Jump to content

ຫໍສະໝຸດແຫ່ງຊາດ

ຈາກ ວິກິພີເດຍ
ຫໍສະໝຸດແຫ່ງຊາດ (ຫຼັງເກົ່າ)

ຫໍສະໝຸດແຫ່ງຊາດ (ອັງກິດ: National Library of Laos) ເປັນຫໍສະໝຸດ ຕັ້ງຢູ່ ນະຄອນຫຼວງວຽງຈັນ. ສ້າງຕັ້ງຂຶ້ນຄັ້ງທໍາອິດໃນວັນທີ 1 ກໍລະກົດ ຄ.ສ 1956 ໄດ້ຍ້າຍໄປຢູ່ສະຖານທີ່ປັດຈຸບັນຂອງຕົນໃນປີ ຄ.ສ 1988.[1] ຫໍສະໝຸດແຫ່ງຊາດມີບົດບາດສຳຄັນໃນການອະນຸລັກວັດຖຸສິ່ງຂອງກ່ຽວກັບລາວ.[2]

ຕັ້ງແຕ່ປີ ຄ.ສ 1989 ເປັນຕົ້ນມາ ຫໍສະໝຸດໄດ້ດໍາເນີນໂຄງການອະນຸລັກຮັກສາໜັງສືໃບລານລາວບູຮານ ເຊິ່ງເອກະສານວັດຖຸບູຮານຂຽນເປັນພາສາລາວ ແລະ ສັນສະກິດ.[2] ເລີ່ມແຕ່ເດືອນຕຸລາ ຄ.ສ 2007 ຫໍສະໝຸດໄດ້ຮ່ວມມືກັບມະຫາວິທະຍາໄລພັສເຊາ (ເຢຍລະມັນ: Universität Passau) ແລະຫໍສະໝຸດແຫ່ງລັດເບີລິນ (ເຢຍລະມັນ: Staatsbibliothek zu Berlin Preußischer Kulturbesitz) ເພື່ອສ້າງຫໍສະໝຸດດິຈິຕອລຂອງໜັງສືໃບລານລາວ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອະນຸຍາດໃຫ້ເກັບສະສົມໜັງສືໃບລານໃຫ້ເຂົ້າເຖິງໄດ້ຜ່ານທາງອິນເຕີເນັດ.[3]

ຫໍສະໝຸດແຫ່ງຊາດຫຼັງໃໝ່ໄດ້ສຳເລັດໃນປີ ຄ.ສ 2017.[4]

ອ້າງອີງ

[ດັດແກ້]
  1. "National Library of Laos". www.nationallibraryoflaos.org. ຄົ້ນຫາເມື່ອ 13 ສິງຫາ 2023.
  2. 2.0 2.1 "National Library of Laos". ASEF culture360 (ພາສາອັງກິດ). ຄົ້ນຫາເມື່ອ 13 ສິງຫາ 2023.
  3. "About DLLM: Project". East Asia Department. Berlin State Library. 12 ກັນຍາ 2013. ຄົ້ນຫາເມື່ອ 12 ກັນຍາ 2013. The database is maintained via Internet by the National Library of Laos. Master copies of digital data are stored at the National Library of Laos and at the Staatsbibliothek zu Berlin and the Gemeinsamer Bibliotheksverbund (GBV) in Germany.
  4. "New National Library of Laos Construction Complete". Laotian Times. 4 ມັງກອນ 2017. ຄົ້ນຫາເມື່ອ 4 ກຸມພາ 2024.

ແຫຼ່ງຂໍ້ມູນອື່ນ

[ດັດແກ້]

ພິກັດພູມສາດ: 18°00′29″N 102°38′35″E / 18.008134°N 102.643122°E / 18.008134; 102.643122