Jump to content

ອຸມະມຸສຸເມະ ພຣິດຕີ້ ເດີຣ໌ບີ້

ຈາກ ວິກິພີເດຍ
ອຸມະມຸສຸເມະ ພຣິດຕີ້ ເດີຣ໌ດີ້
ຊື່ ອຸມະມຸສຸເມະ ພຣິດຕີ້ ເດີຣ໌ດີ້
ຊື່ພາສາຍີ່ປຸ່ນ ウマ娘 プリティーダービー
ໂຣມາຈິ Uma Musume Puritī Dābī
ຊື່​ພາ​ສາ​ອັງ​ກິດ​ Uma Musume Pretty Derby
ປະເພດ ສຸຂະນາຕະກຳ(ຕະຫຼົກ), ກິລາ (ແຂ່ງມ້າ)
ຜູ້ສ້າງ ໄຊເກມສ໌

ອຸມະມຸສຸເມະ ພຣິດຕີ້ ເດີຣ໌ບີ້ (ຍີ່ປຸ່ນ: ウマ娘 プリティーダービー; ໂຣມາຈິ: Uma Musume Puritī Dābī; ອັງກິດ: Uma Musume Pretty Derby) ຫຼື ສາວມ້າໂມເອະ: ສູ້ເພື່ອຝັນ ສາວມ້າເດີຣ໌ບີ້ (ໄທ: สาวม้าโมเอะ: สู้เพื่อฝัน สาวม้าเดอร์บี้ ) ແມ່ນແຟນໄຊສ໌ສື່ປະສົມຈາກຍີ່ປຸ່ນທີ່ສ້າງໂດຍ ໄຊເກມສ໌. ເກມມືຖືສຳລັບເຄື່ອງໄອໂອເອສ ແລະ ແອນດຣອນດ໌ ມີກຳນົດເປີດຕົວທຳອິດໃນຊ່ວງປາຍປີ2018 ແຕ່ກໍໄດ້ເລື່ອນມາຈົນເປັນວັນທີ 24 ກຸມພາປີ 2021.[1] ອະນິເມະໂທລະພາບຊຸດທຳອິດຄວາມຍາວ 13 ຕອນທີ່ດັດແປງມາຈາກເລື່ອງລາວຂອງແຟນໄຊສ໌ນີ້ ຜະລິດໂດຍສະຕູດີໂອພີ.ເອ.ເວີກສ໌ ແລະ ອອກອາກາດແຕ່ເດືອນເມສາຈົນຮອດມິຖຸນາປີ 2018, ຕາມດ້ວຍຊີຊັ້ນສອງໂດຍສະຕູດີໂອໄຄ ອອກອາກາດແຕ່ເດືອນມັງກອນຮອດມີນາປີ+ 2021, ແລະ ຊີຊັ້ນສາມຕໍ່ແຕ່ເດືອນຕຸລາຮອດທັນວາປີ 2023. ອະນິເມະໂທລະພາບອີກເລື່ອງຄື ອຸມະຢອນ ເຊິ່ງດັດແປງ ມາຈາກສະບັບມັງງະໃນຊື່ດຽວກັນ ອອກອາກາດແຕ່ເດືອນກໍລະກົດຮອດກັນຍາປີ 2020. ອະນິເມະສັ້ນທາງເວັບ ອຸມະຢຸຣຸ ອອກເຜີຍແຜ່ໃນເດືອນຕຸລາປີ 2022. ຕໍ່ດ້ວຍອະນິເມະເວັບອີກເລື່ອງຄື ອຸມະມຸສຸເມະ ພຣິດຕີ້ ເດີຣ໌ບີ້: ໂຣດ ທູ ເດິ ທັອບ ເຜີຍແຜ່ໃນເດືອນເມສາປີ 2023 ລວມມີ 4 ຕອນ. ຮູບເງົາອະນິເມະ ອຸມະມຸສຸເມະ ພຣິດຕີ້ ເດີຣ໌ບີ້: ບີກິນນິງ ອອຟ ອະ ນິວ ເອຣ້າ ເຂົ້າສາຍໃນຍີ່ປຸ່ນເມື່ອເດືອນພະຈິກປີ 2024. ອະນິເມະໂທລະພາບທີ່ດັດແປງຈາກມັງງະເລື່ອງ ອຸມະມຸສຸເມະ: ຊິນເດີເຣລ້າ ເກຣຍ໌ ເລື່ມອອກອາກາດໃນເດືອນເມສາປີ 2025. ແລະ ອະນິເມະສັ້ນທາງເວັບ ອຸມະຢຸຣຸ: ພຣິດຕີ້ ເກຣຍ໌ ກໍເຜີຍແຜ່ໃນເດືອນເມສາປີ 2025 ຄືກັນ.

ເນື້ອເລື່ອງ

[ດັດແກ້]

ໃນໂລກທີ່ຄ້າຍຄືກັບໂລກຂອງເຮົາ, ມ້າແຂ່ງລະດັບຕຳນານຈາກອະດີດ(ຈາກໂລກຄວາມເປັນຈິງ)ມີໂອກາດໄດ້ຖືກຳເນີດໃນຮູບແບບຂອງ "ສາວມ້າ (ウマ娘, ອຸມະມຸສຸເມະ)" ເດັກຍິງທີ່ມີຫູ ແລະ ຫາງຄືກັບມ້າ ລວມເຖິງຄວາມໄວ ແລະ ຄວາມອຶດທຶກທົນທີ່ຫຼາຍກວ່າຄົນຫຼາຍເທົ່າ ເຫຼົ່າສາວມ້າທີ່ເກັ່ງທີ່ສຸດຈະໄດ້ເຂົ້າຮັບການເຝິກຝົນຢູ່ ໂຮງຮຽນແຂ່ງມ້າທຣາເຂນ ທີ່ໂຕກຽວ ໂດຍມີຄວາມຫວັງວ່າຈະກ້າວສູ່ອັບດັບໜຶ່ງ ທັງໃນດ້ານຊື່ສຽງ ແລະ ຄວາມໝັ້ນຄົງໃນຖານະນັກແຂ່ງລະດັບແນວໜ້າ.

ອ້າງອີງ

[ດັດແກ້]
  1. Lua error in Module:Cite_tweet at line 146: attempt to call field '_citation' (a nil value).