Jump to content

ສົນທະນາຂອງຜູ້ໃຊ້:Phizzai Sanamsai

Page contents not supported in other languages.
Add topic
ຈາກ ວິກິພີເດຍ

ປະຫວັດ ທ້າວ ພິໄຊ ສະຫນາມໄຊ

[ດັດແກ້]

ທ້າວ ພິໄຊ ສະຫນາມໄຊ ເກີດເມື່ອວັນທີ 06 ເດືອນ 6 ປີ 1991 ເກີດທີ່ ບ້ານມ່ວງ ເມືອງສະໜາມໄຊ ແຂວງອັດຕະປື ໃນຊ້ວງປີ 1998 ຄອບຄົວພໍ່ແມ່ ໄດ້ຍ້າຍທີ່ຢູ່ອາໄສ ບ້ານມ່ວງ ເຮັດຄ້າຂາຍຕາມວິຖີຊາວບ້ານ ຕໍ່ມາ ປີ 2000 ໄດ້ຍ້າຍເຂົ້າມາຢູ່ທີ່ ບ້ານ ມິດສໍາພັນ ເມືອງ ສະຫນາມໄຊ ພໍ່ກໍ່ເຮັດທຸລະກິດນ້ອຍໆຂຶ້ນ ໄກ້ຕະຫລາດເກົ່າຫົວຂົວກັນຈານ ທຸລະກິດນ້ອຍທີ່ວ່ານີ້ ແມ່ນທຸລະກິດຂາຍອາໄລ່ລົດຖີບ, ປີຕໍ່ມາເຮັດຊ້ອມແປງລົດຖີບ ລົດຄົນໃດເພທາງພໍ່ກໍ່ຮັບແປງໃຫ້ ໃນສະໄໝນັ້ນຖືວ່າ ເມືອງສະຫນາມໄຊ ມີຮ້ານດຽວທີ່ຮັບແປງລົດຖີບ, ປ່ຽນອາໄລ່ ລົດຖີບທຸກຢ່າງແມ່ນຂຶ້ນກັບຮ້ານພວກເຮົາ.

ເລື່ອງການຮຽນຂອງຂ້ອຍແມ່ນ ຊ້ວງປີ 2001 ຂ້ອຍເຂົ້າຮຽນຢູ່ຊັ້ນປະຖົມປີທີ 1 ຢູ່ໂຮງຮຽນປະຖົມເມືອງ ສະຫນາມໄຊ ເນືອງຈາກວ່າ ການຮຽນໃນຊັ້ນຍັງອ່ອນເມືອຮອດເວລາເສັ້ງຂ້ອຍບໍ່ສາມາດເສັ້ງໄດ້ ປີຕໍ່ມາກໍ່ໄດ້ຮຽນຊັ້ນເກົ່າ ເຊີ່ງຮຽນຕອນນັ້ນຊັ້ນປະຖົມປີ 1 ແມ່ນ 3 ປີຈຶ່ງໄດ້ເສັງຜ່ານ ປີ 2004-2007 ແມ່ນໄດ້ຈົບການຮຽນຊັ້ນປະຖົມປີທີ 5 ຕໍ່ມາປີ 2008 ກໍ່ມາຮຽນຕໍ່ ມັດຖະຍົມປີຊັ້ນມັດທະຍົມປີທີ 1 ປີ ເມື່ອປີ 2009-2011 ໄດ້ຈົບມັດຖະຍົມຊັ້ນຕົ້ນ ທີ່ໂຮງຮຽນມັດທະຍົມ ມຊ ມິດສໍາພັນ ເມືອງສະຫນາມໄຊ.

ປີຕໍ່ມາ 2011-2012 ໄດ້ບັນພະຊາເປັນສໍາມາເນນ ທີ່ວັດບ້ານ ມິດສໍາພັນ ບັນພະຊາໃຫ້ໂດຍ ຍ່າປູ່ແກ້ວ ອພສ ເມືອງສະຫນາມໄຊ ໄດ້ຢູ່ວັດເມືອງ 1 ເດືອນ ກໍ່ໄດ້ຍ້າຍຂຶ້ນມາຢູ່ທີ່ວັດບ້ານ ສາມັກຄີ ເມືອງສາມັກຄີໄຊ ແຕ່ເວລາໄປຮຽນ ກໍ່ຢ່າງໄປຮຽນຢູ່ໂຮງຮຽນ ວັດຫລວງ ເມືອເວລາເຂົ້າຮຽນກໍ່ເຂົ້າຮຽນນໍາໝູ່ ຮຽນຕໍ່ ມໍ 5 ນໍາຈົວຄູບາລຸ້ນດຽວກັນປົກກະຕິການຮຽນ ມໍ ຈະໄດ້ຮຽນ 10 ວິຊາ ແຕ່ເມືອຮຽນມັດທະຍົມທາງສົງ ຈະໄດ້ຮຽນຫລາຍວິຊາພ້ອມກັນ ລວມທັງ ພາສາບາລີ ທັມມະ ປະຕິໂມກ ວິຊາ ມຸງຄຸນຊີວິດ ອັກສອນທັມ ບົດສູດເລົ່າບົດສູດຂຶ້ນໃຈ ຮອດປີ 2013 ກໍ່ຈົບ ມໍ7 ກໍ່ໄດ້ຂຶ້ນມາຮຽນຕໍ່ ທີ່ນະຄອນຫລວງວຽງຈັນ ໃນຄະນະຂຶ້ນນັ້ນ ກໍ່ໄດ້ໄປຫາພໍ່ທ່ານ ໄຫຍ່ບຸນມາ ສິມມາພົມ ທີ່ບ້ານທ່ານ້ອງ ໄປກາບພໍ່ທ່ານກ່ອນ ເພາະຈຸດປະສົງແຕ່ຕົ້ນ ແລະ ຕັ້ງໃຈຊິຂຶ້ນມາຢູ່ວັດບ້ານຝາຍ ນໍາພໍ່ທ່ານ ເພື່ອໄປລາຍງານໂຕເອງ ໃຫ້ພໍ່ທ່ານໄດ້ເຫັນ ແຕ່ພໍ່ທ່ານບໍ່ເຄີຍທີ່ຈະປະຕິເສດ ໃນຊ້ວງນັ້ນເປັນລະດູເດືອນຫ້າເດືອນຫົກ ພໍດີເໝາະກັບການເຮັດບຸນບັ້ງທາງບ້ານພໍ່ທ່ານກໍ່ໄດ້ເຫັນປະເພນີການຈູດບັງໄຟຂອງບ້ານທ່ານ້ອງ ແລະ ບ້ານກອກດອນໄຊ ຫລັງຈາກການຈູດບັ້ງໄຟແລ້ວ ຈຶ່ງອອກເດີນທາງຂຶ້ນມາວຽງ ນໍາຂະບວນບັ້ງໄຟ ເມື່ອຮອດວຽງກໍ່ໄດ້ພັກໄປຢູ່ວັດໂພນທັນໃຕ້ກ່ອນ ເພາະພໍ່ທ່ານຍັງບໍ່ທັນຂື້ນມາແຕ່ປາກເຊ ເມື່ອພໍ່ທ່ານມາຮອດວຽງ ກໍ່ໄດ້ເຂົ້າໄປວັດບ້ານຝາຍ ເພື່ອລາຍງານໂຕອີກເທື່ອໜຶ່ງ.

ເມື່ອປີ 2013 ເລີ່ມເຂົ້າຮຽນທີ່ ວິທະຍາໄລ ສົງອົງຕຶ້ ໄດ້ຮຽນທີ່ວິທະຍາໄລສົງພຽງ 2 ປີ ກໍ່ເລີ່ມມີຄວາມຄິດວ່າ ເວລາເຮົາຍັງມີຫລາຍຫາແບ່ງເວລາກັບໂຕເອງ ກໍ່ເລີ່ມຈົດທະບຽນຮຽນອີກໜຶ່ງສະຖານທີ່ ຄືວິທະຍາໄລ ຣັດຕະນະ ບໍລິຫານທຸລະກິດ ແຕ່ນັ້ນ ກໍ່ໄດ້ຈົບປະລິຍາຕີ ສອງສະຖາບັນພ້ອມກັນ Phizzai Sanamsai (talk) 13:07, 20 ສິງຫາ 2025 (UTC)Reply