ຫໍພິພິດທະພັນແຫ່ງຊາດຫຼວງພະບາງ

ຈາກ ວິກິພີເດຍ
Jump to navigation Jump to search

ພະລາຊະວັັງຫລວງພະບາງເປັນອາຄານແບບຝຣັ່ງແຕ່ຫລັງຄາ ເປັນແບບຊົງລາວຕັ້ງຢູ່ແຄມແມ່ນ້ຳຂອງ ຫັນໜ້າເຂົ້າສູ່ພະທາດພູສີ ຕົວພະລາຊະວັັງເປັນໝູ່ອາຄານເຕີ້ຍໆ ຊັ້ນດຽວ ຕັ້ງຢູ່ເທິງພື້ນຍົກສູງ ມີຄວາມງົດງາມລົງຕົວຂອງສິນລະປະ ຍຸກອານານິຄົມປະສົມກັບສິລະປະ ແບບລ້ານຊ້າງ ສະພາບໂດຍຮອບມີຄວາມຮົ່ມເຢັນດ້ວຍຕົ້ນໄມ້ ທີ່ບໍ່ໜາຈົນເກີນໄປ ປະຫວັດຂອງຫໍພິພິດທະພັນ ແຫ່ງນີ້ສ້າງຂຶ້ນໃນປີ ຄ.ສ.1904 ສະໄໝເຈົ້າມະຫາຊີວິດສີສະຫວ່າງວົງ ສືບທອດຕໍ່ມາເຖິງສະໄໝ ເຈົ້າມະຫາຊີວິດສີສະຫວ່າງວັດນາ ເຈົ້າມະຫາຊີວິດອົງສຸດທ້າຍຂອງຣາຊາອານາຈັກລາວ ພາຍຫລັງຈາກການປ່ຽນແປງການປົກຄອງ ຫລື ທີ່ຊາວລາວຮຽກວ່າ “ການປົດປ່ອຍ”ລັດຖະບານລາວໄດ້ປ່ຽນພະລາຊະວັັງຫລວງມາເປັນ “ຫໍພິພິດທະພັນ” ໃນປີ ຄ.ສ 1975 ຫລັງຈາກທີ່ ບໍ່ມີເຈົ້າມະຫາຊີວິດປະທັບ ຢູ່ບ່ອນນີ້ອີກຕໍ່ໄປແລ້ວ ລັກສະນະແຜນຜັງຂອງຕົວພະລາຊະວັັງ ປະກອບດ້ວຍອາຄານຂວາງດ້ານໜ້າ ຫລັງຄາມຸງກະເບື້ອງເຄິ່ງກາງມີມຸກຍື່ນອອກມາ ມີຮູບປັ້ນເປັນຮູບຊ້າງ 3 ຫົວ ມີສັດກາງຢູ່ເຄິ່ງກາງຂ້າງເທິງ ອັນເປັນສັນຍະລັກຂອງລາຊາອານາຈັກລາວລ້ານຊ້າງໃນລະບອບເດີມກົງເຂົ້າໄປເປັນຫ້ອງຟັງທຳຂອງ ເຈົ້າມະຫາຊີວິດ ແລະ ທ້ອງພະໂລງ ເບື້ອງຫລັງທ້ອງພະໂລງເປັນອາຄານ ທີ່ມີຫລັງຄາເປັນຍອດປາສາດຫລັງດຽວ ເບິ່ງເຫັນເປັນສະຫງ່າເດັ່ນແຈ້ງຈາກພາຍນອກຕົວອາຄານ ແບ່ງອອກເປັນ 2 ສ່ວນ:

  • ຫ້ອງຮັບແຂກຂອງເຈົ້າມະຫາຊີວິດ ຫລື ຫ້ອງຮັບຕ້ອນ: ເປັນຫ້ອງສຳລັບຮັບມອບສານຕາຕັ້ງຕ່າງໆ ມີຮູບປັ້ນເຄິ່ງພະອົງຂອງເຈົ້າມະຫາຊີວິດມະຫິນທະຣະເທບ (ເຈົ້າອຸ່ນຄຳ), ເຈົ້າມະຫາຊີວິດສັກກະລິນ (ເຈົ້າຄຳສຸກ) ແລະ ເຈົ້າມະຫາຊີວິດສີສະຫວ່າງວົງ ເທິງຝາເປັນພາບຂຽນເທິງຜ້າໃບຜືນໃຫຍ່ກ່ຽວກັບຊີວິດປະຈຳວັນຂອງຊາວລາວ ຮີດຄອງປະເພນີລາວທີ່ສຳຄັນ ລັກສະນະງານສິລະປະ ແບບ impressionism ຝີມືຂອງຈິດຕະກອນຍິງຝຣັ່ງ ຊື່ ອະລິດ ເດີ ໂຟເຕີໂລ ຊຶ່ງ ຂຽນຂຶ້ນໃນປີ ຄ.ສ 1930 ແລະ ອີກຝາດ້ານໜຶ່ງຍັງມີພາບແກະໄມ້ ຈາກວັນນະຄະດີລາມະກຽນ ຝີມືສະກຸນຊ່າງຫລວງພະບາງສາຍເພຍຕັນ.
  • ທ້ອງພະໂລງໃຫຍ່ ເປັນສະຖານທີ່ອອກຕ້ອນຮັບລາຊະທູດຈາກປະເທດຕ່າງໆ ທີ່ເຂົ້າມາຖວາຍພະລາຊະສານຕາຕັ້ງ ຝາປະດັບກະຈົກສີ ຫລື ງານປະດັບດອກດວງ ແບບດຽວກັບ ທີ່ວັດຊຽງທອງ ເປັນເລື່ອງນິທານພື້ນເມືອງຂອງລາວ ເຊັ່ນ ເລື່ອງທ້າວຈັນທະພານິດ, ເລື່ອງຂຸນົບລົມ ເລື່ອງຕຳນານການແຫ່ງພະບາງຂຶ້ນມາຈາກຂະເໝນ ລວມທັງເລື່ອງງານປະເພນີໃນຮອບປີ ຫລື ຮີດສິບສອງຄອງສິບສີ່ ສຸດທ້ອງພະໂລງເປັນພະລາຊະບັນລັງ ເຮັດດ້ວຍໄມ້ແກະສະຫລັກ ແລ້ວຫຸ້ມຄຳອີກຊັ້ນ (ມີເຊືອກກັ້ນຫ້າມນັກທ່ອງທ່ຽວເຂົ້າ) ບັນລັງນີ້ກຽມໄວ້ສຳລັບພິທີບໍລົມລາຊາພິເສກ ເຈົ້າມະຫາຊີວິດສີສະຫວ່າງວັດທິນາ ໃນປີ ຄ.ສ 1976 ແຕ່ປະເທດລາວປ່ຽນແປງການປົກຄອງກ່ອນ ຕູ້ກະຈົກທ້ອງພະໂລງນີ້ກໍຈັດສະແດງເຄື່ອງລາຊະກຸທະພັນ ສຳລັບໃຊ້ໃນພິທີນີ້ເຊັ່ນກັນ ເຊັ່ນ: ດາບ, ສະຫລອງພະບາດ, ແສ້ຈາມະລີ.
  • ທາງປີກຊ້າຍ ແລະ ຂວາ ຂອງຫ້ອງທ້ອງພະໂລງ ເປັນຕູ້ຈັດສະແດງພະພຸດທະຮູບທັງທ້ຳດ້ວຍ: ຄຳ, ແກ້ວ, ສຳລິດ ຫລືໄມ້ຕີຄຳຫຸ້ມ ສ່ວນໃຫຍ່ມີອາຍຸໃນປະມານພຸດທະສະຕະວັດທີ 20-21 ພະພຸດທະຮູບເຫລົ່ານີ້ ສ່ວນຫລາຍພົບຢູ່ໃຕ້ຖານຂອງພະທາດຫະໝາກໂມ ຕອນທີ່ບູລະນະປະຕິສັງຂອນ ຄັ້ງໃຫຍ່ເມື່ອ ຄ.ສ 1914 ໃນສະໄໝພະເຈົ້າສີສະຫວ່າງວົງ
  • ຫ້ອງພິທີການ ຫລື ທ້ອງພະໂລງໜ້າ ເຄີຍໃຊ້ເປັນຫ້ອງຮັບແຂກພາຍໃນ ແລະ ຄະນະທູຕານຸທູດ ລະຫວ່າງເຝົ້າລໍຮັບສະເດັດ ແລະ ໃນບາງໂອກາດຫ້ອງພິທີການຍັງໃຊ້ເປັນ ບ່ອນຟັງທຳ ສຳລັບເຈົ້າມະຫາຊີວິດ ລວມທັງໃຊ້ຈັດງານສຳຄັນຂອງລາຊະສຳນັກ ເຊັ່ນ: ງານອະພິເສກສົມລົດ ຂອງບັນດາລາຊະວົງ ຝ່າຍໃນສິ່ງຂອງທີ່ຈັດສະແດງ ຢູ່ໃນປະຈຸບັນມີ ຫໍທຳມາດ ເປັນໄມ້ແກະສະຫລັກດ້ວຍຝີມືສະກຸນຊ່າງຫລວງພະບາງ, ພະພຸດທະຮູບສຳລິດ ສິນປະລາວບູຮານ ມີອາຍຸລະຫວ່າງພຸດທະສະຕະວັດທີ່ 17-19, ສຽນພະພຸດທະຮູບ ຊຶ່ງໄດ້ຮັບມອບມາຈາກລັດຖະບານອິນເດຍ.
  • ຫ້ອງຮັບແຂກຂອງມະເຫສີ ແບ່ງເປັນສອງຕອນ ຫ້ອງໃຫຍ່ ຊຶ່ງເຄີຍໃຊ້ເປັນຫ້ອງຮັບແຂກຂອງພະມະເຫສີ ມີຕູ້ຈັດສະແດງຂອງຂວັນຈາກປະເທດຕ່າງໆ ທີ່ສ່ວນໃຫຍ່ສົ່ງມາຖວາຍ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ໃນລະຫວ່າງ ທີ່ຈະເຂົ້າພິທີລາຊາພິເສກ ສ່ວນຫ້ອງນ້ອຍດ້ານໃນສຸດຈັດວາງຮູບຂຽນສີນ້ຳມັນຂະໜາດໃຫຍ່ຂອງ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ, ຮູບພະມະເຫສີຄຳຜຸຍ ແລະ ຮູບເຈົ້າຊາຍວົງສະຫວ່າງ ອົງມົງກຸດລາຊະກຸມານ ວາດຂຶ້ນໃນປີ ຄ.ສ 1967 ວາດໂດຍຈິດຕະກອນຊາວຣັດເຊຍ
  • ຍອດມົນທົບທອງ ແຕ່ເດີມອາຄານພະລາຊະວັັງ ເປັນອາຄານຊັ້ນດຽວຍົກພື້ນສູງ ຮູບຊົງແບບໂຄໂລແນລສະໄຕລ໌ ຕໍ່ມາໃນ ຄ.ສ 1930 ພະເຈົ້າສີສະຫວ່າງວົງ ໂປດເກົ້າໃຫ້ສ້າງຫລັງຄາແບບມົນທົບເພິ່ມເຕິມຂຶ້ນ ເພື່ອໃຫ້ມີຮູບລັກ ແບບສິລະປະຕະເວັນອອກ ໂດຍມີຮູບຊ້າງສາມສຽນ ອັນເປັນສັນຍະລັກຂອງ "ລາດຊະອານາຈັກລາວ"
  • ອະນຸສາວະລີພະເຈົ້າສີສະຫວ່າງວົງ ເຈົ້າມະຫາຊີວິດຜູ້ຄອງລາດ ຕັ້ງແຕ່ ຄ.ສ 1905-1959 ແລະ ເປັນຜູ້ພະລາຊະທານລັດທຳນູນສະບັບແຮກ ທີ່ຂຽນຂຶ້ນໂດຍຄົນລາວເມື່ອ ຄ.ສ 1947
  • ແຖວຕົ້ນຕານໜ້າຫໍພິພິທະພັນ ອີກໜຶ່ງຈຸດເດັ່ນຢ່າງໜຶ່ງຂອງຫໍພິພິທະພັນຄື: ແຖວຕົ້ນຕານຂະໜາດໃຫຍ່ທີ່ປູກນາບສອງຂ້າງທາງຍ່າງເຂົ້າ ຕາມປະຫວັດເລົ່າກັນວ່າ ພະເຈົ້າສີສະຫວ່າງວົງໂປດໃຫ້ປູກຂຶ້ນ ເພື່ອໃຫ້ສອດຮັບກັບມຸມມອງຈາກທ້ອງພະໂລງໄປຍັງພູສີ.
  • ຫ້ອງປະດິດສະຖານພະບາງ

ຢູ່ທາງປີກດ້ານຂວາສຸດຂອງອາຄານ ຜູ້ເຂົ້າຊົມສາມາດກາບບູຊາຂ້າງນອກໄດ້ຂ້າງໆ ມົນທົບພະບາງມີງາຊ້າງຄູ່ໜຶ່ງແກະສະຫລັກເປັນຮູບພະພຸດທະເຈົ້າຫລາຍອົງ ເປັນຂອງເກົ່າບູຮານທີ່ນຳມາຈາກວັດວິຊຸນນະຣາດ ພ້ອມກັບພະບາງ ເມື່ອຕອນຍ້າຍຫໍພິພິທະພັນ ມາພະລາດຊະວັັງຫລວງ. ເປັນສິລະປະຂະເໝນສະໄໝຫລັງບາຍົນ ອາຍຸປະມານ 3000 ປີມາແລ້ວຫລໍ່ດ້ວຍທອງຄຳບໍລິສຸດ 90% ໜັກ 54 ກິໂລກຣາມ, ສູງ 80-85 ຊມ. ຊຶ່ງເປັນທີ່ມາຂອງຊື່ “ເມືອງຫລວງພະບາງ” ອັນໝາຍເຖິງເມືອງທີ່ມີ “ພະບາງ” ປະດິດສະຖານຢູ່ນັ້ນເອງ ທຸກມື້ຂຶ້ນປີໃໝ່ລາວ (ເດືອນເມສາ) ຈະມີການອັນເຊີນ “ພະບາງ” ລົງມາປະດິດຖານທີ່ “ວັດໃຫມ່” ເພື່ອໃຫ້ປະຊາຊົນສົງນ້ຳສັກກາລະບູຊາ ເພື່ອຄວາມເປັນສິລິມົງຄົນຂອງຊາວຫລວງພະບາງ ແລະ ຊາວລາວທົ່ວປະເທດ ພາຍໃນຫ້ອງພຣະນີ້ຍັງເປັນທີ່ປະດິດສະຖານພຣະພຸດທະຮູບນາກປົກ ສະຫລັກດ້ວຍຫີນ. ໃນຮູບແບບສິລະປະຂະເໜນອີກ 4 ອົງ ແລະ ມີກອງມະໂຫລະທຶກອີກຫລາຍໜ່ວຍ ຊຶ່ງບໍ່ຮູ້ຊັດເຈນວ່າມາຈາກທີ່ໃດນອກຈາກນັ້ນຍັງມີພວງມາລາຂອງສົມເດັດພະເທບພະລັດລາຊະສຸດາຯ ຊຶ່ງຖວາຍເປັນພຸດທະບູຊາໄວ້ເມື່ອຕອນທີ່ສະເດັດ ມາຍັງປະເທດລາວແລະ ເມືອງຫລວງພະບາງ ເມື່ອເດືອນມີນາ ຄ.ສ 1990.