Jump to content

ສົມເດັດພຣະລາຊິນີນາດເອລິຊາເບັດທີ 2 ແຫ່ງສະຫາລາຊະອານາຈັກ

ຈາກ ວິກິພີເດຍ
ສົມເດັດພຣະລາຊິນີນາດເອລິຊາເບັດທີ 2 ແຫ່ງສະຫາລາຊະອານາຈັກ

ສົມເດັດພຣະລາຊິນີນາດເອລິຊາເບັດທີ 2 (ອັງກິດ: Elizabeth II, 21 ເມສາ 1926 - 8 ກັນຍາ 2022) ເປັນສົມເດັດພຣະລາຊິນີນາດແຫ່ງສະຫະລາຊະອານາຈັກແລະອານາຈັກເຄຶອພົບອື່ນໆ ຄອງລາດເມື່ອວັນທີ່ 6 ກຸມພາ 1952 ຈົນກວ່າສິ້ນພະຊົນເມື່ອປີ 2022 ໃນລະຫວ່າງທີ່ຊົງມີພຣະຊົນຊີບ ພຣະອົງຊົງເປັນລາຊິນີຜູ້ປົກຄອງລັດອະທິປະໄຕ 32 ແຫ່ງ ແລະເມື່ອສິ້ນພະຊົນ ຊົງເປັນພະມະຫາກະສັດຂອງ 15 ອານາຈັກ ລັດຊະສະໄໝຂອງພຣະອົງຍາວນານເຖິງ 70 ປີ 214 ວັນ ເຊິ່ງຍາວນານທີ່ສຸດໃນບັນດາພະມຫາກະສັດອັງກິດ ຍາວນານເປັນອັນດັບສອງໃນບັນດາລັດອະທິປະໄຕ ແລະຍາວນານທີ່ສຸດໃນບັນດາພະລາຊິນີທີ່ຄອງລາດໃນປະຫວັດສາດ