ເຢ​ຣູ​ຊາ​ເລັມ

ຈາກ ວິກິພີເດຍ

ພິກັດພູມສາດ: 31°47′0″N 35°13′0″E / 31.78333°N 35.21667°E / 31.78333; 35.21667

ເຢ​ຣູ​ຊາ​ເລັມ​ ຫຼື ເຈຣູຊາ​ແລັມ (Jerusalem) ແມ່ນນະ​ຄອນ​ຫຼວງ​ຂອງອິສະຣາ​ແອ​ນ ຢູ່ໃນຕາເວັນອອກກາງ ເທິງໜ້າດິນຮາບພຽງຂອງພູຢູດາ ລະຫວ່າງທະເລເມດີແຕກລາເນກັບທະເລແມກມອກ (Mer Morte) ຕາມຄວາມເຊື່ອຂອງຊາວຢິວ ເຈຣູຊາ​ແລັມແມ່ນເມືອງທີ່ພະຢາເວ (Yahweh) ຊົງເລືອກໄວ້ໃຫ້ເປັນປ້ອມແຫ່ງຄວາມເຊື່ອວ່າມີພະເປັນເຈົ້າພຽງອົງດຽວ. ອິສະຣາ​ແອ​ນແລະລັດປາແລສະຕິນຕ່າງອ້າງສິດເໜືອເຈຣູຊາ​ແລັມວ່າເປັນນະຄອນຫຼວງຂອງຕົນ ແຕ່ການກ່າວອ້າງຂອງທັງສອງຝ່າຍບໍ່ໄດ້ຮັບການຍອມຮັບຈາກນານາຊາດ.

ເຈຣູຊາ​ແລັມຖືເປັນໜຶ່ງໃນເມືອງທີ່ເກົ່າທີ່ສຸດໃນໂລກ ໂດຍໄດ້ຮັບການກ່າວເຖິງໃນຊື່ "ອູຣູຊາລິມາ" ໃນແຜ່ນສິລາຈາລຶກຂອງເມໂຊໂປຕາມີ (Mésopotamie) ເຊິ່ງມີຄວາມໝາຍວ່າ "ເມືອງຂອງຊາລິມ" ອັນເປັນນາມຂອງພະເຈົ້າແຫ່ງແຜ່ນດິນການາອັງ​ (Canaan) ເມື່ອປະມານ 2,400 ປີກ່ອນຄະລິສະຕະການ ແລະເມື່ອມາຮອດຍຸກຂອງວົງວານອິສະຣາ​ແອ​ນ ການສ້າງເມືອງເຈຣູຊາ​ແລັມຢ່າງຈິງຈັງກໍໄດ້ເລີ່ມຂຶ້ນໃນສະຕະວັດທີ 9 ກ່ອນຄະລິສະຕະການ (ຍຸກເຫຼັກຊ່ວງປາຍ) ແລະໃນສະຕະວັດທີ 8 ກ່ອນຄະລິສະຕະການ ເຈຣູຊາ​ແລັມກໍໄດ້ເປັນສູນກາງການປົກຄອງແລະທາງສາສະໜາຂອງອານາຈັກຊູດາ (Royaume de Juda).[1] ຕະຫຼອດປະຫວັດສາດ ເຈຣູຊາ​ແລັມໄດ້ຖືກມ້າງເພໄປຢ່າງນ້ອຍ 2 ຄັ້ງ, ຖືກປິດລ້ອມ 23 ຄັ້ງ, ຖືກໂຈມຕີ 52 ຄັ້ງ, ຖືກຍຶດແລະເອົາຄືນ 44 ຄັ້ງ.[2] ມີສ່ວນໜຶ່ງຂອງເຈຣູຊາ​ແລັມທີ່ເອີ້ນວ່າ "ເມືອງດາວິດ" (Cité de David) ປາກົດການກໍ່ຕັ້ງຕັ້ງແຕ່ສີ່ພັນປີກ່ອນຄະລິສະຕະການ. ກຳແພງເມືອງເຈຣູຊາ​ແລັມເຊິ່ງຍັງຕັ້ງສູງເດັນສະຫງ່າຈົນຮອດປັດຈຸບັນ ສ້າງຂຶ້ນໃນປີ 1538 ໃນລັດຊະການສຸໄລມານຜູ້ກຽງໄກ (Soliman le Magnifique) ພື້ນທີ່ພາຍໃນກຳແພງເອີ້ນວ່າບໍລິເວນເມືອງເກົ່າ (Vieille ville de Jérusalem) ເຊິ່ງແບ່ງອອກເປັນສີ່ຂົງເຂດ ຄື ເຂດອາກເມນີ, ເຂດຢິວ, ເຂດຄະລິສະຕຽນ ແລະເຂດມຸສະລິມ.[3] ບໍລິເວນເມືອງເກົ່າດັ່ງກ່າວ ຖືກຂຶ້ນທະບຽນເປັນມໍລະດົກໂລກໂດຍຢູເນສະໂກໃນປີຄ.ສ. 1981 ແລະຍັງແມ່ນໜຶ່ງໃນມໍລະດົກໂລກທີ່ກຳລັງຕົກຢູ່ໃນພາວະອັນຕະລາຍ.[4]

ອ້າງອີງ[ດັດແກ້]

  1. Moore, Megan Bishop; Kelle, Brad E. (17 May 2011). "Biblical History and Israel S Past: The Changing Study of the Bible and History". Wm. B. Eerdmans Publishing – via Google Books.
  2. "Do We Divide the Holiest Holy City?". Moment Magazine. Archived from the original on 3 June 2008. Retrieved 5 March 2008. According to Eric H. Cline's tally in Jerusalem Besieged.
  3. Ben-Arieh, Yehoshua (1984). Jerusalem in the 19th Century, The Old City. Yad Izhak Ben Zvi & St. Martin's Press. p. 14. ISBN 0-312-44187-8.
  4. "Old City of Jerusalem and its Walls". UNESCO World Heritage Convention. Retrieved 11 September 2010.

ແຫຼ່ງຂໍ້ມູນອື່ນ[ດັດແກ້]

Commons:Category
Commons:Category
Commons ມີພາບກ່ຽວກັບ:
ເຢ​ຣູ​ຊາ​ເລັມ

ລັດຖະບານ

ວັດທະນະທຳ

ການສຶກສາ

ແຜນທີ່

ສາສະໜາ