Jump to content

ອັກສອນລາວ

ຈາກ ວິກິພີເດຍ
ອັກສອນລາວ
ຊະນິດອັກສອນສະຫຼະປະກອບ
ພາສາເວົ້າລາວ, ອີສານ, ໄທຍ ແລະອື່ນໆ
ຊ່ວງຍຸກປ. 1350 – ປັດຈຸບັນ
ລະບົບແມ່
ລະບົບອ້າຍນ້ອງໄທຍ
ຊ່ວງຢູນິໂຄ້ດU+0E80–U+0EFF
ISO 15924Laoo
ບົດຄວາມນີ້ມີສັນຍາລັກສັກທະສາດສັກທະອັກສອນສາກົນ ຫາກບໍ່ມີການສະໜັບສະໜູນເຣັນເດີທີ່ເໝາະສົມ ທ່ານອາດເຫັນເຄື່ອງໝາຍຄຳຖາມ ກ່ອງ ຫຼື ສັນຍະລັກອື່ນແທນລັກສະນະຢູນິໂຄ້ດ
ຈາຣຶກຢູ່ຖໍ້ານາງອັນ ເມືອງຈອມເພັດ ແຂວງຫຼວງພຣະບາງ

ອັກສອນລາວ (ຄຳເຄົ້າ: ອັກສຣລາວ[1]) ເປັນອັກສອນທີ່ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລັດຖະການຂອງປະເທດລາວໃນປັດຈຸບັນ ມີພະຍັນຊະນະ 33 ຕົວ ສຣະ 18 ຮູບ ປະກອບກັນເປັນ ສະຫຼະ 28 ຕົວ ວັນນະຍຸດ 4 ຮູບ ແລະເຄື່ອງໝາຍອື່ນ ໆ ອີກຈຳນວນໜຶ່ງ ພະຍັນຊະນະລາວຈະຮຽງຕົວຕາມລວງນອນ ຈາກຊ້າຍໄປຂວາ ສ່ວນສະຫຼະຈະຢູ່ໜ້າ ເທິງ ລຸ່ມ ແລະຫຼັງພະຍັນຊະນະປະກອບຄຳແລ້ວແຕ່ຊະນິດຂອງສະຫຼະ

ອັກສອນລາວບໍ່ມີການແຍກອັກສອນຕົວໃຫຍ່ຫຼືອັກສອນຕົວນ້ອຍຄືອັກສອນລະຕິນ ແລະບໍ່ມີການຍະຫວ່າງລະຫວ່າງຄຳ ເມື່ອຈົບໜຶ່ງປະໂຫຍກຈະລົງທ້າຍດ້ວຍການຍະຫວ່າງ ພ້ອມກັບມີເຄື່ອງໝາຍວັກຕອນຈຳນວນໜຶ່ງ

ພາສາລາວມີຕົວເລກເປັນຂອງຕົວເອງ ແຕ່ນິຍົມໃຊ້ເລກອາຣະບິກເປັນສ່ວນໃຫຍ່ໃນຊີວິດປະຈຳວັນ

ປະຫວັດແລະວິວັດທະນາການ

[ດັດແກ້]

ປະມານ ພ.ສ. 400 ບັນພະບູລຸດຂອງຄົນລາວໄດ້ອົບພະຍົບລົງມາຈາກຈີນຕອນໃຕ້ແລະມາຕັ້ງຖິ່ນຖານໃນດິນແດນລາວປັດຈຸບັນ ເຊິ່ງເປັນບ່ອນທີ່ມີຄົນມອນອາໄສຢູ່ກ່ອນແລ້ວ ເຊິ່ງກໍາລັງເປັນຊາດທີ່ຈະເລີນຮຸ່ງເຮືອງໃນສະໄໝນັ້ນ ທໍາອິດກໍຄົງໃຊ້ຕົວອັກສອນມອນມາເປັນແບບ ຕໍ່ມາປະມານ ພ.ສ. 1500 ເມື່ອຂອມຂະຫຍາຍອໍານາດເຂົ້າມາໃນດິນແດນຂອງຄົນລາວເຊິ່ງຕັ້ງຢູ່ບໍລິເວນແມ່ນໍ້າຂອງຈົນມາເຖິງເມືອງຊາຍຟອງ (ເມືອງຫາດຊາຍຟອງໃນປັດຈຸບັນ) ຈາກນັ້ນກໍມີການດັດແປງອັກສອນເລື້ອຍມາ ໂດຍປາກົດອັກສອນທີ່ເລີ່ມມີຄວາມໃກ້ຄຽງກັບອັກສອນປັດຈຸບັນທີ່ເກົ່າແກ່ທີ່ສຸດແມ່ນຈາຣຶກຖໍ້ານາງອັນ ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງຢູ່ໃນຍຸກດຽວກັນກັບລັດຊະການຂອງພະເຈົ້າຟ້າງຸ່ມ

ໃນແຕ່ກ່ອນ, ອັກສອນທີ່ໃຊ້ໃນລາວແມ່ນມີຫຼັກ ໆ ຢູ່ ໒ ແບບ ດັ່ງນີ້

໑. ອັກສອນທໍາ ຫຼື ໂຕທຳລາວ ເປັນອັກສອນທີ່ນຳໃຊ້ໃນການຂຽນຄໍາພີທາງພຸດທະສາສະໜາໃນສະໄໝກ່ອນ ສາມາດຂຽນຄໍາທີ່ມາຈາກພາສາບາລີ-ສັນສະກິດ ໄດ້ຄົບຖ້ວນແລະໃຊ້ໃນການຂຽນພາສາລາວກໍໄດ້ ແຕ່ບໍ່ນິຍົມໃຊ້ ໃນປັດຈຸບັນ ຍັງມີໃຊ້ຢູ່ຕາມອົງກອນທາງພຸດທະສາສະໜາຂອງລາວ ອັກສອນທໍາຂອງລາວມີຄວາມຄ້າຍຄືກັບອັກສອນທໍາຂອງສິບສອງພັນນາ ລ້ານນາ ຊຽງຕຸງ ໂດຍມີຈຸດທີ່ຂຽນຕ່າງກັນແລະຂຽນຄືກັນ

໒. ອັກສອນລາວເດີມ ເປັນອັກສອນທີ່ເກີດລຸນອັກສອນທໍາແລະມີການນໍາໃຊ້ມາຈົນເຖິງປັດຈຸບັນ ໂດຍມີການປ່ຽນແປງອັກຂະຫຼະວິທີຫຼາຍຄັ້ງ

ວິວັດທະນາການອັກສອນລາວ

ພະຍັນຊະນະ

[ດັດແກ້]

ພະຍັນຊະນະລາວປັດຈຸບັນ

[ດັດແກ້]

ພະຍັນຊະນະລາວໃນປັດຈຸບັນມີ 33 ຕົວ ໂດຍແບ່ງເປັນ

໑. ພະຍັນຊະນະເຄົ້າ 27 ຕົວ ແບ່ງເປັນ 3 ໝວດຄື ອັກສອນສູງ 6 ຕົວ ອັກສອນກາງ 8 ຕົວແລະອັກສອນຕໍ່າ 13 ຕົວ

໒. ພະຍັນຊະນະປະສົມ 6 ຕົວ

ພະຍັນຊະນະເຄົ້າ
ອັກສອນກາງ ອັກສອນສູງ ອັກສອນຕ່ຳ
ໄກ່
[k]
ໄຂ່
[kʰ]
ຄວາຍ
[kʰ]
ງົວ
[ŋ]
ຈອກ
[t͡ɕ]
ເສືອ
[s]
ຊ້າງ
[s]
ຍຸງ
[ɲ]
ເດັກ
[d]
ຕາ
[t]
ຖົງ
[tʰ]
ທຸງ
[tʰ]
ນົກ
[n]
ແບ້
[b]
ປາ
[p]
ເຜິ້ງ
[pʰ]
ຝົນ
[f]
ພູ
[pʰ]
ໄຟ
[f]
ແມວ
[m]
ຢາ
[j]
ຣາດາ
[r]
ລີງ
[l]
ວີ
[w]
ໂອ
[ʔ]
ຫ່ານ
[h]
ເຮືອນ
[h]
ພະຍັນຊະນະປະສົມ
ອັກສອນສູງ
ຫງ
[ŋ]
ຫຍ
[ɲ]
ຫນ
[n]
ຫມ
[m]
ຫລ
[l]
ຫວ
[w]
ຫມ ຫຼ

ພະຍັນຊະນະລາວທີ່ຄວນໃຊ້ຄືນ

[ດັດແກ້]
ຕົວອັກສອນລາວບູຮານ

ນອກຈາກທີ່ກ່າວມານັ້ນ ຍັງມີພະຍັນຊະນະອີກ 14 ໂຕທີ່ໃຊ້ໃນການຂຽນຄໍາທີ່ມາຈາກພາສາປາລີ-ພາສາສັນສະກິດ ເຊິ່ງມີຄວາມໃກ້ຄຽງກັບພະຍັນຊະນະໄທແລະຮຽກຮ້ອງຕ້ອງການໃຫ້ໃຊ້ຂຽນພາສາທາງລັດຖະການໃນປັດຈຸບັນ [2]

ພະຍັນຊນະລາວທີ່ຄວນໃຊ້ຄືນ
ຕົວລາວ ຕົວໄທ ຕົວລາວ ຕົວໄທ

[kʰ]

[tʰ]

[s]

[n]

[s]

[tʰ]

[ɲ]

[pʰ]

[d]/[t]

[s]

[tʰ]

[s]

[tʰ]/[d]

[l]

ສະຫຼະ

[ດັດແກ້]

ສະຫຼະລາວໃນປັດຈຸບັນມີ 28 ຕົວແບ່ງເປັນ

ສະຫຼະແບ່ງຕາມລັກສະນະການປະກອບ

[ດັດແກ້]

໑. ສະຫຼະເຄົ້າ 18 ຕົວ

໒. ສະຫຼະປະສົມ 6 ຕົວ

໓. ສະຫຼະພິເສດ 4 ຕົວ

ສະຫຼະແບ່ງຕາມລັກສະນະການປະກອບ
ສະຫຼະເຄົ້າ ສະຫຼະປະສົມ ສະຫຼະພິເສດ
ບໍ່ມີຕົວສະກົດ ມີຕົວສະກົດ IPA ບໍ່ມີຕົວສະກົດ ມີຕົວສະກົດ IPA ບໍ່ມີຕົວສະກົດ ມີຕົວສະກົດ IPA
-ະ -ັ- [a] ເ-ັຍ ມາຈາກ -ິ + -ະ -ັຽ- [ia] ໃ- ມາຈາກ -ະ + ຍ [aj]
-າ -າ- [aː] ເ-ຍ ມາຈາກ -ີ + -າ -ຽ- [iːa] ໄ- ມາຈາກ -ະ + ຍ [aj]
-ິ -ິ- [i] ເ-ຶອ ມາຈາກ -ຸ + -ະ ເ-ຶອ- [ɯa] -ຳ ມາຈາກ -ະ + ມ [am]
-ີ -ີ- [iː] ເ-ືອ ມາຈາກ -ູ + -າ ເ-ືອ- [ɯːa] ເ-ົາ ມາຈາກ -ະ + ວ [aw]
-ຶ -ຶ- [ɯ] -ົວະ ມາຈາກ -ຶ + -ະ -ັວ- [ua]
-ື -ື- [ɯː] -ົວ ມາຈາກ -ື + -າ -ວ- [uːa]
-ຸ -ຸ- [u]
-ູ -ູ- [uː]
ເ-ະ ເ-ັ- [e]
ເ- ເ-- [eː]
ແ-ະ ແ-ັ- [ɛ]
ແ- ແ-- [ɛː]
ໂ-ະ -ົ-[3], ໂ-ັ-[4] [o]
ໂ- ໂ-- [oː]
ເ-າະ -ັອ- [ɔ]
-ໍ -ອ- [ɔː]
ເ-ິ ເ-ິ- [ɤ]
ເ-ີ ເ-ີ- [ɤː]

ສະຫຼະແບ່ງຕາມລັກສະນະການອອກສຽງ

[ດັດແກ້]

໑. ສະຫຼະສຽງສັ້ນ 16 ຕົວ

໒. ສະຫຼະສຽງຍາວ 14 ຕົວ

ສະຫຼະແບ່ງຕາມລັກສະນະການອອກສຽງ
ສະຫຼະສຽງສັ້ນ ສະຫຼະສຽງຍາວ
ບໍ່ມີຕົວສະກົດ ມີຕົວສະກົດ IPA ບໍ່ມີຕົວສະກົດ ມີຕົວສະກົດ IPA
-ະ -ັ- [a] -າ -າ- [aː]
-ິ -ິ- [i] -ີ -ີ- [iː]
-ຶ -ຶ- [ɯ] -ື -ື- [ɯː]
-ຸ -ຸ- [u] -ູ -ູ- [uː]
ເ-ະ ເ-ັ- [e] ເ- ເ-- [eː]
ແ-ະ ແ-ັ- [ɛ] ແ- ແ-- [ɛː]
ໂ-ະ -ົ-[5], ໂ-ັ-[6] [o] ໂ- ໂ-- [oː]
ເ-າະ -ັອ- [ɔ] -ໍ -ອ- [ɔː]
ເ-ິ ເ-ິ- [ɤ] ເ-ີ ເ-ີ- [ɤː]
ເ-ັຍ -ັຽ- [ia] ເ-ຍ -ຽ- [iːa]
ເ-ຶອ ເ-ຶອ- [ɯa] ເ-ືອ ເ-ືອ- [ɯːa]
-ົວະ -ັວ- [ua] -ົວ -ວ- [uːa]
ໃ- [aj]
ໄ- [aj]
-ຳ [am]
ເ-ົາ [aw]

ວັນນະຍຸດ

[ດັດແກ້]

ວັນນະຍຸດລາວມີ 4 ຮູບ 5 ສຽງ ດັ່ງນີ້

ຮູບວັນນະຍຸດ

[ດັດແກ້]

ວັນນະຍຸດໃນພາສາລາວມີ 4 ຮູບ ດັ່ງນີ້

ໄມ້ເອກ (-່), ໄມ້ໂທ (-້), ໄມ້ຕີ (-໊) ແລະ ໄມ້ຈັດຕະວາ (-໋)

ຢ່າງໃດກໍຕາມ ໃນອະດີດ ມີວັນນະຍຸດຢູ່ພຽງ 2 ຮູບ ຄື ໄມ້ເອກ (-່) ແລະ ໄມ້ໂທ (-້)[7]

ສຽງວັນນະຍຸດ

[ດັດແກ້]

ສຽງວັນນະຍຸດລາວຕາມລະດັບມາດຕະຖານມີ 5 ສຽງ ດັ່ງນີ້

  • ສຽງສາມັນ ແບ່ງເປັນ 2 ສຽງຄື ສຽງສາມັນສູງ (ສຽງສູງສະເໝີ) ແລະ ສຽງສາມັນຕໍ່າ (ສຽງຕໍ່າສະເໝີ)
  • ສຽງເອກ (ສຽງກາງສະເໝີ)
  • ສຽງໂທ (ສຽງສູງຕົກ)
  • ສຽງຕີ (ສຽງກາງຕົກ)
  • ສຽງຈັດຕະວາ (ສຽງຕໍ່າຂຶ້ນສູງ)

ການຜັນສຽງວັນນະຍຸດ

[ດັດແກ້]

ໂດຍທົ່ວໄປ ພາສາລາວແຕ່ລະພະຍາງຈະຜັນວັນນະຍຸດໄດ້ 5 ສຽງ ໂດຍການຜັນສຽງວັນນະຍຸດຕ້ອງພິຈາລະນາລັກສະນະ 3 ຢ່າງຄື ຕົວແກນ (ອັກສອນສູງ ອັກສອນກາງ ອັກສອນຕໍ່າ) ພະຍາງ (ພະຍາງເປັນ ພະຍາງຕາຍ) ແລະ ສຽງສະຫຼະ (ສຽງສັ້ນ ສຽງຍາວ)

ຕົວແກນ-ພະຍາງ-ສຽງສະຫຼະ ສຽງສາມັນ ສຽງເອກ ສຽງໂທ ສຽງຕີ ສຽງຈັດຕະວາ ພື້ນສຽງ
ອັກສອນກາງ ພະຍາງເປັນ ສຽງຍາວ ກາ ກ່າ ກ້າ ກ໊າ ກ໋າ ສຽງສາມັນ
ອັກສອນກາງ ພະຍາງເປັນ ສຽງສັ້ນ ກັນ ກັ່ນ ກັ້ນ ກັ໊ນ ກັ໋ນ ສຽງສາມັນ
ອັກສອນກາງ ພະຍາງຕາຍ ສຽງສັ້ນ ກະ ກ໊ະ ກ້ະ - ກ໋ະ ສຽງສາມັນ
ອັກສອນກາງ ພະຍາງຕາຍ ສຽງຍາວ - ກ໊າດ ກ້າດ ກາດ ກ໋າດ ສຽງຕີ
ອັກສອນສູງ ພະຍາງເປັນ ສຽງຍາວ - ຂ່າ - ຂ້າ ຂາ ສຽງຈັດຕະວາ
ອັກສອນສູງ ພະຍາງເປັນ ສຽງສັ້ນ - ຂັ່ນ - ຂັ້ນ ຂັນ ສຽງຈັດຕະວາ
ອັກສອນສູງ ພະຍາງຕາຍ ສຽງສັ້ນ ຂະ - - - - ສຽງສາມັນ
ອັກສອນສູງ ພະຍາງຕາຍ ສຽງຍາວ - - - ຂາດ - ສຽງຕີ
ອັກສອນຕໍ່າ ພະຍາງເປັນ ສຽງຍາວ ຄາ ຄ່າ ຄ້າ - - ສຽງສາມັນ
ອັກສອນຕໍ່າ ພະຍາງເປັນ ສຽງສັ້ນ ຄັນ ຄັ່ນ ຄັ້ນ - - ສຽງສາມັນ
ອັກສອນຕໍ່າ ພະຍາງຕາຍ ສຽງສັ້ນ - ຄະ - - - ສຽງເອກ
ອັກສອນຕໍ່າ ພະຍາງຕາຍ ສຽງຍາວ - - ຄາດ - ຄ໋າດ ສຽງໂທ

ພະຍາງເປັນຂອງອັກສອນກາງແລະອັກສອນຕໍ່າ ບໍ່ວ່າຈະເປັນສະຫຼະສຽງສັ້ນຫຼືສະຫຼະສຽງຍາວກໍຜັນວັນຍຸດແບບດຽວກັນແລະມີພື້ນສຽງຄືກັນ ລວມທັງພະຍາງເປັນຂອງອັກສອນສູງ ບໍ່ວ່າຈະເປັນສະຫຼະສຽງສັ້ນຫຼືສະຫຼະສຽງຍາວກໍຜັນວັນຍຸດແບບດຽວກັນແລະມີພື້ນສຽງຄືກັນ ແຕ່ມີຜັນໄດ້ໜ້ອຍກວ່າ 2 ສຽງ

ຕົວເລກ

[ດັດແກ້]

ຕົວເລກທີ່ເປັນອັກສອນລາວເອີ້ນວ່າ ເລກລາວ ມີລັກສະນະດັ່ງນີ້

ຕົວເລກລາວ ຕົວເລກອາຣະບິກ ຄຳອ່ານ
0 ສູນ
1 ໜຶ່ງ
2 ສອງ
​໓ 3 ສາມ
4 ສີ່
5 ຫ້າ
6 ຫົກ
7 ເຈັດ
8 ແປດ
9 ເກົ້າ

ວິທີການບອກຈໍານວນແລະນັບເລກໃຊ້ລະບົບດຽວກັບເລກຮິນດູ-ອາຣະບິກອື່ນ ໆ

ເຄື່ອງໝາຍວັກຕອນ

[ດັດແກ້]

ເບິ່ງໄດ້ທີ່ບົດຄວາມ ເຄື່ອງໝາຍວັກ


ອ້າງອີງ

[ດັດແກ້]
  1. ສິລາ ວີຣະວົງສ໌, ມະຫາ. (1935). ໄວຍາກຣນ໌ລາວ (໑) ອັກຂຣະວິທີ. ໂຮງພິມພ໌ເອກສ໌ແຕຼມໂອຣຽງ.
  2. Rajan, V., Mitchell, B., Jansche, M., Brawer, S. (2017). L2/17-106 "Proposal to Encode Lao Characters for Pali".
  3. ເມື່ອ ກ ດ ບ ງ ມ ນ ສະກົດ
  4. ເມື່ອ ຍ ວ ສະກົດ
  5. ເມື່ອ ກ ດ ບ ງ ມ ນ ສະກົດ
  6. ເມື່ອ ຍ ວ ສະກົດ
  7. ສິລາ ວີຣະວົງສ໌, ມະຫາ. (1935). ໄວຍາກຣນ໌ລາວ (໑) ອັກຂຣະວິທີ. ໂຮງພິມພ໌ເອກສ໌ແຕຼມໂອຣຽງ.
  • ສິລາ ວີຣະວົງສ໌, ມະຫາ. (1935). ໄວຍາກຣນ໌ລາວ (໑) ອັກຂຣະວິທີ. ໂຮງພິມພ໌ເອກສ໌ແຕຼມໂອຣຽງ.
  • ພູມີ ວົງວິຈິດ. (1967). ໄວຍາກອນລາວ. ພິມເທື່ອທີ 1. ພະແນກສຶກສາສູນກາງ.
  • ຄນະກັມມະການວັນນະຄະດີ. (1968). ໄວຍາກອນລາວ ພາກ ໑ ອັກຂຣະວິທີ. ພິມເທື່ອທີ 6. ວຽງຈັນທນ໌:ຄນະກັມມະການວັນນະຄະດີ.
  • ສິລາ ວີຣະວົງສ໌, ມະຫາ. (1962). ຫລັກພາສາລາວ. ພິມເທື່ອທີ 1.
  • ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສສກ). (2021). ໄວຍາກອນລາວປັດຈຸບັນ ພາກອັກຂະຫຼະວິທີ. ວຽງຈັນ:ໂຮງພິມລາວຢູນິພຣິນ ຈຳກັດ