Jump to content

ຮ້ານສະດວກຊື້

ຈາກ ວິກິພີເດຍ
ຮ້ານເຊເວັ່ນອີເລຟເວ່ນ ໃນລາວ

ຮ້ານສະດວກຊື້ ແມ່ນຮ້ານນ້ອຍໆທີ່ມີສິນຄ້າປະຈໍາວັນໄດ້ຫຼາກຫຼາຍ ເຊິ່ງລວມມີເຄື່ອງຂອງແຫ້ງ, ອາຫານຫວ່າງ, ຂະໜົມ, ເຄື່ອງໃຊ້ໃນບ້ານ, ນໍ້າອັດລົມ, ແລະ ເຄື່ອງໃຊ້ຂອງສອຍອື່ນໆ.

ພວກມັນແຕກຕ່າງຈາກຮ້ານຄ້າທົ່ວໄປ ແລະ ຮ້ານໂຊຫ່ວຍ[1], ໂດຍທົ່ວໄປແລ້ວຮ້ານສະດວກຊື້ຈະບໍ່ຕັ້ງຢູ່ໃນເຂດຊົນນະບົດ. ຮ້ານສະດວກຊື້ອາດຈະຕັ້ງໃນປ້ຳນ້ຳມັນ. ມັນອາດຈະຕັ້ງຢູ່ຄຽງຂ້າງຖະໜົນທີ່ຄົນຫຼາຍ, ໃນເຂດຕົວເມືອງ, ຫຼືໃກ້ກັບທາງລົດໄຟ ຫຼືສະຖານີລົດໄຟ ຫຼືສູນກາງການຂົນສົ່ງອື່ນໆ. ຮ້ານສະດວກຊື້ບາງຄ້າຍຈະເປີດ 24 ຊົ່ວໂມງ.

  1. ຮ້ານໂຊຫ່ວຍ​ແມ່ນ​ຮ້ານ​ທີ່​ມາ​ຈາກ​ພາ​ສາຈີນແຕ້ຈິ໋ວ​ 凑货​, ອອກ​ສຽງ​ເປັນ "ໂຊວ໌ ຫ້ວຍ​"​.