Jump to content

ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ

ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ
สมเด็จพระนางเจ้าสิริกิติ์ พระบรมราชินีนาถ
ພະບໍຣົມລາຊະຊົນນະນີພັນປີຫຼວງ
ສົມເດັດພະນາງເຈົ້າສິຣິກິດ ໃນປີ ຄ.ສ. 1960
ຜູ້ສຳເຫຼັດລາຊະການແທນພະອົງ
ດຳລົງຕຳແໜ່ງ29 ຕຸລາ — 5 ພະຈິກ ຄ.ສ. 1956
ເຈົ້າຊີວິດພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດບໍພິດ
ນາຍົກລັດຖະມົນຕີແປກ ພິບູນສົງຄາມ
ພະອັກຄະລະມະເຫສີໄທ
ດຳລົງພະຍົດ28 ເມສາ ຄ.ສ. 1950 – 13 ຕຸລາ ຄ.ສ. 2019
ສະຖາປະນາ5 ພຶດສະພາ ຄ.ສ. 1950
Predecessorສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ
Successorສົມເດັດພະນາງເຈົ້າສຸທິດາ ພັດຊະຣະສຸທາພິມົນລັກ ພະບໍລົມລາຊິນີ
ປະສູດໝ່ອມລາຊະວົງສິຣິກິດ ກິຕິຍາກອນ
12 ສິງຫາ ຄ.ສ. 1932(1932-08-12)
ອຳເພີປະທຸມວັນ ຈັງຫວັດພະນະຄອນ ປະເທດສະຫຍາມ
ສິ້ນພະຊົນ24 ຕຸລາ ຄ.ສ. 2025 (93 ປີ)
ກຸງເທບມະຫານະຄອນ ປະເທດໄທ
ພະລາຊະສະຫວາມີພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດບໍພິດ (ສົມລົດ 1950)
Issueທູນກະໝ່ອມຍິງອຸບົນຣັດຣາຊະກັນຍາ ສິຣິວັດທະນາພັນນະວະດີ
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ສົມເດັດພະກະນິດຖາທິລາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາຯ ສະຫຍາມບໍລົມລາຊະກຸມາລີ
ສົມເດັດເຈົ້າຟ້າຯ​ ກົມພະສີສະຫວາງຄະວັດ ວໍຣະຂັດຕິຍະຣາຊະນາຣີ
Full name
ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ
ລາຊະສະກຸນກິຕິຍາກອນ (ໂດຍປະສູດ)
ມະຫິດົນ (ໂດຍສົມລົດ)
Dynastyຈັກກີ
Fatherພະວໍລະວົງເທີ ກົມໝື່ນຈັນທະບຸລີສຸຣະນາດ
Motherໝ່ອມຫຼວງບົວ ກິຕິຍາກອນ
Religionເຖຣະວາດ
Occupationທະຫານ
ລາຍເຊັນ
ພະລາຊະວົງໄທ

ພະບາດສົມເດັດພະເຈົ້າຢູ່ຫົວ
ສົມເດັດພະນາງເຈົ້າຯ ພະບໍລົມລາຊິນີ


ສົມເດັດພະບໍລົມລາຊະຊົນນະນີພັນປີຫຼວງ​



ບ • ວ • ດ

ຈອມພົນຍິງ ຈອມພົນເຮືອຍິງ ຈອມພົນອາກາດຍິງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ (ຄຳເຄົ້າ: ສົມເດັຈພຣະນາງເຈົ້າສິຣິກິຕິ໌ ພຣະບໍຣົມຣາຊິນີນາຖ, ໝ່ອມຣາຊວົງສິຣິກິຕິ໌ ກິຕິຍາກຣ)(ພະນາມເດີມ: ໝ່ອມລາຊະວົງສິຣິກິດ ກິຕິຍາກອນ) (ໄທ: จอมพลหญิง จอมพลเรือหญิง จอมพลอากาศหญิง สมเด็จพระนางเจ้าสิริกิติ์ พระบรมราชินีนาถ พระบรมราชชนนีพันปีหลวง (พระนามเดิม: หม่อมราชวงศ์สิริกิติ์ กิติยากร) ປະສູດເມື່ອວັນທີ່ 12 ສິງຫາ ຄ.ສ. 1932 ນະອຳເພີປະທຸມວັນ ຈັງຫວັດພະນະຄອນ ປະເທດສະຫຍາມ ແມ່ນສົມເດັດພະບໍຣົມລາຊິນີນາດໃນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ

ເນື່ອງຈາກສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີເປັນຜູ້ສຳເລັດລາຊະການແທນພະອົງຂະນະພະລາຊະສະຫວາມີສະເດັດອອກບວດ ລະຫວ່າງວັນທີ່ 22 ຕຸລາ ຄ.ສ. 1956 — 5 ພະຈິກ ຄ.ສ. 1956 ພະອົງຈຶງໄດ້ຮັບການສະຖາປະນາເປັນ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ເມື່ອວັນທີ່ 5 ທັນວາ ຄ.ສ. 1956 ປີດຽວກັນນັ້ນ ຖືເປັນສົມເດັດພະບໍຣົມລາຊິນີນາດພະອົງທີ່ສອງແຫ່ງກຸງລັດຕະນໂກສິນຕໍ່ຈາກສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະບໍຣົມລາຊິນີນາດໃນລັດຊະການທີ່ 5 (ພາຍຫຼັງເປັນສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ)

ແລະໃນພິທີບໍຣົມມະລາຊາພິເສກຂອງ ພະປະຣະເມນທະຣະຣາມາທິບໍດີສີສິນທອນ ມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ພະລາຊະໂອລົດຂອງພະອົງ ພະອົງຈຶງໄດ້ຮັບການສະຖາປະນາເປັນ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ເມື່ອວັນທີ່ 5 ພຶດສະພາ ຄ.ສ. 2019

ພະອົງສະເດັດສະຫວັນນະຄົດ ເມື່ອວັນທີ່ 24 ຕຸລາ ຄ.ສ. 2025 ທີ່ ໂຮງໝໍຈຸລາລົງກອນສະພາກາຊາດໄທ

ພະລາຊະປະຫວັດ

[ດັດແກ້]

ຂະນະຊົງພະເຍົາ

[ດັດແກ້]

ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດແມ່ນພະລາຊະທິດາພະອົງໃຫຍ່ຂອງໝ່ອມເຈົ້ານັກຂັດຕະມົງຄົນ ກິຕິຍາກອນ (ພາຍຫຼັງເປັນ ພະວໍລະວົງເທີ ພະອົງເຈົ້ານັກຂັດຕະມົງຄົນ ກົມມະໝື່ນຈັນທະບຸລີສຸຣະນາດ ປະສູດແຕ່ໝ່ອມຫຼວງບົວ ກິຕິຍາກອນ (ສະກຸນເດີມ: ສະໜິດວົງ) ເມື່ອວັນທີ່ 12 ສິງຫາ ຄ.ສ. 1932 ນະ ບ້ານຂອງພົນເອກເຈົ້າພະຍາວົງສານຸປະພັດ (ໝ່ອມລາຊະວົງສະທ້ານ ສະໜິດວົງ) ບ້ານເລກທີ່ 1808 ຖະໜົນພະຮາມທີ່ 6 ຕຳບົນວັງໃໝ່ ອຳເພີປະທຸມວັນ ຈັງຫວັດພະນະຄອນ ອັນເປັນບ້ານຂອງພະໄອຍະກາຝ່າຍພະມານດາ (ຍາຍ) ມີພະພີ່ນ້ອງຄື ໝ່ອມລາຊະວົງກັນລະຍານນະກິດ ກິຕິຍາກອນ,ໝ່ອມລາຊະວົງອະດຸນກິດ ກິຕິຍາກອນແລະໝ່ອມລາຊະວົງບຸດສະບາ ກິຕິຍາກອນ

ສຳລັບພະນາມ "ສິຣິກິດ" ໄດ້ຮັບພະລາຊະທານນາມຈາກພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ມີຄວາມໝາຍວ່າ "ຜູ້ເປັນສີແຫ່ງກິຕິຍາກອນ" ເອິ້ນໂດຍລຳລອງວ່າ "ຄຸນຍິງສິຣິ" ສ່ວນພະບາດສົມເດັດພະເຈົ້າຢູ່ຫົວຈະຊົງເອິ້ນວ່າ "ແມ່ສິຣິ"

ເມື່ອໝ່ອມລາຊະວົງສິຣິກິດ ມີອາຍຸຮາວ 2 ປີ ຂະນະທີ່ພີ່ລ້ຽງອຸ້ມຢູ່ນັ້ນກໍມີແຂກມາທຳນາຍວ່າ ເດັກຜູ້ຍິງຄົນນີ້ຈະມີບຸນວາດສະໜາໄດ້ເປັນລາຊິນີໃນອະນາຄົດ ດັງທີ່ ທ່ານຜູ້ຍິງເກນຫຼົງ ສະໜິດວົງ ນະ ອະຍຸດທະຍາໄດ້ເລົ່າໄວ້ ຄວາມວ່າ

...ວັນໜຶ່ງຂະນະທີ່ຂ້າພະເຈົ້າອຸ້ມ ມ.ລ.ວ. ສິຣິກິດຢ່າງຫຼີ້ນ ພໍດີຂະນະນັ້ນມີແຂກລ້ຽງງົວ ເຊິ່ງເປັນເພື່ອນຂອງແຂກຍາມປະຈຳບ້ານມາຫາກັນ ພໍແຂກທີ່ມາກໍເຫັນ ມ.ລ.ວ. ສິຣິກິດ ກໍຈ້ອງມອງພ້ອມທັງກວັກມືເອິ້ນພີ່ລ້ຽງຂໍໃຫ້ເຫັນໄກ້ ໆ ແດ່ ເມື່ອເຂົ້າມາໄກ້ມອງເບິ່ງສັກຄູ່ກໍ ເວົ້າວ່າ "ຕໍ່ໄປຈະເປັນມະຫາລານີ" ພີ່ລ້ຽງກໍຊອບໃຈທ່ຽວເລົ່າໃຫ້ຄຸນຍາຍໄຜຕໍ່ໄຜຟັງ ເຖິງບໍ່ເຊື່ອແຕ່ກໍປື້ມໃຈ ຕໍ່ມາເມື່ອ ມ.ລ.ວ. ສິຣິກິດ ຈະເລີນໄວຂຶ້ນເລີຍເປັນເຫດໃຫ້ອ້າຍທັງສອງຄົນເອົາມາລໍ້ລຽນເປັນທີ່ນ່າຂົບຂັນວ່າເປັນລາຊິນີແຫ່ງອາບິດຊີເນຍ [ເອທິໂອເປຍໃນປັດຈຸບັນ] ບາງເຖິງກັບເຮັດໃຫ້ຜູ້ຖືກລໍ້ຕ້ອງນັ່ງຮ້ອງໄຫ້ດ້ວຍຄວາມອາຍແລະເຈັບໃຈແຕ່ອ້າຍທັງສອງກໍຍັງບໍ່ຫຍຸດລໍ້ ກັບເອົາເສດຜ້າຂາດ ໆ ມາເຮັດເປັນທຸງໂບກຢູ່ໄປມາພ້ອມທັງບອກວ່າເປັນທຸງປະຈຳຕົວຂອງລາຊິນີ...

ທ່ານຜູ້ຍິງເກນຫຼົງ ສະໜິດວົງ ນະ ອະຍຸດທະຍາ

ສອດຄ້ອງກັບໝ່ອມລາຊະວົງກິຕິວັດທະນາ ປົກມົນຕີ ທີ່ກ່າວເຖິງກ່ຽວກັບໝ່ອມລາຊະວົງສິຣິກິດໄດ້ເລົ່າເລື່ອງດັງກ່າວໃຫ້ເພື່ອນໆ ຈາກໂຮງຮຽນເຊນຟຣັງຊີຊາເວຍຄອນແວນທີ່ຍ້າຍມາຮຽນຕໍ່ທີ່ໂຮງຮຽນມາແຕຣ໌ເດອີວິທະຍາໄລຟັງວ່າມີໝໍດູມາທີ່ຕຳໜັກທ່ານພໍ່ແລ້ວທຳນາຍວ່າຈະໄດ້ເປັນລາຊິນີ ໂດຍທີ່ໝ່ອມລາຊະວົງສິຣິກິດເອງແລະເພື່ອນໆບໍ່ໄດ້ໃສ່ໃຈ ແຕ່ເພື່ອນກໍຂະໜານນາມວ່າ "ລາຊິນີສິຣິກິດ" ມາແຕ່ນັ້ນ ແມ້ນຈະເປັນເລື່ອງຕະຫຼົກຂອງລາຊະກຸນກິຕິຍາກອນ ແຕ່ບໍ່ມີໄຜຄາດເຖິງວ່າໃນອີກ 15 ປີ ຕໍ່ມາຄຳທຳນາຍຂອງແຂກລ້ຽງງົວຜູ້ນັ້ນຈະເປັນຄວາມຈິງ

ໃນລະຫວ່າງຍັງຊົງພະເຍົາ ສະຖານນະການບ້ານເມືອງຍັງບໍ່ສະຫງົບ ເນື່ອງຈາກເພິ່ງພົ້ນຊ່ວງຂອງການປ່ຽນແປງການປົກຄອງ 24 ມິຖຸນາ ຄ.ສ. 1932 ໝ່ອມເຈົ້ານັກຂັດຕະມົງຄົນຕ້ອງຊົງອອກລາອອກຈາກລາຊະການທະຫານ ໂດຍລັດຖະບານແຕ່ງຕັ້ງໃກ້ໄປຮັບຕຳແໜ່ງເລຂານຸການເອກປະຈຳລາຊະທູດສະຫຍາມ ນະ ກຸງວໍຊິງຕັນ ດີ.ຊີ. ສະຫະລັດອາເມລິກາ ສ່ວນໝ່ອມຫຼວງບົວເຊິ່ງມີທ້ອງແກ່ຍັງຄົງຢູ່ໃນປະເທດສະຫຍາມ ແຕ່ໄດ້ເດີນທາງໄປນຳຫຼັງຈາກໃຫ້ກຳເໜີດໝ່ອມລາຊະວົງສິຣິກິດໄດ້ 3 ເດືອນໃຫ້ຢູ່ໃນຄວາມດູແລຂອງເຈົ້າພະຍາວົງສານຸປະພັດແລະທ້າວວະນິດາພິຈາລິນີ ບິດາແລະມານດາຂອງໝ່ອມຫຼວງບົວ ດັງນັ້ນ ຈຶງຕ້ອງຢູ່ໄກຈາກບິດາມານດາຕັ້ງແຕ່ອາຍຸຍັງໜ້ອຍ ບາງຄັ້ງຕ້ອງເດີນທາງໄປຕ່າງຈັງຫວັດ ເຊັ່ນ ຄ.ສ. 1933 ໝ່ອມເຈົ້າອັບສອນສະໝານ ກິຕິຍາກອນ ພະມານດາຂອງໝ່ອມເຈົ້ານັກຂັດຕະມົງຄົນ ໄດ້ຊົງຮັບນັດດາ (ຫຼານ) ຕາມສະເດັດພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໄປຢູ່ທີ່ຈັງຫວັດສົງຂາ

ປາຍປີ ຄ.ສ. 1934 ໝ່ອມນັກຂັດຕະມົງຄົນຊົງລາອອກຈາກລາຊະການແລ້ວກັບມາທີ່ປະເທດສະຫຍາມ ຈຶງເຮັດໃຫ້ໝ່ອມລາຊະວົງສິຣິກິດເຊິ່ງຂະນະນັ້ນມີອາຍຸໄດ້ 2 ຊັນສາ 6 ເດືອນ ໄດ້ກັບມາຢູ່ຮວມກັນພ້ອມໜ້າທັງຄອບຄົວ ນະ ຕຳໜັກໃນ ວັງເທເວດ ບໍລິເວນຖະໜົນກຸງກະເສມ ປາກຄອງຜະດຸງກຸງກະເສມ ຣິມແມ່ນ້ຳເຈົ້າພະຍາ

ພະນາມ

[ດັດແກ້]
  • ໝ່ອມລາຊະວົງສິຣິກິດ ກິຕິຍາກອນ
    หม่อมราชวงศ์สิริกิติ์ กิติยากร (12 ສິງຫາ ຄ.ສ. 1932 — 28 ເມສາ ຄ.ສ. 1950)
  • ສົມເດັດພະລາຊິນີສິຣິກິດ
    สมเด็จพระราชินีสิริกิติ์ (28 ເມສາ ຄ.ສ. 1950 — 5 ພຶດສະພາ ຄ.ສ. 1950)
  • ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີ
    สมเด็จพระนางเจ้าสิริกิติ์ พระบรมราชินี (5 ພຶດສະພາ ຄ.ສ. 1950 — 5 ທັນວາ ຄ.ສ. 1956)
  • ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ
    สมเด็จพระนางเจ้าสิริกิติ์ พระบรมราชินีนาถ (5 ທັນວາ ຄ.ສ. 1956 — 5 ພຶດສະພາ ຄ.ສ. 2019)
  • ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາດຊົນນະນີພັນປີຫຼວງ
    สมเด็จพระนางเจ้าสิริกิติ์ พระบรมราชินีนาถ พระบรมราชชนนีพันปีหลวง (5 ພຶດສະພາ ຄ.ສ. 2019 — ປັດຈຸບັນ)