ຫຼັບຕາຝັນ ເຖິງຊື່ເຈົ້າ
ຫລັບຕາຝັນ ເຖິງຊື່ເຈົ້າ (ຍີ່ປຸ່ນ: 君の名は。; ໂຣມາຈິ: Kimi no Na wa; ອັງກິດ: Your Name) ເປັນຮູບເງົາອານິເມະຍີ່ປຸ່ນແນວໂຣແມນຕິກ ແຟນຕາຊີ ທີ່ອອກສາຍໃນປີ ຄ.ສ 2016 ສ້າງໂດຍ ຄອມມິກເວບຟີມ ແລະ ຈັດຈຳໜ່າຍໂດຍ ໂທໂຮ ຮູບເງົາເລົ່າເລື່ອງຂອງເດັກໜຸ່ມມັດທະຍົມປາຍໃນໂຕກຽວ ແລະ ເດັກສາວມັດທະຍົມປາຍໃນເຂດຊົນນະບົດຂອງຍີ່ປຸ່ນ ທີ່ເກີດການສະຫຼັບຕົວກັນຢ່າງເລິກລັບ
| ຫຼັບຕາຝັນ ເຖິງຊື່ເຈົ້າ | |
|---|---|
ໂລໂກ້ | |
| ກຳກັບ | ມາໂຄໂຕະ ຊິນໄຄ |
| ຂຽນບົດ | ມາໂຄໂຕະ ຊິນໄຄ |
| ອຳນວຍການສ້າງ |
|
| ນັກສະແດງນຳ | |
| ກຳກັບພາບ | ມາໂຄໂຕະ ຊິນໄຄ |
| ຕັດຕໍ່ | ມາໂຄໂຕະ ຊິນໄຄ |
| ດົນຕີປະກອບ | ແຣດວິມສ໌ |
| ບໍລິສັດຜູ້ສ້າງ | |
| ຈຳໜ່າຍ/ເຜີຍແຜ່ | ໂທໂຮ |
| ວັນສາຍ |
|
| ຄວາມຍາວ | 107 ນາທີ[1] |
| ປະເທດ | ຍີ່ປຸ່ນ |
| ພາສາ | ຍີ່ປຸ່ນ |
| ທຶນສ້າງ | 750 ລ້ານເຢນ |
| ລາຍໄດ້ | 41.44 ຕື້ເຢນ (380.15 ລ້ານໂດລາສະຫະລັດ)[2] |
ຮຼບເງົາເລີ່ມພັດທະນາໃນປີ ຄ.ສ 2014 ຂຽນບົດແລະກຳກັບໂດຍມາໂຄໂຕະ ຊິນໄຄ ຕົວລະຄອນຫຼັກໃຫ້ສຽງໂດຍ ຣີວໂນຊູເກະ ຄາມິກິແລະໂມເມະ ຄາມິຊິຣາອິຊິ ກຳກັບແອນິເມຊັນໂດຍ ມາຊາຊິ ອັນໂດະ, ອອກແບບຕົວລະຄອນໂດຍ ມາຊາໂຢຊິ ທານາກະ ແລະແຕ່ງເພງປະກອບຮູບເງົາໂດຍ ແຣດວິມສ໌ ໄລຕ໌ໂນເວລທີ່ດັດແປງຈາກຮູບເງົາ ວາງຈຳໜ່າຍກ່ອນຮູບເງົາຈະສາຍຮອບປະຖົມທັດໜຶ່ງເດືອນ
ຮູບເງົາສາຍຮອບປະຖົມທັດທີ່ງານ ອະນິເມະເອັກຊ໌ໂປ2016 ໃນ ລອສແອນເຈລິສ ເມື່ອວັນທີ3 ກໍລະກົດ ປີ ຄ.ສ 2016 ສາຍໃນປະເທດປະເທດຍີ່ປຸ່ນເມື່ອວັນທີ 26 ສິງຫາ ປີ ຄ.ສ 2016 ສາຍໃນໄທເມື່ອວັນທີ 10 ພະຈິກ ປີ ຄ.ສ 2016 ສາຍໃນປະເທດລາວເມື່ອວັນທີ 17 ພະຈິກ ປີ ຄ.ສ 2016 ສາຍໃນສະຫະລັດອາເມຣິກາເມື່ອວັນທີ 7 ເມສາ ປິ ຄ.ສ 2017 ຮູບເງົາໄດ້ຮັບການຕອບຮັບທີ່ດີຈາກນັກວິຈານ ໂດຍເບິ່ງໃນເລື່ອງແອນິເມຊັນ, ເພງແລະນ້ຳໜັກອາລົມ ຮູບເງົາສ້າງລາຍຮັບໄດ້ຫຼາຍກວ່າ 41.44ຕື້ເຢນ (380.15ລ້ານໂດລາສະຫະລັດ) ທົ່ວໂລກ ກາຍເປັນຮູບເງົາຍີ່ປຸ່ນທີີ່ສ້າງລາຍຮັບສູງສຸດໃນປີ ຄ.ສ 2016 ແລະ ເປັນຮູບເງົາອະນິເມະທີ່ສ້າງລາຍຮັບສູງສຸດອັນດັບທີສາມ ໂດຍບໍ່ໄດ້ປັບຕາມອັດຕາເງິນເຟີ້
ຮູບເງົາໄດ້ຮັບລາງວັນຮູບເງົາແອນິເມຊັນຍອດຢ້ຽມທີ່ງານເທດສະການຮູບເງົາຊິດຈັສ ຄັ້ງທີ 49, ລາງວັນສະມາຄົມນັກວິຈານຮູບເງົາລອສແອນເຈລິສ 2016ແລະລາງວັນຮູບເງົາໄມນິຈິ ຄັ້ງທີ 71 ແລະ ໄດ້ຮັບການສະເໜີຊື່ເຂົ້າຊິງໃນລາງວັນແອນິເມຊັນຍອດຢ້ຽມແຫ່ງປີ ທີ່ງານລາງວັນສະຖາບັນຍີ່ປຸ່ນ ຄັ້ງທີ 40[3] ຮູບເງົາຄົນສະແດງRemakeໂດຍ ພາຣາເມົາຕ໌ພິກເຈີສ໌ ກຳລັງຢູ່ໃນການພັດທະນາ ໂດຍຈະດຳເນີນເລື່ອງຢູ່ໃນສະຫະລັດອາເມຣິກາ
ໂຄງເລື່ອງ
[ດັດແກ້]ມິສຶຮະເປັນເດັກນັກຮຽນສາວໃນເມືອງອິໂຕໂມຣິ ເມື່ອຍໜ່າຍກັບຊີວິດໃນຊົນນະບົດ ແລະ ປາຖະໜາເປັນໜຸ່ມຫລໍ່ ທີ່ນະຄອນຫຼວງໂຕກຽວໃນຊາດໜ້າ ຕໍ່ມາ ທາກິເດັກນັກຮຽນຊາຍໃນນະຄອນຫຼວງໂຕກຽວ ຕື່ນຂຶ້ນມາພົບວ່າຕົນເອງຢູ່ໃນຮ່າງກາຍເດັກສາວທີ່ມີຊື່ວ່າມິສຶຮະ ສ່ວນມິສຶຮະກັບຢູ່ໃນຮ່າງກາຍຂອງທາກິ

ທາກິແລະມິສຶຮະເຂົ້າໃຈວ່າ ຕົນສະຫຼັບໂຕກັນ ຈຶ່ງເລີ່ມຕິດຕໍ່ສື່ສານກັນໂດຍສົ່ງຂໍ້ຄວາມທາງເຈ້ຍຫຼືໂທລະສັບ ເມື່ອເວລາຜ່ານໄປ ຕ່າງຄົນເກີດເລີ່ມຄຸ້ນຊິນກັບຮ່າງກາຍ ແລະເລີ່ມກ້າວກ່າຍຊີວິດຂອງກັນ ມິສຶຮະຊ່ວຍໃຫ້ທາກິສະໜິດສະໜົມກັບມິກິ ໂອະກຸເດະຣະ ເພື່ອນຮ່ວມງານສາວ ຈົນທັງຄູ່ນັດໝາຍດູໃຈກັນ ສ່ວນທາກິກໍຊ່ວຍໃຫ້ມິສຶຮະເປັນດາວໂຮງຮຽນ

ພາຍຫຼັງ ມິສຶຮະບອກທາກິວ່າ ຈະມີດາວຫາງໃນຊ່ວງເດືອນຕຸລາທີ່ຈະມາເຖິງນີ້ ສາມາດແນມເຫັນໄດ້ໃນງານເທດສະການທ້ອງຖິ່ນເມືອງອິໂຕໂມຣິຕົນຕ້ອງການເບິ່ງຫຼາຍ ມື້ຖັດມາ ທາກິຈຶ່ງຕື່ນຂຶ້ນມາພົບຕົນເອງກັບຢູ່ໃນຮ່າງເດີມ ແລ້ວໄປພົບມິກິຕາມນັດໝາຍແຕ່ການດູໃຈບໍ່ປະສົບຜົນ ນອກຈາກນີ້ ທາກິຍັງຄຳນຶງວ່າ ຕົນເອງແລະມິສຶຮະບໍ່ສະຫຼັບໂຕກັນອີກແລ້ວ ທາກິຈຶ່ງຕັດສິນໃຈອອກຕິດຕາມຫາມິສຶຮະ ແຕ່ບໍ່ຮູ້ແມ້ແຕ່ຊື່ບ້ານຊື່ເມືອງຂອງລາວດ້ວຍຊ້ຳ ຈຶ່ງຍ່າງເລາະໄປທົ່ວຊົນນະບົດຍີ່ປຸ່ນ ໂດຍອາໄສພາບຄວາມຊົງຈຳທີ່ຮ່າງຂຶ້ນເທິງເຈ້ຍ
ໃນທີ່ສຸດ ພະນັກງານຮ້ານອາຫານແຫ່ງໜຶ່ງລະລຶກໄດ້ວ່າພາບນັ້ນຄືເມືອງອິໂຕໂມຣິ ພະນັກງານຄົນນັ້ນແຈ້ງວ່າດາວຫາງຕົກທີ່ເມືອງນີ້ເມື່ອສາມປີກ່ອນ ທຳລາຍເມືອງນີ້ຈົນມຸ່ນ ສັງຫານປະຊາກອນປະມານສາມສ່ວນສີ່ຂອງປະຊາກອນເມືອງນີ້ ທາກິຈຶ່ງຄົ້ນຫາບັນທຶກກ່ຽວກັບອຸບັດການຄັ້ງນັ້ນແລະພົບວ່າມິສຶຮະເປັນໜຶ່ງໃນຜູ້ເຄາະຮ້າຍ
ທາກິຈຶ່ງໄປຍັງສານເຈົ້າຕະກູນມິສຶຮະ ແລ້ວພົບວ່າ ຊ່ວງເວລາຂອງຕົນແລະມິສຶຮະນັ້ນບໍ່ສຳພັນກັນເລີຍ ທາກິດື່ມສາເກຄຸຊິຄະມິກະເສະທີ່ມິສຶຮະເຮັດຖວາຍໄວ້ໃນສານ ຫວັງວ່າຈະຊ່ວຍໃຫ້ຕິດຕໍ່ກັບຮ່າງມິສຶຮະກ່ອນເກີດດາວຕົກໄດ້ສະນັ້ນ ທາກິຈຶ່ງຕື່ນຂຶ້ນມາໃນຮ່າງມິສຶຮະ ແລະພົບວ່າ ຍັງມີເວລາຊ່ວຍເມືອງ ຈຶ່ງອອກບອກໝູ່ເພື່ອນເລື່ອງດາວຫາງແລະຊວນຍົກຍ້າຍຜູ້ຄົນ ຂະນະນັ້ນ ທາກິເຂົ້າໃຈວ່າມິສຶຮະບັດນີ້ຢູ່ໃນຮ່າງຕົນທີ່ສານ ຈຶ່ງມຸ່ງໜ້າໄປຫາລາວບ່ອນນັ້ນ
ວິນຍານຂອງມິສຶຮະຕື່ນຂຶ້ນໃນຮ່າງກາຍທາກິ ແລ້ວອອກຍ່າງເລາະໄປຈົນຮອດຈອມພູທີ່ສານເຈົ້າຄັ້ງຢູ່ ແມ້ຈະຮັບຮູ້ໄດ້ເຊິ່ງກັນແລະກັນ ແຕ່ທາກິແລະມິສຶຮະກັບຫາກັນບໍ່ເຈີະເພາະຊ່ວງເວລາຂອງທັງສອງຍັງບໍ່ສຳພັນກັນ ເມື່ອຕາເວັນຕົກ ທາກິແລະມິສຶຮະລະລຶກໄດ້ວ່າ ເປັນຍາມສົນທະຍາ(ຍາມແລງ) ເຊິ່ງໃນພາສາຍີ່ປຸ່ນບູຮານເອີ້ນວ່າ"ຄະວະຕະເຣະ" (彼は誰) ແປຕົງຕົວວ່າ"ນັ້ນໃຜກັນ?" ແລະຍາມແລງນີ້ເອງເປັນເວລາທັງຄູ່ເຄີຍຄືນສູ່ຮ່າງກາຍ ດັ່ງນັ້ນ ທັງສອງຈຶ່ງພົບກັນ
ທາກິບອກມິສຶຮະໃຫ້ຊີ້ນຳບິດາຜູ້ຫ່າງເຫີນຂອງລາວເຊິ່ງເປັນເຈົ້າເມືອງເມືອງນັ້ນໃຫ້ອົບພະຍົບຜູ້ຄົນ ທັງຄູ່ຈຶ່ງຂຽນຊື່ກັນແລະກັນໄວ້ເທິງຝາມື ຈະໄດ້ຫາກັນເຈີະເມື່ອກັບສູ່ຊ່ວງເວລາຂອງແຕ່ລະຄົນແລ້ວ ແຕ່ວ່າ ມິສຶຮະອັນຕະລະທານໄປກ່ອນຈະຂຽນຊື່ຕົນເອງໄດ້ ສ່ວນທາກິນັ້ນພັດໄປຂຽນວ່າ"ຂ້ອຍມັກເຈົ້າ" ແທນຊື່ຂອງຕົນເອງ ດັ່ງນັ້ນ ເມື່ອຄົນທັງສອງພະຍາຍາມຈະຈື່ຊື່ຂອງກັນ ນຶ່ງບໍ່ມີຜົນ ແລະໃນທີ່ສຸດກໍລືມເລືອນເຊິ່ງກັນ
ແປດປີໃຫ້ຫຼັງ ປະກົດວ່າ ຊາວເມືອງອິໂຕໂມຣິທັງໝົດເອົາຊີວິດລອດຈາກເຫດການດາວຕົກໄດ້ ເພາະມິສຶຮະຊີ້ນຳບິດາດຳເນີນການຢ່າງທັນເວລາ ສ່ວນທາກິສຳເລັດການສຶກສາຈາກມະຫາວິທະຍາໄລແລະກຳລັງຫາວຽກແຕ່ເລິກໆ ຍັງຄຶດພໍ້ຫາອະດີດບາງຢ່າງມາຕະຫຼອດ ທາກິພົບວ່າ ຕົນເອງສົນໃຈຢາກຮູ້ຢາກເຫັນກ່ຽວກັບເມືອງອິໂຕໂມຣິມາຕະຫຼອດ ເຊັ່ນ ເມື່ອເຫັນວາລະສານກ່ຽວກັບເມືອງນີ້ ຫຼື ຜູ້ຄົນຈາກເມືອງນີ້ທີ່ເຄີຍພົບພານມາໃນໂຕມິສຶຮະ ເມື່ອມື້ໜຶ່ງ ທາກິແລະມິສຶຮະກໍເຫັນກັນຂະນະລົດໄຟທີ່ຕົນໂດຍສານຜ່ານພົ້ນກັນ ທັງສອງຈຶ່ງລົງລົດແລ້ວອອກຕາມຫາກັນ ພວກເຂົາພົບກັນ ຢູ່ ຂັ້ນໄດ ຄວາມຮູ້ສຶກຄ້າຍຄືກັບຮູ້ຈັກກັນມາດົນນານມາແລ້ວ ກ່ອນຄົນທັງສອງຈະເອີ່ຍປາກຖາມຊື່ກັນແລະກັນ
ຕົວລະຄອນ
[ດັດແກ້]- ມິສຶຮະ ທາຈິບານະ(ເມື່ອແຕ່ງງານກັບທາກິແລ້ວ)ນາມສະກຸນເດີມ ມິຢາມິສຸ (ຍີ່ປຸ່ນ: 宮水三葉; ໂຣມາຈິ: Miyamizu Mitsuha)[4] ໃຫ້ສຽງພາກໂດຍ ໂມເນະ ຄາມິຊິຣາອິຊິ ເດັກນັກຮຽນສາວໃນເມືອງອິໂຕໂມຣິແຖບຊົນນະບົດຍີ່ປຸ່ນ ເປັນຄົນກ້າວລ້າວ ກົງໄປກົງມາ ມີບັນຫາກັບຄອບຄົວ ເຂົ້າໜ້າບິດາບໍ່ຕິດ ບໍ່ຖືກໃຈທີ່ບິດາມັກກົດຂີ່ຢ່າງເປີດເຜີຍເປັນມິໂກະປະຈຳສານເຈົ້າຕະກູນ ເຮັດໜ້າທີ່ປຸງສາເກຄຸຊິກະມິກະເສະຖວາຍເຈົ້າຕາມກຳມະວິທີບູຮານ ປະກົດຕົວອີກຄັ້ງໃນຮູບເງົາ ລະດູຝັນ ຂ້ອຍມີນາງ. ລາວເຮັດວຽກເປັນພະນັກງານຂາຍເຄື່ອງປະດັບທີ່ໂຮດາກະຜ່ານໃນໂຕກຽວ ໂດຍນິຍາຍຊື່ດຽວກັນໄດ້ເລົ່າເລື່ອງຫຼັງຈາກທັງຄູ່ໄດ້ພົບກັນວ່າ"ໄດ້ແຕ່ງງານກັບທາກິແລະຍ້າຍມາຢູ່ກັບຄອບຄົວທາກິແລ້ວ"
- ທາກິ ທາຈິບານະ (ຍີ່ປຸ່ນ: 立花瀧; ໂຣມາຈິ: Tachibana Taki)[5] ໃຫ້ສຽງພາກໂດຍ ຣີວໂນະຊູເກະ ຄາມິກິ ເດັກໜຸ່ມມັດທະຍົມຊາຍໃນນະຄອນຫຼວງໂຕກຽວ ໃຊ້ຊີວິດຢ່າງເປັນສຸກທ່າມກາງໝູ່ເພື່ອນ ເຮັດວຽກພິເສດທີ່ຮ້ານອາຫານອິຕາລີ ລາວເປັນຄົນອາລົມຮ້ອນ ແຕ່ຈິດໃຈດີ ປະກົດຕົວອີກຄັ້ງໃນຮູບເງົາ ລະດູຝັນ ຂ້ອຍມີນາງ ເປັນຫຼານຊາຍຂອງຕົວລະຄອນຜູ້ຍິງສູງອາຍຸໃນເລື່ອງຊື່ວ່າ ທາຈິບານະ ຟູມິ ໂດຍໃນນິຍາຍຊື່ດຽວກັນໄດ້ເລົ່າເລື່ອງຫຼັງຈາກທັງຄູ່ໄດ້ພົບກັນວ່າ "ທັງຄູ່ໄດ້ແຕ່ງງານກັນແລະມິສຶຮະຍ້າຍມາຢູ່ກັບຄອບຄົວຕົນເອງແລ້ວ"
- ມິກິ ໂອະກຸເດະຣະ (ຍີ່ປຸ່ນ: 奥寺ミキ ໂຣມາຈິ: Okudera Miki)[6] ໃຫ້ສຽງພາກໂດຍ ມາຊາມິ ນາງາຊາວະ ນັກສຶກສາມະຫາວິທະຍາໄລແຫ່ງໜຶ່ງ ເຮັດວຽກທີ່ຮ້ານອາຫານແຫ່ງດຽວກັບທາກິ ມີໃຈໃຫ້ທາກິຄືທີ່ເຂົາມີໃຫ້ນາງ
- ຮິໂຕະຮະ ມິຢາມິສຸ (ຍີ່ປຸ່ນ: 宮水一葉 ໂຣມາຈິ: Miyamizu Hitoha)[7] ໃຫ້ສຽງພາກໂດຍ ເອັດສຶໂກະ ອິຈິຮາຣະ ຍາຍຂອງມິສຶຮະ ຊຳນານການຫຼິ້ນຮ້ອຍເຊືອກຄຸມິຮິໂມະ ເປັນຫົວໜ້າສານເຈົ້າປະຈຳຕະກູນມິຢາມິສຸ ເຊິ່ງເປັນຊື່ອັນມີຄວາມໝາຍວ່າ"ສາຍນ້ຳແຫ່ງສານ" ສ່ວນຊື່ເມືອງອິໂຕໂມຣິ (糸守) ທີ່ນາງແລະຄອບຄົວອາໄສ ທັງເປັນທີ່ດຳເນີນເລື່ອງນັ້ນ ໝາຍຄວາມວ່າ "ຜູ້ພິທັກເຊືອກ"
- ຄະສຶຮິໂກະ ເທະຊີກາວະຣະ (ຍີ່ປຸ່ນ: 勅使河原克彦 ໂຣມາຈິ: Teshigawara Katsuhiko) ໃຫ້ສຽງພາກໂດຍ ຣຽວ ນາຣິຕະ ໝູ່ຂອງມິສຶຮະ ຊຳນານອຸປະກອນກໍ່ສ້າງ ມັກເລື່ອງເລິກລັບຈຶ່ງມັກອ່ານວາລະສານMU ໂດຍສະເພາະລະເບີດ ປະກົດຕົວອີກຄັ້ງພຽງຈາກດ້ານຫຼັງໃນຮູບເງົາ ລະດູຝັນ ຂ້ອຍມີນາງ ໃນສາກທີ່ແນມເບິ່ງທ້ອງຟ້າແຈ່ມໃສຈາກຊິງຊ້າສະຫວັນຮ່ວມກັບແຟນແລະວ່າທີ່ຄູ່ໝັ້ນ ຊາຢາກະ
- ຊາຢາກະ ນາໂທຣິ (ຍີ່ປຸ່ນ: 名取早耶香 ໂຣມາຈິ: Natori Sayaka) ໃຫ້ສຽງພາກໂດຍ ອາໂອອິ ຢູກິ ໝູ່ມິສຶຮະຊ່າງກັງວົນ ຢູ່ກຸ່ມແພ່ພາບກະຈາຍສຽງ ປະຕິເສດສຽງແຂງມາສະເໝີວ່າ ບໍ່ໄດ້ຫຼົງຮັກຄະສຶຮິໂກະ ປະກົດຕົວອີກຄັ້ງພຽງຈາກດ້ານຫຼັງໃນຮູບເງົາ ລະດູຝັນ ຂ້ອຍມີນາງ ໃນສາກທີ່ແນມເບິ່ງທ້ອງຟ້າແຈ່ມໃສຈາກເທິງຊິງຊ້າສະຫວັນຮ່ວມກັບແຟນແລະວ່າທີ່ຄູ່ໝັ້ນ ຄະສຶຮິໂກະ
- ສຶຄະສະ ຟູຈີ (ຍີ່ປຸ່ນ: 藤井司 ໂຣມາຈິ: Fujii Tsukasa) ໃຫ້ສຽງພາກໂດຍ ໂນບູນາງະ ຊິມາຊາກິ ໝູ່ຂອງທາກິ ເປັນຫ່ວງເປັນໃຍທາກິສະເໝີເມື່ອທາກິຖືກມິສຶຮະຄອງຮ່າງກາຍ
- ຊິນຕະ ທະກະງິ (ຍີ່ປຸ່ນ: 高木真太 ໂຣມາຈິ: Takagi Shinta) ໃຫ້ສຽງພາກໂດຍ ໄຄໂຕະ ອິຊິກາວະ ໝູ່ຂອງທາກິມອງໂລກໃນແງ່ດີ ມັກຊ່ວຍເຫຼື່ອໝູ່ເພື່ອນສະເໝີ
- ໂຢະສຶຮະ ມິຢາມິສຸ (ຍີ່ປຸ່ນ: 宮水四葉 ໂຣມາຈິ: Miyamizu Yotsuha)[8] ໃຫ້ສຽງພາກໂດຍ ຄານົງ ທານິ ນ້ອງສາວຂອງມິສຶຮະ ຮັກເອື້ອຍ ແຕ່ມັກເບິ່ງວ່າ ເອື້ອຍເສຍສະຕິ ຄອຍຊ່ວຍເອື້ອຍປຸງສາເກຖວາຍເຈົ້າ ປະກົດຕົວອີກຄັ້ງພຽງດ້ານຂ້າງໃນຮູບເງົາ ລະດູຝັນ ຂ້ອຍມີນາງ ໃນສາກທີ່ແນມເບິ່ງທ້ອງຟ້າແຈ່ມໃສໄປພ້ອມກັບໝູ່ເພື່ອນ
- ໂທະຊິກິ ມິຢາມິສຸ (ຍີ່ປຸ່ນ: 宮水俊樹 ໂຣມາຈິ: Miyamizu Toshiki) ໃຫ້ສຽງພາກໂດຍ ມາຊາກິ ເທຣາໂຊມະ ບິດາຂອງມິສຶຮະແລະໂຢະສຶຮະ ເປັນເຈົ້າເມືອງອິໂຕໂມຣິ ເດີມເປັນນັກວິຊາການດ້ານຄະຕິຊົນວິທະຍາ ມາສູ່ເມືອງນີ້ເພື່ອຄົ້ນຄວ້າວິໄຈ ແລ້ວມາພົບກັນມານດາຂອງມິສຶຮະ ຈຶ່ງຕັ້ງພູມລຳເນົາຖາວອນ ເຫດການທັງຫຼາຍໃນຊີວິດເຮັດໃຫ້ລາວເຂັ້ມງວດແລະບໍ່ໄຍດີ
- ຟຸຕະບະ ມິຢາມິສຸ (ຍີ່ປຸ່ນ: 宮水二葉 ໂຣມາຈິ: Miyamizu Futaba) ໃຫ້ສຽງພາກໂດຍ ຊາຢາກະ ໂອຮາຣະ ມານດາຜູ້ລ່ວງລັບຂອງມິສຶຮະແລະໂຢະສຶຮະ
- ຢຸກະຣິ ຢຸກິໂນະ (ຍີ່ປຸ່ນ: 雪野百香里 ໂຣມາຈິ: Yukino Yukari) ໃຫ້ສຽງພາກໂດຍ ຄານະ ຮານາຊາວະ ຄູວິຊາວັນນະກຳຍີ່ປຸ່ນຂອງມິສຶຮະ ເປັນຜູ້ອະທິບາຍຄວາມໝາຍຄຳວ່າ "ສົນທະຍາ" ໃນພາສາຍີ່ປຸ່ນບູຮານຜ່ານສຳນຽງທ້ອງຖິ່ນ ຕົວລະຄອນນີ້ເຄີຍປະກົດໃນເລື່ອງ The Garden of Words ໃນຖານະຕົວເອກ
ການຕອບຮັບ
[ດັດແກ້]ຮູບເງົາເລື່ອງນີ້ສ້າງລາຍຮັບອັນດັບໜຶ່ງ ໃນຊ່ວງທ້າຍອາທິດເປີດຕົວບັອກຊ໌ອອຟຟິສຂອງປະເທດຍີ່ປຸ່ນ ກັບລາຍຮັບ 930 ລ້ານເຢນ ແລະຍອດຈຳໜ່າຍປີ້ 688,000 ໃບ ລວມເຖິງມື້ເປີດງານໃນວັນສຸກ ທີ່ສ້າງລາຍຮັບລວມ 1.28 ຕື້ເຢນ[9]
| ລາຍຊື່ລາງວັນແລະການເຂົ້າຊິງຂອງ ຫຼັບຕາຝັນ ເຖິງຊື່ເຈົ້າ | ||||||
|---|---|---|---|---|---|---|
| ຄ.ສ. | ງານປະກາດຜົນລາງວັນ | ປະເພດລາງວັນ | ເຂົ້າຊິງໃນນາມ | ຜົນ | ||
| 2016 | 49th Sitges Film Festival[10] | Best Animated Feature Length Film | Your Name | ຊະນະ | ||
| 60th BFI London Film Festival[11] | Best Film | Your Name | ສະເໜີຊື່ເຂົ້າຊິງ | |||
| 18th Bucheon International Animation Festival | Best Animated Feature Special Distinction Prize | Your Name | ຊະນະ | |||
| Best Animated Feature Audiences Prize | Your Name | ຊະນະ | ||||
| 29th Tokyo International Film Festival[12] | ARIGATŌ Award | ມາໂຄໂຕະ ຊິນໄຄ | ຊະນະ | |||
| Newtype Anime Awards[13] | Best Picture (Film) | Your Name | ຊະນະ | |||
ອ້າງອີງ
[ດັດແກ້]- ↑ "Your Name". British Board of Film Classification. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ January 13, 2018. ຄົ້ນຫາເມື່ອ December 23, 2017.
- ↑ "Kimi no na wa (2016) - Financial Information". The Numbers. ຄົ້ນຫາເມື່ອ 2020-12-16.
- ↑ "Makoto Shinkai's 'your name.' Film Earns 3.8 Billion Yen in 10 Days". Anime News Network. September 5, 2016. ຄົ້ນຫາເມື່ອ September 8, 2020.
- ↑ Hodgkins, Crystalyn (December 10, 2015), "Makoto Shinkai Reveals Kimi no Na wa./your name. Anime Film for August 2016", Anime News Network, ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ February 8, 2016, ຄົ້ນຫາເມື່ອ February 9, 2016
- ↑ Hodgkins, Crystalyn (December 10, 2015), "Makoto Shinkai Reveals Kimi no Na wa./your name. Anime Film for August 2016", Anime News Network, ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ February 8, 2016, ຄົ້ນຫາເມື່ອ February 9, 2016
- ↑ Schilling, Mark (Aug 31, 2016). "'Your name.': Makoto Shinkai could be the next big name in anime". The Japan Times. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ November 8, 2016. ຄົ້ນຫາເມື່ອ November 8, 2016.
- ↑ Schilling, Mark (Aug 31, 2016). "'Your name.': Makoto Shinkai could be the next big name in anime". The Japan Times. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ November 8, 2016. ຄົ້ນຫາເມື່ອ November 8, 2016.
- ↑ Schilling, Mark (Aug 31, 2016). "'Your name.': Makoto Shinkai could be the next big name in anime". The Japan Times. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ November 8, 2016. ຄົ້ນຫາເມື່ອ November 8, 2016.
- ↑ "Makoto Shinkai's 'your name.' Film Tops Box Office With 1.28 Billion Yen in 3 Days". Anime News Network. August 30, 2016. ຄົ້ນຫາເມື່ອ August 30, 2016.
- ↑ "Sitges Film Festival - The unclassifiable 'Swiss Army Man' wins Sitges 2016". Sitges Film Festival. October 15, 2016. ຄົ້ນຫາເມື່ອ October 16, 2016.
- ↑ "Official Competition - BFI London Film Festival 2016". British Film Institute. ຄົ້ນຫາເມື່ອ October 16, 2016.
- ↑ "'Yesterday' Takes Top Prize at Tokyo Film Festival". Variety. November 3, 2016. ຄົ້ນຫາເມື່ອ November 8, 2016.
- ↑ "Shinkai's 'your name.,' Kabaneri Win Top Newtype Anime Awards". Anime News Network. October 9, 2016. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ November 8, 2016. ຄົ້ນຫາເມື່ອ November 8, 2016.
3.Hodgkins, Crystalyn (December 10, 2015), "Makoto Shinkai Reveals Kimi no Na wa./your name. Anime Film for August 2016", Anime News Network, ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ February 8, 2016, ຄົ້ນຫາເມື່ອ February 9, 2016
{{cite web}}: Empty citation (help)