳສະເໜີກ່ຽວກັບຄວາມຕາຍ. ງານຈິນຕະນິຍາຍປະກອບດ້ວຍປະພັນຂອງນັກຂຽນ, ສິລະປິນ, ນັກດົນຕີ ຫຼື ນັກສ້າງຮູບເງົາຢ່າງຫຼວງຫຼາຍນັບແຕ່ອະດີດຕະການດັ່ງກັບຕຳນານ ຫຼື ຕຳນານລີ້ລັບ ສືບຕໍ່ມາຈົນຮອດປັດຈຸບັນທີ່ເຜີຍແຜ່ແກ່ຜູ້ຄົນຈຳນວນຫຼາຍ.