Jump to content

ສົມເດັດພຣະສັນຕະປາປາເລໂອທີ່ 14

ຈາກ ວິກິພີເດຍ

'ສົມເດັດພຣະສັນຕະປາປາເລໂອທີ່ 14 ( ລາແຕງ: Leo XIV , ອິຕາລີ: Leone XIV; ເກີດໃນວັນທີ 14 ກັນຍາ 1955) ພຣະນາມເດີມ Robert Francis Prevost ( ອັງກິດ: Robert Francis Prevost , /ˈpɹiːvoʊst/ pree -vohst ) ເປັນປະມຸກແຫ່ງສາສະໜາຄາໂທລິກແລະນະຄອນວາຕິກັນ ພຣະອົງທີ 267 ແລະເປັນພະອົງປະຈຸບັນທີ່ເລືອກຈາກທີ່ປະຊຸມລັບຂອງຄະນະພຣະຄາດິນັລໃຫ້ເປັນພຣະສັນຕະປາປາເມື່ອວັນທີ 8 ພຶດສະພາ 2025 ພາຍຫລັງການສິ້ນພຣະຊົນຂອງສົມເດັດພຣະສັນຕະປາປາ Pope Francis.

ພຣະອົງປະສູດທີ່ Chicago , Illinois, ສະຫະລັດອາເມລິກາ, ພະອົງໄດ້ໃຊ້ຊີວິດທາງສາສະຫນາໃນຊ່ວງທຳອິດເປັນນັກບວດ ເຮັດວຽກໃຫ້ກັບຄະນະນັກບຸນອອກັສຕີນ ( Saint Augustine) ນັບແຕ່ປີ ຄສ 1982, ເຊັ່ນດຽວກັນກັບການເຮັດວຽກໃນ ປະເທດເປຣູ ຈາກປີ 1985-1986 ແລະແຕ່ປີ 1988-1998 ເປັນ ອະທິການໂບດ, ເຈົ້າຫນ້າທີ່ diocesan, ຄູສອນ ແລະ ນັກສໍາມະນາກອນ. ຕໍ່​ມາ​ພະອົງ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ ​ອະທິການໃຫ່ຍ ​ຂອງ​ຄະນະນັກບຸນ Augustine ຈາກ​ປີ 2001-2013. ຕໍ່ມາພະອົງໄດ້ກັບຄືນໄປປະເທດເປຣູເພື່ອຮັບໃຊ້ເປັນອະທິການຂອງ Chiclayo ຈາກ 2015-2023, ບ່ອນທີ່ພະອົງໄດ້ຖືສັນຊາດເປຣູຕັ້ງແຕ່ປີທໍາອິດຂອງພະອົງໃນຕໍາແຫນ່ງ. ຕໍ່ມາໃນ 2023, ພະອົງໄດ້ຖືກແຕ່ງຕັ້ງໃຫ້ເປັນພຣະ ຄາຣ໌ດິນັລ ໂດຍ Pope Francis, ແລະຍັງຖືກຕັ້ງເປັນປະທານຄະນະກໍາມະການພຣະສັນຕະປາປາ ສໍາລັບອາເມລິກາລາຕິນ ແລະສົມນາມົນຕີ (Dicastery for Bishops)​, ຊຶ່ງເປັນ​ບົດ​ບາດສຳຄັນທີ່ເຮັດ​ໃຫ້​ເຂົາ​ເປັນ​ຜູ້​ສະ​ຫມັກ​ທີ່​ມີ​ທ່າ​ແຮງ​ສໍາ​ລັບພຣະສັນຕະປາປາ ( Pope Biele )​.

Pope Leo XIV ເປັນພົນລະເມືອງຊາວອາເມລິກາໂດຍກຳເນີດ ແລະຕໍ່ມາໄດ້ກາຍເປັນພົນລະເມືອງ ປະເທດເປຣູ ຜ່ານການແປງສັນຊາດ, ຈຶ່ງນັບວ່າພະອົງເປັນພະສັນຕະປາປາພະອົງທີສອງທີ່ມາຈາກທະວີບອາເມລິກາ ແລະ ຜູ້ທໍາອິດຈາກ ອາເມລິກາເຫນືອ. ນອກຈາກນັ້ນ ພະອົງ​ຍັງ​ເປັນພະສັນຕະປາປາພະອົງທໍາ​ອິດ​ຈາກ​ຄະນະນັກບຸນ Augustine ແລະ​ພະອົງທີ VII ຈາກ​ຄະນະທີ່ສຶບທອດຂອງນັກບຸນ Augustine​. [lower-alpha 1] ພະອົງໄດ້ເລືອກພະນາມ Leo ຍ້ອນວ່າໄດ້ຮັບແຮງດົນໃຈຈາກ Pope Leo XIII, ຜູ້ກໍ່ຕັ້ງແນວຄິດຄຳສອນທາງສັງຄົມແບບກາໂຕລິກ, ເຊິ່ງເປັນຄໍາສອນທີ່ເນັ້ນຫນັກເຖິງກຽດສັກສີຄວາມເປັນມະນຸດ ແລະການສ້າງສັນປະໂຫຍດສ່ວນລວມຕໍ່ສັງຄົມ.

  1. ↑ แม้ว่าสมเด็จพระสันตะปาปาเลโอที่ 14 จะทรงเป็นพระสันตะปาปาพระองค์แรกจากคณะนักบุญออกัสติน ที่ก่อตั้งขึ้นใน ค.ศ. 1214 แต่พระสันตะปาปาพระองค์อื่น ๆ ก็ทรงเป็นสมาชิกของคณะอื่นที่ถือว่าเป็น ออกัสติเนียน หรือปฏิบัติตามกฎของนักบุญออกัสติน
    ซึ่งรวมถึงแคนันเรกิวลาร์จำนวน 5 พระองค์:
    สมเด็จพระสันตะปาปาโฮโนริอุสที่ 2 (1124–1130)[1]
    สมเด็จพระสันตะปาปาอินโนเซนต์ที่ 2 (1130–1143)[2]
    สมเด็จพระสันตะปาปาลูซิอุสที่ 2 (1144–1145)[3]
    สมเด็จพระสันตะปาปาเอเดรียนที่ 4 (1154–1159)[4]
    สมเด็จพระสันตะปาปายูจีนที่ 4 (1431–1447)[5]
    และอีกหนึ่งพระองค์จากคณะพรีมอนสตราเทนเซียน:
    สมเด็จพระสันตะปาปาเกรกอรีที่ 8 (1187)[6]
ຂໍ້ຜິດພາດ: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found.
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).