ສົນທະນາຂອງຜູ້ໃຊ້:Sommay1995

Page contents not supported in other languages.
ຈາກ ວິກິພີເດຍ

ພຣະອາຈານໃຫ່ຍສົມບູນ ສິຣິປັນໂຍ(ຂຸນອຸດົມ)[ດັດແກ້]

ແມ່ແບບ:ພຣະອາຈານໃຫ່ຍສົມບູນ ສິຣິປັນໂຍ(ຂຸນອຸດົມ)
Lao Buddhist Fellowship Organization
ຂໍ້ມູນ ຂອງພຣະສັງຄະລາດ
ຊື່ແລະນາມສະກຸນ : ພຣະອາຈານຣ໌ໃຫ່ຍສົມບູນ

ສິຣິປັນໂຍ(ຂຸນອຸດົມ)

ວັນເດືອນປີເກີດ :ວັນທີ 06 ສິງຫາ 1966
ບັນພະຊາສຳມະເນນ :ເມືອວັນທີ 25 ກໍລະກົດ 1978
ເມື່ອອາຍຸ 12 ປີ
ອຸປະສົມບົດເປັິນພິຂຸ : ວັນທີ 25 ເມສາ 1987
ການສຶກສາ : ຈົບອະນຸປະລິນຍາ

ຈາກສະຖາບັນສຶກສາວິທະຍາໄລສົງອົງຕື້
ເມືອງ ຈັນທະບູລີ)
ນະຄອນຫຼວງວຽງຈັນ

ໜ້າທີຕຳແໜ່ງ : ເປັນຄະນະກຳມະການ

ສູນກາງອົງການ
ພຸດທະສາສະນາສຳພັນລາວ
ແລະ ເປັນປະທານອົງການ
ພຸດທະສາສະນາສຳພັນລາວ
ແຂວງ ສະຫວັນນະເຂດ

ຄະຕິທຳປະຈຳໃຈ : ສິ່ງທີ່ຢ້ອນກັບບໍໄດ້ຄືເວລາ

ປະຫວັດພຣະອາຈານໃຫ່ຍສົມບູນ ສິຣິປັນໂຍ

  • ພຣະຫຼັກຄຳໂຊຕິທັມມະຄຸນ ຫຼື ພຣະອາຈານຣ໌ໃຫ່ຍສົມບູນ ນາມສະກຸນ ຂຸນອຸດົມ ສາຍາ ສິຣິປັນໂຍ ເກີດໃນວັນທີ 06 ສິງຫາ ປີ 1966 ທີ່ບ້ານບຸ່ງນາດີ ເມືອງພູມມະເຈດີ(ເມືອງ ໄຊພູທອງ) ແຂວງສະຫັວັນນະເຂດ.

ບັນພະຊາສາມະເນນ
ພຣະອາຈານຣ໌ໃຫ່ຍສົມບູນ ສິຣິປັນໂຍ ບັນພະຊາສຳມະເນນ ເມື່ອວັນທີ 25 ກໍລະກົດ 1978 ເມື່ອອາຍຸ 12 ປີ ທີ່ບ້ານ ບຸ່ງນາດີ ເມືອງພູມມະເຈດີ(ເມືອງ ໄຊພູທອງ) ແຂວງສະຫັວັນນະເຂດ
ອຸປະສົມບົດເປັນພຣະພິກຂຸ
ພຣະອາຈານຣ໌ໃຫ່ຍສົມບູນ ສິຣິປັນໂຍໄດ້ອຸປະສົມບົດເປັນພຣະພິກຂຸເມືອວັນທີ 25 ກໍລະກົດ ປີ 1987 ທີ່ວັດອົງຕື້ມະຫາວິຫານ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຍາທ່ານອັກຄະມະຫາບັນດິດທັມມະຈະຣິຍາ(ຍາທ່ານໃຫ່ຍມະຫາຜ່ອງ ສຳມະເລີກ)ອະດິດປະທານສູນກາງອົງການພຸດທະສາສະນາສຳພັນລາວອົງທີ4 ເປັນພຣະອຸປະຊາ ໄດ້ຮັບສາຍາວ່າ ສິຣິປັນໂຍ ແປ່ວາ ຜູ້ມີປັນຍາທີ່ສະຫງ່າ. ການສຶກສາ

ຈົບມັດທະຍົມສົງ ທີ່ວັດໃຫ່ຍໄຊຍະພູມ ເມືອງ ໄກສອນ ພົມວິຫານ(ຄັນທະບູລີ) ແຂວງ ສະຫວັນນະເຂດ, ຈົບອະນຸປະລິນຍາ ຈາກສະຖາບັນສຶກສາວິທະຍາໄລສົງອົງຕື້ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ໜ້າທີຕຳແໜ່ງ
ເປັນອາຈານສອນທີ່ມັດທະຍົມສົງ ວັດໃຫ່ຍ ໄຊຍະພູມ ແຂວງ ສະຫວັນນະເຂດ
ເປັນຄະນະ ອພສ ແຂວງ ສະຫວັນນະເຂດ 3 ສະໄໝ
ເປັນຮອງປະທານ ອພສ ແຂວງ ສະຫວັນນະເຂດ 1 ສະໄໝ
ເປັນຫົວໜເາເຜີຍແຜ່ສີລະທັມແລະກຳມະຖານແຂວງສະຫວັນນະເຂດ 4 ສະໄໝ ໃນປີ 2016 ໄດ້ຮັບມະຫາເຖຣາພິເສກຈາກອົງພຣະສັງຄະປະທານນາທິບໍດີປັນຈະສີວິສຸດ ພຸດທະວະຣາງກູນ ວິບູນທັມມະຣັດຕະນະຍານນາຍົກ ຕຣີປີດົກໂກສົນ ພຣະອາຈານຣ໌ມະຫາງອນ ດຳຣົງບຸນ ປະທານສູນກາງອົງການພຸດທະສາສະນາສຳພັນລາວ ຂື້ນເປັນພຣະຫຼັກຄຳໂຊຕິທັມມະຄຸນ ສົມບູນສິຣິປັນຍາເຖຣະເຈົ້າ.

 ປັດຈຸບັນ ເປັນຄະນະກຳມະການສູນກາງອົງການພຸດທະສາສະນາສຳພັນລາວ ແລະ ເປັນປະທານກາງອົງການພຸດທະສາສະນາສຳພັນລາວ ແຂວງສະຫວັນນະເຂດ

ຜົນງານທີ່ໄດ້ທຳ
ສ້າງວັດອົບມາພຸດທະວາດ ບ້ານສະໜາມໄຊ ແຂວງສະຫວັນນະເຂດ
ສ້າງວັດປ່າໄທຍະພອນວະນາຣາມ ບ້ານສີວິໄລ ເມືອງໄຊບູນລີ ແຂວງ ສະຫວັນນະເຂດ
ສ້າງວັດສິສຸດທິຍານຣັດຕະນະທຳມິກາຣາມ ບ້ານເມືອງໂຮງ ເມືອງໄຊບູລີ ແຂວງສະຫວັນນະເຂດ
ສ້າງ ຮຮ ປະລິຍັດຕິທັມ ວັດອົບມາພຸດທະວາດ ແຂວງ ສະຫັວນນະເຂດ
ສ້າງຫົນທາງເຂດບ້ານທ່າຂາມ
ສ້າງຫົນທາງເຂດບ້ານຍາງຄ້ຳ ຄຸ້ມນາຂະໜາຍ ຫາໜອງເຮືອທອງ​
ລົງເຜີຍແຜ່ອົບຮົມສີລະທັມໃຫ້ແກ່ປະຊາຊົນໃນຕາມບ້ານຕ່າງໆທົ່ວແຂວງສະຫວັນນະເຂດ ທັງໃນແລະນອອກພັນສາເປັນເວລາກວ່າ 20 ປີທີ່ຜ່ານມາ
ລົງເທສະນາອົບຮົມນັກຮຽນປະຖົມຈົນຮອດມະຫາວິທະຍາໄລ
ສົງນັກຮຽນນັກສຶກສາສົງໄປຮຽນຕໍ່ໃນລະດັບປະລິນຍາຕີຈົນເຖີງປະລິນຍາເອກທັງໃນປະເທດແລະນອກປະເທດ. ຄະຕິທັມປະຈຳໃຈ