ເລເຊຣາຟິມ
ເລເຊຣາຟິມ | |
|---|---|
ເລເຊຣາຟິມ ໃນປີ 2022 | |
| ຂໍ້ມູນພູມຫຼັງ | |
| ຕົ້ນກຳເນີດ | ໂຊລ, ເກົາຫຼີໃຕ້ |
| ປະເພດ | ເຄປັອບ, ອາແອນບີ, ແດນຊ໌ |
| ປີປະຕິບັດວຽກ | 2022 – ປະຈຸບັນ |
| ຄ່າຍ | Source Music (Hybe) |
| ເວັບໄຊ | le-sserafim |
| ສະມາຊິກ | ຊາກຸຣະ ແຊວອນ ຍຸນຈິນ ຄາຊຶຮະ ອຶນແຊ |
| ສະມາຊິກທີ່ຜ່ານມາ | ຄິມ ກາຣັມ |
ເລເຊຣາຟິມ (ເກົາຫຼີ: 르세라핌; ອັງກິດ: LE SSERAFIM) ແມ່ນກຸ່ມນັກຮ້ອງຍິງຈາກປະເທດເກົາຫຼີໃຕ້ ສັງກັດຄ້າຍ Source Music ໃນເຄືອ Hybe Corporation. ກຸ່ມປະກອບດ້ວຍສະມາຊິກ 5 ຄົນ ຊື່ວົງເປັນຄຳສະຫຼັບອັກສອນ (Anagram) ຂອງປະໂຫຍກ "I'm Fearless" ເຊິ່ງສະແດງເຖິງຄວາມໝັ້ນໃຈແລະຄວາມຕັ້ງໃຈທີ່ຈະກ້າວໄປຂ້າງໜ້າໂດຍບໍ່ຫວັ່ນໄຫວກັບສາຍຕາຂອງຄົນອື່ນ.
ປະຫວັດ
[ດັດແກ້]ກ່ອນເປີດໂຕ
[ດັດແກ້]ສະມາຊິກຫຼາຍຄົນມີປະສົບການໃນວົງການບັນເທີງມາກ່ອນ. ຊາກຸຣະ ເຄີຍເປັນສະມາຊິກວົງ HKT48 ຂອງຍີ່ປຸ່ນ, ສ່ວນ ຊາກຸຣະ ແລະ ແຊວອນ]] ເຄີຍເປັນສະມາຊິກຂອງວົງ IZ*ONE ທີ່ມາຈາກລາຍການ Produce 48. ຍຸນຈິນ ກໍເຄີຍເຂົ້າຮ່ວມແຂ່ງຂັນໃນລາຍການດຽວກັນ.
2022: ການເປີດໂຕດ້ວຍ "Fearless" ແລະ ການປ່ຽນແປງສະມາຊິກ
[ດັດແກ້]ເລເຊຣາຟິມ ເປີດໂຕຢ່າງເປັນທາງການໃນວັນທີ 2 ພຶດສະພາ 2022 ດ້ວຍມິນິອັນລະບັ້ມ Fearless. ມິວສິກວິດີໂອເພງເປີດໂຕມີຍອດຜູ້ເຂົ້າຊົມສູງເຖິງ 10 ລ້ານວິວພາຍໃນ 19 ຊົ່ວໂມງທຳອິດ.[1]
ເດີມທີວົງມີສະມາຊິກ 6 ຄົນ, ແຕ່ໃນວັນທີ 20 ກໍລະກົດ 2022, ຄ້າຍຕົ້ນສັງກັດໄດ້ປະກາດຍົກເລີກສັນຍາກັບ ຄິມ ກາຣັມ ເນື່ອງຈາກຂ່າວລືເລື່ອງການບູລີ່ໃນໂຮງຮຽນ, ເຮັດໃຫ້ວົງສືບຕໍ່ດ້ວຍສະມາຊິກ 5 ຄົນ.[2]
2023–ປະຈຸບັນ: "Antifragile" ແລະ "Unforgiven"
[ດັດແກ້]ວົງກັບມາອີກຄັ້ງດ້ວຍເພງ "Antifragile" ທີ່ເນັ້ນຈັງຫວະແບບ Latin-pop ເຊິ່ງໄດ້ຮັບຄວາມນິຍົມສູງ. ຕໍ່ມາໃນປີ 2023, ພວກເຂົາປ່ອຍອັນລະບັ້ມເຕັມຊຸດທຳອິດ Unforgiven ເຊິ່ງຕິດອັນດັບ 6 ໃນ Billboard 200.
ສະມາຊິກ
[ດັດແກ້]ຜົນງານເພງ
[ດັດແກ້]ອັນລະບັ້ມເຕັມ
[ດັດແກ້]| ຊື່ອັນລະບັ້ມ | ປີອອກຈຳໜ່າຍ |
|---|---|
| Unforgiven | 2023 |
ອີພີ (EP)
[ດັດແກ້]| ຊື່ອັນລະບັ້ມ | ປີອອກຈຳໜ່າຍ |
|---|---|
| Fearless | 2022 |
| Antifragile | 2022 |
| Easy | 2024 |
ແຫຼ່ງຂໍ້ມູນອື່ນ
[ດັດແກ້]ອ້າງອິງ
[ດັດແກ້]- ↑ "LE SSERAFIM debut with confident 'Fearless' music video". NME. ຄົ້ນຫາເມື່ອ 2024-01-20.
- ↑ "Source Music Announces Termination Of Kim Garam's Contract + LE SSERAFIM To Continue As 5 Members". Soompi. ຄົ້ນຫາເມື່ອ 2024-01-20.[dead link]