ເຂື່ອນນ້ຳທາ III

ຈາກ ວິກິພີເດຍ

ບໍ­ລິ­ສັດ​ເຂື່ອນ​ໄຟ­ຟ້າ​ນ້ຳ​ທາ III ພວມ​ເລັ່ງ​ກໍ່­ສ້າງ​ປັບ­ປຸງ​ເຂື່ອນ​ດັ່ງ­ກ່າວ​ຄືນ­ໃໝ່ ໂດຍ​ຈະ​ໃຫ້​ສຳ­ເລັດ​ໃນ​ເດືອນ​ກໍ­ລະ­ກົດ 2011 ນີ້ ເພື່ອ​ສາ­ມາດ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ຂາຍ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຕາມ​ສັນ­ຍາ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ຕົກ­ລົງ​ກັນ.

ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ​ທາ III ຕັ້ງ​ຢູ່​ແຂວງ​ຫຼວງ​ນ້ຳ​ທາ ໂດຍ​ແມ່ນ​ບໍ­ລິ­ສັດ​ເຂື່ອນ​ໄຟ­ຟ້າ​ນ້ຳ​ທາ III ເປັນ​ເຈົ້າ​ຂອງ​ໂຄງ­ການ ເປັນ​ໂຄງ­ການ​ທີ່​ຖືກ​ປັບ­ປຸງ​ສ້ອມ­ແປງ ແລະ ກໍ່­ສ້າງ​ຄືນ­ໃໝ່ ພາຍ­ຫຼັງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃ ນ​ປີ 2004 ຜ່ານ​ມາ ໂດຍ​ມີ​ກຳ­ລັງ​ຕິດ​ຕັ້ງ 1,25 ເມ​ກາ​ວັດ (MW) ສາ­ມາດ​ຜະ­ລິດ​ພະ­ລັງ­ງານ​ໄດ້ 7,5 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ພະ­ລັງ­ງານ​ໄຟ­ຟ້າ​ທັງ​ໝົດ​ນີ້​ຈະ​ໄດ້​ສົ່ງ​ເຂົ້າ​ລະ­ບົບ​ຕາ​ຂ່າຍ​ພາຍ​ໃນ​ແຂວງ​ຫຼວງ​ນ້ຳ​ທາ ໃນ​ລະ­ດັບ​ແຮງ​ກາງ 22 ກິ​ໂລ​ໂວນ (KV) ລາ­ຄາ​ສະ­ເລ່ຍ​ໃນ​ໄລ­ຍະ 30 ປີ​ແມ່ນ 6,00 ໂດ​ລາ ຕໍ່​ກິ​ໂລ​ວັດ​ໂມງ ແລະ ຈະ​ເພີ່ມ​ຂຶ້ນ​ໃນ​ປີ​ລະ 1% ຮອດ​ປີ​ທີ 10 ສ່ວນ​ປີ​ທີ 11 ແມ່ນ​ຢູ່​ໃນ​ລາ­ຄາ 5,50 ໂດ​ລາ ຕໍ່​ກິ​ໂລ​ວັດ​ໂມງ ເພີ່ມ​ຂຶ້ນ 1% ຕໍ່​ປີ ແລະ ປີ​ທີ 21 ຫຼຸດ​ລົງ​ເປັນ 5,00 ໂດ​ລາ ຕໍ່​ກິ​ໂລ​ວັດ​ໂມງ ເພີ່ມ​ຂຶ້ນ 1% ຕໍ່​ປີ