Jump to content

ເຈມ ພີສ

ຈາກ ວິກິພີເດຍ
ທ່ານ ເຈມ ພີສ ທີ່ເຮືອນພັກ ໃນເມືອງວິສບາເດິນ

ທ່ານ ເຄນເນັດ ເຈມ ພີສ (ອັງກິດ: Kenneth James Peace) ເກີດເມື່ອວັນທີ 28 ກັນຍາ 1963 ທີ່ເມືອງເພສລີ. ທ່ານແມ່ນນັກແຕ່ງເພງ, ນັກເປຍໂນຄອນເສີດ ແລະ ທັດສະນະສິນຊາວສະກັອດແລນ.

ຊີວະປະຫວັດ

[ດັດແກ້]

ທ່ານ ເຈມ ພີສ, ເກີດເມື່ອວັນທີ 28 ກັນຍາ 1963 ທີ່ເມືອງເພສລີ, ປະເທດສະກັອດແລນ.[1][2] ໃນໄວເດັກ, ທ່ານອາໄສຢູ່ເມືອງເຮເລນເບີກ ເຊິ່ງເປັນສະຖານທີ່ພັກຜ່ອນແຄມທະເລ ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງສະກັອດແລນ. ຄອບຄົວຂອງທ່ານລວມມີສິນລະປິນຫຼາຍຄົນ ເຊັ່ນ ທ່ານ ຈອນ ແມັກກີ (John McGhie), ແລະ ເພິ່ນຍັງເປັນພີ່ນ້ອງກັບທ່ານ ເຟລິກ ເບີນສ໌ (Felix Burns), ໃນັກປະພັນດົນຕີທີ່ມີຊື່ສຽງໃນຊ່ວງຕົ້ນສະຕະວັດທີ 20.[1][3] ທ່ານ ເຈມ ເລີ່ມຮັບສອນເປຍໂນຕັ້ງແຕ່ອາຍຸ 8 ປີ ພ້ອມຂຶ້ນສະແດງຕໍ່ໜ້າມວນຊົນຄັ້ງທໍາອິດເມື່ອອາຍຸ 14 ປີ ເຊິ່ງບັນເລງເພງໂດຍ ສກ໊ອດ ຈອບລິນ (Scott Joplin). ເມື່ອອາຍຸໄດ້ 16 ປີ, ທ່ານເຂົ້າຮຽນທີ່ສະຖາບັນສອນດົນຕີ ແລະ ການລະຄອນ ແຫ່ງສະກັອດແລນ (Royal Scottish Academy of Music and Drama) ປັດຈຸບັນປ່ຽນຊື່ມາເປັນ ໂຮງຮຽນສອນດົນຕີຫຼວງ ແຫ່ງສະກັອດແລນ (Royal Conservatoire of Scotland) ໃນນາມນັກຮຽນເຕັມເວລາທີ່ມີອາຍຸນ້ອຍສຸດ.[1][2][3][4] ໃນປີ 1983, ທ່ານ ເຈມ ໄດ້ສໍາເລັດການສຶກສາຈາກມະຫາວິທະຍາໄລກລາສໂກວ໌ ໂດຍໄດ້ຮັບປະກາດສະນິຍະບັດປະລິນຍາຕີ ພາກວິຊາການສອນເປຍໂນ.[4][5] ໃນປີຕໍ່ມາ ທ່ານກໍໄດ້ຮັບໃບປະກາດສະນິຍະບັດດ້ານການສະແດງດົນຕີ ພາຍຫຼັງຫຼິ້ນເປຍໂນຄອນແຊຣ໌ໂຕ ໝາຍເລກ 1 ຂອງ ເມນເດວໂຊນ (Mendelssohn) ຮ່ວມກັບວົງດູລິຍາງ RSAMD.[1][5] ພາຍຫຼັງສໍາເລັດການສຶກສາຢ່າງເປັນທາງການ, ທ່ານໄດ້ອາໄສຢູ່ເມືອງເອດິນບະຣະ ໃນຊ່ວງປີ 1988-1991 ເຊິ່ງໃນເວລານັ້ນ.[1][2] ທ່ານ ເຈມ ພີສ ອາໄສຢູ່ເມືອງບັດ ເນົາໄຮມ໌, ປະເທດເຢຍລະມັນ ໃນຊ່ວງປີ 1991-2009.[6][7][8] ນັບແຕ່ປີ 1998, ທ່ານ ເຈມ ໄດ້ທໍາການສຶກສາກ່ຽວກັບການເຕັ້ນແທງໂກ ໂດຍຜະລິດແຜ່ນ CD Tango escoces (ການເຕັ້ນແທງໂກແບບສະກັອດແລນ) ຈາກການຮຽບຮຽງສຽງເປຍໂນ ທີ່ໄດ້ຮັບແຮງບັນດານໃຈຈາກທ່າເຕັ້ນແທງໂກຂອງຕົນເອງ,[3][8][9] ແລະ ໃນປີ 2002, ທ່ານໄດ້ຖືກແຕ່ງຕັ້ງເປັນສະມາຊິກກິດຕິມະສັກຂອງວິທະຍາໄລດົນຕີວິກຕໍເຣຍ.[3][8] ໃນປີດຽວກັນນັ້ນ, ທ່ານໄດ້ໄປທົວຄອນເສີດດ່ຽວໃນເຢຍລະມັນເໜືອ ໃນຊ່ວງເດືອນກັນຍາ/ຕຸລາ ພ້ອມເດີນທາງໄປຍັງຕາເວັນອອກໄກໃນເດືອນພະຈິກ, ເຊິ່ງເປັນການສະແດງ Tango XVII ໃນຮົງກົງ.[8][9][10][11][12]

Idylls Op.4b
Tango Milonga op. 26
Tango XVIII by James Peace (James Peace, piano)

ໃນປີຕໍ່ມາ, ການສະແດງຂອງທ່ານ ເຈມ ພີສ ໄດ້ປາກົດຕົວຢູ່ຫຼາຍເມືອງໃນເອີຣົບ ເຊິ່ງທ່ານໄດ້ສະແດງທ່າເຕັ້ນແທງໂກທີ່ຕົນອອກແບບເອງ ໂດຍສະແດງຢູ່ບັນດາເມືອງຫຼວງຕ່າງໆ ເປັນຕົ້ນແມ່ນ: ອັມສເຕີດັມ, ເອເທນ,[13] ເບີລິນ,[14] ບຣັສເຊລ, ເຮລຊິງກິ,[15] ລິສບອນ,[16] ລອນດອນ, ມາດຣິດ,[17] ອອສໂລ,[18] ເຣກຢາວິກ[19] ແລະ ວຽນນາ.[20]

ໃນປີ 2008, ທ່ານໄດ້ຖືກແຕ່ງຕັ້ງເປັນສະມາຊິກກິດຕິມະສັກຂອງວິທະຍາໄລດົນຕີລອນດອນ ເພື່ອເປັນກຽດແກ່ທ່າເຕັ້ນແທງໂກທີ່ທ່ານອອກແບບເອງ.[21][22]

ຫຼັງຈາກອາໄສຢູ່ໃນເມືອງເອດິນບະຣະໄດ້ບໍ່ດົນ, ທ່ານ ເຈມ ພີສ ກໍໄດ້ຍົກຍ້າຍໄປຢູ່ເມືອງວິສບາເດິນ, ປະເທດເຢຍລະມັນ ໃນເດືອນກຸມພາ 2010.[1][3] ເຊິ່ງການຍົກຍ້າຍຄັ້ງນີ້ ໄດ້ເກີດມີແຮງບັນດານໃຈໃນການສ້າງສັນຜົນງານໃໝ່ໆ ແລະ ທ່ານໄດ້ຜະລິດຮູບເງົາສັ້ນ ທີ່ກ່ຽວຂ້ອງກັບຜົນງານການປະດິດແຕ່ງບາງສ່ວນຂອງຕົນເອງ. ຮູບເງົາສາລະຄະດີ ເລື່ອງ ເຈມ ພີສ ໃນເມືອງວິສບາເດິນ ແມ່ນໜຶ່ງໃນຜົນງານຂອງເພິ່ນໃນສາຍງານປະເພດນີ້.[21][22]

ລາງວັນ ແລະ ໃບຍ້ອງຍໍ

[ດັດແກ້]

●     ລາງວັນທີ 1, ງານປະກວດແຂ່ງຂັນແອກເນສ ມິນລາຣ໌. ກລາສໂກວ໌, ປີ 1983[4]

●     ລາງວັນທີ 1, ງານປະກວດແຂ່ງຂັນ EIS ແຫ່ງດັນບາຕັນເຊຍ. ກລາສໂກວ໌, ປີ 1984[4]

●     ລາງວັນປະກວດບົດຄວາມກ່ຽວກັບໂປຣແກຣມຊີເບລີອຸສ (Sibelius Essay). ກລາສໂກວ໌, ປີ 1995[4]

●     ໄດ້ຮັບໃບກຽດຕິຄຸນ, ງານປະກວດແຂ່ງຂັນແຕ່ງເພງສາກົນ TIM. ກຸງໂຣມ, ປີ 2000[1][2][6]

●     ໄດ້ຮັບໃບກຽດຕິຄຸນ, ມູນນິທີ IBLA. ນິວຢອກ, ປີ 2002[1][2][6]

●     ໄດ້ຮັບຫຼຽນກາລະນຶກ, ສະມາຄົມເປຍໂນດູໂອສາກົນ. ໂຕກຽວ, ປີ 2002[1][2][6][21][22][23]

●     ໄດ້ຮັບຫຼຽນຄໍາ, ສະຖາບັນສາກົນແຫ່ງ “Lutece”. ປາຣີສ, ປີ 2005[1][2]

ຜົນງານສໍາຄັນ

[ດັດແກ້]

●     ເດິວໍເຕິຟໍ (The Waterfall)[24]

●     ໄອດີລ (Idylls)

●     ມໍນິງ ເຊເຣເນດ (Aubade)

●     ໄຊເລັນທ໌ເທຍ (Silent Tears)

●     ຟໍກັອດເທິນລີຟ (Forgotten Leaves)

●     ໂຊນາຕາສໍາລັບໂອໂບ ແລະ ເປຍໂນ

●     ແນວເພງບັນລາດ (Ballade)

●     ເຊຣີໂມນຽນມາສ໌ ຄັ້ງທີ ໑ (Ceremonial March no.1)

●     ເຊຣີໂມນຽນມາສ໌ ຄັ້ງທີ ໒ (Ceremonial March no.2)

●     ອໍທັມໂກລດ໌ (Autumn Gold)[25]

●     ເພງນິລັນດອນ (Eternal Song)

●     “ມອບແດ່ຈໍເຈຍ” (ພາສາຈໍເຈຍ: საქართველოსთვის)

(ເນື້ອໃນເພງໂດຍ: ທາມາຣິ ຊິກໄວດເຊ, ຊູຣາບີ ຊິກໄວດເຊ ແລະ ເຈມ ພີສ)

●     24 ແທງໂກສໍາລັບເປຍໂນໂຊໂລ[1][9][21][22][26]

ລິ້ງຄ໌ພາຍນອກ

[ດັດແກ້]

Souvenir de Buenos Aires - youtube

Autumn Gold - youtube

Lento Lacrimoso - youtube

ເອກະສານອ້າງອີງ

[ດັດແກ້]
  1. 1 2 3 4 5 6 7 8 9 10 11 Birgitta Lamparth. “Keine 'stacheligen' Klänge”. Wiesbadener Tagblatt (ໜັງສືພິມເຢຍລະມັນ), ສະບັບວັນທີ 10 ກຸມພາ 2011
  2. 1 2 3 4 5 6 7 Julia Anderton. “Tango als süß-traurige Geschichte”. Wiesbadener Kurier (ໜັງສືພິມເຢຍລະມັນ), ສະບັບວັນທີ 24 ມີນາ 2012
  3. 1 2 3 4 5 Sabine Klein. “Meine Musik ist wie ich − sehr romantisch”. Frankfurter Rundschau (ໜັງສືພິມເຢຍລະມັນ), ປີ 1992, ສະບັບທີ 254, ໜ້າ 2
  4. 1 2 3 4 5 G. Müller. “Das Klavier tanzt Tango”. Kulturspiegel Wetterau (ວາລະສານເຢຍລະມັນ). ສະບັບວັນທີ 17 ມີນາ 2001, ໜ້າ 5
  5. 1 2 “James Peace“. FRIZZ (ວາລະສານເຢຍລະມັນ). ສະບັບເດືອນມັງກອນ 2001, ໜ້າ 5
  6. 1 2 3 4 Deutsche Nationalbibliothek. “James Peace“
  7. ↑ Manfred Merz. “Virtuose, gefühlsbetonte Welt der Romantik”. Wetterauer Zeitung  (ໜັງສືພິມເຢຍລະມັນ), ສະບັບວັນທີ 12 ທັນວາ 1992, ໜ້າ 19
  8. 1 2 3 4 “James Peace“. The Tango Times (ວາລະສານໃນນິວຢອກ). ປີ 2002/2003 (ສະບັບທີ 39). ໜ້າ 1 - 5
  9. 1 2 3 National Library of Scotland. “Tango escocés”
  10. ↑ “James Peace“. La Cadena  (ວາລະສານດັດສ໌). ສະບັບເດືອນກັນຍາ 2002, ໜ້າ 26
  11. ↑ Tangotang (ຮົງກົງ). ຈົດໝາຍຂ່າວ, ສະບັບວັນທີ 8 ຕຸລາ 2002
  12. ↑ “ເຈມ ພີສ”. ໜັງສືພິມ ເຊົາທ໌ໄຊນາມໍນິງໂພສຕ໌ (ໜັງສືພິມໃນຮົງກົງ). ສະບັບວັນທີ 9 ຕຸລາ 2002
  13. ↑ ໂບຊົວໂຄງການຄອນເສີດ (ເອເທນ). {Για σένα, Αγγελική}. ວັນທີ 27 ເມສາ 2016
  14. ↑ Tangodanza (ວາລະສານເຢຍລະມັນ). ສະບັບເດືອນ 1/2002 - ໜ້າ 9
  15. ↑ ໂປສເຕີຄອນເສີດ (ທົວຄອນເສີດໃນຟີນແລນ), ປີ 2014
  16. ↑ ໂປສເຕີຄອນເສີດ (ທົວຄອນເສີດໃນປອກຕຸຍການ), ປີ 2016
  17. ↑ ໂປສເຕີຄອນເສີດ (ທົວຄອນເສີດໃນສະເປນ), «¡Feliz Cincuenta Cumpleaños!» ປີ 2013
  18. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  19. ↑ Ríkarður Ö. Pálsson. “Skozir Slaghörputangoár”. Morgunblaðið  (ໜັງສືພິມໄອຊ໌ແລນ). ສະບັບວັນທີ 14 ຕຸລາ 2004
  20. ↑ ໂບຊົວໂຄງການຄອນເສີດ (ວຽນນາ). ວັນທີ 23 ມັງກອນ 2005
  21. 1 2 3 4 National Library of Scotland. “K. James Peace in Wiesbaden”
  22. 1 2 3 4 Deutsche Nationalbibliothek. “K James Peace in Wiesbaden”
  23. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  24. ↑ ໂບຊົວໂຄງການຄອນເສີດ ວັນທີ 12/19 ກັນຍາ 2021
  25. ↑ “Die Violine schwebt über den Orchesterklang”. Schwäbische Post (ໜັງສືພິມເຢຍລະມັນ). ສະບັບວັນທີ 4 ມິຖຸນາ 1994
  26. ↑ ຈົດໝາຍຂ່າວຂອງສະມາຄົມວິໂອລາແຫ່ງອັງກິດ, ເດືອນສິງຫາ 2023