Jump to content

ວີທູບເບີ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ເວີຊວນຢູທູບເບີ)
ຄິຊຶນະ ໄອ, ວີທູບເບີຄົນທຳອິດທີ່ໄດ້ຮັບຄວາມນິຍົມຢ່າງສູງ ແລະ ເປັນຈຸດເລີ່ມຕົ້ນຂອງວີທູບເບີຮຸ່ນຫຼັງໆມາ.

ເວີຣ໌ຊວລຢູທູບເບີຣ໌ (ອັງກິດ: virtual YouTuber) ຫຼື ຫຍໍ້ກັນວ່າ ວີທູບເບີຣ໌ (ອັງກິດ: VTuber) ຫຼືເອີ້ນກັນສັ້ນໆວ່າ ວີ ແມ່ນຜູ້ສ້າງຄວາມບັນເທີງອອນໄລນ໌ທີ່ໃຊ້ຮ່າງອະວາຕາຣ໌ສະເໝືອນຈິງ ເຊິ່ງສ້າງຂຶ້ນດ້ວຍກຣາຟິກຄອມພິວເຕີ ໂດຍມັກນຳໃຊ້ຊອບແວ ຫຼື ເຕັກໂນໂລຊີຈັບການເຄື່ອນໄຫວແບບຣຽລໄທມ໌(ແຕ່ກໍບໍ່ສະເໝີໄປ) ເພື່ອຈັບການເຄື່ອນໄຫວຂອງຜູ້ທີ່ກຳລັງສະແດງຢູ່. ວີທູບເບີກຳເນີດຄັ້ງທຳອິດທີ່ຍີ່ປຸ່ນໃນກາງຊຸມປີ2010 ແບະ ໄດ້ກາຍເປັນປາກົດການທາງສື່ອອນໄລນ໌ລະດັບໂລກໃນຊ່ວງປີ2020.[1][2] ວີທູບເບີສ່ວນໃຫຍ່ເປັນຢູທູບເບີ ຫຼື ສຕຣີມເມີທີ່ເວົ້າພາສາຍີ່ປຸ່ນ ແລະ ອັງກິດເຊິ່ງໃຊ້ການອອກແບບຮ່າງອະວາຕາຣ໌ໃນການດຶງດູດຜູ້ເບິ່ງ ແລະ ນຳສະເໜີຄອນເທນຕ໌. ໂດຍໃນປີ2020 ມີວີທູບເບີທີ່ຍັງຄົງແອັກທີຟຢູ່ເຖິງໝື່ນກວ່າຄົນ.[3] ແມ່ນຢູ່ວ່າຄຳວ່າ "ວີທູບເບີ" ແມ່ນມາຈາກແພລັດຟອມຢູທູບ ແຕ່ຄົນເຂົາກໍພາກັນໃຊ້ໃນແພລັດຟອມອື່ນໆນຳເຊັ່ນ: ນິໂກນິໂກ, ທວິຕຊ໌, ເຟສບຸກ ແລະ ບິລິບິລີເປັນຕົ້ນ.

ຜູ້ທີ່ໃຊ້ຄຳວ່າ "ວີຊວນຢູທູບເບີ" ເປັນຄົນທຳອິດແມ່ນ ຄິຊຶນະ ໄອ ເຊິ່ງໄດ້ລິເລີ່ມສ້າງຄອນເທນຕ໌ໃນຢູທູບຊ່ວງປາຍປີ2016, ຄວາມນິຍົມຂອງລາວໄດ້ຈຸດກະແສການເຮັດວີທູບເບີຂຶ້ນໃນຍີ່ປຸ່ນ ແລະ ນຳໄປສູ່ການກໍ່ຕັ້ງສັງກັດສະເພາະທາງເພື່ອສະໜັບສະໜຸນເຫຼົ່າວີທູບເບີເຊັ່ນ: ໂຮໂລໄລຟ໌ ໂປຣດັກຊັນ, ນິຈິຊັນຈິ ແລະ ວີໂຊວໂຈ. ນອກນີ້ ການແປຄລິບວີທູບເບີຂອງເຫຼົ່າແຟນຄລັບໄປເປັນພາສາຕ່າງໆກໍເປັນອີກແຮງໜຶ່ງທີ່ຊຸກຍູ້ໃຫ້ວີທູບເບີແຮ່ງໄດ້ຮັບຄວາມນິຍົມໄປທົ່ວໂລກ.[4] ປັດຈຸບັນວີທູບເບີປາກົດໃນງານກິດຈະກຳ ແລະ ການໂຄສະນາຕ່າງໆຢ່າງເປີດເຜີຍ ແລະ ວີບາງຄົນກໍຍັງສາມາດທຳລາຍສະຖິຕິໂລກກ່ຽວກັບການສຕຣີມໄດ້ອີກດ້ວຍ.

ອ້າງອີງ

[ດັດແກ້]
  1. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).