Jump to content

ຮັກໄຮ້ສຽງ (ຮູບເງົາ)

ຈາກ ວິກິພີເດຍ
ຮັກໄຮ້ສຽງ
ກຳກັບນາໂອໂກະ ຢາມາດະ
ບົດຮູບເງົາເຣໂກະ ໂຢຊິດະ
ນັກສະແດງນຳ
ດົນຕີປະກອບເຄັນຊູເກະ ອູຊິໂອະ
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ໂຊຈິກຸ
ວັນສາຍ
  • 17 ກັນຍາ ຄ.ສ. 2016 (2016-09-17)
ຄວາມຍາວ130 ນາທີ[1]
ປະເທດປະເທດຍີ່ປຸ່ນ
ພາສາຍີ່ປຸ່ນ
ລາຍໄດ້20.1 ລ້ານໂດລາສະຫະລັດ[2]

ຮັກໄຮ້ສຽງ (ຍີ່ປຸ່ນ: 聲の形; ອັງກິດ: A Silent Voice) ເປັນອະນິເມະຮູບເງົາແນວຊີວິດກ່ຽວກັບໄວຮຽນຈາກປະເທດຍີ່ປຸ່ນ ຄ.ສ 2016 ທີ່ຜະລິດໂດຍກຽວໂຕ ແອນິເມຊັ້ນ ກຳກັບໂດຍນາໂອໂກະ ຢາມາດະ ແລະ ຂຽນບົດໂດຍເຣໂກະ ໂຢຊິດະ ລວມເຖິງຜົນງານອັນໂດດເດັ່ນຈາກການອອກແບບຕົວລະຄອນໂດຍຟູໂຕຊິ ນິຊິຢະ ແລະດົນຕີປະກອບໂດຍເຄັນຊູເກະ ອູຊິໂອະ[3] ຮູບເງົາເລື່ອງນີ້ອິງຈາກມັງງະຊື່ດຽວກັນທີ່ຂຽນແລະວາດພາບປະກອບໂດຍໂຢຊິໂຕກິ ໂອອິມະ ແລະມີການຈັດສາຍຮອບປະຖົມທັດໃນປະເທດຍີ່ປຸ່ນເມື່ອວັນທີ 17 ກັນຍາ ປີ ຄ.ສ. 2016

ເລື່ອງຫຍໍ້

[ດັດແກ້]

ເລື່ອງຂອງໂຊຢະ ອິຊິດະ ຈອມອັນທະພານໃນໂຮງຮຽນປະຖົມຜູ້ລັງແກເພື່ອນຮ່ວມຊັ້ນຊື່ໂຊໂກະ ນິຊິມິຢະ ເຊິ່ງເປັນເດັກສາວພິການທີ່ມີບັນຫາເລື່ອງການໄດ້ຍິນ ເມື່ອຫຼາຍປີຕໍ່ມາ ລາວໄດ້ພົບກັບນາງອີກຄັ້ງແລະພະຍາຍາມທີ່ຈະລົບລ້າງຄວາມຜິດຂອງຕົນເອງ

ຜູ້ໃຫ້ສຽງພາກ

[ດັດແກ້]
ຍີ່ປຸ່ນ: 石田将也 ໂຣມາຈິIshida Shōya ທັບສັບໂຊຢະ ອິຊິດະ
ໃຫ້ສຽງໂດຍ: ມິຢຸ ອິຣິໂນະ,[4] ມາຢຸ ມັດສຶໂອກະ (ໄວເດັກ)[5]
ຍີ່ປຸ່ນ: 西宮硝子 ໂຣມາຈິNishimiya Shōko ທັບສັບໂຊໂກະ ນິຊິມິຢະ
ໃຫ້ສຽງໂດຍ: ຊາໂອຣິ ຮາຢາມິ[6]
ຍີ່ປຸ່ນ: 西宮結絃 ໂຣມາຈິNishimiya Yuzuru ທັບສັບຢຸຊຸຣຸ ນິຊິມິຢະ
ໃຫ້ສຽງໂດຍ: ອາໂອອິ ຢູກິ[7]

ຍີ່ປຸ່ນ: 永束友宏 ໂຣມາຈິNagatsuka Tomohiro ທັບສັບໂທະໂມະຮິໂຣະ ນາກາສຶກະ

ໃຫ້ສຽງໂດຍ: ເຄັນໂຊ ໂອໂນະ[8]

ຍີ່ປຸ່ນ: 植野直花 ໂຣມາຈິUeno Naoka ທັບສັບນະໂອະກະ ອຸເອະໂນະ

ໃຫ້ສຽງໂດຍ: ຢູກິ ຄາເນໂກະ[9]

ຍີ່ປຸ່ນ: 佐原みよこ ໂຣມາຈິSahara Miyoko ທັບສັບມິໂຢະໂກະ ຊະຮະຣະ

ໃຫ້ສຽງໂດຍ: ຢູອິ ອິຊິກາວະ[10]

ຍີ່ປຸ່ນ: 川井みき ໂຣມາຈິKawai Miki ທັບສັບມິກິ ຄະວະອິ

ໃຫ້ສຽງໂດຍ: ເມງູມິ ຮັງ[11]

ຍີ່ປຸ່ນ: 真柴智 ໂຣມາຈິMashiba Satoshi ທັບສັບຊະໂຕະຊິ ມະຊິບະ

ໃຫ້ສຽງໂດຍ: ໂທຊິຢູກິ ໂທໂຢນາງະ[12]

ການຜະລິດ

[ດັດແກ້]

ສະບັບອະນິເມະດັດແປງຈາກມັງງະໄດ້ຮັບການປະກາດໃນຕອນສຸດທ້າຍຂອງມັງງະທີ່ວາງແຜງໃນວັນທີ່ 19 ພະຈິກ ປີ ຄ.ສ. 2014[13] ໂດຍຕໍ່ມາໄດ້ມີການລະບຸວ່າຈະມີການດັດແປງເປັນອະນິເມະສຳລັບໂຮງຮູບເງົາໃນວັນທີ 17 ທັນວາ ປີ ຄ.ສ. 2014[14] ໃນວາລະສານ ໂຊເນັນແມັກກາຊີນ ສະບັບທີ 46 ປີ ຄ.ສ 2015 ທີ່ວາງແຜງ ໃນວັນທີ 14 ຕຸລາ ໄດ້ປະກາດວ່າ ມີກຽວໂຕ ແອນິເມຊັ້ນເປັນສະຕູດິໂອແອນິເມຊັ້ນ ແລະ ນາໂອໂກະ ຢາມາດະ ເປັນຜູ້ກຳກັບສະບັບຮູບເງົາດັດແປງຕາມລຳດັບ[15] ສ່ວນໂຊຈິກຸ ຊຶ່ງເປັນຜູ້ຈັດຈຳໜ່າຍຮູບເງົາເລື່ອງນີ້ໄດ້ເຮັດລາຍການເປີດຕົວພາຍໃນ 4 ເດືອນສຸດທ້າຍຂອງປີ ຄ.ສ 2016[16] ຈາກນັ້ນ ໃນວັນທີ 8 ເມສາ ປີ ຄ.ສ 2016 ກໍໄດ້ມີການເປີດເວັບໄຊຂອງຮູບເງົາຂຶ້ນຢ່າງເປັນທາງການ ໂດຍໄດ້ມີການປະກາດວ່າເຣໂກະ ໂຢຊິດະ ຈະເປັນຜູ້ຂຽນສະຄຣິບສຳລັບຮູບເງົາເລື່ອງນີ້ ສ່ວນຟູໂຕຊິ ນິຊິຢະ ຈະເປັນຜູ້ອອກແບບຕົວລະຄອນ ແລະ ຮູບເງົາໄດ້ຮັບການກຳນົດສຳລັບການເປີດຕົວໃນໂຮງຮູບເງົາທີ່ປະເທດຍີ່ປຸ່ນ ໃນ ວັນທີ 17 ກັນຍາ ປີ ຄ.ສ 2016[17] ສ່ວນເຄັນຊູເກະ ອູຊິໂອະ ແລະ ໂພນີແຄນຢອນ ເຮັດໃນສ່ວນຂອງດົນຕີປະກອບຮູບເງົາຊື່ "ໂຄອິໂອະຊິຕາໂນະວະ"(恋をしたのは) ໄດ້ຮັບການຂັບຮ້ອງໂດຍ ໄອໂກະ[18][19]

ການຕອບຮັບ

[ດັດແກ້]

ຮູບເງົາເປີດຕົວອັນດັບ 2 ຂອງ Boxoffice ປະເທດຍີ່ປຸ່ນຕໍ່ຈາກ ຫຼັບຕາຝັນ ເຖິງຊື່ເຈົ້າ ຂອງ ມາໂຄໂຕະ ຊິນໄຄ ໂດຍເຮັດລາຍໄດ້ທັງໝົດ 283 ລ້ານເຢນ ຈາກຍອດຈຳໜ່າຍປີ້ 200,000ໃບ ພາຍໃນວັນທີ່ສອງຂອງຮອບປະຖົມທັດທົ່ວໂຮງຮູບເງົາ 120 ແຫ່ງ[20] ສ່ວນໃນວັນທີ 7 ພະຈິກ ປີ ຄ.ສ 2016 ຮູບເງົາເລື່ອງນີ້ເຮັດລາຍໄດ້ລວມກວ່າ 2.1 ຕື້ເຢນ ຈາກຍອດຈຳໜ່າຍປີ້ 1.6 ລ້ານໃບ[2]

ອ້າງອີງ

[ດັດແກ້]
  1. Green, Scott (August 7, 2016). ""A Silent Voice" Anime Movie Listed For Over Two Hours". Crunchyroll. ຄົ້ນຫາເມື່ອ August 7, 2016.
  2. 2.0 2.1 "A Silent Voice Film Earns 2.1 Billion Yen, Sells 1.6 Million Tickets". Anime News Network. November 7, 2016. ຄົ້ນຫາເມື່ອ November 7, 2016.
  3. "映画「聲の形」 (2016)". allcinema (ພາສາຍີ່ປຸ່ນ). Stingray. ຄົ້ນຫາເມື່ອ September 22, 2016.
  4. "A Silent Voice Anime Film Stars Miyu Irino, Saori Hayami". Anime News Network. May 27, 2016. ຄົ້ນຫາເມື່ອ May 27, 2016.
  5. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ July 8, 2016.
  6. "A Silent Voice Anime Film Stars Miyu Irino, Saori Hayami". Anime News Network. May 27, 2016. ຄົ້ນຫາເມື່ອ May 27, 2016.
  7. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ July 8, 2016.
  8. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ July 8, 2016.
  9. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ July 8, 2016.
  10. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ July 8, 2016.
  11. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ July 8, 2016.
  12. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ July 8, 2016.
  13. "A Silent Voice Manga Has Anime in the Works". Anime News Network. November 17, 2014. ຄົ້ນຫາເມື່ອ April 8, 2016.
  14. "A Silent Voice Anime Project Is a Theatrical Film". Anime News Network. December 15, 2014. ຄົ້ນຫາເມື່ອ April 8, 2016.
  15. "Kyoto Animation to Produce A Silent Voice Film With Director Naoko Yamada". Anime News Network. October 11, 2015. ຄົ້ນຫາເມື່ອ April 8, 2016.
  16. Green, Scott (December 27, 2015). ""Silent Voice" Anime Movie Listed For Fall 2016". Crunchyroll. ຄົ້ນຫາເມື່ອ April 8, 2016.
  17. "A Silent Voice Anime Film's Visual, Teaser Video, Release Date, More Staff Revealed". Anime News Network. April 8, 2016. ຄົ້ນຫາເມື່ອ April 8, 2016.
  18. "A Silent Voice Anime Film's Visual, Teaser Video, Release Date, More Staff Revealed". Anime News Network. April 8, 2016. ຄົ້ນຫາເມື່ອ April 8, 2016.
  19. "A Silent Voice Anime Film Reveals Trailer, More Cast, New Visual". Anime News Network. July 8, 2016. ຄົ້ນຫາເມື່ອ August 17, 2016.
  20. "A Silent Voice Anime Film Earns 283 Million Yen in 2 Days, Ranks #2". Anime News Network. September 20, 2016. ຄົ້ນຫາເມື່ອ September 20, 2016.