Jump to content

ເຈນນີ່

ຈາກ ວິກິພີເດຍ
ເຈນນີ່
ເຈນນີ່ ໃນປີ 2023
ເກີດເຈນນີ່ ຄິມ
(1996-01-16) 16 ມັງກອນ ຄ.ສ. 1996 (30 ປີ)
ກັງນັມ, ໂຊລ, ເກົາຫຼີໃຕ້
ອາຊີບ
  • ນັກຮ້ອງ
  • ແຣັບເປີ
  • ນາງແບບ
ອາຊີບດົນຕີ
ປະເພດເຄປັອບ, ຮິບຮອບ
ເຄື່ອງດົນຕີສຽງຮ້ອງ
ຄ່າຍວາຍຈີ ເອນເຕຶເທນເມນ
ODD ATELIER
Columbia Records
ສ່ວນທີ່ກ່ຽວຂ້ອງແບລັກພິງ

ເຈນນີ່ (ອັງກິດ: Jennie; (ເກົາຫຼີ: 제니; (ຊື່ຈິງ: ເຈນນີ່ ຄິມ); ເກີດ 16 ມັງກອນ 1996) ແມ່ນນັກຮ້ອງ, ແຣັບເປີ ແລະ ນັກແຕ່ງເພງຊາວເກົາຫຼີໃຕ້. ເຮອເປັນສະມາຊິກຂອງວົງ ແບລັກພິງ ແລະ ເປັນຄົນທຳອິດຂອງວົງທີ່ໄດ້ອອກຜົນງານດ່ຽວ. ໃນປີ 2023, ເຈນນີ່ໄດ້ສ້າງຕັ້ງບໍລິສັດຂອງຕົນເອງຊື່ວ່າ ODD ATELIER ແລະ ໄດ້ເຊັນສັນຍາກັບຄ້າຍເພງລະດັບໂລກ Columbia Records.[1]

ປະຫວັດ ແລະ ການເຮັດວຽກ

[ດັດແກ້]

ຊີວິດຊ່ວງຕົ້ນ

[ດັດແກ້]

ເຈນນີ່ ເກີດທີ່ໂຊລ ເກົາຫຼີໃຕ້ ແຕ່ໄດ້ຍ້າຍໄປສຶກສາຕໍ່ທີ່ປະເທດນິວຊີແລນ ຕັ້ງແຕ່ອາຍຸ 8 ປີ ເຮັດໃຫ້ລາວສາມາດເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ້ວ. ລາວກັບມາເກົາຫຼີ ແລະ ເຂົ້າເປັນສິລະປິນຝຶກຫັດຂອງ YG ໃນປີ 2010.

2023–ປະຈຸບັນ: ຄ້າຍ OA ແລະ ຜົນງານສາກົນ

[ດັດແກ້]

ຫຼັງຈາກປະສົບຄວາມສຳເລັດກັບເພງ "Solo" (2018) ແລະ ການສະແດງໃນຊີຣີ The Idol (2023), ເຈນນີ່ໄດ້ປະກາດສ້າງຕັ້ງຄ້າຍເພງ ODD ATELIER (OA) ໃນເດືອນທັນວາ 2023 ເພື່ອເບິ່ງແຍງຜົນງານດ່ຽວຂອງຕົນເອງ ໂດຍຢືນຢັນວ່າຈະທົດລອງສິ່ງໃໝ່ໆທີ່ແຕກຕ່າງໄປຈາກເດີມ.

ໃນເດືອນກັນຍາ 2024, OA ໄດ້ປະກາດຮ່ວມມືກັບ Columbia Records ຄ້າຍເພງຍັກໃຫຍ່ຂອງອາເມຣິກາ. ຕໍ່ມາໃນເດືອນຕຸລາ 2024, ເຈນນີ່ໄດ້ປ່ອຍຊິງເກິລ "Mantra" ເຊິ່ງໄດ້ຮັບຄວາມນິຍົມຢ່າງສູງ ແລະ ເປັນການກ້າວສູ່ຕະຫຼາດສາກົນຢ່າງເຕັມຕົວ.[2]

ຜົນງານເພງ

[ດັດແກ້]

ຊິງເກິລ (Singles)

[ດັດແກ້]
ລາຍຊື່ເພງດ່ຽວ
ປີ ຊື່ເພງ ໝາຍເຫດ
2018 "Solo" ເພງດ່ຽວທຳອິດ
2023 "You & Me" ປ່ອຍຫຼັງຈາກສະແດງໃນຄອນເສີດ Born Pink
2023 "One of the Girls" ປະກອບຊີຣີ The Idol (ຮ່ວມກັບ The Weeknd)
2024 "Slow Motion" ຮ່ວມກັບ Matt Champion
2024 "Spot!" ຮ່ວມກັບ Zico
2024 "Mantra" ຜົນງານທຳອິດພາຍໃຕ້ OA/Columbia

ອ້າງອິງ

[ດັດແກ້]
  1. "Blackpink's Jennie Launches Her Own Label 'Odd Atelier'". Laotian Times. 2023-12-25. ຄົ້ນຫາເມື່ອ 2024-01-10.[dead link]
  2. "BLACKPINK's Jennie Signs With Columbia Records for Solo Activities". Billboard. 2024-09-08. ຄົ້ນຫາເມື່ອ 2024-09-09.

ແຫລ່ງຂ້ອມູລອື່ນ

[ດັດແກ້]

ເຈນນີ່ ທີ່ອິນສະຕຣາແກຣມ