Jump to content

ສົນທະນາຂອງຜູ້ໃຊ້:ທອງ

Page contents not supported in other languages.
Add topic
ຈາກ ວິກິພີເດຍ

ຄ່າຜິດດ່ຽງມາດຕະຖານ

[ດັດແກ້]

ຄ່າຜິດດ່ຽງມາດຕະຖານ ຫລື ຄວາມຜິດດ່ຽງມາດຕະຖານ (standard deviation: s.d.).ສໍາລັບສາຂາວິຊາ ສະຖິຕີ ແລະ ຄວາມເປັນໄປໄດ້ ຫມາຍເຖິງການວັດແທກຄວາມ ກະຈາຍຕົວຂອງກຸ່ມຂໍ້ມູນຕົວຢ່າງ, ຂໍ້ມູນປະຊາກອນ ຫລື ກຸ່ມຕົວຢ່າງຫລາຍໆຊຸດ ໂດຍນໍາໃຊ້ສູດ standard deviation: s.d.ສ່ວນສັນຍາລັກຂອງ standard deviation: s.d. ແມ່ນຕົວອັກສອນຊິກມ້ານ້ອຍ(σ) ເຊິ່ງຖືກນິຍາມຈາກຄວາມຜິດດ່ຽງມາດຕະຖານ ແບບ root mean square (RMS) ແລະ ຄ່າສະເລ່ຍ ຫລື ຖືກນິຍາມຈາກຮາກຂັ້ນສອງ ຂອງ standard deviation: s.d.

standard deviation: s.d. ຖືກຄິດຄົ້ນຂຶ້ນໂດຍທ່ານ ຟຣານຊິດ ກໍຕັ້ນ (Francis Galton) ໃນຕອນທ້າຍຄຣິດຕະສັກກະຫລາດ 1860 [1] ເປັນການວັດແທກການແຈກຍາຍດ້ານສະຖິຕິແບບປົກກະຕິທົ່ວໄປທີ່ໃຊ້ເພື່ອສົມທຽບຄ່າຕ່າງໆ ໃນຊຸດຂໍ້ມູນນັ້ນວ່າ ມີການກະຈາຍຕົວ ອອກຫລາຍຫນ້ອຍຊໍ່າໃດ ຫມາຍວ່າ: ຖ້າຂໍ້ມູນສ່ວນໃຫຍ່ ມີຄ່າໃກ້ຄຽງກັບຄ່າສະເລ່ຍຫລາຍ ແປວ່າມີ standard deviation: s.d.ຫນ້ອຍ ແລະ ກົງກັນຂ້າມ ຖ້າຂໍ້ມູນສ່ວນໃຫຍ່ ມີຄ່າໃກ້ກັບຄ່າສະເລ່ຍຫນ້ອຍ ແປວ່າມີ standard deviation: s.d.ຫນ້ອຍ ແລະ ຖ້າຂໍ້ມູນທັງຫມົດມີຄ່າເທົ່າກັນຫມົດ ແປວ່າ standard deviation: s.d. ມີຄ່າເປັນສູນ (0)ນັ້ນຫມາຍວ່າ ຂໍ້ມູນບໍ່ມີການກະຈາຍຕົວ. ນອກຈາກນັ້ນ, standard deviation: s.d. ມີຫນ່ວຍຄືກັບຂໍ້ມູນ ແຕ່ຄວາມຜັນປ່ຽນ ຫລື ຊິກມ້າກໍາລັງສອງ ບໍ່ມີຫນ່ວຍຄືກັບຫນ່ວຍຂອງຂໍ້ມູນ.

ຕົວຢ່າງ: ໃຫ້ເລືອກກຸ່ມຕົວຢ່າງຈາກປະຊາກອນທັງຫມົດແລ້ວໃຫ້ຄິດໄລ່ຫາຄ່າstandard deviation: s.d. ຂອງກຸ່ມຕົວຢ່າງ ຂອງປະຊາກອນທັງຫມົດນັ້ນ ເຊິ່ງສາມາດຫາຄ່າຜິດດ່ຽງ ຂອງກຸ່ມຂໍ້ມູນດັ່ງກ່າວ ໄດ້ຈາກຄ່າຂອງ standard deviation: s.d.