ເທັນນິດ

ຈາກ ວິກິພີເດຍ

ເທນນິສເປັນກິລາທີຖືກນຳມາຫລິິ້ນໃນປະເທດລາວໂດຍຜູ້ປົກຄອງຝຣັ່ງເສດ ເດີ່ນເທນນິດທີ່່ຊາວຝຣັ່ງຫລິ້ນນັ້ນຢູ່ສໂມສອນທີ່ຕັ້ງຢູ່ຣ້ານອາຫານຂອງໂຮງແຮມລ້ານຊ້າງດຽວນີ້ ສະໄໝກ່ອນເພິ່ນເອີ້້ນສະໂມສອນນັ້ນວ່າ ໂຮງແຊກ ມາຈາກ Le Cercle de Vientiane ໃນໜັງສືຂອງທ່ານ ແຮຣີ ເຮີເວ ທ່ຽວໄປໃນອິນໂດຈີນຝຣັ່ງເສດ (Harry Hervey: Travels in French Indo-china, London, Thorton Butterworth LTD, 1928) ໄດ້ເວົ້າຮອດສະໂມສອນຫລືໂຮງແຊກຂອງຝຮັ່ງແຫ່ງນີ້ ເມື່ອລັດຖະບານເຈົ້າບູນອູ້ມ ນະຈຳປາສັກ ຕົກລົງສ້າງໂຮງແຮມລ້ານຊ້າງເພື່ອຕ້ອນຮັບແຂກບ້ານແຂກເມືອງ ສະໂມສອນແຫ່ງນີ້ຈຶ້ງໄດ້ຍູບໄປ ເຫລືອແຕ່ສະໂມສອນເທນນິດວຽງຈັນ ຊຶ່ງຢູ່ສະໜາມກິລາແຫ່ງຊາດວຽງຈັນ ຜູ້ຂຽນຮຽນຫລິ້ນເທນນິດເປັນເທື່ອທຳອິດຢູ່ໂຮງແຊກວຽງຈັນ ໂດຍຮຽນຕີບານໃສ່ກຳແພງສຳລັບເທນນິດໂດຍສະເພາະ ເນື່ອງຈາກໝູ່ເປັນລູກຊາຍຂອງເຈົ້າຂອງສະໂມສອນ ປີນັ້ນແມ່ນປະມານປີ 1960