ສົນທະນາຂອງຜູ້ໃຊ້:ພຣະອາຈານໃຫ່ຍ ປອ.ດຳລົງ ພິມມະຈັກ

Page contents not supported in other languages.
ຈາກ ວິກິພີເດຍ

ພຣະອາຈານໃຫ່ຍ ປອ.ດຳລົງ ພີມມະຈັກ[ດັດແກ້]

ແມ່ແບບ:ພຣະອາຈານໃຫ່ຍ ປອ.ດຳລົງ ພີມມະຈັກ
Lao Buddhist Fellowship Organization
ຂໍ້ມູນ
ຊື່ແລະນາມສະກຸນ : ພຣະອາຈານໃຫ່ຍ ປອ.ດຳລົງ ພີມມະຈັກ
ສາຍາ : ທັມມິກະມຸນີ
ວັນເດືອນປີເກີດ :ວັນທີ 24 ກໍລະກົດ 1981
ບັນພະຊາສຳມະເນນ :ວັນທີ 28 ມິຖຸນາ1994
ເມື່ອອາຍຸ 13 ປີ
ອຸປະສົມບົດເປັິນພິຂຸ : ວັນທີ 21 ພຶດສະພາ2000
ການສຶກສາ : ຈົບປະລິນຍາເອກ
(Ph.D)ຈາກມະຫາວິທະຍາໄລເດລີ
ນະຄອນຫລວງເດລີ
ປະເທດອິນເດຍ
ໜ້າທີຕຳແໜ່ງ :ຫົວໜ້າຫ້ອງວ່າການ
ສູນກາງອົງການ
ພຸດທະສາສະນາສຳພັນລາວ
ຄະຕິທຳປະຈຳໃຈ : ສິ່ງທີ່ຢ້ອນກັບບໍໄດ້ຄືເວລາ

ພຣະອາຈານໃຫ່ຍ ປອ.ດຳລົງ ພີມມະຈັກ

  • ພຣະອາຈານໃຫຍ່ ປອ. ດໍາຣົງ ນາມສະກຸນ ພິມມະຈັກ ສາຍາ ທັມມິກະມຸນີ ເກີດໃນວັນທີ 24 ກໍລະກົດ 1981 ທີ່ບ້ານຍາງຄ້ຳ ເມືອງໄຊບູລີ ເເຂວງສະຫວັນນະເຂດ ບິດາຊື່ ທ່ານຄຳຄາ ພິມມະຈັກ ມານດາຊື່ ນາງພູທອນ ພິມມະຈັກ.

ບັນພະຊາສາມະເນນ
ພຣະອາຈານໃຫຍ່ ປອ. ດໍາຣົງ ພິມມະຈັກ ບັນພະຊາເປັນສາມະເນນ ເມື່ຶວັນທີ 28 ມິຖຸນາ1994 ເມື່ອອາຍຸ 13 ປີ ທີ່ ວັດສີບຸນເຮືອງ ບ້ານຍາງຄ້ຳ ເມືອງໄຊບູລີ ແຂວງສະຫວັນນະເຂດ.
ອຸປະສົມບົດເປັນພຣະພິກຂຸ
ພຣະອາຈານໃຫຍ່ ປອ. ໄດ້ອຸປະສົມບົດເປັນພຣະພິກຂຸ ເມື່ອວັນທີ 21 ພຶດສະພາ2000 ທີ່ວັດໃຫຍ່ໄຊຍະພູມ ແຂວງສະຫວັນນະເຂດ ໂດຍມີ ຍາທ່ານໃຫຍ່ບຸນປັນ ນິຍະພັນ (ປະໂຫຍກ 9) ອະດີດຮອງປະທານອົງການພຸດທະສາສະນາສຳພັນລາວເເຂວງສະຫວັນນະເຂດ ເປັນພຣະອຸປັດຊາ ໄດ້ຮັບສາຍາວ່າ ທັມມິກະມຸນີ ແປວ່າ ນັກປຣາດຜູ້ຊົງທັມ ແລະ ປະພຶດທັມ..
ການສຶກສາ
ປີ 1998 ຈົບຊັ້ນມັດທະຍົມສຶກສາສົງ ທີ່ວັດໃຫຍ່ໄຊຍະພູມ ເມືອງຄັນທະບູລີ (ເມືອງໄກສອນພົມວິຫານ) ແຂວງສະຫວັນນະເຂດ.
ປີ 2001 ຈົບນັກທັມເອກ ແລະ ປະໂຫຍກ 1-2 ຈາກປະເທດໄທ.
ປີ 2003 ຈົບປະລິນຍາຕີ(B.A.) ຈາກມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ ປະເທດໄທ.
ປີ 2006 ຈົບປະລິນຍາໂທ (M.A.) ຈາກມະຫາວິທະຍາໄລເດລີ ນະຄອນຫລວງເດລີ ປະເທດອິນເດຍ.
ປີ 2008 ຈົບອະນຸປະລິນຍາເອກ (M.Phil.)ຈາກມະຫາວິທະຍາໄລເດລີ ນະຄອນຫລວງເດລີ ປະເທດອິນເດຍ.
ປີ 2011 ຈົບປະລິນຍາເອກ (Ph.D)ຈາກມະຫາວິທະຍາໄລເດລີ ນະຄອນຫລວງເດລີ ປະເທດອິນເດຍ.

ໜ້າທີຕຳແໜ່ງ
ປີ 2011 ເປັນອາຈານສອນທີ່ມັດທະຍົມສົງ ວັດໃຫຍ່ໄຊຍະພູມ ແຂວງສະຫວັນນະເຂດ.
ປີ 2011 ເປັນຄະນະ ອ.ພ.ສ. ແຂວງ ແລະ ຫົວໜ້າກຳມາທິການສຶກສາສົງແຂວງສະຫວັນນະເຂດ.
ປີ 2016 ເປັນຮອງປະທານ ອ.ພ.ສ. ແຂວງສະຫວັນນະເຂດ.
ປີ 2016 ຈົນເຖີງປັດຈຸບັນ ເປັນຄະນະປະຈຳສູນກາງ ອ.ພ.ສ, ຫົວໜ້າຫ້ອງວ່າການສູນກາງອົງການພຸດທະສາສະ ນາສຳພັນລາວ ເລຂານຸການໃນພຣະສັງຄະປະທານາທິບໍດີ ປັນຈະສີວິສຸດພຸດທະວະຣາງກູນ ພຣະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານສູນກາງອົງການພຸດທະສາສະນາສຳພັນລາວ.

ຜົນງານທີ່ໄດ້ທຳ
ຮ່ວມສ້າງວັດອົບມາພຸດທາວາດ ບ້ານສະໜາມໄຊ ແຂວງສະຫວັນນະເຂດ ສ້າງອາຄານຮຽນ ໂຮງຮຽນປະລິຍັດຕິທຳ ວັດອົບມາພຸດທາວາດ
ສ້າງຊົນລະປະທານເຂດນາຂະໜາຍ-ໜອງເຮືອທອງ
ສ້າງອາຄານຮຽນ ມັດທະຍົມສົມບູນ - ເຂດດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ລົງເຜີຍແຜ່ອົບຮົມສີລະທຳໃຫ້ແກ່ປະຊາຊົນໃນບ້ານຕ່າງໆທົ່ວແຂວງ ທັງໃນ ແລະ ນອກພັນສາ ເປັນເວລາ 15ກວ່າ
ປີທີ່ຜ່ານມາ
ລົງເທສະນາອົບຮົມນັກຮຽນຕັ້ງແຕ່ປະຖົມ ຈົນເຖີງມະຫາວິທະຍາໄລ
ຄະຕິທັມປະຈຳໃຈ
ກາຍແລະໃຈຂໍຖວາຍໄທ້ ພຸດທະບາດຈອມທັມ
ມະໂນໄນທວງຄິດ ມອບຖວາຍພຣະທັມເຈົ້າ
ວິນຍານນ້ອມ ບູຊາສັງຄະບາດ
ສິຣະວາດໃຫ້ ບູຊາໄວ້ສາສະນາ
ກໍເພື່ອຫວັງຢາກສ້າງ ດວງຍອດສັບພັນຍູ
ນາໂຖສຸດ ຍອດຍານເຍືອງລ້ຳ
ຫວັງຈັນຂົນສັດຂ້າມ ສົງສານໃຫ້ມົ້ມຝັ່ງ
ຫວັງນິບພານຢູ່ໄຈ້ໆ ປານນັ້ນຈື່ງເພື່ອພໍ