Jump to content

ອີໂມຈິ

ຈາກ ວິກິພີເດຍ
ແຕ່ລະອີໂມຈິທີ່ນິຍົມຫຼາຍທີ່ສຸດຈາກ 9 ປະເພດອີໂມຈິຕົ້ນຕໍ ອີງຕາມການສຶກສາຄວາມຖີ່ຂອງ Unicode ອີໂມຈິ ໃນປີ 2021, ສະແດງດ້ວຍຟ້ອນ Noto Color Emoji

ອີໂມຈິ (ອັງກິດ: Emoji, ຍີ່ປຸ່ນ: 絵文字) ແມ່ນສັນຍາລັກຫຼືຮູບພາບຂະຫນາດນ້ອຍທີ່ໃຊ້ໃນການສື່ສານດິຈິຕອນເພື່ອສະແດງອາລົມ, ຄວາມຄິດ, ຫຼືເນື້ອໃນໂດຍບໍ່ຕ້ອງໃຊ້ຄຳສັບ. ມັນຄ້າຍຄືກັບສັນຍາລັກອາລົມ (Emoticon) ແຕ່ມີຮູບທີ່ສະດວກ ແລະ ສີສັນຫຼາຍກວ່າ.

ເຊິ່ງອີໂມຈິທຳອິດຖືກອອກແບບໃນປີ 1999 ໂດຍ Shigetaka Kurita (ຊິເກຕະກະ ຄຸຣິຕະ) ນັກອອກແບບຊາວຍີ່ປຸ່ນທີ່ເຮັດວຽກໃຫ້ບໍລິສັດ NTT DoCoMo. ມັນເລີ່ມຕົ້ນຈາກຊຸດຮູບພາບຂະຫນາດ 12x12 ພິກເຊວ.

ຄຳວ່າ ອີໂມຈິ ມາຈາກພາສາຍີ່ປຸ່ນ ເຊິ່ງແບ່ງອອກເປັນ e (絵, ຄວາມຫມາຍວ່າ 'ຮູບພາບ') ແລະ moji (文字, ຄວາມຫມາຍວ່າ 'ຕົວອັກສອນ'). ຊຸດ ອີໂມຈິ ຄັ້ງທຳອິດຖືກສ້າງໂດຍບໍລິສັດອຸປະກອນເອເລັກໂຕຣນິກຍີ່ປຸ່ນໃນຊ່ວງປາຍທົດສະວັດ 1980 ແລະ 1990. ໃນປີ 2015, Oxford Dictionaries ໄດ້ເລືອກອີໂມຈິຮູບໜ້າຕະຫຼົກນ້ຳຕາໄຫຼ (😂) ເປັນ 'ຄຳສັບຂອງປີ'.

ບາງອີໂມຈິເປັນສະເພາະຕໍ່ວັດທະນະທຳຍີ່ປຸ່ນ ເຊັ່ນ:

[ດັດແກ້]
  • 🙇 (U+1F647 PERSON BOWING DEEPLY) - ຊາຍຄົນງານກຳລັງຄຳນົບ (ສະແດງຄວາມນັບຖື).
  • 🔰 (U+1F530 JAPANESE SYMBOL FOR BEGINNER) - ສັນຍາລັກຄົນຂັບຂີ່ມືໃໝ່.
  • 💮 (U+1F4AE WHITE FLOWER) - ດອກໄມ້ສີຂາວ (ໝາຍເຖິງ "ການບ້ານທີ່ດີເລີດ").

ນອກນີ້ຍັງມີ emoji ອາຫານຍີ່ປຸ່ນທີ່ນິຍົມ:

  • 🍜 (U+1F35C RAMEN) - ເຝີຍີ່ປຸ່ນ
  • 🍡 (U+1F361 DANGO) - ເຂົ້າຫນົມ dango
  • 🍙 (U+1F359 ONIGIRI) - ເຂົ້າປັ້ນ
  • 🍛 (U+1F35B CURRY) - ແກງກະລິ
  • 🍣 (U+1F363 SUSHI) - ຊູຊິ

Mark Davis ຜູ້ກໍ່ຕັ້ງ Unicode Consortium ປຽບທຽບ emoji ກັບພາສາທີ່ກຳລັງພັດທະນາ, ຍົກຕົວຢ່າງການໃຊ້ 🍆 (U+1F346 EGGPLANT) ຂອງຊາວອາເມຣິກັນເພື່ອໝາຍເຖິງອະໄວຍະວະຊາຍ. ບາງນັກພາສາສາດຈຳແນກ emoji ແລະ emoticon ເປັນ ຕົວໝາຍການສື່ສານ (discourse markers).