ຫໍໄຕ

ຈາກ ວິກິພີເດຍ
Jump to navigation Jump to search

ພື້ນທີ່ຂອງສະຫວັນນະເຂດ ບໍລິເວນຝັ່ງແມ່ນ້ຳຂອງໄປຈົນຮອດເຂດແດນຫວຽດນາມ ເປັນແຫລ່ງກຳເນີດຂອງວັດທະນະທຳທີ່ສຳຄັນ ແຫ່ງຫນຶ່ງຂອງລາວ ເຖິງວ່າຕົວເມືອງສະຫວັນນະເຂດ ຫລື ເມືອງຄັນທະບູລີ ຈະເປັນເມືອງທີ່ຕັ້ງຂຶ້ນໃຫມ່ເມື່ອຝຣັ່ງເຂົ້າມາປົກຄອງລາວ ຫລື ປະມານປາຍປີ 1893 ກໍ່ຕາມ ແຕ່ປະຊາຊົນຮອບນອກມີບ້ານເກີດຂຶ້ນກ່ອນຫນ້ານັ້ນ ຫມູ່ບ້ານຕ່າງໆເຫລົ່ານີ້ຕັ້ງຢູ່ແຄມນ້ຳຫລັກໃນ ແຂວງສະຫວັນນະເຂດ ໄດ້ແກ່ເຊຈຳພອນ, ເຊບັ້ງໄຟ ແລະ ເຊບັງຫຽງ ລ້ວນແຕ່ເປັນອູ່ແຫ່ງສິລະປະວັດທະນະທຳພື້ນເມືອງອັນເກົ່າແກ່ ລຳນ້ຳຕ່າງໆເຫລົ່ານີ້ພາກໃຕ້ເຂົາເຈົ້າເອີ້ນວ່າ "ເຊ"ເຊິ່ງຕ່າງກັບພາກເຫນືອເອີ້ນວ່າ "ນ້ຳ" ເຮົາຈິ່ງຄຸ້ນຫູກັບ "ເຊໂດນ" ເປັນສາຍນ້ຳໃຫຍ່ ທີ່ໄຫລລົງສູ່ນ້ຳຂອງຢູ່ເມືອງປາກເຊ ແຂວງຈຳປາສັກ ແລະ "ນ້ຳຊັນ" ຢູ່ແຂວງບໍລິຄຳໄຊ. ເຊໂດນເປັນລຳນ້ຳໃຫຍ່ທີ່ໄຫລລົງແມ່ນ້ຳຂອງ ຢູ່ເມືອງປາກເຊ, ສ່ວນ "ນ້ຳຊັນ" ຢູ່ແຂວງບໍລິຄຳໄຊນັ້ນ ເປັນລຳນ້ຳທີ່ສ້າງແຮງບັນດານໃຈໃຫ້ກັບສຸລິວັດ ລັດຕະນະສະຫວັນ ກະວີຫນຸ່ມ ຂອງສະຫວັນນະເຂດຈົນ ເຖິງກັບປະພັນເພງ "ກຸຫລາບປາກຊັນ" ໄວ້ເມື່ອເຄິ່ງສະຕະວັດທີ່ແລ້ວ. ເພງກຸຫລາບປາກຊັນນີ້ເປັນທີ່ຮູ້ຈັກກັນ ດີສ່ວນ "ເຊຈຳ ພອນ" ເປັນສູນລວມແຫ່ງສິລະປະວິທະຍາການ ແລະ ພູມປັນຍາດັ້ງເດີມອີກແຫ່ງຫນຶ່ງຂອງແຂວງນີ້, ຫມູ່ບ້ານທີ່ຕັ້ງຢູ່ ແຄມຝັ່ງເຊຈຳພອນ ຢູ່ທາງທິດຕາເວັນອອກຂອງເມືອງຄັນທະບູລີ ໄປປະມານ 60 ກິໂລແມັດ ມີຄວາມເປັນມາຍາວນານ ແຕ່ກ່ອນທ້ອງ ຖິ່ນດັ່ງກ່າວປະກອບດ້ວຍຫມູ່ບ້ານໃຫຍ່ໆຄື ບ້ານຫນອງລຳຈັນ, ບ້ານຊະຄືນ ແລະ ເມືອງສອງຄອນດອນດົງ. ປະຈຸບັນມີຮ່ອງຮອຍຂອງ ຄວາມຮຸ່ງເຮືອງ ແລະ ຄວາມເປັນອູ່ແຫ່ງວັດທະນະທຳລາວລຸ່ມຂອງແຂວງສະຫວັນນະເຂດຢູ່ຢ່າງຊັດເຈນ ສິລະປະວັດທະນະທຳທີ່ລືຊື່ ຂອງແຂວງນີ້ ລ້ວນຖືກຳເນີດມາຈາກບໍລິເວນນີ້ທັງນັ້ນ ບໍ່ວ່າຈະເປັນການຂັບລຳຄອນສະຫວັນ ຫນຶ່ງໃນສີ່ຂອງການຂັບລຳແບບດັ້ງເດີມ ຂອງສະຫວັນສິມ ຫລື ວັດຊະຄືນໃຕ້ ທີ່ງົດງາມຮ່ວມສະໄຫມກັບວັດຊຽງທອງ ເມືອງຫລວງພະບາງໄດ້ຮັບການຍອມຮັບວ່າເປັນສິມລ້ານ ຊ້າງທີ່ງົດງາມ ແລະ ມີຄວາມເປັນເອກະລັກທີ່ສຸດໃນ ດ້ານສະຖາປັດຕະຍະກຳຫລັກຖານທາງດ້ານສິລະປະວັດທະນະທຳອີກແຫ່ງຫນຶ່ງໃນເຂດເມືອງຈຳພອນຄື "ຫໍໄຕ".

ຫໍໄຕ ທີ່ວັດຈັນທະສາໂຣ ຫລື ທີ່ຊາວບ້ານເອີ້ນວ່າວັດຫນອງລຳຈັນ ເຊິ່ງເປັນສະຖາປັດຕະຍະກຳເຄື່ອງໄມ້ທີ່ສະທ້ອນສີມືຊ່າງ, ຊາວ ບ້ານລ້ານຊ້າງໃນອາດີດປະກາດຄວາມຍິ່ງໃຫຍ່ທາງພູມປັນຍາທາງຊ່າງ ທີ່ຖ່າຍທອດກັນມາຫລາຍຊົ່ວອາຍຸ ຄົນຖ້າຈະເວົ້າເຖິງຄວາມໂດດ ເດັ່ນທາງສະຖາປັດຕະຍະກຳ ແລະ ບູຮານວັດຖຸຫໍໄຕແຫ່ງນີ້ສ້າງຂຶ້ນນັບຮອຍປີມາແລ້ວເປັນໄມ້ທັງຫລັງ ໂດຍບໍ່ມີການໃຊ້ຕະປູຈັກດອກ ຕົວເຮືອນຢູ່ເທິງເສົາໄມ້ສູງປະມານ 6 ແມັດລວມ 20 ຕົ້ນ ຫໍໄຕແຫ່ງນີ້ຕັ້ງຢູ່ເທິງຫນ້ານ້ຳໜອງຈັນເພື່ອປ້ອງກັນປວກ ແລະແມງໄມ້ເປັນ ພູມປັນຍາທີ່ສືບທອດກັນມາຫໍໄຕແຫ່ງນີ້ເປັນບ່ອນເກັບມ້ຽນ"ຫນັງສືຜູກ" ເຊິ່ງຫມາຍເຖິງຫນັງສືທີ່ຈານລົງຫນ້າໃບລານແລ້ວມັດເປັນເຫລັ້ມ ເອີ້ນວ່າ 1 ຜູກ ແລະ ທີ່ສຳຄັນ ເມືອປີ 2000 ມີ ຫນ່ວຍງານອະນຸລັັກຫນັງສືໃບລານລາວໄດ້ເຮັດການສຳຫລວດ ຈິ່ງຮູ້ວ່າ ທີ່ຫໍໄຕແຫ່ງ ນີ້ມີຈຳນວນຫນັງສືຜູກຫລາຍທີ່ສຸດໃນລາວ ແລະ ຍັງມີຄວາມຫລາກຫລາຍທາງດ້ານເນື້ອຫາຫລາຍທີ່ສຸດອີກດ້ວຍ ມີຕັ້ງແຕ່ຄໍາສອນທາງ ສາສະຫນາ, ບົດຜະຫຍາ, ນິທານ, ຄະຕິທຳ, ກອນລຳ, ຕຳລາຢາພື້ນເມືອງ ແລະ ອື່ນໆ. ບ່ອນນີ້ຈິ່ງເປັນເຫມືອນຂອງຕັກສີລາແຫ່ງລຸ່ມ ນ້ຳຂອງ ທີ່ຜູ້ຄົນສອງຝັ່ງໄດ້ໃຊ້ເປັນບ່ອນສຶກສາຫາຄວາມຮູ້ທັງພະສົງ, ແພດພື້ນເມືອງຈາກລາວ ແລະ ຝັ່ງໄທເມື່ອໄດ້ຊາບຄວາມສຳຄັນ ພຽງນີ້ ທາງການຈິ່ງໄດ້ນຳຫນັງສືຜູກອອກມາທຳຄວາມສະອາດ, ປ່ຽນຜ້າທີ່ຫຸ້ມຫໍ່ແລ້ວຈິ່ງເອົາໄປໄວ້ໃນກຸຕິເຈົ້າອາວາດເປັນການຊົ່ວຄາວ ເພາະຫລາຍປີຜ່ານມານ້ຳໃນຫນອງຈັນເຫືອດແຫ້ງລົງ ເຮັດໃຫ້ມີບັນຫາເລື່ອງແມງໄມ້ທີ່ຈະເຂົ້າໄປທຳລາຍຫນັງສືຜູກເຫລົ່ານີ້ ແຕ່ກໍ່ຫນ້າ ຕົກໃຈທີ່ຫໍໄຕແຫ່ງນີ້ເລີ່ມຊຸດຕົວອ່ຽງລົງ ເພາະໄມ້ສ່ວນຫນຶ່ງເລີ່ມຜຸທ່າມກາງຄວາມເສຍດາຍຂອງຊາວບ້ານ ເຊິ່ງຮູ້ດີວ່າ ບໍ່ດົນອາວະສານ ຂອງຫໍໄຕ ທີ່ເຂົາເຈົ້າເຫັນມາແຕ່ຮຸ່ນປູ່ຍ່າຈະຕ້ອງມາເຖິງ. ເຖິງແມ່ນວ່າວັດຈະໄດ້ຮັບງົບປະມານສ້າງຫໍໄຕຫລັງໃຫມ່ທີ່ເປັນຕຶກຄອນກຣີດ ເພື່ອເກັບຮັກສາຫນັງສືຜູກເປັນການ ຖາວອນກໍ່ຕາມຊາວບ້ານຫລາຍຄົນເລີ່ມຄິດເຖິງການບູລະນະຫໍໄຕຫລັງເກົ່າ ໃຫ້ຢູ່ຕໍ່ໄປຊົ່ວລູກຊົ່ວຫລານ ແຕ່ກໍ່ຕິດຂັດເລື່ອງງົບປະມານດ້ວຍຄວາມຮ່ວມມືລະຫວ່າງພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງສະຫວັນນະເຂດ, ສະຖານກົງສູນໄທຢູ່ສະຫວັນນະເຂດ ແລະ ຄະນະສົງລາວ. ຫໍໄຕບ້ານຫນອງລຳຈັນຫລັງເກົ່າໄດ້ຖືກບູລະນະຂຶ້ນເຫມືອນເດີມທຸກປະ ການ ແລະ ສຳເລັດຮຽບຮອຍເມື່ອງປາຍເດືອນພຶດສະພາປີ 2004.