ເນີຍແຂງລົກຟອກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ເນີຍແຂງລອກຟອກ)

ເນີຍແຂງລົກຟອກ (ຝຣັ່ງ: roquefort [ʁɔk.fɔʁ]) ແມ່ນເນີຍແຂງຟ້າແກ່ເຮັດຈາກນົມແກະຊະນິດໜຶ່ງ ອັນມາຈາກພາກໃຕ້ຂອງປະເທດຝຣັ່ງ. ເນີຍແຂງລົກຟອກມີສີຂາວ ລົດຊາດອອກສົ້ມ ເນື້ອແຫຼກ ແລະຊຸ່ມເລັກນ້ອຍບໍ່ແຂງ ໂດຍມີລາຍຂອງຮາເປັນສີຂຽວອັນເປັນເອກະລັກ. ຈຸດສີຂຽວຈະມີລົດຊາດສົ້ມຄ້າຍໝາກນາວ. ລົດຊາດໂດຍລວມເມື່ອກິນແລ້ວຈະເລີ່ມຈືດແລ້ວໄປຫາຫວານ ຄ້ຽວໄປອີກແລ້ວຈະມີກິ່ນຮົມຄວັນແລະໃນທີ່ສຸດກໍຈະມີລົດເຄັມ. ເນີຍແຂງລອກຟອກບໍ່ມີເປືອກ. ຜິວພາຍນອກສາມາດນຳມາກິນໄດ້ ເຊິ່ງຈະມີລົດຊາດເຄັມນ້ອຍໜຶ່ງ. ເນີຍແຂງລົກຟອກກ້ອນໜຶ່ງສ່ວນຫຼາຍມີນ້ຳໜັກປະມານ 2.5 ເຖິງ 3 ກິໂລ ແລະມີຄວາມໜາປະມານ 10 ຊັງຕີແມັດ. ແຕ່ລະໜຶ່ງກິໂລຂອງໂຕເນີຍແຂງຈະຕ້ອງໃຊ້ນ້ຳນົມໃນການຜະລິດປະມານ 4.5 ລິດ.