Jump to content

ຫຼູຊຸ່ນ

ຈາກ ວິກິພີເດຍ

ຈົວ ຊູ່ເຣິນ (ຈີນ: 周树人) (ວັນທີ 25 ເດືອນກັນຍາ ປີ 1881 – ວັນທີ 19 ເດືອນຕຸລາ ປີ 1936) ແຕ່ເກີດຊື່ ຈົວ ຈາງໂຊວ (周樟寿) ນາມປູກຊື່ ຢູ່ຊານ ຫຼື ຢູ່ທິງ ແລະຕໍ່ມາໄດ້ປ່ຽນເປັນ ຢູ່ໄຊ (豫才) ໃນພາຍຫຼັງ. ນາມປາກກາ ຮູ່ຊຸ່ນ (鲁迅). ເຂົາເປັນຄົນເມືອງເສົາຊິງ ແຂວງເຈົາຊິງ ຂອງປະເທດຈີນ, ເປັນນັກປະພັນທີ່ສຳຄັນໃນຍຸກໃໝ່, ນັກອອກແບບ, ແລະເປັນໜຶ່ງໃນຜູ້ນຳຂອງຂະບວນການວັດທະນະທຳໃໝ່.

ຫຼູຊຸ່ນໄດ້ສ້າງຜົນງານຕ່າງໆໄວ້ຫຼາຍຢ່າງ ໃນຂະນະທີ່ຍັງມີຊີວິດຢູ່, ອາທິ: ບົດຄວາມວິພາກສະ, ນິຍາຍສັ້ນ ແລະ ນິຍາຍຂະໜາດກາງ, ບົດວັນນະກຳ, ຄວາມຄິດແລະຄວາມເຫັນທາງສັງຄົມ, ຜົນງານວິຊາການ, ໜັງສືວິທະຍາສາດທຳມະຊາດ, ການສຶກສາ ແລະການສະແກງໂຕເລື່ອງຕໍາຮາລາວເກົ່າ, ຄຳຄິດສະຫຼຸບ, ບົດກະວີສະໄຕລ໌ຮູບແບບໃໝ່, ບົດກະວີແບບເກົ່າ, ການແປຜົນງານວັນນະຄະດີແລະວິຊາການຈາກຕ່າງປະເທດ ແລະ ການສຶກສາກ່ຽວກັບພາບພິມໄມ້ . ຜົນງານຂອງເຂົາໄດ້ມີອິດທິພົນຢ່າງຫຼວງໃຫຍ່ຕໍ່ສັງຄົມ ແລະ ວັດທະນະທຳຈີນຫຼັງຂະບວນການ 4 ພຶດສະພາ.

ຫຼູຊຸ່ນ (鲁迅)