ເຜົ່າແຊກ

ຈາກ ວິກິພີເດຍ

ເຜົ່າ​ແຊກ

 ເຜົ່າ​ແຊກ​ຕັ້ງບ້ານ​ເຮືອນ​ຢູ່​ເມືອງ ຄຳ​ເກີດ ແຂວງ ບໍລິ​ຄຳ​ໄຊ ​ແລະ ​ເມືອງ​ທ່າ​ແຂກ, ຫີນ​ບູນ, ນາ​ກາຍ ​ແລະ ຍົມ​ມະ​ລາດ ຂອງ ​ແຂວງ​ຄຳ​ມ່ວນ. ເຜົ່າ​ແຊກ ຢູ່ລາວ ມີ​ປະຊາກອນ​ທັງ​ໝົດ 2.745 ຄົນ, ຍິງ 1.416 ຄົນ (​ຕາມ​ການ​ສຳ​ຫລວດ​ປີ 1995).​ເຜົ່າ​ແຊກ ມີ​ພາສາ ​ເປັນ​ຂອງ​ຕົນ​ເອງ, ຈັດຢູ່ໃນໝວດພາສາລາວ-ໄຕ, ​ແຕ່​ເຈືອ​ນບົນ​ກັບ​ພາ ສາລາວ 30%, ພາສາ​ຫວຽດ ນາມ 10%. ຮີດຄອງ​ປະ​ເພນີ: ​ເຜົ່າ​ແຊກ ນັບຖືຜີ​. ສ່ວນ​ການ​ມັກ​ຮັກ ຂອງ ບ່າວ-ສາວ ​ສ່ວນ​ຫລາຍຜູ້​ເປັນ ພໍ່​-ແມ່ ຈະ​ເປັນ​ຜູ້​ຫາ​ໃຫ້. ເຮືອນ ຂອງ ​ເຜົ່າ​ແຊກ​ມີ​ລັກສະນະ​ຄື​ກັບ​ເຮືອນ​ເຜົ່າ​ເມີ້ຍຄື: ຫ້ອງບູ ຊາ, ຫ້ອງ ນອນພໍ່-ແມ່, ຫ້ອງລູກສາວ, ລູກຊາຍ ແລະ ລູກໄພ້. ຜູ້ຊາຍເຜົ່າແຊກ ນຸ່ງຜ້າສະໂລ່ງ ຫລື ຜ້າກະຕ້ອຍ. ແມ່ຍິງນຸ່ງສິ້ນທຳມະດາ. ດ້ານສິລະປະວັນນະຄະດີພື້ນເມືອງກໍ່ມີ: ເປົ່າປີ່, ສີຊໍ, ເປົ່າຂຸ່ຍ, ເປົ່າແຄນ, ການຟ້ອນ, ລຳ ມະຫາໄຊ (ເປັນພາສາລາວ) ແຕ່ເມື່ອສອຍ ຈະໃຊ້ພາສາແຊກ. ເຜົ່າແຊກທຳການຜະລິດດ້ວຍການເຮັດໄຮ່, ລ້ຽງສັດ.