ເລກມາຕະຖານສາກົນປະຈຳປຶ້ມ

ຈາກ ວິກິພີເດຍ

ເລກມາຕະຖານສາກົນປະຈຳປຶ້ມ (ອັງກິດ: International Standard Book Number, ຝະລັ່ງ: Numéro international normalisé du livre ) ຫຼື ອີແອັດເບແອັນ (ໂຕຫຍໍ້: ISBN) ແມ່ນລະຫັດເຊິ່ງກຳໜົດຂຶ້ນໃຫ້ໃຊ້ກັບສິ່ງພິມປະເພດປຶ້ມທົ່ວໄປ. ມີຈຸດມຸ່ງໝາຍໃຫ້ເປັນເອກະລັກສະເພາະຂອງປຶ້ມແຕ່ລະເລື່ອງ ເພື່ອອຳນວຍຄວາມສະດວກໃນການຄວບຄຸມຂໍ້ມູນສິ່ງພິມດ້ວຍອອກດີນາເຕີ ໃນດ້ານການສັ່ງຊື້ ການຂາຍ ການບໍລິການ ການເງິນ ແລະການນຳສິນຄ້າອອກຈຳໜ່າຍໄປຍັງສຳນັກພິມໃນປະເທດຕ່າງໆ. ລະບົບ ISBN ຖືກສ້າງຂຶ້ນໃນສະຫະລາຊະອານາຈັກໃນປີ ຄ.ສ. 1966 ໂດຍບໍລິສັດຜູ້ຈັດພິມແລະຂາຍປຶ້ມ ດັບເບິນຢູ ເອດ ສະມິດ ແລະຖືກເອີ້ນວ່າ ເລກມາຕະຖານປຶ້ມ (Standard Book Numbering ຫຼື SBN) ຕໍ່ມາ ມີການນຳ SBN ມາໃຊ້ເປັນມາຕະຖານສາກົນ ISO 2108 ໃນປີ ຄ.ສ. 1970 ລະຫັດມາຕະຖານເຊິ່ງຄ້າຍກັນ ໝາຍເລກມາຕະຖານສາກົນປະຈຳວາລະສານ (the International Standard Serial Number ຫຼື ISSN) ໃຊ້ສຳລັບນິຕະຍະສານທີ່ອອກຕາມກຳໜົດເວລາ.

ອ້າງອີງ[ດັດແກ້]

ບັນນານຸກົມ
  • Bradley, Philip (1992). "Book numbering: The importance of the ISBN PDF (245KB). The Indexer. 18 (1): 25–26.
  • Hailman, Jack Parker (2008). Coding and redundancy: man-made and animal-evolved signals. Harvard University Press. P. 209. ISBN 978-0-674-02795-4
  • Lorimer, Rowland; Shoichet, Jillian; Maxwell, John W. (2005). Book Publishing I. CCSP Press. p. 299. ISBN 978-0-9738727-0-5.

ແຫຼ່ງຂໍ້ມູນອື່ນ[ດັດແກ້]