ຮູບພາບປະເທດລາວ

ຈາກ ວິກິພີເດຍ
Laos Pictures ຮູບພາບປະເທດລາວ
University of Edinburgh
LaosPictures.png
ສະຖາປະນາ15 ກໍລະກົດ 2012
ປະເພດເຄືອຂ່າຍສັງຄົມອອນລາຍ
ທີ່ຢູ່ປະເທດລາວ, ນະຄອນຫຼວງວຽງຈັນ.
Vientiane, Lao PDR
ເຄືອຂ່າຍFacebook
Twitter
Youtube
Instagram
Google +
ເວັບ/Laos Pictures ຮູບພາບປະເທດລາວ'

Laos Pictures ຮູບພາບປະເທດລາວ ເປັນເຄືອຂ່າຍສັງຄົມອອນລາຍທີ່ສ້າງຂື້ນເພື່ອນຳສະເໜີສິ່ງຕ່າງໆກ່ຽວກັບປະເທດລາວ ທາງດ້ານວັດທະນະທຳ, ສັງຄົມ, ຮີດຄອງປະເພນີ, ທຳມະຊາດ, ສະຖານທີ່, ເຫດການ, ແລະ ບຸກຄົນ ທີ່ກ່ຽວຂ້ອງກັບປະເທດລາວຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ໂດຍຜ່ານຮູບພາບ, ຮູບເງົາ, ບົດຄວາມ(ບົດບັນທຶກ) . ເຊິ່ງສ່ວນໃຫຍ່ຂອງການນຳສະເໜີແມ່ນຈະເນັ້ນໜັກໃນດ້ານການທ່ອງທ່ຽວ ແລະ ມີຂ່າວສານບ້ານເມືອງເປັນບາງເວລາ.

ປະຫວັດ[ດັດແກ້]

Laos Pictures ຮູບພາບປະເທດລາວ ໄດ້ຖືກສ້າງຕັ້ງຂື້ນທຳອິດໃນວັນທີ 15 ກໍລະກົດ 2012 ໂດຍການສ້າງໜ້າເທິງ Facebook ແລະ ຫຼັງຈາກນັ້ນກໍ່ໄດ້ມີການຕໍ່ຍອດເປັນເຄືອຂ່າຍໃນຫຼາຍເວັບໄຊ໌ສັງຄົມອອນລາຍເຊັ່ນ: Twitter, Youtube, Instagram, Google+ ແລະອື່ນໆ ເພື່ອເປັນການເພີ່ມຊ່ອງທາງໃນການເຂົ້າເຖິງເຄືອຂ່າຍຂອງ Laos Pictures ຮູບພາບປະເທດລາວ ໃນຫຼາຍຊ່ອງທາງ.

ຈຸດປະສົງ[ດັດແກ້]

Laos Pictures ຮູບພາບປະເທດລາວ ຖືກສ້າງຕັ້ງຂື້ນພາຍໃຕ້ຄວາມຮັບຜິດຊອບຂອງກຸ່ມຄົນທີ່ບໍ່ຂື້ນກັບອົງກອນໃດ ເຊິ່ງມີຈຸດປະສົງຫຼັກທີ່ສຳຄັນທີ່ສຸດຄື ການນຳສະເໜີ ປະເທດລາວ ໃຫ້ເປັນທີ່ຮູ້ຈັກຫຼາຍຂື້ນຂອງຄົນໃນຊາດ ແລະ ຕ່າງປະເທດ ຜ່ານເວັບໄຊ໌ສັງຄົມອອນລາຍຕ່າງໆທີ່ເປັນທີ່ນິຍົມຂອງຄົນສັງຄົມໃນຍຸກປັດຈຸບັນ.

ອ້າງອີງ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]