ອາຫານສີ່

ຈາກ ວິກິພີເດຍ

ຄົນລາວພາກັນເຮັດແຕ່ພາເຂົ້າທິບແຕ່ຍັງບໍ່ທັນສະເຫວີຍພາເຂົ້າທິບ ທັງໆທີ່ຊາວໂລກເຂົາສະເຫວີຍພາເຂົ້າທິບເປັນສ່ວນໃຫຍ່ແລ້ວ ອາຫານທີ່ເປັນຂອງທິບ ແລະມະນຸດຄວນກິນຕາມຄຳສອນຂອງສາສນາເປັນຈັ່ງຊີ້ ໑. ກະວະລິງວະຣາຫາຣ : ອາຫານຄືຂອງກິນທັງປວງ (ເປັນຕົ້ນແມ່ນເຂົ້າ, ອາຫານຕ່າງໆ, ເຫຼົ້າຢາ ແລະອື່ນໆ) ໒. ຜັສສາຫາຣ : ອາຫານທີ່ສັມພັສໄດ້ດ້ວຍຫູ, ຕາ, ດັງ, ລິ້ນ ແລະການ (ການເບິ່ງອັນງາມ, ການໄດ້ກອດດົມຊົມຈູບ-ເຫັນຈຶ່ງຮູ້ ບໍ່ເຫັນບໍ່ຮູ້) (ອາຫານສອງປະເພດນີ້ ເປັນຂອງຫຍາບ ກິນແລ້ວເກີດກິເລດ ກິນເທົ່າໃດ ສະໝອງປູ້ ບໍ່ແຈ້ງສະຫວ່າງ) ໓. ວິຍານາຫາຣ: ອາຫານຄືຄວາມສຳນຶກ, ຄວາມຄິດ, ການສຶກສາຮຳ່ຮຽນດ້ວຍຄວາມຮູ້ທີ່ເກີດຈາກການຮູ້ຂອງຕົນເອງ (ບໍ່ແມ່ນຄິດຕາມເຂົາຄິດ) ໔. ມະໂນສັນເຈຕະນາຫາຣ: ອາຫານທີ່ສູດຍອດ ຄືຄວາມໄດ້ສຳເຣັດຄວາມຮູ້ອັນແຈ້ງ ຊານ ແລະຄວາມແຕກສານໃນຊີວິດ (ອາຫານ ໒ ປະເພດຫຼັງນີ້ ມະນຸຸດສະເຫວີຍເຂົ້າແລ້ວ ມະນຸດຫຼຸດພົ້ນຈາກກອງທຸກ) ແລ້ວໃຫ້ທ່ານວັດເບິ່ງວ່າ ສັງຄົມລາວພັດທະນາການທາງຄວາມຄິດໄປຮອດໃສແລ້ວ ? ເພາະສັງຄົມມີແຕ່ ສຸ ຈິ ປຸ ຣິ ຈະບໍຣິໂພກອັນໃດ ຈຶ່ງຈະພັດທະນາ ເລື່ອກເອົາ