ເສດຖະກິດສັງຄົມ

ຈາກ ວິກິພີເດຍ

ລະບອບເສດຖະກິດ ແລະ ສັງຄົມ ແຫ່ງ ສປປລ[ດັດແກ້]

ເສດຖະກິດແຫ່ງຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແມ່ນເສດຖະກິດຫລາຍພາກສ່ວນທີ່ຄົງ ຕົວຢ່າງຍາວນານຊື່ງລວ້ນແຕ່ໄດ້ຮັບການສົ່ງເສີມ ເພື່ອຂະຫຍາຍກຳລັງການຜະລິດ, ເປີດກວ້າງການຜະລິດ, ທຸລະກິດ ແລະ ການບໍລິການ, ຫັນເສດຖະກິດທຳມະຊາດໄປສູ່ເສດຖກິດສີນຄ້າ, ປະຕິບັດການຫັນເປັນອຸດສະ ຫະກຳ ແລະ ການຫັນເປັນທັນສະໄໝ; ເຊື່ອມໂຍງກັບເສດຖະກິດຂອງພາກພື້ນ ແລະ ຂອງໂລກ, ເຮັດໃຫ້ເສດຖະ ກິດແຫ່ງຊາດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍົກລະດັບຊີວິດການ ເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ສູງຂື້ນ. ທຸກພາກສ່ວນເສດຖະກິດ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ເຄື່ອນໄຫວຕາມກົນໄກເສດຖະກິດຕະຫລາດ, ທັງແຂ່ງຂັນ ແລະ ຮ່ວມມືກັນ ຂະຫຍາຍການຜະລິດ, ທຸລະກິດພາຍ ໃຕ້ການດັດສົມຂອງລັດຕາມທິດສັງຄົມນິຍົມ.


ລັດສົ່ງເສີມທຸກພາກສ່ວນເສດຖະກິດພາຍໃນປະເທດ ລົງທືນເຂົ້າໃນການຜະລິດ, ທຸລະກິດ ແລະ ການບໍລິການ, ປະກອບສ່ວນເຂ້າໃນການຫັນເປັນອຸດສະຫະກຳ ແລະ ການຫັນເປັນທັນສະໄໝ, ເຮັດໃຫ້ເສດຖະກິດແຫ່ງຊາດເຕີມ ໃຫ່ຍເຂັ້ມແຂງ.


ລັດສົ່ງເສີມການລົງທືນຂອງຕ່າງປະເທດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສ້າງສີ່ງແວດລ້ວມອຳ ນວຍຄວາມສະດວກໃຫ້ແກ່ການນຳເອົາທືນ, ເຕັກໂນໂລຢີ ແລະ ການຄູ້ມຄອງທີ່ກ້າວໜ້າ ເຂົ້າສູ່ຂະບວນການຜະລິດ, ທຸລະກິດ ແລະ ການບໍລິການ. ຊັບສົມບັດ ແລະ ທືນທີ່ຖືກຕ້ອງຕາມກົດໝາຍ ຂອງຜູ້ລົງທືນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຈະບໍ່ຖຶກເກັບເກນ, ບໍ່ຖຶກຢຶດ ຫລື ໂອນເປັນຂອງລັດ.


ລັດປົກ ແລະ ເສີມຂະຫຍາຍບັນດາຮູບການກຳມະສິດຂອງລັດ, ຂອງລວມໝູ່, ເອກະເທດ, ເອກະຊົນພາຍໃນ ແລະ ຕ່າງປະເທດທີ່ລົງທືນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.


ລັດປົກປ້ອງສິດກ່ຽວກັບກຳມະສິດ (ສິດຄອບຄອງ, ສິດນຳໄຊ້, ສິດໄດ້ຮັບ, ສິດຊີ້ຂາດ) ແລະ ສິດສຶບທອດຊັບສົມ ບັດຂອງການຈັດຕັ້ງ ແລະ ຂອງບຸກຄົນ. ສຳລັບທີ່ດີນແມ່ນເປັນກຳມະສິດຂງວົງຄະນະຍາດແຫ່ງຊາດ, ລັດຮັບປະກັນ ສິດນຳໃຊ້, ສິດໂອນ ແລະ ສິດສຶບທອດຕາມກົດໝາຍ.


ລັດຄູ້ມຄອງເສດຖະກິດ ຕາມກົດໄກເສດຖະກິດຕະຫລາດທີ່ມີການດັດສົມຂອງລັດ, ປະຕິບັດຫລັກການສົມທົບການ ຄູ້ມຄອງລວມສູນ ເປັນເອກະພາບ ຂອງຂະແໜງການສູນກາງກັບການແບ່ງຄວາມຣັບພິດສອບຄູ້ມຄອງໃຫ້ທ້ອງຖີ່ນ ຕາມລະ ບຽບກົດໝາຍ.


ທຸກອົງການຈັດຕັ້ງ ແລະ ຜົນລະເມືອງທຸກຄົນຕ້ອງປົກປັກຮັກສາສີ່ງແວດລ້ວມ, ປົກປັກຮັກຊັບພະຍາກອນທຳມະຊາດ: ໜ້າດີນ, ພ້ນດີນ, ປ່າໄມ້, ສັດ, ແຫ່ລງນ້ຳ ແລະ ອາກາດ.


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືເສດຖະກິດກັບ ຕ່າງປະເທດ ໂດຍໃຊ້ຮູບການສຳພັນເສດຖະກິດແບບຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບບົນຫັລກການ ເຄົາລົບເອກະລາດ, ອະທິປະໄຕຂອງກັນ, ສະເມີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.


ລັດໃຫ້ຄວາມສຳຄັນແກ່ການພັດທນາເສດຖະກິດຕິດພັນກັບການພັດທະນາ ວັດທະນະທຳ - ສັງຄົມ ໂດຍໃຫ້ບູລິມະ ສິດແກ່ການພັດທະນາຊັບພະຍາກອນມະນຸດ.


ລັດເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາການສຶກສາ,ປະຕິບັດລະບອບການສຶກສາຊັ້ນປະຖົມແບບບັງຄັບເພື່ອສ້າງ ຄົນ ລາວໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດສີນທຳ ປະຕິວັດ, ມີຄວາມຮູ້ ແລະ ຄວາມສາມາດ. ລັດ ແລະ ທົ່ວ ສັງຄົມ ຕັ້ງໜ້າພັດທະນາການສຶກສາແຫ່ງຊາດໃຫ້ມີຄຸນນະພາບ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ປະຊາຊົນໄດ້ຮັບ ການສຶກສາຢ່າງທົ່ວເຖິງ ໂດຍສະເພາະປະຊາຊົນທີ່ຢູ່ຫາງໄກສອກຫລິກ, ຊົນເຜົ່າ, ແມ່ຍີງ, ເດັກນ້ອຍ ແລະ ຜູ້ດ້ອຍໂອກາດ. ລັດສົ່ງເສີມ ແລະ ຊຸກຍູ້ໃຫ້ເອກະຊົນລົງທືນເຂົ້າໃນການພັດທະນາການສຶກສາແຫ່ງຊາດຕາມກົດ ໝາຍ.


ລັດສົ່ງເສີມການອະນຸລັກວັດທະນະທຳທີ່ເປັນເອກະລັກ ແລະ ເປັນມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊົນເຜົ່າ ສົມທົບກັບການຮັບເອົາວັດທະນະທຳທີ່ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ. ລັດສົ່ງເສີມການເຄື່ອນໄຫວວັດ ທະນະທຳ, ສີນລະປະວັນະຄະດີ, ການປະດິດຄິດແຕ່ງ, ຄູ້ມຄອງ ແລະ ປົກປັກຮັກສາມໍລະດົກທາງດ້ານວັດທະນະ ທຳ, ປະຫວັດສາດ ແລະ ທຳມະຊາດ, ບູລະນະປະຕິສັງຂອນວັດຖຸບູຸຮານ ແລະ ປູຊະນີຍະສະຖານ. ລັດເອົາໃຈ ໃສ່ປັບປຸງ ແລະ ຂະຫຍາຍວຽກງານສື່ມວນຊົນເພື່ອຮັບໃຊ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຫ້າມທຸກການເຄື່ອນໄຫວດ້ານວັດທະນະທຳ ຫລື ນຳໃຊ້ສື່ມວນຊົນເພື່ອກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງ ຊາດ, ທຳລາຍຮິດຄອງປະເພນີອັນດີງາມ ຫລື ກຽດສັກສີຂອງຄົນລາວ.


ລັດສົ່ງເສີມເອົາໃຈໃສ່ສະຕິປັນຍາ ແລະ ຫົວຄິດປະດິດສ້າງໃນວຽກງານການຄົ້ນຄ້ວາລາວ ແລະ ການນຳໃຊ້ວິທະ ຍາສາດ-ເຕັກໂນໂລຢີ, ປົກປ້ອງຊັບສີນທາງປັນຍາໄປຄອງຄູ່ກັບການບຳລຸງ ແລະ ກໍ່ສ້າງນັກວິທະຍາສາດເພື່ອສຸກຍູ້ ການຫັນເປັນອຸດສະຫະກຳ ແລະ ການຫັນເປັນທັນສະໄໝ.


ລັດເອົາໃຈໃສ່ປັບປຸງ ແລະ ຂະຫຍາຍວຽກງານສາທາລະນະສຸກ ເພື່ອຮັກສາສຸຂະພາບຂອງປະຊາຊົນ. ລັດ ແລະ ສັງຄົມຕັ້ງໜ້າກໍ່ສ້າງ ແລະ ລະບົບການກັນພະຍາດ ແລະ ປີ່ນປົວຄົນເຈັບຢ່າງທົ່ວເຖິງ, ສ້າງເງື່ອນໄຂໃຫ້ປະຊາຊົນ ທຸກຄົນໃດ້ຮັບການເບີ່ງແຍງດ້ານສຸຂະພາບ ໂດຍສະເພາະແມ່ ແລະ ເດັກນ້ອຍ, ປະຊາຊົນຜູ້ທຸກຍາກ ແລະ ຜູ້ ຢູ່ຫ່າງໄກສອກຫລິກເພື່ອໃຫ້ທຸກຄົນມີສຸຂະພາບດີ. ລັດສົ່ງເສີມ ແລະ ສຸກຍູ້ໃຫ້ເອກະຊົນລົງທືນເປີດບໍລິການທາງ ດ້ານສາທາລະນະສຸກຕາມລະບຽບກົດໝາຍ. ຫ້າມທຸກການບໍລິການທາງດ້ານສາທາລະນະສຸກທີ່ບໍ່ຖຶກຕ້ອງຕາມ ລະບຽບກົດໝາຍ.


ລັດ ແລະ ສັງຄົມເອົາໃຈໃສ່ສຸກຍູ້, ສົ່ງເສີມ ແລະ ລົງທືນເຂົ້າໃນກການກິລາກາຍຍະກຳຂອງມະຫາຊົນນັບທັງປະ ເພດກິລາທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕ່າງໆ ແລະ ກິລາສາກົນເພື່ອຍົກລະດັບຄວາມສາມາດດ້ານການກິລາໃຫ້ ສູງຂື້ນ, ເສີມສ້າງກຳລັງ ແລະ ສຸຂະພາບຂອງປະຊາຊົນ.


ລັດ ແລະ ສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍສະຫວັດດີການສັງຄົມເປັນຢ່າງດີ ໂດຍສະເພາະຕໍ່ວິລະຊົນແຫ່ງ ຊາດ, ນັກຮົບແຂ່ງຂັນ, ພະນັກງານການບຳນານ, ຜູ້ເສຍອົງຄະ, ຄອບຄົວຜູ້ເສຍສະລະຊີວິດ ເພື່ອພາລະກິດປະຕິ ວັດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.


ລັດ, ສັງຄົມ ແລະ ຄອບຄົວເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍີງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍີງ ແລະ ເດັກນ້ອຍ.


ລັດ ແລະ ສັງຄົມສົ່ງເສີມ, ພັດທະນາ ແລະ ເປີດກ້ວາງການທ່ອງທ່ຽວວັດທະນະທຳປະຫວັດສາດ ແລະ ທຳມະ ຊາດ.´ ຫ້າມການທ່ອງທ່ຽວທີ່ຈະສ້າງຄວາມເຊື່ອມເສຍຕໍ່ວັດທະນະທຳອັນດີງາມຂອງຊາດ ຫລື ຂັດກັບລະບຽບກົດ ໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.