ອົງກອນເພື່ອພິທັກສິດທິຂອງສັດ
ຮູບຮ່າງການສະແດງຜົນ

ອົງກອນເພື່ອພິທັກສິດທິຂອງສັດ (ອັງກິດ: People for the Ethical Treatment of Animals, ແປຕົງໂຕ: 'ປະຊາຊົນເພື່ອການປະຕິບັດຕໍ່ສັດຢ່າງມີຈະລິຍະທຳ') ແມ່ນອົງກອນບໍ່ຫວັງຜົນກຳໄລດ້ານສິດທິສັດຂອງອາເມລິກາ ທີ່ຕັ້ງຢູ່ໃນ Norfolk, Virginia, ແລະນໍາພາໂດຍ Ingrid Newkirk, ປະທານສາກົນຂອງຕົນ.
PETA ເປັນອົງກອນສິດທິສັດທີ່ມີຊື່ສຽງ ແລະ ເປັນທີ່ຖົກຖຽງຫຼາຍທີ່ສຸດໃນໂລກ. ນອກຈາກນັ້ນ ຍັງເປັນອົງກອນທີ່ຖືກຈຸດຕິວ່າມີພຶດຕິກຳຮຽກຮ້ອງແບບສຸດຂີດເຊັ່ນ: ການເຊີນຊວນບໍ່ໃຫ້ເອີ້ນສັດວ່າ "ມັນ"[1][2], ການຫ້າມບໍ່ໃຫ້ຫຼີ້ນເກມ ໂປເກມອນ (Pokémon) ເນື່ອງຈາກເຫັນວ່າເປັນເກມທີ່ໃຊ້ສັດຕໍ່ສູ້ກັນ[3], ເຖິງວ່າ Pokémon ຈະເປັນສັດສົມມຸດກໍຕາມ, ຫຼື ການຮຽກຮ້ອງໃຫ້ປ່ຽນຄຳເວົ້າໃນຊີວິດປະຈຳວັນ ເພາະມີຄວາມໝາຍທີ່ສະແດງເຖິງການໃຊ້ຄວາມຮຸນແຮງກັບສັດ ເປັນຕົ້ນ.
ແຫຼ່ງອ້າງອິງ
[ດັດແກ້]- ↑ "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2025-07-03. ຄົ້ນຫາເມື່ອ 2025-07-03.
{{cite web}}: CS1 maint: archived copy as title (link) - ↑ https://www.peta2.com/learn/stop-referring-to-animals-as-it/
- ↑ https://www.forbes.com/sites/davidewalt/2012/10/08/peta-pokemon-animal-abuse/