ອົງການUNESCO)
ອົງຄ໌ກາຣກາຣສຶກສາ, ວິທຍາສາດ ແລະ ວັທນທັມຂອງສຫປຊາຊາຕ (UNESCO) ຫຼື ອຸຍເນສໂກ ( ຝຣັ່ງ: Organisation des Nations unies pour l'éducation, la science et la culture ) ເປັນອົງຄ໌ກາຣສເພາະຂອງອົງຄ໌ກາຣສຫປຊາຊາຕ(ສປຊ.) ເພື່ອແນໃສ່ຊຸກຍູ້ສັນຕິພາພ ແລະ ຄວາມໝັ້ນຄົງຂອງໂລກ ໂດຍຜ່ານການຮ່ວມມືສາກົລດ້ານກາຣສຶກສາ, ສິລປະ, ວິທະງຍາສາດ, ວັທນທັມ. ມັນມີ 193 ປເທສສມາຊິກ ແລະ 11 ສະມາຊິກຮ່ວມ, ເຊັ່ນດຽວກັນກັບຄູ່ຮ່ວມງານໃນຂແນງກາຣທີ່ບໍ່ແມ່ນຣັຖບາລ , ລະຫວ່າງຣັຖບາລ ແລະ ເອກຊົນ. ມີສໍານັກງານໃຫຍ່ຢູ່ທີ່ ສູນມໍຣດົກໂລກໃນ ປາຣີ, ປະເທດຝຣັ່ງ, ອົງການ UNESCO ມີ 53 ຫ້ອງກາຣພາຄສນາມພາຄພື້ນ ແລະ 199 ຄນະກັມມາທິການແຫ່ງຊາດ ທີ່ອໍານວຍຄວາມສະດວກໃນກາຣປຕິບັຕໜ້າທີ່ທົ່ວໂລກຂອງຕົນ.