ສົນທະນາ:ເມືອງແກ່ນທ້າວ

Page contents not supported in other languages.
ຈາກ ວິກິພີເດຍ

ທ່ານທີ່ໄດ້ໄປຢ້ຽມຢາມເມືອງແກ່ນທ້າວ ນອກຈາກທ່ານຈະໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວາຍງາມ,ວັດວາອາຮາມທີ່ເກົ່າແກ່ນັບຫລາຍຮ້ອຍປີ,ຮີດຄອງປະເພນີທີ່ໄດ້ອະນຸລັກກັນມາແຕ່ຊ້ານານ,ປະຊາຊົນເບີກບານກັບການຜະຫລິດກະສິກຳເປັນສິນຄ້າ,ທົ່ງນາ ແລະ ທະເລສວນໝາກສາລີທີ່ກວ້າງໃຫຍ່ໄພສານ,ໝາກຂາມຫວານທີ່ມີລົດຊາດຕິດອົກຕີດໃຈ,ປະຊາຊົນລາວ-ໄທ ມີຄວາມເປັນມິດ,ການດຳລົງຊີວິດຂອງທຸກຄົນພຽງພໍ,ມີໂຮງໝໍ ທັນສະໄໝ ແລະ ສະອາດ ທ່ານສາມາດໃຊ້ບໍລິການຍາມປ່ວຍ ໃຫ້ໝໍຊ່ວຍພະຍາບານທ່ານໄດ້ ມີໜໍໃຫຍ່ຊື່ວ່າ ວອນໄຊ ເລື່ອງຈິດໃຈ ແລະມາລະຍາດ ບອກເຖິງຊາດລາວແທ້ແນ່ນອນ,ໄປເວົ້າບ່ອນຖະໜົນຫົນທາງ ມີທາງຢາງ ທາງລູກລັງ ທາງນ້ຳ ໄປທຸກບ້ານທຽວໄດ້ຕະຫລອດປີ,ບູນປະເພນີເດືອນເຈັດມ່ວນສຸດຂະໜາດ,ໄປເຖິງແລ້ວຢ່າພາດຮ້ານອາຫານເອື້ອງດອຍ ໃຫ້ໄປງອຍເບິ່ງທິວທັດບ້ານ,ຖ້ຳປູ່ລ້ານ-ຍ່າຫງອກບູຊາ ແລ້ວຈະພາໄປເບິ່ງວັດສີພູມ ເຖົ້າແກ່ຫຸ້ມທຳບຸນບໍ່ຂາດ ມີພະທາດຂອງ ນາງ ແພງສີ ສ້າງເມື່ອປີສັດຕະວັດທີ 14, ພ້ອມທັງມີພະທາດທ້າວແກ່ນ ເຊິ່ງທ່ານແມ່ນຜູ້ກໍ່ຕັ້ງເມືອງ ໃຫ້ຮຸ່ງເຮື່ອງມາທຸກວັນນີ້.