Jump to content

ສົນທະນາຂອງຜູ້ໃຊ້:Kiephonexay

Page contents not supported in other languages.
Add topic
ຈາກ ວິກິພີເດຍ

/* /* ສະໂມສອນ ທຣີນີຕີ້ ເອຟຊີ Trinity Football Club */ new section */ new section

[ດັດແກ້]

ສະໂມສອນ ທຣີນີຕີ້ ເອຟຊີ/Trinity FC

ຮູບ:7CA4B943-FF1C-421B-B338-6B3B43F6E425.png
Here is the Trinity Logo

ປະຫວັດຄວາມເປັນມາຂອງສະໂມສອນ(History)

  ສະໂມສອນເລີ່ມຈາການສ້າງຕັ້ງ ໂດຍການລິເລີ່ມຈາກ ທ່ານ ຄຳເພັດ ເຂັມປະເສີດ(ເພັດ) ທີ່ເພິ່ນມັກຮັກກິລາບານເຕະ ແລະ ໃນເມື່ອຕອນທີ່ຍັງເປັນໄວຫນຸ່ມ ຊ່ວງອາຍຸ 20 ປີ ຕົ້ນໆ, ເພິ່ນໄດ້ມີໂອກາດຮ່ວມທີມບານເຕະຄຣິດສຕຽນວຽງຈັນ (ຮ່ວມໃນລາຍການບານເຕະສາຍຂໍ ໃນອາດີດ) ຖືເປັນບາດກ້າວທຳອິດ ຂອງ ທ່ານຄຳເພັດ ທີ່ໄດ້ສຳພັດກັບວົງການບານເຕະໃນລະດັບສູງຂອງປະເທດລາວ.
  
 ໃນປີ2012 ທ່ານໄດ້ເລີ່ມຄິດຢາກສ້າງຕັ້ງທີມຂຶ້ນມາ ແລ້ວທ່ານກໍຊັກຊວນ ນ້ອງໆທີ່ຮູ້ຈັກກັນ ສ້າງຕັ້ງທີມຂຶ້ນ ເພື່ອຈະສ້າງໄວ້ໄປລົງແຂ່ງຂັນລາຍການຕ່າງໆ ສຳຫລັບສະຫນາມນ້ອຍ. ຈາກນັ້ນທີມກໍຕັ້ງຂຶ້ນມາແລະກໍໄດ້ເຂົ້າຮ່ວມລາຍການຕ່າງໆຈົນຮອດປີ 2015.
    
 ໃນປີ2015 ທ່ານຄຳເພັດ ໄດ້ກໍ່ຕັ້ງສະໂມສອນຂຶ້ນເປັນທາງການ ໂດຍໄດ້ຈົດທະບຽນ ຂຶ້ນເປັນສະໂມສອນໃນຊື່ ທຣີນີຕີ້ ເອຟຊີ (Trinity) ພາຍໃຕ້ຂອງ ສະຫະພັນບານເຕະແຫ່ງຊາດລາວ. ຈາກນັ້ນ ທຣີນີຕີ້ ໄດ້ເປີດສອນບານເຕະໃຫ້ກັບເຍົາວະຊົນໃນເຂດນະຄອນຫຼວງວຽງຈັນ ໂດຍຄູເຝິກ ທີ່ຜ່ານການອົບຮົມ ໃບປະກາດ C-License ຈາກ AFC ໃນປີ2015. ແລ້ວໄດ້ມີການຂະຫຍາຍສາຂາການເຝິກສອນໄປໃນແຂວງອື່ນໆເປັນຕົ້ນແມ່ນ ມີສາຂາຢູ່ແຂວງ ຫລວງພະບາງ ໃສ່ຊື່ ທຣີນີຕີ້ ຫຼວງພະບາງ, ແລະແຂວງ ຊຽງຂວາງ ໃສ່ຊື່ ທຣີນີຕີ້ ຊຽງຂວາງ.

  ນັກກິລາບານເຕະຊາຍ ໄດ້ຖືກພັດທະນາຫຼາຍໆດ້ານ ແຕ່ບໍ່ມີໂອກາດໄດ້ລົງແຂ່ງຂັນໃນລີກ ລະດັບຂອງປະເທດລາວ ແລະທາງ ທຣີນີຕີ້ ຈຶ່ງຂໍ ຈົດທະບຽນຈັດຕັ້ງເປັນສະໂມສອນ ທຣີນີຕີ້ ເອຟຊີ ໃນສະມາຊິກຂອງ ສະຫະພັນບານເຕະແຫ່ງຊາດລາວ (LFF) ແລະ ໄດ້ເຂົ້າຮ່ວມການແຂ່ງຂັນໃນລະດັບລີກຂອງປະເທດລາວ Division 1 ຫຼືເອີ້ນວ່າ ບານເຕະສາຍກໍ ປັດຈຸບັນປ່ຽນເປັນ ບານເຕະລາວລີກ2 ໄດ້ເຂົ້າຮ່ວມປີ 2018,2019 ແລະປັດຈຸບັນເອີ້ນວ່າ ລາວລີກ2.

ວັດຖຸປະສົງຂອງການເຂົ້າຮ່ວມການແຂ່ງຂັນ (The Purpose of Participation

1. ເພື່ອສົ່ງເສີມ ພັດທະນາ ແລະເປີດໂອກາດໃຫ້ນັກກິລາຂອງສະໂມສອນ ທຣີນີຕີ້ ທຸກລຸ້ນທຸກອາຍຸ ໄດ້ມີໂອກາດພັດທະນາທັກສະ,ຄວາມສາມາດໃນລະດັບທີ່ສູງຂຶ້ນເພື່ອການເປັນເລີດ. 2. ເພື່ອໃຫ້ນັກກິລາບານເຕະ ສາມາດໃຊ້ຊີວິດ ດ້ວຍການເປັນນັກເຕະອາຊີບທີ່ມີລາຍໄດ້. 3. ສະໂມສອນ ທຣີນີຕີ້ ເອຟຊີ ຈະເປັນຕົ້ນແບບ ໃນການຈັດການທີມບານເຕະອາຊີບໃນປະເທດ.

ສຳນັກງານຂອງສະໂມສອນ

ຫ້ອງການຫລືສຳນັກງານຂອງສະໂມສອນ ແມ່ນຕັ້ງຢູ່ທີ່ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. (ຮ່ອມໂບດນາຄຳ) www.facebook.com/Trinity Football Club