ເຄືອຂ່າຍຄອມພິວເຕີ

ເຄືອຂ່າຍຄອມພິວເຕີ (ອັງກິດ: Computer Network) ແມ່ນລະບົບການເຊື່ອມຕໍ່ກັນລະຫວ່າງອຸປະກອນເຕັກໂນໂລຊີຂໍ້ມູນຂ່າວສານຕ່າງໆ ເຊັ່ນ ຄອມພິວເຕີ, ເຊີເວີ, ໂທລະສັບມືຖື, ແລະ ອຸປະກອນ IoT ເພື່ອເຮັດໃຫ້ອຸປະກອນເຫຼົ່ານັ້ນສາມາດສື່ສານ, ແລກປ່ຽນຂໍ້ມູນ, ແລະ ນຳໃຊ້ຊັບພະຍາກອນຮ່ວມກັນໄດ້ຢ່າງມີປະສິດທິພາບ. ການເຊື່ອມຕໍ່ໃນລະບົບເຄືອຂ່າຍສາມາດເຮັດໄດ້ທັງຮູບແບບການໃຊ້ສາຍສັນຍານເຊັ່ນ ສາຍໃຍແກ້ວນຳແສງ ຫຼື ສາຍ LAN ແລະ ຮູບແບບບໍ່ມີສາຍ ເຊັ່ນ Wi-Fi ແລະ ສັນຍານດາວທຽມ.[1]
ການແບ່ງປະເພດຂອງເຄືອຂ່າຍຄອມພິວເຕີມັກຈະອີງຕາມຂະໜາດ ແລະ ຂອບເຂດທາງພູມສາດຂອງການເຊື່ອມຕໍ່. ເຄືອຂ່າຍທ້ອງຖິ່ນ ຫຼື LAN ເປັນເຄືອຂ່າຍຂະໜາດນ້ອຍ ທີ່ໃຊ້ພາຍໃນພື້ນທີ່ຈຳກັດ ເຊັ່ນ ພາຍໃນເຮືອນ, ຫ້ອງການ, ຫຼື ອາຄານດຽວກັນ. ຂະຫຍັບຂຶ້ນມາແມ່ນ ເຄືອຂ່າຍລະດັບເມືອງ ຫຼື MAN ທີ່ເຊື່ອມຕໍ່ລະບົບຄອມພິວເຕີພາຍໃນຕົວເມືອງ ຫຼື ເຂດແຄມປັດມະຫາວິທະຍາໄລ. ສ່ວນເຄືອຂ່າຍລະດັບກວ້າງ ຫຼື WAN ແມ່ນເຄືອຂ່າຍທີ່ຄອບຄຸມພື້ນທີ່ກວ້າງຂວາງ ຂ້າມເມືອງ, ຂ້າມປະເທດ ຫຼື ຂ້າມທະວີບ ເຊິ່ງລະບົບອິນເຕີເນັດທີ່ມະນຸດນຳໃຊ້ໃນປັດຈຸບັນກໍຖືເປັນເຄືອຂ່າຍ WAN ທີ່ໃຫຍ່ທີ່ສຸດໃນໂລກ. [2]
ລະບົບເຄືອຂ່າຍຈະສາມາດເຮັດວຽກໄດ້ຕ້ອງປະກອບມີອຸປະກອນຮາດແວ ແລະ ຊອບແວທີ່ເຮັດວຽກປະສານກັນ. ອົງປະກອບພື້ນຖານປະກອບມີ ອຸປະກອນປາຍທາງ ເຊິ່ງເຮັດໜ້າທີ່ເປັນຜູ້ສົ່ງ ແລະ ຜູ້ຮັບຂໍ້ມູນ. ອຸປະກອນເຊື່ອມຕໍ່ເຄືອຂ່າຍ ເຊັ່ນ ເຣົາເຕີ ທີ່ເຮັດໜ້າທີ່ຈັດເສັ້ນທາງການສົ່ງຂໍ້ມູນ ແລະ ສະວິດ ທີ່ເຮັດໜ້າທີ່ເຊື່ອມຕໍ່ອຸປະກອນພາຍໃນເຄືອຂ່າຍດຽວກັນ. ນອກຈາກນັ້ນ ຍັງຕ້ອງມີ ໂປຣໂຕຄອນ ເຊິ່ງເປັນກົດເກນ ຫຼືພາສາທີ່ອຸປະກອນຕ່າງໆ ໃຊ້ໃນການສື່ສານເພື່ອໃຫ້ເກີດຄວາມເຂົ້າໃຈທີ່ກົງກັນ ເຊັ່ນ TCP/IP.
ອ້າງອິງ
[ດັດແກ້]- ↑ Peterson, Larry; Davie, Bruce (2000). Computer Networks: A Systems Approach. Singapore: Harcourt Asia. ISBN 9789814066433. ຄົ້ນຫາເມື່ອ May 24, 2025.
- ↑ Anniss, Matthew (2015). Understanding Computer Networks. United States: Capstone. ISBN 9781484609071.