Jump to content

ສົນທະນາຂອງຜູ້ໃຊ້:ທ້າວຜາລຽບ

Page contents not supported in other languages.
Add topic
ຈາກ ວິກິພີເດຍ

ສິນແຮ່

[ດັດແກ້]

ສິນແຮ່ (Ore) ແມ່ນຫິນຊະນິດໜື່ງ ທີ່ມີປະລິມານຂອງແຮ່ທາດ ດັ່ງເຊັ່ນໂລຫະຊະນິດຕ່າງບັນຈຸຢູ່ຫຼາຍ ພຽງພໍສຳຫຼັບນຳໄປຄັດແຍກເອົາໂລຫະເຫຼົ່ານັ້ນມາໃຊ້ປະໂຫຍດທາງເສດຖະກິດ. ສິນແຮ່ຖືກນຳອອກມາຈາກພື້ນດິນດ້ວຍການຂຸດຄົ້ນບໍ່ແຮ່ ຫຼັງຈາກນັ້ນຈຶ່ງຖີກນຳໄປສະກັດຜ່ານຂະບວນການປຸງແຕ່ງແຮ່ເພື່ອຄັດແຍກເອົາທາດໂລຫະ. ຄຸນະພາບຫຼືຄວາມເຂັ້ມຂຸ້ນຂອງແຮ່ທາດຫຼືໂລຫະໃນສິນແຮ່ ຕະຫຼອດຮອດຮູບແບບການປະກົດຕົວຂອງສິນແຮ່ມີຜົນກະທົບໂດຍກົງຕໍ່ຕົ້ນທຶນທີ່ຈະໃຊ້ໃນການຂຸດຄົ້ນ. ມູນຄ່າຂອງໂລຫະບັນຈຸຢູ່ໃນຫິນ(ທີ່ຮຽກວ່າສິນແຮ່)ຕ້ອງໄດ້ຖືກສົມທຽບກັບມຸນຄ່າ(ທຶນ)ໃຊ້ໃນການຂຸດຄົ້ນ-ປຸງແຕ່ງ ດັ່ງນັ້ນຕ້ອງໄດ້ພິຈາລະນາວ່າສິນແຮ່ໃດສາມາດນຳມາຜະຫຼິດແລະສິນແຮ່ໃດທີ່ມີຄຸນະພາບຕ່ຳ(ບັນຈຸໂລຫະມີຄ່າໜ້ອຍ)ແລະບໍ່ຄຸ້ຄ່າລົງທຶນ. ສິນແຮ່ຂອງໂລຫະໄດ້ແກ່ຈຳພວກ ກຸ່ມແຮ່ອົກໄຊດ໌,ກຸ່ມແຮ່ເຊົາລໄຟ້ທ໌, ກຸ່ມແຮ່ຊີລິກເຄດ (Oxides, Sulfides, Silicates) ນອກຈາກນັ້ນ ຍັງມີແຮ່ໂລຫະສົດເຊັ່ນ ແຮ່ທອງສົດ(native copper), ແຮ່ຄຳສົດ(ບາງທ້ອງຖີ່ນເອີ້ນວ່າຄຳດິບ ແຕ່ສ່ວນຫຼາຍມັກເອີ້ນຄຳລ້າໆ). ສຳຫຼັບແຮ່ທອງສົດແລະໂລຫະທາດຕ່າງໆທີ່ມີຄຸນລັກສະນະການປະຕິກິລິຍາເຄມີແຮງຈະບໍ່ມັກພົບເຫັນເປັນແຮ່ທາດສົດຫຼືພົບໄດ້ຍາກ ສ່ວຍໃຫຍ່ຈະປະປົນຢູ່ນຳທາດມູນອື່ນໆໃນຮູບແບບກຸ່ມແຮ່ຕ່າງໆ; ສ່ວນແຮ່ຄຳເປັນໂລຫະທີ່ບໍ່ມັກປະຕິກິລິຍາກັບທາດມູນອື່ນຫຼືອາດເວົ້າໄດ້ວ່າຄຳມີຄຸນລັກສະນະການປະຕິກິລິຍາເຄມີຄ່ອຍຫຼາຍ(noble metal) ດັ່ງນັ້ນແຮ່ຄຳສົດມັກປະກົດຕາມທຳມະຊາດ. ສິນແຮ່ທີ່ຖືກຂື້ນມາຈາກບໍ່ຕ້ອງຖືກນຳໄປຜ່ານຂະບວນການປຸງແຕ່ງເພື່ອຄັດແຍກເອົາທາດໂລຫະຕາມຊະນິດທີ່ຕ້ອງການຫຼືເຫັນວ່າໂລຫະຊະນິດໃດມີລາຄາສູງແລະປະລິມານຫຼາຍກໍແຍກເອົາທາດນັ້ນ ເສດຫິນຫຼືດິນທີ່ເຫຼືອຈາກການປຸງແຕ່ງ-ຄັດແຍກ ຮຽກວ່າ ຫາງແຮ່ ເຊີ່ງບາງເທື່ອກໍມັກມີແຮ່ທາດຫຼົງເຫຼືອຢູ່ນຳແຕ່ປະລິມານໜ້ອຍ. ຕົວສິນແຮ່ຫຼືຮ່າງຄີງຂອງມັນມີຫຼາຍຂະໜາດແລະຮູບຮ່າງຮູບຫຼາຍແບບຂຶ້ນກັບສະພາບແວດລ້ອມທາງທໍລະນີສາດໃນແຕ່ລະພື້ນທີ່. ການເກີດຂື້ນຂອງສິນແຮ່ເອີ້ນວ່າ ຂະບວນການເກີດແຮ່.